ຮ່ວມແຮງຮ່ວມໃຈແກ້ໄຂຜົນຮ້າຍຢ້ອນຫລັງຈາກທາດພິດສີສົ້ມ/ດີໂອຊິນຢູ່ຫວຽດນາມ

(VOVWORLD) -  ກ່ວາເຄິ່ງສັດຕະວັດໄດ້ຜ່ານພົ້ນໄປແລ້ວ ນັບແຕ່ເມື່ອທະຫານອາເມລິກາ ໄດ້ພົ່ນທາດພິດເຄມີ/ດີໂອຊິນລົງໃສ່ຫວຽດນາມ, ຜົນຮ້າຍຈາກການກະທຳດັ່ງກ່າວຍັງຄົງກໍ່ຜົນສະທ້ອນບໍ່ໜ້ອຍເຖິງສຸຂະພາບຂອງປະຊາຊົນ, ຕໍ່ສິ່ງແວດລ້ອມ ແລະ ການພັດທະນາເສດຖະກິດສັງຄົມ. 

 ໃນຊຸມປີຜ່ານມາ, ພັກ, ລັດຫວຽດນາມ ໄດ້ ແລະ ພວມປະຕິບັດບັນດານະໂຍບາຍ, ມາດຕະການອັນແທດຈິງ, ມີປະສິດທິຜົນໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາດທາດພິດເຄມີພາຍຫຼັງສົງຄາມ, ໃນນັ້ນມີບັນດາການເຄື່ອນໄຫວຊ່ວຍເຫຼືອ, ເບິ່ງແຍງດູແລບັນດາຜູ້ປະສົບເຄາະຮ້າຍ ແລະ ກຳຈັດມົນລະພິດຕໍ່ສິ່ງແວດລ້ອມ.

  ຮ່ວມແຮງຮ່ວມໃຈແກ້ໄຂຜົນຮ້າຍຢ້ອນຫລັງຈາກທາດພິດສີສົ້ມ/ດີໂອຊິນຢູ່ຫວຽດນາມ - ảnh 1  ຮ່ວມແຮງຮ່ວມໃຈແກ້ໄຂຜົນຮ້າຍຢ້ອນຫລັງຈາກທາດພິດສີສົ້ມ/ດີໂອຊິນຢູ່ຫວຽດນາມ

  ຕາມໝາກຜົນຂອງບັນດາກິດຈະກຳຄົ້ນຄ້ວາຢູ່ຫວຽດນາມ ແລະ ຕ່າງປະເທດ, ແຕ່ປີ 1961-1971, ທະຫານອາເມລິກາ ໄດ້ພົ່ນທາດພິດເຄມີເກືອບ 80 ລ້ານລິດ ແລະ 61% ໃນຈຳນວນດັ່ງກ່າວແມ່ນທາດພິດສີສົ້ມ ຊື່ງບັນຈຸ 366 ກີໂລກຼາມດີໂອຊິນ ລົງໃສ່ ¼ ຂອງເນື້ອທີ່ດິນຫວຽດນາມ ເທົ່າກັບປະມານ 3 ລ້ານເຮັກຕາ. ບັນດາທາດພິດໄດ້ມີຜົນກະທົບຢ່າງຮ້າຍແຮງ ແລະ ຍາວນານຕໍ່ສິ່ງແວດລ້ອມ, ລະບົບຊີວະພາບຂອງທ້ອງຖິ່ນຕ່າງໆ.

ສຸມໃສ່ຈຳກັດທາດດີໂອຊິນຢູ່ “ສະຖານທີ່ຮ້ອນເຮັ່ງ”

  ສະໜາມບິນຟູ່ກາດ, ສະໜາມບິນດ່ານັງ, ສະໜາມບິນບຽນຮ່ວາ ຖືກຕີລາຄາວ່າແມ່ນ “ສະຖານທີ່ຮ້ອນເຮັ່ງ” 3 ແຫ່ງທີ່ຕິດທາດພິດສີສົ້ມ/ດີໂອຊິນຫຼາຍກ່ວາໝູ່. ໃນຫຼາຍປີຜ່ານມາ, ລັດຖະບານຫວຽດນາມ ໄດ້ປະກາດໃຊ້ບັນດາແຜນການດຳເນີນງານແຫ່ງຊາດ ເພື່ອແກ້ໄຂຜົນຮ້າຍຢ້ອນຫລັງຈາກທາດພິດເຄມີໂດຍອາເມລິກາ ໄດ້ນຳໃຊ້ໃນປາງສົງຄາມຢູ່ຫວຽດນາມ ຜ່ານໄລຍະຕ່າງໆ; ໄດ້ລົງທຶນສຳຫຼວດຫລາຍໂຄງການ, ຄົ້ນຄ້ວາວິທະຍາສາດ, ດຳເນີນບາງໂຄງການກຳຈັດມົນລະພິດຢູ່ເຂດດິນທີ່ຖືກຕິດທາດພິດດີໂອຊິນ, ສະກັດກັ້ນທາດພິດເຄມີບໍ່ໃຫ້ແຜ່ລາມອອກສູ່ວົກ້ວາງ.

   ດ້ວຍຄວາມມານະພະຍາຍາມຂອງລັດຖະບານຫວຽດນາມ, ອາເມລິກາ ແລະ ບັນດາອົງການຈັດຕັ້ງສາກົນ, ມາຮອດປະຈຸບັນ, ວຽກງານແກ້ໄຂຜົນຮ້າຍຢ້ອນຫລັງຈາກທາດພິດສີສົ້ມ/ດີໂອຊິນຕໍ່ສິ່ງແວດລ້ອມ ໄດ້ຮັບຮູ້ໝາກຜົນອັນຕັ້ງໜ້າຫຼາຍຢ່າງ. ທ່ານພົນໂທຫງວຽນຈີ໊ວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຖືວ່າ:

   ທີ່ໜຶ່ງແມ່ນ, ການເຄື່ອນໄຫວນີ້ຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດສັງຄົມ ແລະ ແກ້ໄຂຜົນຮ້າຍຢ້ອນຫລັງຈາກທາດພິດສີສົ້ມ/ດີໂອຊິນທີ່ຕິດຢູ່ນຳຕົວຄົນ ແລະ ໃນທຳມະຊາດ. ທີສອງແມ່ນ ການເຄື່ອນໄຫວນີ້ໄດ້ປະກອບສ່ວນໃຫ້ແກ່ວິວັດການພັດທະນາສາຍພົວພັນລະຫວ່າງຫວຽດນາມ-ອາເມລິກາ, ສອງປະເທດກໍ່ມີຄວາມມານະພະຍາຍາມດ້ວຍບັນດາການກະທຳອັນລະອຽດ, ເພື່ອແກ້ໄຂບັນຫາລະອຽດຄືດີໂອຊິນ. ທີ 3 ແມ່ນປະສິດທິຜົນດ້ານເຕັກໂນໂລຊີ. ໃນວິວັດການແກ້ໄຂທາດພິດດີໂອຊິນ, ຫວຽດນາມ ໄດ້ຮ່ຳຮຽນເອົາບັນດາເຕັກໂນໂລຊີ, ທົດລອງບັນດາວິທີເຮັດ, ຄິດໄລ່ໄດ້ບັນດາຂັ້ນຕອນ, ວິທີເຮັດແນວໃດເພື່ອໃຫ້ບັນລຸປະສິດທິຜົນດີທີ່ສຸດ, ໃນໄລຍະເວລາສັ້ນທີ່ສຸດ ດ້ວຍຄ່າໃຊ້ຈ່າຍເໝາະສົມ.         

ຮ່ວມແຮງຮ່ວມໃຈບັນເທົາຄວາມເຈັບປວດຈາກທາດພິດສີສົ້ມ

  ປະຈຸບັນ, ຫວຽດນາມ ມີຜູ້ຖືກຕິດທາດພິດສີສົ້ມ/ດີໂອຊິນປະມານ 4.8 ລ້ານຄົນ, ກ່ວາ 3 ລ້ານຄົນແມ່ນຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ. ພິເສດ, ຢູ່ຫວຽດນາມ ໄດ້ຮັບຮູ້ວ່າ ທາດພິດສີສົ້ມ/ດີໂອຊິນໄດ້ກໍ່ຜົນສະທ້ອນຕໍ່ບຸກຄົນລຸ້ນທີ 3,  ທີ 4 ແລ້ວ ຊື່ງໄດ້ເກີດເປັນຄົນພິການ, ມີຮູບຮ່າງຜິດປົກກະຕິມາຕັ້ງແຕ່ເກີດ, ເປັນໂລກມະເຮັງ…ສະນັ້ນ, ໄປຄຽງຄູ່ກັບວຽກງານກຳຈັດສິ່ງແວດລ້ອມນັ້ນ, ພັກ ແລະ ລັດຫວຽດນາມ ກໍ່ມີຄວາມເອົາໃຈໃສ່ທີ່ສຸດ ເຖິງການເຄື່ອນໄຫວໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ໂດຍຜ່ານການປະກາດໃຊ້ບັນດາລະບອບ, ນະໂຍບາຍສະຫງວນໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ. ລະດົມບັນດາແຫຼ່ງກຳລັງເພື່ອຜັນຂະຫຍາຍບັນດາໂຄງການໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ກ່ຽວກັບດ້ານການຜະລິດ, ສາທາລະນະສຸກ, ການສຶກສາຟື້ນຟູສະມັດຕະພາບຄົນພິການ. ໃນຫຼາຍປີຜ່ານມາ, ມີຫຼາຍຄອບຄົວຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນໄດ້ຊົມໃຊ້ການປະກັນສຸຂະພາບຫຼືກວດ, ປິ່ນປົວພະຍາດໂດຍບໍ່ຕ້ອງເສຍເງິນ, ໄດ້ເຂົ້າຮ່ວມການຜ່າຕັດສັນຍະກຳ ຟື້ນຟູສະມັດຕະພາບຄົນພິການ, ລ້າງທາດພິດດີໂອຊິນ…ທ່ານພົນໂທຫງວຽນວັນຣິງ ປະທານສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນຫວຽດນາມ ໃຫ້ຮູ້ວ່າ:

 ປະຈຸບັນ, ສູນກາງສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນຫວຽດນາມ ໄດ້ພ້ອມກັບສະມາຄົມແຂວງຕ່າງໆ ກໍ່ສ້າງສູນອົບອາຍນ້ຳລ້າງທາດພິດໄດ້ປະມານ 3-4 ແຫ່ງແລ້ວ. ເມື່ອປະຕິບັດຖືກຕ້ອງຕາມຂັ້ນຕອນ ນັ້ນກໍ່ຈະສາມາດລ້າງທາດພິດດີໂອຊິນທີ່ຕິດຢູ່ນຳຕົວຄົນ ແລະ ເພີ່ມສຸຂະພາບໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນໄດ້.

  ພ້ອມກັນນັ້ນ, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນຂັ້ນຕ່າງໆ ກໍ່ໄດ້ຂົນຂວາຍບັນດາອົງການຈັດຕັ້ງ, ສ່ວນບຸກຄົນທັງຢູ່ພາຍໃນ ແລະ ຕ່າງປະເທດ ສ້າງບັນດາແຫຼ່ງກອງທຶນເພື່ອລົງທຶນກໍ່ສ້າງສູນສອນວິຊາຊີບໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ, ໄປຢ້ຽມຢາມຖາມຂ່າວ, ມອບຂອງຂວັນເພື່ອແນໃສ່ປົວແປງຊີວິດການເປັນຢູ່ ແລະ ສຸຂະພາບໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນຫຼາຍຄົນ…ຫວຽດນາມ ໄດ້ສົມທົບກັບຫຼາຍປະເທດ ແລະ ອົງການຈັດຕັ້ງສາກົນ ເບິ່ງແຍງດູແລຊ່ວຍເຫຼືອບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ. ປ້າໂດ້ທິຍ່າຍ ມີລູກສາວແມ່ນຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຢູ່ເມືອງແທັກເທິດ ຮ່າໂນ້ຍ ໃຫ້ຮູ້ວ່າ:

    ໂດຍໄດ້ຮັບຄວາມເອົາໃຈໃສ່ຈາກພັກ, ລັດ ທີ່ມີຕໍ່ບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ, ພວກຂ້າພະເຈົ້າມີຄວາມຕື້ນຕັນໃຈທີ່ສຸດ. ນີ້ກໍ່ແມ່ນແຫຼ່ງລະດົມກຳລັງໃຈອັນໃຫ່ຍຫຼວງສຳລັບຂ້າພະເຈົ້າ, ອັນໄດ້ຊ່ວຍຂ້າຈະເຈົ້າມີກຳລັງໜູນໃນການເບິ່ງແຍງດູແລລູກ, ແກ້ໄຂຄວາມຫຍຸ້ງຍາກທຸກປະການ.

  ສົງຄາມໄດ້ຜ່ານພົ້ນໄປແລ້ວ, ແຕ່ຄວາມເຈັບປວດຈາກທາດພິດສີສົ້ມ/ດີໂອຊິນຍັງມີຢູ່. ແຕ່ດ້ວຍຄວາມມານະພະຍາຍາມ, ຮ່ວມແຮງຮ່ວມໃຈຈາກພັກ, ລັດ, ວົງຄະນາຍາດສັງຄົມ ພ້ອມດ້ວຍບັນດາອົງການຈັດຕັ້ງສາກົນ, ຜົນຮ້າຍຢ້ອນຫລັງຈາກທາດພິດສີສົ້ມ/ດີໂອຊິນຢູ່ຫວຽດນາມ ຍັງພວມໄດ້ຮັບການແກ້ໄຂເທື່ອລະກ້າວ, ມຸ່ງໄປເຖິງເປົ້າໝາຍນຳມາເຊິ່ງສິ່ງແວດລ້ອມທີ່ປອດໄພ, ຮັບປະກັນສຸຂະພາບໃຫ້ແກ່ປະຊາຊົນ ກໍ່ຄືຫລຸດຜ່ອນຄວາມຫຍຸ້ງຍາກລຳບາກຂອງບັນດາ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ