ຮາມາດ ແລະ ຟາຕາລົງນາມໃນຂໍ້ຕົກລົງໄກ່ເກ່ຍ - ບາດກ້າວເດີນທີ່ສຳຄັນໃຫ້ແກ່ການໄກ່ເກ່ຍຢູ່ພາຍໃນ ປາແລັສຕິນ

(VOVWORLD) -ວັນທີ 12 ຕຸລາ, ການນຳຂະບວນການ ຮາມາດ ແລະ ຟາຕາຢູ່ປາແລັສຕິນໄດ້ບັນລຸຂໍ້ຕົກລົງໄກ່ເກ່ຍຢູ່ກາຍໂຣປະເທດອີຢິບ, ອັນໄດ້ຢຸດຕິການຂັດແຍ່ງກັນ ແລະ ຖືກແບ່ງແຍກເປັນເວລາ 1 ທົດສະວັດ

ນີ້ແມ່ນບາດກ້າວເດີນປະຫວັດສາດ, ເປີດແງ່ຫວັງຢຸດຕິການປະທະກັນທີ່ແກ່ຍາວລະຫວ່າງ 2 ຂະບວນການການເມືອງທີ່ຫຼັກແຫຼ່ງຂອງປາແລັສຕິນ ແລະ ມຸ່ງໄປສູ່ການສ້າງປາແລັສຕິນແຫ່ງສາມັກຄີ, ສ້າງທ່າໄດ້ປຽບໃນບັນດາການເຈລະຈາສັນຕິພາບກັບອິດສະຣາແອນ.

ຮາມາດ ແລະ ຟາຕາລົງນາມໃນຂໍ້ຕົກລົງໄກ່ເກ່ຍ -  ບາດກ້າວເດີນທີ່ສຳຄັນໃຫ້ແກ່ການໄກ່ເກ່ຍຢູ່ພາຍໃນ ປາແລັສຕິນ - ảnh 1ຮາມາດ ແລະ ຟາຕາລົງນາມໃນຂໍ້ຕົກລົງໄກ່ເກ່ຍ 

    ຕາມຂໍ້ຕົກລົງທີ່ຫາກໍໄດ້ລົງນາມ, ຮາມາດຈະມອບສິດຄວບຄຸມດ່ານຊາຍແດນ ຣາຟາ ແລະ ອົງການສຳນັກງານປົກຄອງທັງໝົດຢູ່ເຂດກາຊາໃຫ້ແກ່ລັດຖະບານສາມັກຄີ ປາແລັສຕິນໃນວັນທີ 1 ພະຈິກ ແລະ ວັນທີ 1 ທັນວາຕາມລຳດັບ. ຟາຕາຈະຈັດສົ່ງຕຳຫຼວດ 3000 ຄົນເພື່ອເພີີ່ມເຕີມກຳລັງຢູ່ເຂດກາຊາ, ເຖິງວ່າ ຮາມາດຍັງຄົງແມ່ນກຸ່ມກຳລັງປະກອບອາວຸດທີ່ເຂັ້ມແຂງທີ່ສຸດຂອງ ປາແລັສຕິນດ້ວຍມືປືນປະມານ 25.000 ຄົນໄດ້ຮັບການປະກອບອາວຸດທີ່ດີ. ຮາມາດ ແລະ ຟາຕາ ຈະປຶກສາກ່ຽວກັບວັນເລືອກຕັ້ງປະທານາທິບໍດີ ແລະ ສະພາແຫ່ງຊາດ ກໍຄືການປະຕິຮູບອົງການປົກປ່ອຍ ປາແລັສຕິນ PLO.

    ຂໍ້ຕົກລົງສຸດທ້າຍ.

    ເລື່ອງ ຮາມາດ ແລະ ຟາຕາໄດ້ຍອມຮັບຕໍ່ການຮ່ວມມືກັນແມ່ນໄດ້ຮັບຖືວ່າ ແມ່ນຈຳເປັນຕ້ອງປະຕິບັດໃນສະພາວະທີ່ພາກພື້ນ ແລະ ສາກົນໄດ້ມີການປ່ຽນແປງຫຼາຍຢ່າງ. ຢູ່ຕາເວັນອອກກາງ, ຫາງສຽງພວມສົນໃຈທີ່ສຸດຕໍ່ການສູ້ຮົບຕ້ານລັດອິດສະລາມ IS , ຫຼືການປະທະກັນຢູ່ຊີຣີ, ບັນຫານິວເຄຼຍຂອງອີຣານ…. ດັ່ງນັ້ນ, ບັນຫາ ປາແລັສຕິນ ແມ່ນບໍ່ໄດ້ຮັບຄວາມສົນໃຈຄືກ່ອນນີ້ອີກແລ້ວ. ໃນຂະນະນັ້ນ, ອາເມລິກາ ແລະ ຫຼາຍປະເທດ ອາຣັບພວມສະແດງທ່າອຽງສະໜັບສະໜູນ ອິດສະຣາແອນ. ຍິ່ງກວ່ານັ້ນ, ເລື່ອງຮາມາດມີແຜນນະໂຍບາຍຕໍ່ສູ້ດ້ວຍອາວຸດ ໄດ້ພາໄປເຖິງບັນດາການປະທະກັນກັບ ອິດສະຣາແອນ, ຊ້ຳບໍໜຳໄດ້ສ້າງເປັນຂໍ້ອ້າງອີງໃຫ້ແກ່ປະເທດນີ້ ປະລະບັນດາຄຳໝັ້ນສັນຍາ ແລະ ເຮັດໃຫ້ວິວັດທະນາການສັນຕິພາບຢູ່ຕາເວັນອອກກາງຖືກຢຸດສະງັກ.

    ປະທານາທິບໍດີ ປາແລັສຕິນ Mahmud Abbas  ໄດ້ຢືນຢັນວ່າ ນີ້ແມ່ນຂໍ້ຕົກລົງສຸດທ້າຍ ແນໃສ່ຢຸດຕິການແບ່ງແຍກ ແລະ ປະທະກັນລະຫວ່າງ 2 ຝ່າຍ. ຊ້ຳບໍໜຳ, ທ່ານປະທານາທິບໍດີ ປາແລັສຕິນ Mahmud Abbas  ຍັງໄດ້ຂຶ້ນແຜນການໄປຢ້ຽມຢາມເຂດກາຊາໃນຮອບເວລາອີກໜຶ່ງເດືອນ ຄືດັ່ງສ່ວນໜຶ່ງໃນຄວາມມານະພະຍາຍາມໄກ່ເກ່ຍ.

     ທາງດ້ານສາກົນ, ການຊຸກຍູ້ ປາແລັສຕິນໄກ່ເກ່ຍຢູ່ພາຍໃນໄດ້ຊ່ວຍໃຫ້ອີຢິບບໍ່ພຽງແຕ່ຮັບປະກັນຄວາມສະຫງົບໃຫ້ຕົນເອງ ແລະ ກຳນົດໄດ້ຖານະບົດບາດການເມືອງຢູ່ພາກພື້ນເທົ່ານັ້ນ, ຫາກຍັງຫຼຸດຜ່ອນສະພາບລັ່ງເລໃຈກັບ ອິດສະຣາແອນອີກດ້ວຍ. ການໄກ່ເກ່ຍກັບ ຟາຕາ ຈະຊ່ວຍຮາມາດຫຼຸດຜ່ອນຄວາມເປັນປໍລະປັກ ແລະ ຫົວຮຸນແຮງກັບ ອິດສະຣາແອນ ແລະ ອຳນາດການປົກຄອງ Tel Aviv  ຖ້າຫາກມີຄວາມຕ້ອງການ, ແມ່ນພຽງແຕ່ຕ້ອງເຈລະຈາກັບປະເທດ ປາແລັສຕິນ ເອກະພາບເທົ່ານັ້ນ ໂດຍບໍ່ຕ້ອງເຈລະຈາກັບ ຮາມາດ ແລະ ຟາຕາ.

    ຄວາມສາມາດເປັນໄປຂອງຂໍ້ຕົກລົງ

    ບັນດານັກໄຈ້ແຍກໃຫ້ຂໍ້ສັງເກດວ່າ ຂໍ້ຕົກລົງຄັ້ງນີ້ລະຫວ່າງ ຮາມາດ ແລະ ຟາຕາ ມີກາລະໂອກາດໄດ້ຮັບຄວາມເຄົາລົບຫຼາຍກວ່າເມື່ອທໜຽບໃສ່ຂໍ້ຕົກລົງສະບັບກ່ອນ. ເຫດຜົນແມ່ນຢູ່ບ່ອນວ່າ ຮາມາດນັບມື້ນັບຖືກຕົກຢູ່ໂດດດ່ຽວ ແລະ ເສດຖະກິດຢູ່ເຂດກາຊາ ນັບມື້ນັບຊຸດໂຊມລົງ ຍ້ອນຖືກປິດລ້ອມ ແລະ ພື້ນຖານໂຄງລ່າງຖືກເປເພຢ່າງໜັກໃນບັນດາການປະທະກັນກັບ ອິດສະຣາແອນ. ປະຈຸບັນມີປະຊາຊົນ 2 ລ້ານຄົນຢູ່ເຂດກາຊາພວມດຳລົງຊີວິດໃນສະພາບຂາດແຄນໄຟຟ້າຢ່າງຮ້າຍແຮງ ແລະ ອັດຕາການວ່າງງານສູງ. ເພາະສະນັ້ນ, ຖ້າຫາກຂໍ້ຕົກລົງໄດ້ຮັບການປະຕິບັດ, ເຂດກາຊາຈະໄດ້ຮັບການຍົກເລີກຄຳສັ່ງປິດລ້ອມ ແລະ ຄວາມຫຍຸ້ງຍາກຂອງປະຊາຊົນກໍຈະໄດ້ຮັບການແກ້ໄຂ.

       ແຕ່ຕາມນັກໄຈ້ແຍກການເມືອງ ປາແລັສຕິນ Mustafa Ibraham ແລ້ວ, ດ້ວຍເລື່ອງວັນເລືອກຕັ້ງຍັງບໍ່ທັນຖືກກຳນົດ ກໍຄືບັນດາຂໍ້ຜູກພັນໃນສັນຍາຍັງບໍ່ທັນຈະແຈ້ງນັ້ນ, ຊາວປາແລັສຕິນຢາຟ້າວມ່ວນຊື່ນ. ຄວາມສາມາດເປັນໄປຂອງຂໍ້ຕົກລົງຈະໄດ້ຮັບກຳລັງດັນບໍ່ໜ້ອຍຈາກບັນດາປະເທດທັງຢູ່ພາຍພາກພື້ນ ແລະ ນອກພາກພື້ນຕາເວັນອອກກາງ. ຍ້ອນວ່າ ບໍ່ເຊັ່ນດຽວກັນກັບອົງການປົດປ່ອຍ ປາແລັສຕິນໂດຍທ່ານ Abbas ນຳພາ, ຮາມາດບໍ່ຍອມຮັບຮູ້ ອິດສະຣາແອນແຕ່ຢ່າງໃດ ແລະ ຈະບໍ່ປະລະການໃຊ້ ຄວາມຮຸນແຮງ. ໃນຂະນະນັ້ນ, ທ່ານນາຍົກລັດຖະມົນຕີ ອິດສະຣາແອນ Benjamin Netanyahu ໄດ້ກ່າວເຕືອນວ່າ ລັດຖະບານຂອງທ່ານຈະບໍ່ຍອມຮັບບໍ່ວ່າ ຂໍ້ຕົກລົງໃດໆ ເວັ້ນເສຍແຕ່ຮາມາດຫຼຸດຜ່ອນກຳລັງອາວຸດ ແລະ ຍອມຮັບສິດຄົງຕົວຂອງ ອິດສະຣາແອນເທົ່ານັ້ນ. ອາເມລີກາ ຊຶ່ງແມ່ນປະເທດພວມຊອກຫາວິທີດຳເນີນວິວັດທະນາການສັນຕິພາບ ອິດສະຣາແອນ- ປາແລັສຕິນ ກໍໄດ້ຍົກໃຫ້ເຫັນທັດສະນະວ່າ ບໍ່ວ່າລັດຖະບານ ປາແລັສຕິນ ໃດໆ ກໍຕ້ອງຍອມຮັບສິດຄົງຕົວຂອງ ອິດສະຣາແອນ.

       ການປອງດອງຊາດຍາຮມໃດກໍແມ່ນຄວາມມຸ່ງຫວັງຊອງຊາວ ປາແລັສຕິນ. ເລື່ອງ ຮາມາດ ແລະ ຟາຕາບັນລຸໄດ້ຂໍ້ຕົກລົງໄກ່ເກ່ຍໃໝ່ ພຽງແຕ່ແມ່ນບາດກ້າວລິເລີ່ມບົນເສັ້ນທາງໄກ່ເກ່ຍພາຍໃນ ເພື່ອເປົ້າໝາຍລວມ ນັ້ນແມ່ນສ້າງຕັ້ງລັດ ປາແລັສຕິນ ເອກະລາດ. ສິ່ງທ້າທາຍຢ່າງແທ້ຈິງນັ້ນ ຍັງຄົງຢູ່ທາງໜ້າ, ພິເສດແມ່ນຄວາມບໍ່ລົງລອຍກັນລະຫວ່າງ ຮາມາດ ແລະ ຟາຕາ ກ່ຽວກັບວິທີແກ້ໄຂການປະທະກັນລະຫວ່າງ ປາແລັສຕິນ - ອິດສະຣາແອນ ກໍຄືສິ່ງກີດຂວາງຈາກທາງຝ່າຍ ອິດສະຣາແອນ.

ຕອບກັບ

ຂ່າວ/ບົດ​ອື່ນ