ເປັນເຈົ້າການເຊື່ອມໂຍງ, ຍາດແຍ່ງເອົາທ່າໄດ້ປຽບໃນສະພາບການໃໝ່

(VOVWORLD) - ປັດຈຸບັນ ຫວຽດນາມ ໄດ້ລົງນາມໃນສັນຍາການຄ້າເສລີ (FTA) ຫລາຍສະບັບ ຊຶ່ງລວມມີ: ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP), ສັນຍາການຄ້າເສລີ ຫວຽດນາມ - ອີຢູ…

ໃນປີ 2019 ນີ້, ຫວຽດນາມ ຈະພ້ອມກັບບັນດາປະເທດ ອາຊຽນ ເຂົ້າຮ່ວມສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ກັບ 6 ປະເທດຄູ່ຮ່ວມມືລວມມີ: ຍີ່ປຸ່ນ, ຈີນ, ສ.ເກົາຫຼີ, ອິນເດຍ, ອົດສະຕາລີ, ນິວຊີແລນ. ບັນດາຂໍ້ຕົກລົງ FTA ນີ້ໄດ້ເປີດກ້ວາງ, ສ້າງກຳລັງໜູນໃຫ້ແກ່ການເຕີບໂຕເສດຖະກິດ ຫວຽດນາມ ໃນປີ 2019 ນີ້ຕື່ມອີກ.

ເປັນເຈົ້າການເຊື່ອມໂຍງ, ຍາດແຍ່ງເອົາທ່າໄດ້ປຽບໃນສະພາບການໃໝ່ - ảnh 1 (ພາບປະກອບ)

       ບັນດາການຄົ້ນຄວ້າຖືວ່າ: ລະດັບການເຕີບໂຕ GDP ຂອງ ຫວຽດນາມ ໃນປີ 2019 ອາດຈະເໜັງຕີງແຕ່ 6,7 – 6,9%. ເພື່ອບັນລຸໄດ້ໝາກຜົນນີ້, ຫວຽດນາມ ຄວນຍາດແຍ່ງກາລະໂອກາດຈາກບັນດາ FTA, ມານະພະຍາຍາມປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ແລະ ພິເສດແມ່ນຍາດແຍ່ງກາລະໂອກາດຈາກການປະຕິວັດເຕັກໂນໂລຊີ 4.0.

ທ່າໄດ້ປຽບໄປຄຽງຄູ່ກັບສິ່ງທ້າທາຍ

        ຫວຽດນາມ ໄດ້ເຂົ້າຮ່ວມ ແລະ ສຳເລັດການເຈລະຈາສັນຍາການຄ້າເສລີ (FTA) 2 ຝ່າຍ ແລະ ຫລາຍຝ່າຍ 12 ສະບັບ, ໃນນັ້ນ ມີ FTA 9 ສະບັບມີຜົນສັກສິດ ແລະ ກຳລັງປະຕິບັດ. ນີ້ໄດ້ຮັບຖືວ່າ ແມ່ນໂອກາດໃຫຍ່ໃຫ້ແກ່ການເຕີບໂຕເສດຖະກິດໃນປີ 2019 ຂອງ ຫວຽດນາມ. ສະເພາະແຕ່ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ຖ້າຫາກຍາດແຍ່ງໄດ້ຜົນສຳເລັດ ອາດຈະຊຸກຍູ້ການເຕີບໂຕສົ່ງອອກຂອງ ຫວຽດນາມ ຕື່ມອີກ 4,2%, ນຳເຂົ້າເພີ່ມຂຶ້ນ 5,3%. ກ່ຽວກັບ FTA ລະຫວ່າງ ຫວຽດນາມ ແລະ ອີຢູ, ເມື່ອມີຜົນສັກສິດ, ກໍ່ແມ່ນປະຕູເປີດໃຫ້ແກ່ສິນຄ້າ ຫວຽດນາມ ເຂົ້າຕະຫລາດຂອງ 28 ປະເທດ ເອີຣົບ. ດ້ວຍລະດັບພາສີຖືກດັດປັບລົງ 0%, ສິນຄ້າຂອງ ຫວຽດນາມ ຈະຖືກແກ່ງແຍ້ງກ່ວາກ່ຽວກັບລາຄາ, ແມ່ນກາລະໂອກາດໃຫ້ການເຕີບໂຕເສດຖະກິດ. ເບິ່ງລວມແລ້ວ, ເລື່ອງຫລຸດຜ່ອນພາສີ ແລະ ຍົກເລີກຮົ້ວກີດຂວາງດ້ານການຄ້າຕາມບັນດາຄຳໝັ້ນສັນຍາຂອງ FTA, ສິນຄ້າຂອງ ຫວຽດນາມ ຈະເຂົ້າຮ່ວມລະບົບຜະລິດ ແລະ ສະໜອງທົ່ວໂລກຢ່າງເລິກກ່ວາ.

        ເຖິງຢ່າງໃດກໍ່ຕາມ, ປັດຈຸບັນການປະກົດຕົວຂອງລັດທິອາລັກຂາ, ສະພາບເຄັ່ງຕຶງດ້ານການຄ້າລະຫວ່າງບັນດາປະເທດ, ວິວັດທະນາການ ອັງກິດ ຖອນຕົວອອກຈາກ ອີຢູ…ພວມກໍ່ໃຫ້ເກີດຂາດການກຳນົດນະໂຍບາຍນັບມື້ນັບເພີ່ມຂຶ້ນ, ມີຄວາມສ່ຽງສົ່ງຜົນກະທົບຢ່າງເລິກເຊິ່ງຕໍ່ເສດຖະກິດ ແລະ ການຄ້າທົ່ວໂລກ, ໃນນັ້ນມີ ຫວຽດນາມ. ສະນັ້ນ ຫວຽດນາມ ຕ້ອງແກ້ໄຂການພົວພັນລະຫວ່າງການເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ ແລະ ສ້າງພື້ນຖານເສດຖະກິດເປັນເຈົ້າຕົນເອງ, ຍົກສູງກຳລັງແຮງສັງລວມຂອງປະເທດຊາດເປັນຢ່າງດີ. ທ່ານ ບຸຍແທງເຊີນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ:

        ເລື່ອງປະຕິບັດບັນດາຄຳໝັ້ນສັນຍາເຊື່ອມໂຍງຢ່າງເລິກເຊິ່ງກ້ວາງຂວາງ ພວມສ້າງກຳລັງກົດດັນແກ່ງແຍ້ງນັບມື້ນັບຮຸນແຮງຢູ່ທັງ 3 ລະດັບລວມມີ ລະດັບຊາດ, ວິສາຫະກິດ ແລະ ຜະລິດຕະພັນ. ບັນຫາໃຫຍ່ວາງອອກແມ່ນເຮັດແນວໃດ ປະຕິບັດບັນດາ FTA ໃໝ່ມີປະສິດທິຜົນ ເພື່ອເພີ່ມທະວີກຳລັງພາຍໃນ, ຍົກສູງສະມັດຕະພາບ, ກຳລັງແກ່ງແຍ້ງຂອງພື້ນຖານເສດຖະກິດ, ລ້ຽງດູ ແລະ ພັດທະນາໄດ້ບັນດາ “Gen ຫວຽດ” ໃນພື້ນຖານເສດຖະກິດ. ໄປຄຽງຄູ່ກັນນັ້ນ, ເລື່ອງຍູ້ແຮງການປ່ຽນແປງໃໝ່ຮູບແບບການເຕີບໂຕ, ຍົກສູງສະມັດຕະພາບ ແລະ ກຳລັງຄວາມສາມາດແກ່ງແຍ້ງແມ່ນປະຖົມປັດໄຈ ແລະ ແມ່ນມາດຕະການຕັດສິນເພື່ອຍົກສູງກຳລັງພາຍໃນ.

       ສ້າງກຳລັງໜູນການປະຕິຮູບໃໝ່

        ຕາມທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໂດ໊ຮົ່ງທັ໊ງ ແລ້ວ, ລະດັບການເຕີບໂຕ GDP ຂອງ ຫວຽດນາມ ອາດຈະສູງກ່ວາ ຖ້າຫາກ ຫວຽດນາມ ມີບັນດາການປະຕິຮູບລະບອບລະບຽບການເສດຖະກິດແທດຈິງ ແລະ ດຶງດູດໄດ້ບັນດາໂຄງການລົງທຶນທີ່ມີຄຸນນະພາບ. ສິ່ງດັ່ງກ່າວ ຫວຽດນາມ ໄດ້ ແລະ ພວມຜັນຂະຫຍາຍເປັນຢ່າງດີ ໂດຍຜ່ານການປະຕິບັດບັນດາຄຳໝັ້ນສັນຍາທີ່ມີລັກສະນະຜູກມັດກັນຈາກບັນດາ FTA. ນັກຊ່ຽວຊານເສດຖະກິດ ຫວໍຈີ໊ແທ່ງ ຢືນຢັນວ່າ:

        ໃນຊຸມປີຜ່ານມາ ຫວຽດນາມ ໄດ້ຈຸດທີ່ສະດວກທີ່ສຸດກ່ຽວກັບທ່າຮົບເຊື່ອມໂຍງ, ນັ້ນແມ່ນລົງນາມໄດ້ຫລາຍ FTA, ຫລາຍຄູ່ຮ່ວມມືຍຸດທະສາດ, ໄປໄວກ່ຽວກັບ FTA, ການຜະລິດດຳເນີນທຸລະກິດຂອງວິສາຫະກິດຕິດພັນກັບທ່າອ່ຽງລວມຂອງໂລກແມ່ນດີທີ່ສຸດ, ນັ້ນແມ່ນສ້າງຕັ້ງຕາໜ່າງການຜະລິດ, ລະບົບມູນຄ່າ, ບັນດາຕະຫລາດກ້ວາງໃຫຍ່ທີ່ສຸດ, ບັນດານັກລົງທຶນ ແລະ ດຳເນີນທຸລະກິດດີທີ່ສຸດ. ດັ່ງນັ້ນຈຶ່ງແມ່ນເງື່ອນໄຂທີ່ດີ ເພື່ອໃຫ້ ຫວຽດນາມ ເຂົ້າຮ່ວມການຖອນຖອນບົດຮຽນ, ກຳແໜ້ນໂອກາດ ແລະ ນີ້ແມ່ນທ່າໄດ້ປຽບຂອງ ຫວຽດນາມ.

        ເປັນອັນວ່າ, ບັນຫາວາງອອກແມ່ນ ຫວຽດນາມ ຄວນສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢ່າງແທດຈິງ ທີ່ຕິດພັນກັບການສ້າງລະບອບລະບຽບເສດຖະກິດການຕະຫລາດກຳນົດທິດສັງຄົມນິຍົມໃຫ້ສົມບູນແບບ ເພື່ອສ້າງເງື່ອນໄຂເສດຖະກິດເອກະຊົນພັດທະນາຢ່າງວ່ອງໄວ ແລະ ໝັ້ນຄົງ. ຫວຽດນາມ ກໍ່ຄວນເພີ່ມທະວີກຳລັງຄວາມສາມາດແກ່ງແຍ້ງຂອງວິສາຫະກິດ ຫວຽດນາມ, ຊຸກຍູ້ການປ່ຽນແປງໃໝ່ ປະດິດຄິດສ້າງ, ໃນນັ້ນ ວິສາຫະກິດສວມບົດບາດເປັນແກ່ນສານ. ຫວຽດນາມ ກໍ່ອາດຈະສ້າງຕັ້ງສະພາປະຕິຮູບເສດຖະກິດດ້ວຍຈຸດສຸມຍູ້ແຮງການປະຕິຮູບ ເພື່ອມານະພະຍາຍາມຊຸກຍູ້ການຄ້າເສລີ ແລະ ຍຸຕິທຳຄືດັ່ງຂໍ້ສະເໜີຂອງຮອງສາດສະດາຈານ, ປະລິນຍາເອກ ຫວູມີງເຄືອງ, ມະຫາວິທະຍາໄລ ຫຼີກວນຢູ່ (ສິງກະໂປ), ສະມາຊິກໜ່ວຍງານທີ່ປຶກສາເສດຖະກິດຂອງນາຍົກລັດຖະມົນຕີ.

        ຫວຽດນາມ ຕ້ອງມີຄວາມສາມາດຮັບມືເປັນຢ່າງດີ ຍ້ອນວ່າ ໂລກ ຍາມໃດກໍ່ມີບັນດາການຜັນແປ່. ສະນັ້ນ, ສຳລັບບັນດາລະບອບລະບຽບການກ່ຽວກັບເສດຖະກິດ, ສັງຄົມ, ສິ່ງແວດລ້ອມ, ເສດຖະກິດມະຫາພາກຕ້ອງມີຄວາມລະມັດລະວັງທີ່ສຸດ, ເອົາໃຈໃສ່ເຖິງສະມັດຕະພາບແຮງງານ, ສະພາບແວດລ້ອມແບບຍືນຍົງ.

        ນັກຊ່ຽວຊານຫລາຍຄົນກໍ່ຖືວ່າ: ເພື່ອຍາດແຍ່ງໄດ້ກາລະໂອກາດທັງໝົດຂອງພື້ນຖານເສດຖະກິດ ແລະ ທ່າໄດ້ປຽບຈາກບັນດາ FTA, ຫວຽດນາມ ຄວນສືບຕໍ່ປັບປຸງຄຸນນະພາບຂອງວຽກງານບໍລິຫານ ແລະ ປະຕິຮູບລະບຽບການເສດຖະກິດ. ໃນນັ້ນ, ເລື່ອງອັບເດັດ ແລະ ຊັ່ງຊາບັນດາກໍລະນີບໍລິຫານພ້ອມກັບລະບົບຂໍ້ມູນຄາດຄະເນ ແລະ ການກ່າວເຕືອນຢ່າງທັນການແມ່ນພືື້ນຖານສຳຄັນ. ຫວຽດນາມ ຕ້ອງເປັນເຈົ້າການປັບຕົວໃຫ້ແທດເໝາະຕໍ່ບັນດາຜົນກະທົບຈາກຫລາຍສົ້ນຂອງການແກ່ງແຍ້ງການຄ້າ ແລະ ລັດທິອາລັກຂາ, ເອົາໃຈໃສ່ເປັນພິເສດເປີດກ້ວາງບັນດາການເຄື່ອນໄຫວສົ່ງອອກ ແລະ ດຶງດູດການເລືອກເຟັ້ນນັກລົງທຶນຕ່າງປະເທດທີ່ມີຄຸນນະພາບສູງ ເພື່ອຊຸກຍູ້ເສດຖະກິດພັດທະນາແບບຍືນຍົງ./.

ຕອບກັບ

ຂ່າວ/ບົດ​ອື່ນ