ເຂົ້າຮ່ວມ CPTPP - ຄຳໝັ້ນສັນຍາຢ່າງແຮງຂອງຫວຽດນາມໃນການປ່ຽນແປງໃໝ່ແລະເຊື່ອມໂຍງເຂົ້າກັບສາກົນ

(VOVWORLD) -ວັນທີ 12 ພະຈິກ, ທີ່ກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດຫວຽດນາມ ຊຸດທີ 14, ບັນດາສະມາຊິກສະພາແຫ່ງຊາດໄດ້ປ່ອນບັດຮັບຮອງເອົາມະຕິໃຫ້ສັດຕະຍາບັນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP).

ພາຍຫຼັງທີ່ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟຸຈ້ອງ ອ່ານເອກະສານໃຫ້ສັດຕະຍາບັນສັນຍາ CPTPP ຕໍ່ສະພາແຫ່ງຊາດ , ບັນດາສະມາຊິກສະແຫ່ງຊາດລ້ວນແຕ່ໃຫ້ຂໍ້ສັງເກດວ່າ ໂດຍແມ່ນປະເທດສະມາຊິກເຂົ້າຮ່ວມການເຈລະຈາ ແລະ ລົງນາມໃນສັນຍາ CPTPP, ຫວຽດນາມ ພວມຢືນຢູ່ຕໍ່ໜ້າກາລະໂອກາດຫຼາຍຢ່າງ, ແຕ່ກໍ່ຕ້ອງປະເຊີນໜ້າກັບສິ່ງທ້າທາຍບໍ່ແມ່ນໜ້ອຍໃນວິວັດທະນາການເຊື່ອມໂຍງທາງດ້ານເສດຖະກິດເຂົ້າກັບສາກົນ.

        ສັນຍາ CPTPP ໂດຍມີການເຂົ້າຮ່ວມຂອງ 11 ພື້ນຖານເສດຖະກິດໃນພາກພື້ນອາຊີ - ປາຊີຟິກ ຈະເລີ່ມມີຜົນສັກສິດໃນທ້າຍເດືອນທັນວາ 2018 ນີ້, ພາຍຫຼັງວັນທີ 31 ຕຸລາ, ອົດສະຕາລີ ໄດ້ໃຫ້ສັດຕະຍາບັນສັນຍາ CPTPP ແລະ ກາຍເປັນປະເທດທີ 6 ທີ່ຮັບຮອງເອົາສັນຍາດັ່ງກ່າວ. ແລະເຂົ້າເປັນສະມາຊິກ ແລະ ໃຫ້ສັດຕະຍາບັນສັນຍາ CPTPP ໂດຍໄວ ໄດ້ຊ່ວຍໃຫ້ຫວຽດນາມ ສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງແຮງສຳລັບການປ່ຽນແປງໃໝ່ ແລະ ການເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ກວ້າງຂວາງກວ່າ; ຢືນຢັນບົດບາດ ແລະ ທີ່ຕັ້ງດ້ານພູມສາດ - ການເມືອງສຳຄັນຂອງຫວຽດນາມ ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ກໍ່ຄືອາຊີ - ປາຊີຟິກ, ອັນໄດ້ຍົກສູງທີ່ຕັ້ງຂອງປະເທດຊາດໃນກຸ່ມອາຊຽນ, ກໍຄືບົນເວທີສາກົນຢ່າງແທ້ຈິງ.

ເຂົ້າຮ່ວມ CPTPP - ຄຳໝັ້ນສັນຍາຢ່າງແຮງຂອງຫວຽດນາມໃນການປ່ຽນແປງໃໝ່ແລະເຊື່ອມໂຍງເຂົ້າກັບສາກົນ - ảnh 1 ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ

(ພາບ:quochoi)

ຍົກສູງທີ່ຕັ້ງດ້ານການເມືອງ, ເສດຖະກິດຂອງຫວຽດນາມ

        ພິເສດ, ໃນສະພາບການເມືອງ - ຄວາມໝັ້ນຄົງຂອງໂລກ ແລະ ພາກພື້ນພວມມີການປ່ຽນແປງຢ່າງວ່ອງໄວ, ມີການຜັນແປທີ່ສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ເລື່ອງໃຫ້ສັດຕະຍາບັນສັນຍາ CPTPP ທັງຊ່ວຍໃຫ້ຫວຽດນາມ ມີເງື່ອນໄຂຍົກສູງກຳລັງພາຍໃນເພື່ອຮັບມື, ທັງຊ່ວຍການປັບປຸງທີ່ຕັ້ງເພື່ອປະຕິບັດເສັ້ນທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ ພ້ອມກັບການປັບປຸງ, ເພີ່ມທະວີການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ເມື່ອສັນຍາ CPTPP ໄດ້ຮັບການຜັນຂະຫຍາຍ ກໍ່ຈະປະກອບສ່ວນເພີ່ມທະວີການນຳມາເຊິ່ງຜົນປະໂຫຍດສອດຫ້ອຍເຮັດໃຫ້ການພົວພັນລະຫວ່າງຫວຽດນາມ ກັບບັນດາປະເທດສະມາຊິກ CPTPP ເລິກເຊິ່ງກວ່າ, ພິເສດແມ່ນບັນດາປະເທດສະມາຊິກທີ່ມີການພົວພັນຄູ່ຮ່ວມມືຍຸດທະສາດ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ, ຖືວ່າ.

        “ເຂົ້າເປັນສະມາຊິກ CPTPP ດ້ວຍຖານະແມ່ນໜຶ່ງໃນບັນດາສະມາຊິກທຳອິດແມ່ນຈະສະແດງໃຫ້ເຫັນແຜນນະໂຍບາຍເຊື່ອມໂຍງເຂົ້າກັບສາກົນຢ່າງແຮງຂອງຫວຽດນາມ, ຢືນຢັນບົດບາດ ແລະ ທີ່ຕັ້ງດ້ານພູມສາດ - ການເມືອງສຳຄັນຂອງຫວຽດນາມ ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ກໍຄືພາກພື້ນອາຊີ - ປາຊີຟິກ, ຍົກສູງທີ່ຕັ້ງຂອງປະເທດຊາດໃນກຸ່ມອາຊຽນ, ໃນພາກພື້ນ ກໍຄືບົນເວທີສາກົນຢ່າງແທ້ຈິງ. ກ່ຽວກັບທາງດ້ານເສດຖະກິດ, ຕະຫຼາດຂອງບັນດາປະເທດເຂົ້າເປັນສະມາຊິກ CPTPP ມີຂອບຂະໜາດໃຫຍ່ສຳລັບ GDP ຂອງທັງກຸ່ມ ກວມເອົາ 13,5% GDP ທົ່ວໂລກ, ລວມທັງຍີ່ປຸ່ນ ເຊິ່ງແມ່ນພື້ນຖານເສດຖະກິດໃຫຍ່ອັນດັບທີ 3 ຂອງໂລກ. ສະນັ້ນ, ຖ້າສັງເກດລວມ ເລື່ອງເຂົ້າເປັນສະມາຊິກ CPTPP ແມ່ນມີຜົນປະໂຫຍດສຳລັບຫວຽດນາມ. ຕາມໝາກຜົນການຄົ້ນຄວ້າທາງການຂອງລັດຖະບານທີ່ມອບໃຫ້ກະຊວງແຜນການ ແລະ ການລົງທຶນ ປະຕິບັດໃນເດືອນ ກັນຍາ 2017 ແລ້ວ, CPTPP ສາມາດຊ່ວຍ GDP ແລະ ການສົ່ງອອກຂອງຫວຽດນາມ ເພີ່ມຂຶ້ນທຽບເທົ່າ 1,32% ແລະ 4,04% ຮອດປີ 2035”.

ຫັນສິ່ງທ້າທາຍ, ຄວາມຫຍຸ້ງຍາກໃຫ້ກາຍເປັນກາລະໂອກາດພັດທະນາຢ່າງຮອບດ້ານ

        ຢູ່ນອກກອງປະຊຸມຂອງສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດລ້ວນແຕ່ຖືວ່າ ດ້ວຍເລື່ອງໃຫ້ສັດຕະຍາບັນສັນຍາ CPTPP, ຫວຽດນາມ ຈະຢືນຢັນໄດ້ບົດບາດທີ່ຕັ້ງຂອງຫວຽດນາມ ຢູ່ໃນພາກພື້ນ ແລະ ສາກົນ, ປັບປຸງກຳລັງແຮງທາງດ້ານເສດຖະກິດໃຫ້ແກ່ຫວຽດນາມ ຜ່ານການຊຸກຍູ້ການເຕີບໂຕທາງດ້ານເສດຖະກິດ, ການຄ້າ, ການດຶງດູດການລົງທຶນຈາກຕ່າງປະເທດ, ກໍຄືຊຸກຍູ້ການສົ່ງອອກສິນຄ້າຫວຽດນາມ ໄປຍັງບັນດາຕະຫຼາດໃຫຍ່. ທ່ານ ເຈີ່ນແອງຕວນ, ສະມາຊິກສະພາແຫ່ງຊາດນະຄອນໂຮ່ຈິມິນ, ຖືວ່າ ການເຊື່ອມໂຍງໃດກໍ່ມີປັດໄຂທ້າທາຍ, ໃນນັ້ນມີບັນຫາແກ່ງແຍ້ງຈະເກີດຂຶ້ນຢ່າງຂ້ຽວຂາດ.

        “ເມື່ອເຊື່ອມໂຍງເຂົ້າກັບສາກົນ, ກຳລັງແກ່ງແຍ້ງແຫ່ງຊາດ, ຜະລິດຕະພັນສິນຄ້າການບໍລິການ ໃນນັ້ນແມ່ນນັບທັງທາງດ້ານລາຄາ, ຄຸນນະພາບ, ລັກສະນະຫຼາຍຮູບຫຼາຍແບບ… ພວກເຮົາຕ້ອງມີຂໍ້ລິເລີ່ມປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ. ເລື່ອງນຳໃຊ້ວິທະຍາສາດ, ເຕັກໂນໂລຊີເຂົ້າໃນການຜະລິດ ຈະຊ່ວຍໃຫ້ວິສາຫະກິດຫວຽດນາມ ໃນວິວັດການຜະລິດເປັນຢ່າງດີກວ່າ, ສະມັດຕະພາບແຮງງານກໍໄດ້ຮັບການດັດປັບ”.

        ສິ່ງທ້າທາຍໃຫຍ່ສຸດຂອງຫວຽດນາມ ເມື່ອເຂົ້າເປັນສະມາຊິກ CPTPP ນັ້ນແມ່ນກຳລັງແກ່ງແຍ້ງ. ສະນັ້ນ, ໃນໄລຍະຜ່ານມາ, ລັດຖະບານໄດ້ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ, ຍົກສູງກຳລັງແກ່ງແຍ້ງຂອງວິສາຫະກິດ, ຊຸກຍູ້ສະພາບແວດລ້ອມແຫ່ງການແກ່ງແຍ້ງແຫ່ງຊາດຢ່າງບໍ່ຢຸດຢັ້ງ. ເພື່ອສ້າງກາລະໂອກາດຫຼາຍຢ່າງເມື່ອເຂົ້າຮ່ວມສັນຍາ, ລັດຖະບານໄດ້ຍູ້ແຮງການໂຄສະນາໃຫ້ບັນດາວິສາຫະກິດເຫັນໄດ້ກາລະໂອກາດ ແລະ ສິ່ງທ້າທາຍເມື່ອເຂົ້າຮ່ວມສັນຍາ CPTPP ຢ່າງຈະແຈ້ງ. ນັກຊ່ຽວຊ້ານດ້ານເສດຖະກິດ ເຈີ່ນຮ່ວາງເງິນ, ຖືວ່າ.

        “ສັນຍາດັ່ງກ່າວບໍ່ພຽງແຕ່ກ່ຽວກັບດ້ານການຄ້າ, ແມ່ນສັນຍາຮອບດ້ານ ແລະ ກ້າວໜ້າ, CPTPP ບໍ່ພຽງແຕ່ປຶກສາຫາລືດ້ານພາສີອາກອນເທົ່ານັ້ນ, ຫາກຍັງປຶກສາຫາລືນັບທັງທາງດ້ານການລົງທຶນ, ຊັບສິນທາງປັນຍາ, ກ່ຽວກັບການຈັດຊື້ຂອງລັດຖະບານ, ກ່ຽວກັບດ້ານແຮງງານ, ການລົງທຶນເຂົ້າຕະຫຼາດການບໍລິການອີກດ້ວຍ. ໃນນັ້ນ, ຄວາມກ້າວໜ້າແມ່ນສັນຍາສະບັບນີ້ເອົາໃຈໃສ່ຫຼາຍຢ່າງເຖິງວິສາຫະກິດ, ນັບທັງວິສາຫະກິດຂະໜາດນ້ອຍ ແລະ ກາງ, ສິ່ງນັ້ນໄດ້ຊ່ວຍຊຸກຍູ້ລະບອບລະບຽບການເສດຖະກິດການຕະຫຼາດຢູ່ຫວຽດນາມ, ເໝາະສົມກັບຈິດໃຈຂອງສັນຍາ CPTPP. ຂ້າພະເຈົ້າຄິດວ່າ, ຄວນສະໜອງຂໍ້ມູນຂ່າວສານເຖິງວິສາຫະກິດຫຼາຍ ແລະ ກວ້າງຂວາງກວ່າ ເພື່ອໃຫ້ເຂົາເຈົ້າເຫັນໄດ້ກາລະໂອກາດ ແລະ ສິ່ງທ້າທາຍເມື່ອຫວຽດນາມ ເຂົ້າເປັນສະມາຊິກ CPTPP”.

        ສັນຍາ CPTPP ໄດ້ນຳມາໃຫ້ບັນດາວິສາຫະກິດຫວຽດນາມ ກາລະໂອກາດຫຼາຍຢ່າງ. ແຕ່ເພື່ອເຊື່ອມໂຍງ ແລະ ພັດທະນາບັນລຸຜົນສຳເລັດນັ້ນ, ໄປຄຽງຄູ່ກັບການຮ່ວມເດີນທາງຂອງລັດ, ລັດຖະບານ, ວິສາຫະກິດຫວຽດນາມ ຈະຕ້ອງເປັນເຈົ້າການເຊື່ອມໂຍງ, ຊອກຫາທິດທາງທີ່ຖືກຕ້ອງ, ເໝາະສົມໃຫ້ແກ່ການພັດທະນາຂອງຕົນເອງ.

ຕອບກັບ

ຂ່າວ/ບົດ​ອື່ນ