ເຂດ​ການ​ຄ້າ​ເສ​ລີ ອາ​ຟ​ຼິ​ກາ: ຂົວ​ຕໍ່​ເຖິງ​ຄວາມ​ວັດ​ທະ​ນາ​ຖາ​ວອນ

(VOVWORLD) -ເຂດການຄ້າເສລີ ອາຟຼິກາ (AfCFTA) ໄດ້ເປີດຕົວຢ່າງເປັນທາງການໃນຕົ້ນອາທິດ ຕໍ່ຫນ້າການເປັນສັກຂີພິຍານຂອງການນຳ 54 ພື້ນຖານເສດຖະກິດສະມາຊິກ. ນີ້ແມ່ນເຫດການມີຄວາມໝາຍປະຫວັດສາດສຳລັບ ອາຟຼິກາ ຊື່ງໄດ້ຕັ້ງຄວາມຫວັງໄວ້ວ່າຈະຊ່ວຍຍົກສູງຊີວິດການເປັນຢູ່ຂອງປະຊາຊົນ 1,2 ຕື້ຄົນຢູ່ ທະວີບນີ້, ຫັນຄວາມໄຝ່ຝັນອາຟິຼິກາ ບໍ່ມີຄວາມທຸກຍາກໃຫ້ປະກົດຜົນເປັນຈິງ.

ພາຍຫລັງ 17 ປີດຳເນີນການເຈລະຈາຢ່າງສັບສົນ, ເຂດການຄ້າເສລີ ອາຟຼິກາ (AfCFTA) ໄດ້ຕັ້ງຄວາມຫວັງເປີດກວ້າງປະຕູແຫ່ງການພົວພັນດ້ານການຄ້າຂອງຕະຫລາດທີ່ມີມູນຄ່າ 2.500 ຕື້ USD ກໍ່ຄື ຊ່ວຍຍົກສູງຊີວິດການເປັນຢູ່ຂອງປະຊາຊົນນັບ 1,2 ຕື້ຄົນ ຢູ່ ທະວີບ ທີ່ເຄີຍຮູ້ຈັກເຖິງແມ່ນທຸກຍາກອຶດຫິວ ແລະ ມີແຕ່ເກີດການປະທະກັນ. ຄະນະກຳມະການສະຫະພາບ ອາຟຼິກາ ໃຫ້ຮູ້ວ່າ: ປະເທດ ອາຟຼິກາ ສ່ວນຫລາຍ ໄດ້ເຫັນດີແບ່ງປັນບັນດາຫລັກການຕົ້ນກຳເນີດ, ຕິດຕາມກວດກາ ແລະ ລົບລ້າງບັນດາຮົ້ວກີດຂວາງປອດພາສີ, ນຳໃຊ້ລະບົບຊຳລະດີຈີຕອນລວມ ແລະ ປະຕູຖານຂໍ້ມູນຕິດຕາມກວດກາ.

ຕັ້ງຄວາມຫວັງໃຫຍ່ຫລາຍຢ່າງ

 ເຂດການຄ້າເສລີ ອາຟຼິກາ (AfCFTA) ແມ່ນເນື້ອໃນຫລັກແຫລ່ງແກ່ນສານ ແລະ ສຳຄັນທີ່ສຸດຂອງໂຄງການດຳເນີນງານ 2063 ຊື່ງ AU ໄດ້ຮັບຮອງເອົາໃນເດືອນ ພຶດສະພາປີ 2013. ມາຮອດປະຈຸບັນ ບັນດາອົງການຮ່ວມມື, ຮ່ວມສຳພັນ ແລະ ອົງການເປັນເອກະພາບໃນພາກພື້ນກໍ່ຄື ທະວີບໃນໂລກ ລ້ວນແຕ່ວາງອອກຍຸດທະສາດຫລື ໂຄງການພັດທະນາຍາວນານ ແຕ່ສຳລັບໄລຍະຍາວຈົນເຖິງເຄິ່ງສັດຕະວັດນັ້ນ AU ແມ່ນເປັນຄັ້ງທຳອິດ.

ເຂດການຄ້າເສລີ ອາຟຼິກາ (AfCFTA) ນຳເຂົ້າເຄື່ອນໄຫວດ້ວຍການຫລຸດຜ່ອນພາສີນຳເຂົ້າ, ສົ່ງອອກຂອງ 90% ປະລິມານສິນຄ້າ ແລະ ການບໍລິການ ຈະຊ່ວຍເພີ່ມອັດຕາສ່ວນດ້ານການຄ້າພາຍໃນກຸ່ມຂຶ້ນເຖິງ 60% ໃນຮອບເວລາ 3 ປີ ເມື່ອທຽບໃສ່ອັດຕາສ່ວນໃນປະຈຸບັນ ແມ່ນ 16%. ເຂດການຄ້າເສລີ ອາຟຼິກາ (AfCFTA) ກໍ່ໄດ້ຮັບຖືວ່າ ຈະປ່ຽນແປງສະພາບການຫຍຸ້ງຍາກຢູ່ ອາຟຼິກາ ໃນຫລາຍປີຜ່ານມາ. ແທນທີ່ກ່ອນນີ້ ພຽງແຕ່ສຸມໃສ່ເຂົ້າໃນບັນດາຄູ່ຮ່ວມມື ເອີລົບ, ອາເມລິກາ ຫລື ອາຊີ, ບັນດາປະເທດ ອາຟຼິກາ ນັບແຕ່ນີ້ເປັນຕົ້ນໄປ ຈະເພີ່ມທະວີການພົວພັນດ້ານການຄ້ານຳກັນ ແລະ ເພີ່ມເຕີມໃຫ້ກັນເພື່ອພ້ອມກັນພັດທະນາ. ຕາມຕົວເລກຂອງ AU ແລ້ວ, ວົງເງິນການຄ້າປະຈຸບັນ ລະຫວ່າງບັນດາປະເທດ ອາຟຼິກາ ພວມຕ່ຳກວ່າຫລາຍເມື່ອທຽບໃສ່ລະດັບ 19% ຢູ່ ອາເມລິກາ ລາຕີນ, 51% ຢູ່ ອາຊີ, 54% ຢູ່ ອາເມລິກາເຫນືອ ແລະ 70% ຢູ່ ເອີລົບ.

ຄຽງຄູ່ກັນນັ້ນ , ເຂດການຄ້າເສລີ ອາຟຼິກາ (AfCFTA) ມີຜົນສັກສິດຈະປະກອບສ່ວນຮັບປະກັນການເຕີບໂຕແບບຍືນຍົງ, ສ້າງວຽກເຮັດງານທຳ, ຫລຸດຜ່ອນຄວາມທຸກຍາກ, ດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ, ຊຸກຍູ້ການພັດທະນາອຸດສາຫະກຳ ແລະ ການເຊື່ອມໂຍງດ້ານເສດຖະກິດທົ່ວໂລກດີກວ່າ.

ສະນັ້ນ ພາຍຫລັງເປີດຕົວ, ເຂດການຄ້າເສລີ ອາຟຼິກາ (AfCFTA) ໄດ້ຮັບການຕີລາຄາຢ່າງຕັ້ງຫນ້າຈາກເຈົ້າຫນ້າທີ່ການເມືອງຫລາຍທ່ານໃນທັນທີ. ທ່ານປະທານາທິບໍດີ ນີເຊ ທ່ານ Mahamadou Issoufou ຢັ້ງຢືນວ່າ AfCFTA ມີຜົນສັກສິດ ແມ່ນເຫດການສຳຄັນທີ່ສຸດສຳລັບ ອາຟຼິກາ ນັບແຕ່ເມື່ອສ້າງຕັ້ງ ອົງການເອກະພາບອາຟຼິກາ (OAU) ເມື່ອປີ 1963 ແລະ ຫລັງຈາກນັ້ນໄດ້ຫັນເປັນສະຫະພາບ ອາຟຼິກາ ປະຈຸບັນ. ທ່ານ Moussa Faki Mahamat ປະທານຄະນະກຳມະການສະຫະພາບ ອາຟຼິກາ ໄດ້ເນັ້ນຫນັກວ່າ: AfCFTA “ຄວາມໄຝ່ຝັນມາແຕ່ດົນນານ” ຂອງ ທະວີບນີ້ ປະຈຸບັນ ໄດ້ປະກົດຜົນເປັນຈິງ ແລະ ໃນອະນາຄົດອາດຈະກາຍເປັນເຂດການຄ້າເສລີໃຫຍ່ສຸດໃນໂລກ. ທ່ານນາງຮອງເລຂາທິການໃຫຍ່ ສປຊ Amina Mohammed ໄດ້ເນັ້ນຫນັກວ່າ ຂໍ້ຕົກລົງດ້ານການຄ້າມີຂອບຂະຫນາດທົ່ວທະວີບເປັນຄັ້ງທຳອິດນີ້ ໄດ້ສະແດງໃຫ້ເຫັນວ່າ ພາກພື້ນນີ້ພວມ ມີການຫັນປ່ຽນ. ທ່ານນາງ ຍັງຖືວ່າ AfCFTA ແມ່ນສ່ວນຫນຶ່ງທີ່ຈຳເປັນເພື່ອ “ເລີ່ມຕົ້ນການສ້າງຂົວຕໍ່ສັນຕິພາບ” ພ້ອມທັງເນັ້ນຫນັກວ່າ ສິ່ງສຳຄັນປະຈຸບັນ ເພື່ອສ້າງສຳເລັດຂົວຕໍ່ນີ້ ແມ່ນ “ຫັນຄຳເວົ້າເປັນການກະທຳ”.

ຄວາມຫຍຸ້ງຍາກບໍ່ແມ່ນໜ້ອຍ

ເຖິງວ່າ AfCFTA ໄດ້ເປີດຕົວແລ້ວກໍຕາມ, ແຕ່ສະຫະພາບ ອາຟຼິກາ ໃຫ້ຮູ້ວ່າ: ສັນຍານີ້ ພຽງແຕ່ໄດ້ເລີ່ມຕົ້ນຢ່າງຄົບຖ້ວນນັບແຕ່ວັນທີ 1 ກໍລະກົດປີ 2020 ເພື່ອແນໃສ່ສ້າງເງື່ອນໄຂດີທີ່ສຸດໃຫ້ແກ່ບັນດາປະເທດສະມາຊິກ ມີເວລາກະກຽມທຸກສິ່ງທຸກຢ່າງທີ່ຈຳເປັນ ເພື່ອສາມາດເຂົ້າຮ່ວມຢ່າງມີປະສິດທິຜົນ. ບໍ່ມີປະເທດໃດສາມາດຫັນທຸກສິ່ງທຸກຢ່າງເປັນເສລີໃນທັນທີໄດ້. ສະນັ້ນ ວິວັດການນີ້ ຈະແກ່ຍາວບໍ່ພຽງແຕ່ໃນຫນຶ່ງປີເທົ່ານັ້ນ ຫາກຍັງໃນສອງສາມປີອີກດ້ວຍ. ຄວາມຈິງໃຫ້ເຫັນວ່າ ບັນດາປະເທດດ້ອຍພັດທະນາກວ່າແມ່ນ ຕ້ອງການ 10 ປີເພື່ອລົບລ້າງພາສີ. ຊ້ຳບໍ່ໜຳ 6 ປະເທດ ດ້ອຍພັດທະນາ ລວມມີ ນີເຊ ແລະ ມາລາວີ ຕ້ອງການເຖິງ 15 ປີ ເພື່ອກະກຽມ.

ສະຫະພາບ ອາຟຼິກາ ກໍ່ຕ້ອງການແຫລ່ງເງິນລົງທຶນກ້ອນໃຫຍ່ໃຫ້ແກ່ການພັດທະນາ ຫລື ສ້າງພື້ນຖານໂຄງລ່າງດ້ານເຕັກນິກທີ່ຈຳເປັນໃນທຸກດ້ານເພື່ອຮັບໃຊ້ການປະຕິບັດ AfCFTA, ໃນນັ້ນ ພິເສດແມ່ນຮັບໃຊ້ໃຫ້ແກ່ການໄປມາຢ່າງເສລີຂອງມະນຸດ, ການການຂົນສົ່ງສິນຄ້າ ແລະ ການບໍລິການ ຢູ່ ທົ່ວທະວີບ. ປະຈຸບັນ AU ຍັງບໍ່ທັນມີມາດຕະການແກ້ໄຂໃຫ້ສະພາບການດັ່ງກ່າວເທື່ອ.

ນັ້ນຍັງບໍ່ທັນເວົ້າເຖິງສິ່ງທ້າທາຍໃຫຍ່ສຳລັບ AfCFTA ນັ້ນແມ່ນບໍ່ຮູ້ໄດ້ວ່າຮອດເວລາໃດ ທະວີບນີ້ ຈຶ່ງຢຸດຕິສະພາບການສົງຄາມ, ເສິກກາງເມືອງ, ການປະທະກັນການໃຊ້ຄວາມຮຸນແຮງ, ຄວາມຂັດແຍ້ງດ້ານເຊື້ອຊາດເຜົ່າພັນ, ສາດສະຫນາ. ນີ້ແມ່ນສິ່ງທ້າທາຍຫຍຸ້ງຍາກທີ່ສຸດສຳລັບ AU ແຕ່ການແກ້ໄຂສະພາບການນີ້ແມ່ນຫນຶ່ງໃນບັນດາເງື່ອນໄຂຕັດສິນທຳອິດສຳລັບຜົນສຳເລັດຂອງ AfCFTA.

ການປະຕິບັດ AfCFTA ສຳເລັດຜົນ ບໍ່ແມ່ນເລື່ອງງ່າຍດ່າຍສຳລັບ AU. ເຖິງຢ່າງໃດກໍຕາມ ເລື່ອງ 54 ປະເທດສະມາຊິກ AU ໄດ້ເປັນຈິດຫນຶ່ງໃຈດຽວຢ່າງສ້າງສັນ ແລະ ນຳສັນຍາການຄ້າທີ່ມີຄວາມມຸ່ງຫວັງແຕ່ດົນແລ້ວເຂົ້າເຄື່ອນໄຫວ ຍັງໄດ້ຮັບຖືວ່າແມ່ນບາດກ້າວໃຫຍ່ເພື່ອໃຫ້ ທະວີບ ອາຟຼິກາ ຫັນປ່ຽນໄປສູ່ຄວາມວັດທະນາຖາວອນ.

ຕອບກັບ

ຂ່າວ/ບົດ​ອື່ນ