ເພີ່ມທະວີການດຶງດູດການລົງທຶນເພື່ອໃຫ້ເຂດ ໄຕງວຽນ ພັດທະນາ

(vovworld) - ​​ທີ່ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ລົງ​ທຶນ​ເຂດ ໄຕ​ງວຽນ ປີ 2017, ທີ່​ດຳ​ເນີນ​ໃນ​ວັນ​ທີ 11/03, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ​ພ້ອມ​ກັບ​ບັນ​ດາ​ການ​ນຳ​​ຫຼາຍກະ​ຊວງ, ຂະ​ແໜງ​ການ ລ້ວ​ນ​ແຕ່​ຢືນ​ຢັນວ່າ ຈະ​ສ້າງ​​ທຸກເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ເຂດ ໄຕງວຽນ, ເສີມ​ຂະ​ຫຍາຍ​ທຸກ​ຄວາມ​ສາ​ມາດ​ບົ່​ມ​ຊ້ອນ, ທ່​າ​ແຮງ, ແມ່ນ​ພື້ນ​ຖານພັດ​ທະ​ນາ​ຂອງ​ພາກ​ກາງ, ທິດ​ຕາ​ເວັນ​ອອກ​ທາງ​ພາກ​ໃຕ້ ແລະ ​ທັງທິດ​ຕາ​ເວັນ​ຕົກ​ຂອງ​ພາກ​ໃຕ້. ໃນ​ຂະ​ນະ​ນັ້ນ, ຜູ້​ຕາງ​ໜ້າ​ບັນ​ດາ​ນັກ​ລົງ​ທຶນ​ກໍ່ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ ຈະ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ອຳ​ນາດ​ການ​ປົກ​ຄອງ, ປະ​ຊາ​ຊົນ​ບັນ​ດາ​ແຂວງ​ເຂດ ໄຕ​ງວຽນ ໃນ​ພາ​ລະ​ກິດ​ແຫ່ງການ​ພັດ​ທະ​ນາ.

        ໃນ​ໄລ​ຍ​ະ​ຜ່ານ​ມາ, ບັນ​ດາ​ແຂ​ວງ​ໃນ​ເຂດ ໄຕ​ງວຽນ ໄດ້​ຕັ້ງ​ໜ້າ​ຍູ້​ແຮງ​​ສົ່ງ​ເສີມ​ການ​ລົງ​ທຶນ, ຂຸດ​ຄົ້ນ​ບັນ​ດາຄວາມ​ສາ​ມາດ​ບົ່ມ​ຊ້ອນ, ທ່າ​ແຮງ​​ຂອງ​ເຂດ. ໄລ​ຍະ 2011 – 2015, ຍອດ​ເງິນ​ລົງ​ທຶນ​ພັດ​ທະ​ນາ​ບັນ​ລຸ​ເກືອບ 266 ຕື້​ດົ່ງ, ຄິດ​ສະ​ເລ່ຍ​ແຕ່​ລະ​ປີ​ເພີ່ມ​ຂຶ້ນ 11,33%. ອັດ​ຕາເງິນ​ລົງ​ທຶນ​ພາກ​ເອ​ກະ​ຊົນ​ເພີ່ມ​ຂຶ້ນ​ແຕ່ 53,4% ຂຶ້ນ 69,28%. ມ​າ​ຮອດ​ປະ​ຈຸ​ບັນ, ມີ 140 ໂຄງ​ການ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ (FDI), ດ້ວຍຍອດ​ເງິນ​ລົງ​ທຶນ​ເກືອບ 800 ລ້ານ USD. ໄລ​ຍະ 2016 – 2020, ຄາດ​ວ່າ​ແຫຼ່ງ​ເງິນ​ລົງ​ທຶນ​ຂອງ​ທົ່ວ​ສັງ​ຄົມ​ເຂົ້າ​ເຂດ ໄຕ​ງວຽນ ບັນ​ລຸກວ່າ 230.000 ຕື້​ດົ່ງ.


ເພີ່ມທະວີການດຶງດູດການລົງທຶນເພື່ອໃຫ້ເຂດ ໄຕງວຽນ ພັດທະນາ - ảnh 1
ຄະ​ນະ​ຈັດ​ຕ​ັ້ງ​ມອບ​ລາງ​ວັນ​ການ​ເສັງຊາວ​ກະ​ສິ​ກອນ​ຜະ​ລິດ​ກາ​ເຟ​
ຮັບ​ປະ​ກັນ​ຄຸນ​ນະ​ພາບ ແລະ ​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ
(​ພາບ: TTXVN)

ສ້າງ​ກົນ​ໄກ​ລົງ​ທຶນ​ຢ່າງ​ສະ​ດວກ​ສະ​ບາຍ,ສະ​ໜອງ​ແຫຼ່ງ​ທຶນ​ຢ່າງ​ພຽງ​ພ​ໍ​ເພື່ອ​​ທຳ​ກ​ານຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ

        ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ຫງວຽນ​ຈິ໋ຢຸງ ຖື​ວ່າ, ຖ້າ​ຫາກ​​ຄືກ່ອນນີ້, ບັນ​ຫາ​​ຮັບ​ປະ​ກັນ​ສະ​ຖຽນ​ລະ​ພາບ​ຂອງ​ເຂດ ​ໄຕ​ງວຽນ ​ຖືກ​ຕັ້ງ​ຢູ່​ແຖວ​ໜ້າ​ເພື່ອ​ພັດ​ທະ​ນາ, ​ປະ​ຈຸ​ບັນ​ຕ້ອງປ່ຽນ​ແປງທັດ​ສະ​ນະ​ດັ່ງ​ກ່າວ, ປະ​ຈຸ​ບັນ​ພວມ​ແມ່ນ​ຈຸດ​ເວ​ລາ​ທີ່​ເໝ​າ​ະ​ສົ​ມ​ເພື່ອ​ເຕື້ອງ​ເຖິງ​ທັດ​ສະ​ນະ “ພັດ​ທະ​ນາ​ເພື່ອ​​ຮັບ​ປະ​ກັນສະ​ຖຽນ​ລະ​ພາບ”. ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ​​ຈະ​ຮ່ວມ​ເດີນ​ທາງ​ພ​້ອມ​ກັບ​ບັນ​ດາ​ແຂວງ ​ເຂດໄຕ​ງວຽນ ໃນ​ການ​ປະ​ຕິ​ບັດທັດ​ສະ​ນະ​ດັ່ງ​ກ່າວ​​ໃຫ້​ປະ​ກົດ​ຜົນ​ເປັນ​ຈ​ິງ.

        “ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຍູ້​​ແຮງບົດ​ບາດ​ເປັນ​ເສ​ນາ​ທິ​ການ​ຊ່ວຍ​ລັດ​ຖະ​ບານ​ກໍ່​ສ້າງ ​​ພັດ​ທະ​ນາ​ບຸກ​ທະ​ລຸ​ໃນ​ການ​ປະ​ຕິ​ຮູບ​ສະ​ພາບ​ແວ​ດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ, ປ່ຽນ​ໃໝ່​ວິ​ທີ​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດກວ່າ​ອີກ. ພ້ອມກັນ​ນັ້ນ, ​ທາງກະ​ຊວງ​ຈະ​ພ້ອມ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ໜູນ​ຊ່ວຍ, ສົມ​ທົບ​ກັບ​ບັນ​ດາ​ແຂວງ​​ເຂດໄຕ​ງວຽນ ໃນ​ການ​ສ້າງ​ນະ​ໂຍ​ບາຍ​ພິ​ເສດ​ສະ​ເພາະ, ໂຄ​ສະ​ນາ​ຂໍ້​ມູ​ນ​ຂ່າວ​ສານ​ກ່ຽວ​ກັບ​ສະ​ພາບ​ແວ​ດ​ລ້ອມ​ແຫ່ງ​ການ​ລົງ​ທຶນ, ແກ້​ໄຂ​ບັນ​ດາ​​ຄວາມ​ຫຍຸ້ງ​ຍາກ, ຂໍ້​ຕິດຂັດ ເພື່ອ​ແນ​ໃສ່​ເສີມ​ຂະ​ຫຍາຍ​ການ​ຮ່ວມ​ສຳ​ພັນ​ເຂດ ແລະ ລະ​ດົມ​ການ​ນຳ​ໃຊ້​ທຸກ​ແຫຼ່ງ​ກຳ​ລັງ​ໃຫ້​ເປັນ​ຢ່າງ​ດີ ເພື່ອ​ໃຫ້​ເຂດ ໄຕ​ງວຽນ ພັດ​ທະ​ນາ​ຢ່າງວ່ອງ​ໄວ ແລະ ໝັ້ນ​ຄົງ”.

        ກ່ຽວ​ກັບ​ການ​ຮັບ​ປະ​ກັນ​ແຫຼ່ງ​ທຶນ​ໃຫ້​​ແກ່ການ​ເຄື່ອນ​ໄຫວ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ, ຜູ້​ວ່າ​ການ​ທະ​ນາ​ຄານ​ແຫ່ງ​ລັດ ເລ​ມິງ​ຮືງ ໃຫ້​ຮ​ູ້​ວ່າ, ທະ​ນາ​ຄານ​ແຫ່ງ​ລັດ ໃຫ້​ຄຳ​ໝັ້ນ​ສັນ​ຍາ ສືບ​ຕໍ່​ສົມ​ທົບ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອ​ງ​ຖິ່ນ​ຕ່າງໆ ເພື່ອ​​ປັບ​ປຸງກົນ​ໄກ​ນະ​ໂຍ​ບາຍ​​ສິນ​ເຊື່ອ​ໃຫ້​ເໝາະ​ສົມ​ກັບ​ການ​ກຳ​ນົດ​ທິດ​ພັດ​ທະ​ນ​າ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ເຂດ ໄຕ​ງວຽນ ແລະ ຊີ້​ນຳ​ລະ​ບົບ​ທະ​ນາ​ຄານ​ໃນ​ບໍ​ລິ​ເວນ​ແຂວງ ຈັດ​ຕັ້ງ​​ຜັນ​ຂະ​ຫຍາຍ​ບັນ​ດາ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ສິນ​ເຊື່ອ​ຂອງ​ທະ​ນາ​ຄານ​ໃຫ້​ໄດ້​ຮັບ​ຜົນ, ປະ​ກອບ​ສ່ວນ​ນຳ​ບັນ​ດາ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ໃຫຍ່​ຂອງ​ພັກ, ລັດ ສຳ​ລັບ​ເຂດ ໄຕ​ງວຽນ ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ. ຕາມນັ້ນ​ແລ້ວ, ​ບາງ​ເນື້ອ​ໃນ​ຈຸດ​ສຸມ​ທະ​ນາ​ຄານ​ແຫ່ງ​ລັດ​ຈະ​ຊີ້​ນຳ​ລະ​ບົບ​​ບັນ​ດາ​ອົງ​ການ​​ສິນ​ເຊື່ອ ສຸ​ມ​ໃສ່​ຜັນ​ຂະ​ຫຍາຍ​ໃນ​ໄລ​ຍ​ະ​ຈະ​ມາ​ເຖິງ​ຢ່າງ​ຂ້ຽວ​ຂາດ ແລະ ແຮງກວ່າ.

        “ພວກ​ຂ້າ​ພະ​ເຈົ້າ​ຈະ​ຊີ້​ນຳ​ບັນ​ດາ​ອົງ​ການ​ສິນ​ເຊື່ອ​ນ​ຍູ້​ແຮງ​ການ​ລະ​ດົມ​ທຶນ​ຢູ່​ກັບ​ທີ ແລະ ​ສົ່ງ​ທຶນ​​ເຖິງເຂດ ໄຕ​ງວຽນ, ຮັບ​ປະ​ກັນ​​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ແຫຼ່ງ​ທຶນ​ຢ່າງ​ພຽງ​ພໍ​ໃຫ້​ເຂດ. ລະ​ບົບ​ທະ​ນາ​ຄານ​ຈະ​ຕິດ​ຕາມ​ແຜນ​ຜັງພັດ​ທະ​ນາ​ເຂດ​ ແລະ ​ແຕ່​ລະທ້ອງ​ຖິ່ນຢ່າງ​ໃກ້​ຊິດ ​ເພື່ອ​ເປັນ​ເຈົ້າ​ການ​ສຳ​​ຜັດ ແລະ ສ​້າງ​ເງື່ອນ​ໄຂ​ໃຫ້​ວິ​ສາ​ຫະ​ກິດ​, ປະ​ຊາ​ຊົນກູ​້​ຢືມ​ທຶນ ​ເພື່ອລົງ​ທຶນ​ເຂົ້າ​ບັນ​ດາ​ຂົງ​ເຂດ​ທີ່​ມີ​ຄວາມ​ສາ​ມາດ​ບົ່​ມ​ຊ້ອນ, ທ່າ​ແຮງ​ຂອ​ງ​ເຂດ. ເພື່ອຫັນ​ຄວາມ​ຕັດ​ສິນ​ໃຈ​ ແລະ ​ຈິດ​ໃຈຮ່ວມ​ເດີນ​ທາງ​ພ້ອມ​ກັບ ໄຕ​ງວຽນ ຂອງ​ບັນ​ດາ​ທະ​ນາ​ການ​ເປັນ​​ລະ​ອຽດ, ທີ່ກອງ​ປະ​ຊຸມ, ບັນ​ດາ​ອົງ​ການ​ສິນ​ເຊື່ອ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ອຸ​ປະ​ຖຳ​ເງິນກວ່າ 29.000 ຕື້​ດົ່ງ​ໃຫ້ 36 ໂຄງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ເຂດ”.

ສ້າງ​ຄວາມ​ສະ​ດວກ​ໃຫ້​​ການລົງ​ທຶນ​ຕ່າງ​ປະ​ເທດ

        ດຶງ​ດູດ​ເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ​ຢູ່​ເຂດ ​ໄຕ​ງວຽນ ບໍ່​ຫຼາຍປານ​ໃດ, ສ່ວນ​ຫຼາຍ​ແມ່ນ​ຍັງ​ບໍ່​ທັນ​ສຳ​​ຜັດ, ດຶງ​ດູດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໄດ​້. ໄລ່​ມາ​ຮອດ​ປະ​ຈຸ​ບັນ, ການດ​ຶງ​ດູດ​ເງິນ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ​ຢູ່​ເຂດນີ້​​ກວມ​ພຽງ 0,65% ກ່ຽວ​ກັບ​ຈຳ​ນວນ​ໂຄງ​ການ, 0,25% ກ່ຽວ​ກັບ​ທຶນ​ຈົດ​ທະ​ບຽນ​ໃນ​ຈຳ​ນວນ​ເງິນ​ລົງ​ທຶນ​ຕ່າງ​ປະ​ເທດ​ເຂົ້າ​ຫວຽດ​ນາມ. ສະ​ເໜີ​ແນະ​ບາງມາດ​ຕະ​ການ​ແກ້​ໄຂ​ສຳ​ລັບ​ເຂດ ໄຕ​ງວຽນ, ທ່ານ​ລັດ​ຖະ​ມົນ​ຕີ ຫງວຽນ​ຈິ໋​ຢຸງ ເນັ້ນ​ໜັ​ກ​ເຖ​ິງ​ເລື່ອງ​ຕ້ອງ​ປ່ຽນ​ໃໝ່​ແບບ​ວິ​ທີ​ສົ່ງ​ເສີມ​ການ​ລົງ​ທຶນ, ຕ້ອງ​ຊອກ​ຮູ້​ວ່າ​ນັກ​ລົງ​ທຶນ​ຕ້ອງ​ການ​​ຫຍັງ. ໃນ​ຂະ​ນະ​ນັ້ນ, ເພື່ອ​ສ້າງ​​ຄວາມ​ສະ​ດວກ​ໃຫ້​ບັນ​ດາ​ນັກ​ລົງ​ທຶນ​ມີ​ຄວາມ​ອຸນ​ອຽນ​ໃຈ​ທຳ​ມາ​ຫາ​ກິນ​ຢ່າງ​ຍາວ​ນານ​ຢູ່ ໄຕ​ງວຽນ ແລະ ຫວຽດ​ນາມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຊີ້​ແຈ້ງວ່​າ, ຫວຽດ​ນາມ ສືບ​ຕໍ່​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ຮັກ​ສາ​ລາ​ຄາ​ເງິນ​ດົ່ງ. ລັດ​ຖະ​ບານກໍ່​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຮັບ​ປະ​ກັນ​ບັນ​ດາ​ກົນ​ໄກ​ສະ​ດວກ​ໃຫ້​ບັນ​ດາ​ນັກ​ລົງ​ທຶນ.

        “ປົກ​ປັ​ກ​ຮັກ​ສາ​ສິດ​ຊັບ​ສິນ, ສິດ​ທິ​ມະ​ນຸດ, ສິດ​​ຂອງພົນ​ລະ​ເມືອງ​ຕາ​ມ​ລັດ​ຖະ​ທຳ​ມະ​ນູນ ແລະ ກົດ​ໝາຍ​ໄດ້​ກຳ​ນົດ. ລັດ​ຖະ​ບານກໍ່​ຈະ​ສືບ​ຕໍ່​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ, ດຳ​ເນີນ​ທ​ຸ​ລະ​ກິດ​ໃຫ້​ດີກວ່າ​ອີກ, ນຳ​ຫວຽດ​ນາມ​ ເຂົ້າ top ນຳ​ໜ້າ​ອາ​ຊຽນ”.

        ​ສ່ວນ​ບັນ​ດາ​ນັກ​ລົງ​ທຶນ, ທ່ານ Shinya Ezima, ຮອງ​ປະ​ທານ​ອົງ​ການ​ຮ່ວມ​ມື​ສາ​ກົນ​ຍີ່​ປຸ່ນ (JICA), ​ເຊິ່ງ​ແມ່ນອົງ​ການ​ທີ່​ມີ​ຈຳ​ນວນ​ໂຄງ​ການ​​ລົງ​ທຶນນ​ີ້​ເຂດ ໄຕ​ງວຽນ ໃນ​ຫຼາຍ​ປີ​ຜ່ານ​ມາ ​ສະ​ແດງ​ຄວາມເຊື່ອ​ໝັ້ນ​ວ່າ, ໄຕ​ງວຽນ ຍັງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຢ່າງ​ໃຫຍ​່​ຫຼວງ ແລະ ກະ​ທົບ​ເຖິງ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​​ພັດ​ທະ​ນາ​ຂອງ​​ບັນ​ດາປະ​ເທດ​​ຢູ່​ເຂດ​ຊາຍ​ແດນ. JICA ຈະ​ສືບ​ຕໍ່​ລົງ​ທຶນ​ຢູ່​ເຂດ ໄຕ​ງວຽນ ໃນ​ໄລ​ຍະ​ຈະ​ມາ​ເຖິງ.

        “JICA ຈະ​ສືບ​ຕໍ່​ໜູນ​ຊ່ວຍ​ເຂດ ໄຕ​ງວຽນ ພ້ອມ​ກັ​ບ​ລັດ​ຖະ​ບານ​ຫວຽດ​ນາມ ແລະ ບັນ​ດາ​ຄູ່​ຮ່ວມ​ມື​ພັດ​ທະ​ນາ​ໃນ​ທົ່ວ​ໂລກ. ເລີ່ມ​ແຕ່​ທ້າຍ​ເດືອນນີ້, JICA ຈະ​ດຳ​ເນີນ​ການ​ເກັບຂໍ້​ມູນ​ຈາກ 5 ແຂວງ​ເຂດ ​ໄຕ​ງວຽນ. ໂຄງ​ການ​ຈະ​ເກັບ​​ບັນ​ດາຂໍ້​ມູນ​ພື້ນ​ຖານ​ກ່ຽວ​ກັບ​ການ​ນຳ​ໃຊ້​ນ້ຳ, ລະ​ບົບ​ເຂື່ອນ​ໄຟ​ຟ້າ​ນ້ຳ​ຕົກ​​ໃນ​ປະ​ຈຸ​ບັນຢູ່​ເຂດເພື່ອ​ໃຫ້ JICA ກຳ​ນົດ​ຢ່າງ​ຈະ​ແຈ້ງ​ຄວາມ​ຕ້ອງ​ການ​ດ້ານ​ພື້ນ​ຖານ​ໂຄງ​ລ່າງ​ທີ່​ຕ້ອງ​ການ​ເພີ່ມ​ເຕີ່ມ​ໃຫ້​ເຂດ ແນ​ໃສ່​ສະ​ກັດ​ກັ້ນ​ບັນ​ດາ​ການ​ກະ​ທົບ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ”.

        ໄຕ​ງວຽນ ສຸ​ສົນ​ໃຫ້​ກາຍ​ເປັນ​ເຂດ​ພູພຽງ​ທີ່​ອຸ​ດົມ​ສົມ​ບູນ​ທາງ​ດ້ານ​ກະ​ວິ​ກຳ, ມີ​ຫຼາຍ​ຮູບ​ຫຼາຍ​ສ​ີ​ດ້ານຊີ​ວະ​ພາບ, ມີ​ຄວາມ​ເຮັ່ງ​ມີ​ດ້ານ​ວັດ​ທະ​ນະ​ທຳ. ນີ້​ແມ່ນ​ວິ​ໄສ​ທັດ​ເຊິ່ງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ວາງ​ອອກ ໃຫ້​ເຂດນີ້. ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ທີ່​ໄດ້​ຍົກ​ອອກ​ມາ​ທີ່ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ລົງ​ທຶນ​ເຂດ ໄຕ​ງວຽນ ຈະ​ປະ​ກອບ​ສ່ວນ​ຫັນ​ບັນ​ດາ​ຄາດ​ໝາຍ​ເຊິ່ງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ວາງ​ອອກໃຫ້​ປະ​ກົດ​ຜົນ​ເປັນ​ຈິງ​ສ່ວນ​ໃດ​ສ່ວນ​ໜຶ່ງ, ນຳ ໄຕ​ງວຽນ ພັດ​ທະ​ນາ​ຢ່າງ​ວ່ອງ​ໄວ ແລະ ໝັ້ນ​ຄົງ, ກາຍ​ເປັນ​ເຂດ​ເສດ​ຖະ​ກິດ​ຈຸດ​ສຸມ.

ຂ່າວ/ບົດ​ອື່ນ