ເຕົ້າໂຮມຜູ້ມີຄວາມເກັ່ງກ້າສາສາດເພື່ອຫວຽດນາມ ວັດທະນາຖາວອນ

(VOVWORLD) -ໃນຊຸມມື້ນີ້, ມີນັກຊ່ຽວຊານ, ນັກວິທະຍາສາດໜຸ່ມຊາວຫວຽດນາມ ດີເດັ່ນອາໄສຢູ່ຕ່າງປະເທດກວ່າ 100 ຄົນ ພວມມີໜ້າຢູ່ຫວຽດນາມ ເພື່ອເຂົ້າຮ່ວມລາຍການເຊື່ອມຕໍ່ເຄືອຂ່າຍປ່ຽນແປງໃໝ່ປະດິດຄິດສ້າງ. ນີ້ເປັນຄັ້ງທຳອິດທີ່ຫຼາຍກະຊວງ, ຂະແໜງການຂອງຫວຽດນາມ ພ້ອມກັນພົບປະ, ແລກປ່ຽນກັບຜູ້ມີຄວາມເກັ່ງກ້າສາມາດເປັນຈຳນວນຫຼາຍ ທີ່ພວມເຮັດວຽກລົງເລິກໃນບັນດາຂະແໜງ, ຂົງເຂດເຕັກໂນໂລຊີໃນໂລກ ເພື່ອຊອກຫາທິດທາງທີ່ເໝາະສົມໃຫ້ແກ່ປະເທດຊາດໃນໄລຍະການປະຕິວັດອຸດສາຫະກຳ 4.0.

ເຕົ້າໂຮມຜູ້ມີຄວາມເກັ່ງກ້າສາສາດເພື່ອຫວຽດນາມ ວັດທະນາຖາວອນ - ảnh 1ຫວຽດນາມ - ເຊື່ອມຕໍ່ເຄືອຂ່າຍປ່ຽນແປງໃໝ່ປະດິດຄິດສ້າງ

(ພາບ: qdnd.vn)

ເຫດການຖືກດຳເນີນໃນສະພາບຫວຽດນາມ ພວມຢືນຢູ່ຕໍໜ້າຄວາມຮຽກຮ້ອງຮີບດ່ວນສ້າງຍຸດທະສາດລະດັບຊາດກ່ຽວກັບການປະຕິວັດອຸດສາຫະກຳ 4.0. ລັດຖະບານຫວຽດນາມ ຖືການປະຕິວັດອຸດສາຫະກຳ 4.0 ດ້ວຍແກ່ນສານແມ່ນ: ຂໍ້ມູນຢ່າງຫຼວງຫຼາຍ, ໂຣບົດ, ພູມປັນຍາທຽມ… ແລະ ພວມກໍ່ສ້າງຍຸດທະສາດລະດັບຊາດດ້ວຍຈິດໃຈຕັກສິນໃຈຢ່າງແຮງ ເພື່ອນຳປະເທດພັດທະນາ. ລັດຖະບານກໍ່ພວມສ້າງບັນດາສູນປະດິດຄິດສ້າງໃຫຍ່ ເພື່ອດຶງດູດບັນດາຜູ້ມີຄວາມເກັ່ງກ້າສາມາດເຮັດວຽກ ແລະ ອຸທິດສ່ວນ.

ຈຸດເວລາດີທີ່ສຸດເພື່ອເຕົ້າໂຮມບັນດາສິ່ງຍອດຍິ່ງຂອງຊາວຫວຽດນາມໃນທົ່ວໂລກ

        ຈຸດເວລາດີທີ່ສຸດແມ່ນໄດ້ສະແດງໃຫ້ເຫັນຢູ່ບ່ອນວ່າ, ທັງແມ່ນຄວາມຕ້ອງການພັດທະນາຂອງປະເທດຊາດ ແລະ ບັນດາສິ່ງທ້າທາຍທີ່ພວມປະເຊີນໜ້າ ບັງຄັບໃຫ້ຫວຽດນາມ ຕ້ອງຊອກຫາກຸນແຈເພື່ອພັດທະນາ, ເພື່ອຮັດແຄບໄລຍະຫ່າງກັບບັນດາພື້ນຖານເສດຖະກິດນຳໜ້າ ແລະ ສາມາດບື່ນຕົວຂຶ້ນໃນການປະຕິວັດອຸດສາຫະກຳ 4.0.

        ກຸມແຈເພື່ອແກ້ໄຂບັນຫາພັດທະນາຢູ່ນີ້ ນັ້ນແມ່ນວິທະຍາສາດ - ເຕັກໂນໂລຊີ, ການປ່ຽນໃໝ່ ແລະ ປະດິດຄິດສ້າງ. ໃນການພັດທະນາວິທະຍາສາດເຕັກໂນໂລຊີ, ແຫຼ່ງຊັບພະຍາກອນມະນຸດໄດ້ສວມບົດບາດຫຼັກແຫຼ່ງ. ແຕ່ລະຄົນ, ແຕ່ລະກຸ່ມບໍ່ສາມາດສ້າງແຫຼ່ງຊັບພະຍາກອນມະນຸດໄດ້. ນັ້ນແມ່ນສາຍເຫດຕ້ອງມີເຄືອຂ່າຍເຊື່ອມຕໍ່ບັນດາຊາວຫວຽດນາມ ທີ່ເຮັດວຽກໃນຂົງເຂດວິທະຍາສາດ, ເຕັກໂນໂລຊີ ພວມອາໄສຢູ່ທົ່ວທຸກແຫ່ງໃນໂລກ.

        ອາດຕ້ອງເວົ້າຕື່ມອີກວ່າ, ບັນດາເຄືອຂ່າຍເຊື່ອມຕໍ່ເຕັກໂນໂລຊີ, ບັນດານັກວິທະຍາສາດ, ວິສາຫະກິດ ປະຈຸບັນໄດ້ມີແລ້ວ, ແຕ່ຍັງບໍ່ທັບບັນລຸປະສິດທິຜົນ. ສິ່ງສຳຄັນທີ່ສຸດແມ່ນ, ການເຊື່ອມຕໍ່ດັ່ງກ່າວຍັງບໍ່ທັນສ້າງໄດ້ບັນດາຜະລິດຕະພັນ, ຄຸນຄ່າເພື່ອປ່ຽນແປງຊີວິດການເປັນຢູ່, ຕອບສະໜອງຄວາມຕ້ອງການພັດທະນາ, ຍົກສູງກຳລັງແກ່ງແຍ້ງຂອງວິສາຫະກິດ. ນີ້ກໍ່ແມ່ນເຫດຜົນເຊິ່ງນັກວິທະຍາສາດ, ປັນຍາຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດຫຼາຍຄົນ ຍັງລັງເລໃຈຕໍ່ບັນດາຄຳເຊີນຮ່ວມມືກັບບັນດາອົງການຈັດຕັ້ງຢູ່ພາຍໃນປະເທດ. ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ຫງວຽນຈິຢຸງ, ໃຫ້ຮູ້ວ່າ.

        “ຜ່ານຂໍ້ລິເລີ່ມເຊື່ອມຕໍ່ເຄືອຂ່າຍປະດິດຄິດສ້າງຫວຽດນາມ, ບັນດານັກຊ່ຽວຊານ, ນັກວິທະຍາສາດໜຸ່ມຊາວຫວຽດນາມ ດີເດັ່ນອາໄສຢູ່ຕ່າງປະເທດ ຈະເຊື່ອມຕໍ່ກັບບັນດາຜູ້ມີຄວາມເກັ່ງກ້າສາສາດປັນຍາຊົນຫວຽດນາມ ໃນທົ່ວໂລກ ພ້ອມກັບບັນດານັກວິທະສາສາດຢູ່ພາຍໃນປະເທດຫຼາຍກວ່າອີກ ເພື່ອສ້າງເປັນກຳລັງແຮງໃໝ່, ແຫຼ່ງກຳລັງສຳຄັນ. ຈາກນັ້ນ, ເພື່ອນຳປະເທດຫວຽດນາມ ບືນຕົວຂຶ້ນທຽບທັນກັບບັນດາປະເທດກ້າວໜ້າໃນໂລກ”.

ກົນໄກນະໂຍບາຍສະດວກໃຫ້ທຸກການເຄື່ອນໄຫວເຊື່ອມຕໍ່ປະດິດຄິດສ້າງ

        ການເຄື່ອນໄຫວຂອງເຄືອຂ່າຍປ່ຽນແປງໃໝ່ປະດິດຄິດສ້າງຫວຽດນາມ ຈະເຄື່ອນໄຫວຕາມຮູບແບບ ບັນດາແນວຄວາມຄິດວິທະຍາສາດຈະເລີ່ມປະກົດອອກຈາກຄວາມຕ້ອງການໃນການດຳລົງຊີວິດ, ວິສາຫະກິດຈະສັ່ງຊື້, ໜູນຊ່ວຍບັນດານັກວິທະຍາສາດ, ປັນຍາຊົນຄົ້ນຄວ້າປະດິດຄິດສ້າງ… ພ້ອມກັນນັ້ນ, ບັນດາກອງທຶນປ່ຽນແປງໃໝ່ປະດິດຄິດສ້າງຂອງວິສາຫະກິດ ຈະໜູນຊ່ວຍດ້ານການເງິນເພື່ອໃຫ້ບັນດາການຄົ້ນຄວ້ານັ້ນໄດ້ຮັບການຜັນຈະຫຍາຍ, ຫັນເປັນການຄ້າ…

        ພ້ອມກັນນັ້ນ, ບັນດາກະຊວງ, ຂະແໜງການຂອງລັດຖະບານ ຈະຮັບຟັງ, ລວມລວມ, ຄົ້ນຄວ້າ, ຮັບເອົາຄວາມເຫັນປະກອບຂອງບັນດາເພື່ອນໜຸ່ມທີ່ມີຄວາມເກັ່ງກ້າສາສາດ ກ່ຽວກັບບັນດາມາດຕະການແກ້ໄຂເພື່ອພັດທະນາປະເທດຊາດ ໂດຍອີງໃສ່ພື້ນຖານເຕັກໂນໂລຊີ 4.0, ເພື່ອເປັນເສນາທິການໃຫ້ລັດຖະບານ ໃນການສ້າງຍຸດທະສາດ, ລະບອບລະບຽບການ, ຂອບເຂດກົດໝາຍ. ທ່ານຮອງສາດສະດາຈານ, ປະລິຍາເອກ ໂຮ່ແອງວັນ, ຫົວໜ້າຫ້ອງຄົ້ນຄວ້າກ່ຽວກັບໂຣບົດ, ສັງກັດສະຖາບັນວິທະຍາສາດ ແລະ ເຕັກນິກກ້າວໜ້າຍີ່ປຸ່ນ ສະເໜີວ່າ.

        “ສູດຜົນສຳເລັດກ່ຽວກັບເຄືອຂ່າຍປ່ຽນແປງໃໝ່ປະດິດຄິດສ້າງຢູ່ຫວຽດນາມ ນັ້ນແມ່ນການທະວີຄູນຂອງຜົນສຳເລັດຂອງພູມປັນຍາຢູ່ພາຍໃນປະເທດ, ລັດຖະບານ ແລະ ປັນຍາຊົນຕ່າງປະເທດ. ສຳລັບປັນຍາຊົນອາໄສຢູ່ຕ່າງປະເທດນັ້ນແມ່ນຄວາມສຸດຈິດສຸດໃຈປະກອບສ່ວນເຂົ້າໃນການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີສຳລັບປະເທດຊາດ. ປັນຍາຊົນຢູ່ພາຍໃນປະເທດລວມທັງວິສາຫະກິດ, ນັ້ນແມ່ນການຮັບ ແລະ ຄວາມສາມາດຮັບພ້ອມແລ້ວຈະຮ່ວມມື. ສິ່ງສຳຄັນກວ່າໝູ່ແມ່ນລັດຖະບານຄວນສ້າງບັນດານະໂຍບາຍລະອຽດໃນສະພາບແວດລ້ອມວິທະຍາສາດເຕັກໂນໂລຊີທີ່ໂປ່ງໄສ, ສຶກສາເສລີ, ແກ່ງແຍ້ງລົງທຶນ ແລະ ຊຸກຍູ້ການຮ່ວມມື”.

        ຖ້າບໍ່ຍູ້ແຮງການພັດທະນາວິທະຍາສາດເຕັກໂນໂລຊີ, ປະເທດຊາດຈະຖືກຖອຍຫຼັງ. ຫວຽດນາມ ມີແຫຼງກຳລັງລ້ຳຄ່ານັ້ນແມ່ນມະນຸດທັງຢູ່ພາຍໃນ ແລະ ຕ່າງປະເທດ, ແຕ່ຍັງບໍ່ທັນເຮັດໃຫ້ແຫຼ່ງກຳລັງນີ້ສ້າງບາດກ້າວກະໂດດຂຶ້ນໃຫ້ແກ່ປະເທດຊາດ. ແລະມາຮອດປະຈຸບັນແມ່ນຈຸດເວລາດີທີ່ສຸດເພື່ອເຕົ້າໂຮມບັນດາສິ່ງຍອດຍິ່ງຂອງຊາວຫວຽດນາມ ອາໄສຢູ່ທົ່ວທຸກແຫ່ງໃນໂລກ, ປະກອບສ່ວນນຳຫວຽດນາມ ໄປທັນ ແລະ ບຸກບືນຂຶ້ນໃນຂົງເຂດວິທະສາຍາດ, ເຕັກໂນໂລຊີ ແລະ ເສດຖະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ