ເປີດໄລຍະພັດທະນາໃໝ່ໃນການພົວພັນລະຫວ່າງຫວຽດນາມແລະເວທີປາໄສເສດຖະກິດໂລກ

        (vovworld) - ​ໂດຍ​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ເວທີ​ປາ​ໄສ​ເສດຖະກິດ​ໂລກ Klaus Schwab, ວັນ​ທີ 17/1, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸກ ​ໄດ້​ໄປ​ຮອດ ສະ​ວິດ, ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ປະຈຳ​ປີ​ເວທີ​ປາ​ໄສ​ເສດຖະກິດ​ໂລກ ​ເຊິ່ງຈັດ​ຕັ້ງ​ຢູ່​ນະຄອນ Davos ​ໃນ​ເວລາ 3 ວັນ. ພ້ອມ​ກັບຄະນະ​ຜູ້​ແທນ​ຂອງ 70 ກວ່າ​ປະ​ເທດ, ​ການ​ນຳບັນດາ​ປະ​ເທດ​ໃຫຍ່, ບັນດາ​ອ​ົງການຈັດ​ຕັ້ງ​ສາກົນ ກໍ່​ຄື​ບັນດາ​ກຸ່ມ​ບໍລິສັດ, ບໍລິສັດ​ແຖວ​ໜ້າ​ໂລກ​ເກືອບ​ທັງ​ໝົດ, ຄະນະ​ຜູ້​ແທນ ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ບັນຫາ​ເສດຖະກິດ - ການ​ພັດທະນາ ​ແລະ ສະຖານະ​ການ​ທົ່ວ​ໂລກ, ພ້ອມທັງ​ຍົກ​ສູງ​ຄວາມ​ສາມາດ​ແກ່ງ​ແຍ້​ງ​ແຫ່ງ​ຊາດ​ໃນ​ສະພາບ​​ແຫ່ງ​ການ​ເຊື່ອມ​ໂຍງ.
ເປີດໄລຍະພັດທະນາໃໝ່ໃນການພົວພັນລະຫວ່າງຫວຽດນາມແລະເວທີປາໄສເສດຖະກິດໂລກ - ảnh 1
(ພາບປະກອບ)

​ໂດຍ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ເມື່ອ​ປີ 1971 ຕາມ​ແນວ​ຄວາມ​ຄິດ​ຂອງ​ປະທານ, ຜູ້​ກໍ່​ຕັ້ງ Klaus Schwab, ​ປະຈຸ​ບັນ, ເວທີ​ປາ​ໄສ​ເສດຖະກິດ​ໂລກ (WEF) ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ເວທີ​ປາ​ໄສ​ທີ່​ມີ​ອິດ​ທິພົນ​ຊື່​ສຽງ​ທີ່​ສຸດ​ ໃນ​ການ​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ບັນຫາ​ເສດຖະກິດ - ການ​ພັດທະນາ ກໍ່​ຄື​ບັນດາ​ທ່າ​ອ່ຽງ​ໃຫຍ່​ທີ່​ກະທົບ​ເຖິງ​ນະ​ໂຍບາຍ​ຂອງ​ບັນດາ​ປະ​ເທດ, ພາກ​ພື້ນ ​ແລະ ການ​ພົວພັນ​ສາກົນ​ໃນ​ທົ່ວ​ໂລກ.

        ​ເວທີ​ປາ​ໄສ​ສຳຄັນ​ທີ່​ສຸດ​ຂອງ WEF ​ແມ່ນ​ກອງ​ປະຊຸມ​ປະຈຳ​ປີ ​ເຊິ່ງ​ໄດ້​ຮັບ​ການຈັດ​ຕັ້ງ​ໃນ​ເດືອນ​ 1 ຂອງ​ທຸກ​ປີ​ຢູ່ Davos, ປະ​ເທດ ສະ​ວິດ. ​ເວທີ​ປາ​ໄສ Davos ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ປະມຸກ​ລັດ, ການ​ນຳ​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ, ການ​ນຳ​ບັນດາ​ກຸ່ມ​ບໍລິສັດ​ທົ່ວ​ໂລກ. ເວທີ​ປາ​ໄສ Davos ​ແມ່ນ​ບັນດາ​ກາລະ​ໂອກາດ​ທີ່​ດີ​ເພື່ອ​ໃຫ້​ບັນດາ​ຜູ້​ແທນ​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ບັນຫາ​ທົ່ວ​ໂລກ ​ແລະ ພາກ​ພື້ນ ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ກໍ່​ຄື​ເພີ່ມ​ທະວີ​ບັນດາ​ການ​ເຄື່ອນ​ໄຫວ​ເຊື່ອມ​ຈອດ, ​ເປີດ​ກວ້າງ​ການ​ພົວພັນຄູ່​ຮ່ວມ​ມື.

        ການ​ຮ່ວມ​ມື​ນັບ​ມື້​ນັບ​ແໜ້ນ​ແຟ້ນ

        ກອງ​ປະຊຸມ WEF ປີ​ນີ້​ມີ​ຫົວ​ຂໍ້​ວ່າ “ການ​ຊີ້​ນຳ​-ນຳພາ​ຢ່າງ​ມີ​ຄວາມ​ຮັບຜິດຊອບ ​ແລະ ພ້ອມ​ແລ້ວ​ທີ່​ຈະ​ມີ​ປະຕິກິລິຍາ“. ບັນດາ​ວາລະ​ປຶກສາ​ຫາລື​​ແມ່ນສຸມ​ໃສ່​ບັນຫາ​ຍົກ​ສູງ​ການ​ປົກຄອງ​ທົ່ວ​ໂລກ; ຮັບ​ມື​ກັບ​ສະພາບ​ຂາດ​ຄວາມ​ສະ​ຫົງ​ບປອດ​ໄພ ​ແລະ ວິ​ກິດ​ການ; ຊຸກຍູ້​ການ​ພັດທະນາ​ຢ່າງ​ໝັ້ນຄົງ​ໃນ​ສະພາບ​ເສດຖະກິດ​ໂລກ​ພວມ​ເຕີບ​ໂຕ​ຢ່າງ​ຊັກ​ຊ້າ.

        ນັບ​ແຕ່​ປີ 1989, ຫວຽດນາມ ​ແລະ ​ເວທີ​ປາ​ໄສ​ເສດຖະກິດ​ໂລກ​ມີ​ການ​ພົວພັນ​ຮ່ວມ​ມື​ນຳ​ກັນ. ການ​ນຳ​ຂັ້ນ​ສູງ​ຂອງ ຫວຽດນາມ ​ເຂົ້າ​ຮ່ວມ​ບັນດາ​ກອງ​ປະຊຸມ​ປະຈຳ​ປີ​ຂອງ​ເວທີ​ປາ​ໄສ​ເສດຖະກິດ​ໂລກ​ຢູ່ Davos ​ແລະ  ເວທີ​ປາ​ໄສ​ເສດຖະກິດ​ໂລກກ່ຽວ​ກັບ​ອາຊີ​ຕາ​ເວັນ​ອອກ. ຜູ້ອຳນວຍການ​ຝ່າຍ​ບໍລິຫານ ເວທີ​ປາ​ໄສ​ເສດຖະກິດ​ໂລກ Philipp Roesler ​ໄດ້​ມາ​ຢ້ຽມຢາມຫວຽດນາມ ​ແຕ່​ວັນ​ທີ 28/11/2014, ວັນ​ທີ 22/7/2015 ​ແລະ ວັນ​ທີ 25/4/2016. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຫວຽດນາມ ​ໄດ້​ຕັ້ງໜ້າ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ກອງ​ປະຊຸມ​ເວທີ​ປາ​ໄສ​ເສດຖະກິດ​ໂລກ​ ກ່ຽວ​ກັບ​ອາຊີ​ຕາ​ເວັນ​ອອກ. ຫວ່າງ​ແລ້ວ​ນີ້, ​ເດືອນ 10/2016, ​ເນື່ອງ​ໃນ​ໂອກາດ​ກອງ​ປະຊຸມ​ຂັ້ນ​ສູງ​ຮ່ວມ​ມື ກຳປູ​ເຈຍ - ລາວ - ຫວຽດນາມ ຄັ້ງ​ທີ 8 ​ແລະ ກອງ​ປະຊຸມ​ຂັ້ນ​ສູງ ຍຸດ​ທະ​ສາດ​ຮ່ວມ​ມື​ເສດຖະກິດ  ອາ​ເຢຢາ​ວາ​ດີ - ​ເຈົ້າ​ພະຍາ - ​ແມ່​ຂອງ ຄັ້ງ​ທີ 7 (ACMECS 7), ຫວຽດນາມ ​ໄດ້ສົມທົບ​ກັບ ເວທີ​ປາ​ໄສ​ເສດຖະກິດ​ໂລກ ຈັດ​ຕັ້ງ ເວທີ​ປາ​ໄສ​ເສດຖະກິດ​ໂລກ ກ່ຽວ​ກັບ ​ແມ່​ຂອງ ​ເພື່ອ​ໂຄສະນາ​ອະນຸ​ພາກ​ພື້ນ​ແມ່​ຂອງ ​ເຖິງ​ປະຊາ​ຄົມ​ບັນດາ​ກຸ່ມ​ບໍລິສັດ​ແຖວ​ໜ້າ​ໂລກ.

        ​ໂຄສະນາ​ສານ​ກ່ຽວ​ກັບ​ແງ່​ຫວັງ​ເສດຖະກິດ​ຫວຽດນາມຢ່າງ​ແຮງ

        ການ​ພົວພັນ ຫວຽດນາມ ​ແລະ ​ເວທີ​ປາ​ໄສ​ເສດຖະກິດ​ໂລກ ສືບ​ຕໍ່​ມີ​ທ່າ​ພັດທະນາ​ຢ່າງ​ຕັ້ງໜ້າ. ພິ​ເສດ, ຫວຽດນາມ​ສົມທົບ​ກັບ ເວທີ​ປາ​ໄສ​ເສດຖະກິດ​ໂລກ ຈັດ​ຕັ້ງ ເວທີ​ປາ​ໄສ​ເສດຖະກິດ​ໂລກ - ​ແມ່​ຂອງ ສຳ​ເລັດ​ຜົນ, ​ເນື່ອງ​ໃນ​ໂອກາດ​ກອງ​ປະຊຸມ​ຂັ້ນ​ສູງ​ຮ່ວມ​ມື ກຳປູ​ເຈຍ - ລາວ - ມຽນມາ - ຫວຽດນາມ ຄັ້ງ​ທີ 8 ​ ​ແລະ ກອງ​ປະຊຸມ​ຂັ້ນ​ສູງ​ກ່ຽວ​ກັບຍຸດ​ທະ​ສາດ​ຮ່ວມມືດ້ານ​ເສດຖະກິດ ອາ​ເຢຢາ​ວາ​ດີ - ​ເຈົ້າ​ພະຍາ - ​ແມ່​ຂອງ ຄັ້ງ​ທີ 7 ຢູ່ ຮ່າ​ໂນ້ຍ ​ເມື່ອ​ເດືອນ 10/2016 ນັ້ນ, ​ແມ່ນ​ຂີດ​ໝາຍ​ໃນ​ສາຍ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ເວທີ​ປາ​ໄສ​ເສດຖະກິດ​ໂລກ, ​ເຊິ່ງ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ ເວທີ​ປາ​ໄສ​ເສດຖະກິດ​ໂລກ ​ແລະ ປະຊາ​ຄົມ​ວິ​ສາ​ຫະກິດ​ໃນ​ພາກ​ພື້ນ.

        ປະຈຸ​ບັນ, ຫວຽດນາມ ມີ 11 ກຸ່ມ​ບໍລິສັດ, ບໍລິສັດ​ໃຫຍ່ ​ແມ່ນ​ສະມາຊິກ​ຂອງ ເວທີ​ປາ​ໄສ​ເສດຖະກິດ​ໂລກ ຄື: ກຸ່ມ​ບໍລິສັດ​ໂທລະ​ຄົມມະນາຄົມ​ກອງທັບ Viettel; ກຸ່ມ​ບໍລິສັດ VinGroup ​ແລະ VinaCapital; ກຸ່ມ​ບໍລິສັດ​ໄປສະນີ ​ໂທລະ​ຄົມມະນາຄົມ; ທະນາຄານ​ການ​ຄ້າ​ຕ່າງປະ​ເທດ ຫວຽດນາມ; 

ກຸ່ມ​ບໍ​ລິ​ສັດ​ລົງ​ທຶນ ໄຊ​ງ່ອນ, ບໍ​ລິ​ສັດ​ຫຸ້ນ​ສ່ວນກໍ່​ສ້າງ​ສະ​ຖາ​ປັດ​ຕະ​ຍາ​ກຳ AA, ບໍ​ລິ​ສັດສື່​ສານຫຼາຍ​ຮູບ​ການ ເດ​ີ​ດ​ວຽດ, ກຸ່ມ​ບໍ​ລິ​ສັດ ຮ​ວາ​ແຊນ, ບໍ​ລິ​ສັດ​ລົງ​ທຶນ​ອຸດ​ສາ​ຫະ​ກຳ ຫວຽດ​ນາມ.

        ໂດຍ​ແມ່ນ​ພື້ນ​ຖານ​ເສດ​ຖະ​ກິດ​​ທີ່ພວມ​ພົ້ນ​ເດັ່ນ​ຂຶ້ນ​ໃນ​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ ທີ່​ພວມ​ພັດ​ທະ​ນາ​ຢ່າງ​ຂະ​ຫຍັນ​ຂັນ​ເຄື່ອນ​ນັ້ນ, ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ຂອງ WEF ແລະ ພວມ​ຮ່ວມ​ມື​ກັບ WEF ໃນ​ບາງ​ຂົງ​ເຂດ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ປະ​ຈຸ​ບັນ, ຫວຽດ​ນາມ ພວມ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ຜັນ​ຂະ​ຫຍາຍ​ຂໍ​້​ລິ​ເລີ່ມ​ວິ​ໄສ​ທັດ​ໃຫມ່​ໃນ​ຂົງ​ເຂດ​ກະ​ສິ​ກຳ (New Vision for Agriculture) ດ້ວຍ​ຈຸດ​ປະ​ສົງ​ຕົ້ນ​ຕໍ​ແມ່ນ​ຄ້ຳ​ປະ​ກັນ​ດ້ານ​ສະ​ບຽບ​ອາ​ຫານ, ພັດ​ທະ​ນາ​ກະ​ສິ​ກຳ​ແບບ​ຍືນ​ຍົງ, ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ​ຜ່ານ​ການ​ສຳ​ພັດ​ກັບ​ຕະຫຼາດ, ຕ​ິດ​ພັນ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ຝ່າຍ​​ທີ່ກ່ຽວ​ຂ້ອງ (ລັດ​ຖະ​ບານ, ວິ​ສາ​ຫະ​ກິດ, ຊາວ​ກະ​ສິ​ກອນ), ພິ​ເສດ​ແມ່ນ​ຜ່ານ​ຮູບ​ແບບ​ຄູ່​ຮ່ວມ​ມື​ພາກ​ລັດ - ເອ​ກະ​ຊົນ. ຕາມ​ການ​ຕີ​ລາ​ຄາ​ຂອງ​ບັນ​ດາ​ນັກ​ຊ່ຽວ​ຊານ WEF ແລ້ວ, ຫວຽດ​ນາມ ພວມ​ມີ​ບັນ​ດາ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ປັບ​ປຸງ​ກຳ​ລັງ​ຄວາມ​ສາ​ມາດ​ແກ່ງ​ແຍ້ງ​ແຫ່ງ​ຊາດ, ເຊິ່ງ​ລວມ​ມີ​ກຳ​ລັງ​ແຮງ​ງານ​ໜຸ່ມ​ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ດຸ​ໝັ່ນ ແລະ ຂະ​ຫຍັນ​ຂັນ​ເຄື່ອນ.

        ບົນ​ພື້ນ​ຖານນັ້ນ, ຄະ​ນະ​ຜູ້​ແທນ ຫວຽດ​ນາມ ໂດຍ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ນຳ​ໜ້າ, ໄດ້​ເຂົ້າ​ຮ່ວມກອງ​ປ​ະ​ຊຸມ​ປະ​ຈຳ​ປີ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ ປີ 2017 ຢູ່ Davos ຈະ​ສົ່ງ​ສານ​ກ່ຽວ​ກັບ​ແງ່​ຫວັງເສດ​ຖະ​ກິດ​ຂອງ ຫວຽດ​ນາມ ທີ່ກອງ​ປະ​ຊຸມ​ຢ່າງ​ແຮງ, ພິ​ເສດ​ແມ່ນ​ກາ​ລະ​ໂອ​ກາດ​ໂຄ​ສະ​ນາ​ເຫດ​ການ​ປີ APEC ຫວຽດ​ນາມ ປີ 2017. ການ​ມີ​ໜ້າ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟ​ຸກ ທີ່​ເວ​ທີ​ປາ​ໄສ Davos ປີນີ້, ດ້ານ​ໜຶ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ພົວ​ພັນ ຫວຽດ​ນາມ ແລະ WEF ພວມ​ສືບ​ຕໍ່​ຢູ່​ໃນ​ທ່າ​ພັດ​ທະ​ນາ​​ຢ່າງຕັ້ງ​ໜ້າ, ດ້ານ​ອື່ນ​ໄດ້​ສະ​ແດງ​ໃຫ້​ເຫັນວ່າ ຫວຽດ​ນາມ ນັບ​ມື້​ນັບ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ໜ້າ ແລະ ມີ​ການ​ປະ​ກອບ​ສ່ວນ​ອັນ​ໃຫຍ່ຫຼວງ​​ໃນ​ບັນ​ດາ​ເວ​ທີ​ປາ​ໄສ​ສາ​ກົນ.

ຂ່າວ/ບົດ​ອື່ນ