ເພີ່ມທະວີກົນໄກສົມທົບໃນເຂດສາມຫຼ່ຽມພັດທະນາ

ເພີ່ມທະວີກົນໄກສົມທົບໃນເຂດສາມຫຼ່ຽມພັດທະນາ - ảnh 1
(ກອງ​ປະຊຸມ​ຂັ້ນ​ສູງເຂດ​ສາມຫຼ່ຽມ​ພັດທະນາ
ກຳປູ​ເຈຍ - ລາວ - ຫວຽດນາມ ຄັ້ງທີ 8
)

(vovworld) - ກອງ​ປະຊຸມ​ຂັ້ນ​ສູງເຂດ​ສາມຫຼ່ຽມ​ພັດທະນາ ກຳປູ​ເຈຍ - ລາວ - ຫວຽດນາມ ຄັ້ງທີ 8 ໄຂຂຶ້ນໃນວັນທີ 25/11 ຢູ່ນະຄອນຫຼວງວຽງຈັນ, ແຫ່ງ ສປປ ລາວ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕິ໋ນຢຸງ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງຫວຽດນາມເຂົ້າຮ່ວມກອງປະຊຸມ, ເພື່ອແນ ໃສ່ປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອກັບລາວ ແລະ ກຳປູເຈຍ ກວ່າ​ອີກ, ກໍ່​ຄື​ເພີ່ມ​ທະວີ​ການ​ສົມທົບ​ກັນ​ລະຫວ່າງ​ສາມ​ປະ​ເທດ​ໃນ​ການ​ຜັນ​ຂະຫຍາຍ​ບັນດາ​ລາຍການ​ຮ່ວມ​ມື​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ພັດທະນາ​ເສດຖະກິດ, ສັງຄົມ​ໃນ​ເຂດ​ສາມຫຼ່ຽມ​ພັດທະນາ.

        ກອງ​ປະຊຸມ​ຂັ້ນ​ສູງເຂດ​ສາມຫຼ່ຽມ​ພັດທະນາ ກຳປູ​ເຈຍ - ລາວ - ຫວຽດນາມ ຄັ້ງທີ 8 ດຳ​ເນີນ​ໄປ​ໃນລະຫວ່າງ​ວັນ​ທີ 25 – 26/11, ​ເພື່ອ​ແນ​ໃສ່​ສຳ​ຫຼວດ, ກວດກາ​ການ​ປະຕິບັດ​ແຜນ​ກຳນົດ​ພັດທະນາ​ເສດຖະກິດ - ສັງຄົມ​​ໃນເຂດ​ສາມຫຼ່ຽມ​ພັດທະນາ ກຳປູ​ເຈຍ - ລາວ - ຫວຽດນາມ​ ເຖິງ​ປີ 2020 ​ແລະ ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ກົນ​ໄກ​ບຸລິມະສິດ​ພິ​ເສດ​ໃຫ້ເຂດ​ສາມຫຼ່ຽມ​ພັດທະນາ ກຳປູ​ເຈຍ - ລາວ - ຫວຽດນາມ. ກອງ​ປະຊຸມກໍ່​ຕີ​ລາຄາ​ກ່ຽວ​ກັບ​ເລື່ອງ​ຜັນ​ຂະຫຍາຍ​ບັນດາ​ລາຍການ​ພັດທະນາ​ເສດຖະກິດ​ສັງຄົມ​ຢູ່​ພາກ​ພື້ນ​ນີ້​ ກໍ່​ຄື​ວາງ​ອອກ​ບັນດາ​ທິດ​ທາງ​ຮ່ວມ​ມື​ໃນ​ໄລຍະ​ໃໝ່.

        ກົນ​ໄກ​ຮ່ວມ​ມື​ສຳຄັນ​ຂອງ​ສາມ​ປະ​ເທດ​ຫວຽດນາມ - ລາວ - ກຳປູ​ເຈຍ

        ເຂດ​ສາມຫຼ່ຽມ​ພັດທະນາ ກຳປູ​ເຈຍ - ລາວ - ຫວຽດນາມ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ຈາກ​ຂໍ້​ລິ​ເລີ່​ມຂອງ​ທ່ານນາ​ຍົກ​ລັດຖະມົນຕີ​ກຳປູ​ເຈຍ ຮຸນ​ແຊນ, ​ເມື່ອ​ປີ 1999 ດ້ວຍ​ການ​ສະໜັບສະໜູນ​ຂອງ​ທ່ານ​ນາຍົກລັດຖະມົນຕີລາວ ​ແລະ ນາຍົກລັດຖະມົນຕີຫວຽດນາມ. ອາດ​ຢືນຢັນ​ໄດ້​ວ່າ, ມາ​ຮອດ​ປະຈຸ​ບັນ, ການ​ຮ່ວມ​ມີ​ໃນເຂດ​ສາມຫຼ່ຽມ​ພັດທະນາ ກຳປູ​ເຈຍ - ລາວ - ຫວຽດນາມ ​ແມ່ນ​ກົນ​ໄກ​ຮ່ວມ​ມື​ທີ່​ສຳຄັນ, ຊ່ວຍ​ຮັກສາ​ສະຖຽນ​ລະ​ພາບ, ​ຄວາມ​ໝັ້ນຄົງ​ດ້ານ​ການ​ເມືອງ, ຄວາມ​ປອດ​ໄພ​ໃນ​ສັງຄົມ​ຢູ່​ເຂດ​ຊາຍ​ແດນ​ສາມ​ປະ​ເທດ. ​​ໄລຍະ​ຜ່ານ​ມາ, ການ​ຮ່ວມ​ມື​ຢູ່​ເຂດ​ນີ້​ໄດ້​ຮັບ​ຜົນງານທີ່​ຕັ້ງໜ້າ​ຫຼາຍ​ຢ່າງ​ໃນ​ການ​ກໍ່ສ້າງ ​ແລະ ພັດທະນາ​ເສດຖະກິດ​ສັງຄົມ. ລະດັບ​ເຕີບ​ໂຕ GDP ສະ​ເລ່ຍຂອງ 3 ປະ​ເທດ​ໃນ​ເຂດ​ສາມຫຼ່ຽມ​ພັດທະນາ ບັນລຸ​ປະມານ 10%/ປີ; GDP ສະ​ເລ່ຍ​ໃສ່​ຫົວ​ຄົນ​ໃນ​ປີ 2013 ບັນລຸ 1.340 USD.

        ຫວຽດນາມ​ຖື​ເປັນ​ສຳຄັນ​ການ​ຮ່ວມ​ມື​ໃນ​ເຂດ​ສາມ​ຫຼ່ຽມພັດທະນາ

        ສະ​ເພາະ​ຫວຽດນາມ, ບັນດາ​ແຂວງ​​ໃນເຂດ​ສາມຫຼ່ຽມ​ພັດທະນາ ​ໄດ້ ​ແລະ ພວມ​ສຸມ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ກັບ​ບັນດາ​ແຂວງ​ພາກ​ໃຕ້​ຂອງ​ລາວ ​ແລະ ບັນດາ​ແຂວງ​ທາງ​ທິດຕາ​ເວັນ​ອອກ​ສ່ຽງ​ເໜືອ​ກຳປູ​ເຈຍ ​ໃຫ້​ນັບ​ມື້​ນັບ​ເລິກ​ເຊິ່ງ. ບໍ່​ພຽງ​ແຕ່​ຍູ້​ແຮງ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລ​ກປ່ຽນມິດຕະ ພາບ​ເທົ່າ​ນັ້ນ, ບັນດາ​ທ້ອງ​ຖີ່​ນຍັງ​ເປີດ​ກວ້າງ​ການ​ພົວພັນ​ດ້ານ​ການ​ຄ້າ, ພິ​ເສດ​ແມ່ນ​ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວຢູ່​ບັນດາ​ດ່ານ​ສາກົນ​ກັບ​ລາວ ​ແລະ ກຳປູ​ເຈຍ, ຜ່ານ​ການ​ປະຕິ​ຮູບ​ລະບຽບ​ການ​ດ້ານ​ການ​ຄ້າ​ໃຫ້​ງ່າຍດາຍ… ທີ່​ເວທີ​ປາ​ໃສ​ຄູ່​ຮ່ວມ​ມື​ພັດທະນາ​ເຂດ​ສາມຫຼ່ຽມ​ພັດທະນາ, ​ເຊິ່ງຈັດ​ຂຶ້ນ​ຢູ່​ນະຄອນ​ບວນມາ​ທວດ, ຕາມ​ຂໍ້​ລິ​ເລີ່​ມຂອງ​ຫວຽດນາມ ​ເມື່ອ​​ເດືອນ 4/2014. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຝຸກ, ຊີ້​ແຈ້ງວ່າ:

        “ສຸມ​ໃສ່​ພັດທະນາ​ພື້ນຖານ​ໂຄງ​ລ່າງ, ບັນດາ​ເຂດ​ເສດຖະກິດ​ດ່ານ​ຊາຍ​ແດນ, ​ເຂດ​ການ​ຄ້າ, ຕະຫຼາດ​ຊາຍ​ແດນ, ສ້າງ​ເງື່ອນ​ໄຂ​ສະດວກ​ທີ່​ສຸດ​ເພື່ອ​ຂົນ​ສົ່ງ​ຄົນ ​ແລະ ສິນຄ້າ, ​ເອົາ​ໃຈ​ໃສ່​ກວ່າ​ອີກ​ເຖິງ​ການ​ພັດທະນາ​ແຫຼ່ງຊັບ​ພະຍາກອນ​ມະນຸດ, ພິ​ເສດ​ແມ່ນ​ບຳລຸງ​ສ້າງ​ວິຊາ​ຊີບ​ໃຫ້​ແກ່​ປະຊາຊົນ. ບັນດາ​ແຂວງ​ຄວນ​ຜັນ​ຂະຫຍາຍ​ແຜນ​ສັງລວມ​ເຊິ່ງນາຍົກລັດ ຖະມົນຕີ 3 ປະ​ເທດ​ໄດ້​ຮັບຮອງ​ເອົາ​ຢ່າງ​ມີ​ປະສິດທິ​ຜົນ. ​ແຜນ​ກຳນົດ​ຂອງ​ແຕ່ລະ​ທ້ອງ​ຖີ່​ນຕ້ອງ​ຕິດ​ພັນ​ກັບແຜນ​ກຳນົດ​ຂອງ​ເຂດ ​ນັບ​ທັງ​ເຂດ​ສາມຫຼ່ຽມ​ພັດທະນາ. ພັດທະນາ​ເສດຖະກິດ​ຕ້ອງ​ຕິດ​ພັນ​ກັບ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ຊີວະ​ພາບ, ຂຸດ​ຄົ້ນ​ຊັບພະຍາກອນ​ຢ່າງ​ເໝາະ​ສົມ“.

        ​ເອົາ​ໃຈ​ໃສ່​ຊຸກຍູ້​ການ​ຮ່ວມ​ມືພັດທະນາ​ຂອງ​ເຂດ​ສາມຫຼ່ຽມ​ພັດທະນາ, ນອກຈາກ​ຕັ້ງໜ້າ​ເຂົ້າ​ຮ່ວມ​ບັນດາ​ຂໍ້​ຕົກລົງ​ທີ່​ໄດ້ຮັບ​ການ​ລົງ​ນາມ​ແລ້ວ​ນັ້ນ, ສາມ​ປະ​ເທດ​ກໍ່​ໄດ້​ປັບປຸງ​ກົນ​ໄກ​ຢ່າງ​ບໍ່​ຢຸດ​ຢັ້ງ, ຈັດ​ແບ່ງ​ແຫຼ່ງກຳລັງ​ລົງທຶນ​ຢ່າງ​ເໝາະ​ສົມ, ພ້ອມ​ທັງ​ເພີ່ມ​ທະວີ​ການ​ຕິດຕາມ​ກວດກາ​ຂອງ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖີ່​ນຕ່າງໆ, ນັບ​ທັງ​ວິ​ສາ​ຫະກິດ​ໃນ​ການ​ປະຕິບັດ​ຂໍ້​ຕົກລົງ​ນີ້​ຢ່າງ​ມີ​ປະສິດທິ​ຜົນ. ກ່ຽວ​ກັບ​ຝ່າຍ​ຫວຽດນາມ, ທ່ານ​ຮອງ​ຫົວໜ້າ​ກຳມາ​ທິການ​ການ​ຕ່າງປະ​ເທດ​ສະພາ​ແຫ່ງ​ຊາດ ຫງວຽນ​ແມ້ງ​ຕ໋ຽນ, ຢືນຢັນ​ວ່າ:

        “ປະຕິບັດ​ແຜນ​ນະ​ໂຍບາຍ​ປ່ຽນ​ໃໝ່ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ​. ສະພາ​ແຫ່ງ​ຊາດຫວຽດນາມ ມີ​ແຜນ​ນະ​ໂຍບາຍ​ເພີ່ມ​ທະວີ​ການ​ຕິດຕາມ​ກວດກາ​ບັນດາ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ​ເຊິ່ງ​ໄດ້​ຮັບ​ການ​ຮັບຮອງ​ເອົາ, ​ໃນ​ນັ້ນ​ມີ​ມະຕິ​ທີ່​ກ່ຽວຂ້ອງ​ເຖິງ​ເຂດ​ສາມຫຼ່ຽມ​ພັດທະນາ. ສະພາ​ແຫ່ງ​ຊາດ​ຫວຽດນາມ, ດ້ວຍ​ບົດບາດ​ຂອງ​ຕົນ ​ໄດ້​ນຳ​ໜ້າ, ​ເພີ່ມ​ທະວີ​ຂໍ້​ສະ​ເໜີ​ສົມທົບ​ກັນ​ລະຫວ່າງ​ສາມ​ກຳມາ​ທິການ ​ເພື່ອ​ເຮັດ​ແນວ​ໃດ​ນຳ​ແຜນ​ນະ​​ໂຍບາຍ, ນະ​ໂຍບາຍ​ເຖິງ​ປະຊາຊົນ​ໃນ​ເຂດ​ສາມຫຼ່ຽມ​ພັດທະນາ.

        ຕັດສິນ​ໃຈ​ກໍ່ສ້າງເຂດ​ສາມຫຼ່ຽມ​ພັດທະນາຢູ່​ເຂດ​ຊາຍ​ແດນ​ສາມ​ປະ​ເທດ ​ແມ່ນ​ໜຶ່ງ​ໃນ​ບັນດາ​ໜ້າ​ທີ່​ບຸລິ​ມາ​ສິດ​ອັນ​ດັບ​ໜຶ່ງ​ຂອງ​ຫວຽດນາມ​ ເວົ້າ​ສະ​ເພາະ ​ແລະ 3 ປະ​ເທດ​ເວົ້າ​ລວມ. ຍ້ອນ​ເຫດ​ນັ້ນ, ​ເຂົ້າ​ຮ່ວມ​ ກອງ​ປະຊຸມ​ຂັ້ນ​ສູງເຂດ​ສາມຫຼ່ຽມ​ພັດທະນາ ກຳປູ​ເຈຍ - ລາວ - ຫວຽດນາມ ຄັ້ງ​ນີ້, ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ, ພ້ອມ​ກັບ​ນາຍົກລັດຖະມົນຕີ ຮຸນ​ແຊນ ​ແລະ ນາຍົກລັດຖະມົນຕີລາວ ທອງ​ສິງ​ທຳ​ມະ​ວົງ ​ຈະ​ສຸມ​ໃສ່​ຕີ​ລາຄາ​ບັນດາ​ກົນ​ໄກ​ນະ​ໂຍບາຍ​ບຸລິ​ມາ​ສິດ​ພິ​ເສດ​ໃຫ້​ແກ່ ເຂດ​ສາມຫຼ່ຽມ​ພັດທະນາ, ປັບປຸງ ​ແລະ ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ກັບ​ລາວ, ພ້ອມ​ທັງ​ປັບປຸງ​ສາຍ​ພົວພັນ​ຮ່ວມ​ມື​ຮອບດ້ານ​ກັບ​ກຳປູ​ເຈຍ​ໃນ​ຕໍ່ໜ້າ.

 

ຕອບກັບ

ຂ່າວ/ບົດ​ອື່ນ