ເພີ່ມທະວີການປະຕິຮູບດ້ານບໍລິຫານໃນປີ 2019

(VOVWORLD) -ວັນທີ 21 ກຸມພາ 2019, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມຂອງຄະນະຊີ້ນຳການປະຕິຮູບດ້ານບໍລິຫານຂອງລັດຖະບານ ຜັນຂະຫຍາຍໜ້າທີ່ປີ 2019 ຢູ່ຮ່າໂນ້ຍ.

ເພີ່ມທະວີການປະຕິຮູບດ້ານບໍລິຫານໃນປີ 2019 - ảnh 1ລັດຖະບານຫວຽດນາມ ຈະປະຕິບັດຕາມທິດນຳການເຄື່ອນໄຫວທີ່ວ່າ:

“ມີລະບຽບວິໄນ, ສັດຊື່ບໍລິສຸດ, ກະທຳ, ປະດິດຄິດສ້າງ, ບຸກທະລຸ, ມີປະສິທິຜົນ”

(ພາບປະກອບ: chinhphu.vn)

ຕາມນັ້ນແລ້ວ, ປີ 2019 ລັດຖະບານຫວຽດນາມ ຈະປະຕິບັດຕາມທິດນຳການເຄື່ອນໄຫວທີ່ວ່າ: “ມີລະບຽບວິໄນ, ສັດຊື່ບໍລິສຸດ, ກະທຳ, ປະດິດຄິດສ້າງ, ບຸກທະລຸ, ມີປະສິທິຜົນ” ໃນການປະຕິຮູບດ້ານບໍລິຫານ, ເພື່ອແນໃສ່ນຳຫວຽດນາມ ຖືກຈັດເຂົ້າບັນຊີລາຍຊື່ແຖວໜ້າຂອງອາຊຽນ ກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ.

        ໃນຊຸມປີຜ່ານມາ, ວຽກງານປະຕິຮູບດ້ານບໍລິຫານ ໄດ້ຮັບຄວາມສົນໃຈເປັນພິເສດຈາກລັດຖະບານ, ດ້ວຍບັນດາການຊີ້ນຳນຳພາຢ່ຽງຂ້ຽວຂາດ ເພື່ອແນໃສ່ຍູ້ແຮງການປະຕິຮູບ, ປະກອບສ່ວນປະຕິບັດສຳເລັດບັນດາເປົ້າໝາຍເສດຖະກິດ - ສັງຄົມ, ຕອບສະໜອງຄວາມຕ້ອງການໃນການພັດທະນາ ແລະ ເຊື່ອມໂຍງເຂົ້າກັບສາກົນເທື່ອລະກ້າວຂອງປະເທດຊາດ. ມາຮອດປະຈຸບັນ, ບັນດາການປະຕິຮູບດ້ານບໍລິຫານຢູ່ຫວຽດນາມ ບັນລຸໄດ້ຈຸດພົ້ນເດັ່ນສຳຄັນຫຼາຍຢ່າງ, ເຊິ່ງໄດ້ຮັບການຮັບຮູ້ ແລະ ຕີລາຄາສູງຈາກປະຊາຊົນ, ວິສາຫະກິດ ແລະ ປະຊາຄົມສາກົນ. ບັນດາຜົນງານນັ້ນໄດ້ ແລະ ພວມນັບມື້ນັບແຜ່ຂະຫຍາຍ, ເຊິ່ງໄດ້ເຮັດໃຫ້ການປະຕິຮູບເລິກເຊິ່ງ, ກວ້າງຂວາງກວ່າ ຈາກສູນກາງ ລົງຮອດທ້ອງຖິ່ນ.

ລະດັບການຊົມໃຊ້ການບໍລິການເອເລັກໂຕນິກສາທາລະນະຂອງປະຊາຊົນຫວຽດນາມ ເພີ່ມຂຶ້ນ 29 ຂັ້ນ

        ລັດຖະບານຫວຽດນາມ ໄດ້ຕັ້ງໜ້າ ແລະ ມີຄວາມເດັດດຽວໃນການຍູ້ແຮງການປະຕິຮູບດ້ານບໍລິຫານ ຜ່ານການປະກາດໃຊ້ມະຕິ, ຄຳສັ່ງຫຼາຍສະບັບ ເພື່ອແນໃສ່ຍູ້ແຮງການປະຕິຮູບລະບຽບການບໍລິຫານໃນບາງຂົງເຂດຈຸດສຸມ. ລັດຖະບານກໍ່ບູລະນະຄະນະຊີ້ນຳການປະຕິຮູບດ້ານບໍລິຫານຂອງລັດຖະບານ ເພື່ອຍົກສູງຄຸນນະພາບ, ປະສິດທິຜົນໃນການຊີ້ນຳ, ບໍລິຫານການປະຕິຮູບດ້ານບໍລິຫານ. ບັນດາການປະຕິຮູບດ້ານບໍລິຫານ ໄດ້ສ້າງຂີດໝາຍສຳຄັນຫຼາຍຢ່າງ ໃນຂົງເຂດກໍ່ສ້າງ, ທີ່ດິນ, ການລົງທຶນ, ດຳເນີນທຸລະກິດ, ພາສີອາກອນ, ຄັງເງິນ… ເລື່ອງສ້າງລັດຖະບານເອເລັກໂຕນິກຕິດພັນກັບການປະຕິຮູບດ້ານບໍລິຫານ ໄດ້ຮັບການປະຕິບັດເພື່ອຍົກສູງປະສິດທິຜົນຂອງການປະຕິຮູບດ້ານບໍລິຫານ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ຢືນຢັນວ່າ.

        “ເລື່ອງສ້າງລັດຖະບານເອເລັກໂຕນິກ ຕ້ອງຕິດພັນກັບໜ້າທີ່ຂອງຜູ້ນຳໜ້າ, ຍູ້ແຮງເຕັກໂນໂລຊີຂໍ້ມູນຂ່າວສານໃນການປະຕິຮູບດ້ານບໍລິຫານ, ຮັບປະກັນການປະຕິບັດຢ່າງມີປະສິດທິຜົນ. ສະນັ້ນ, ຫວຽດນາມ ພວມສ້າງຕັ້ງຄະນະກຳມະການແຫ່ງຊາດ ກ່ຽວກັບລັດຖະບານເອເລັກໂຕນິກ ໂດຍນາຍົກລັດຖະມົນຕີເປັນປະທານ, ຊີ້ນຳໂດຍກົງບັນດາສະມາຊິກອື່ນຂອງຄະນະ ແມ່ນບັນດາຮອງນາຍົກລັດຖະມົນຕີ, ບັນດາລັດຖະມົນຕີທີ່ກ່ຽວຂ້ອງ, ພ້ອມທັງມີການເຂົ້າຮ່ວມຂອງພາກເອກະຊົນ ເພື່ອເສີມຂະຫຍາຍການຮ່ວມມືພາກລັດ - ເອກະຊົນໃນການຜັນຂະຫຍາຍໜ້າທີ່ດັ່ງກ່າວຢ່າງມີປະສິດທິຜົນ”.

        ປະຈຸບັນ, ຫວຽດນາມ ໄດ້ມີ 39 ທ້ອງຖິ່ນກໍ່ສ້າງ ແລະ ຜັນຂະຫຍາຍຮູບແບບສູນບໍລິຫານສາທາລະນະຂັ້ນແຂວງ ແລະ ນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເພື່ອແກ້ໄຂເອກະສານ, ລະບຽບການບໍລິຫານໃຫ້ປະຊາຊົນ. ໃນ 6 ເດືອນທ້າຍປີ 2018, ກະຊວງພາຍໃນໄດ້ສົມທົບກັບບັນດາອົງການທີ່ກ່ຽວຂ້ອງ ສຳຫຼວດຄຳເຫັນກວ່າ 30.000 ໃບຈາກປະຊາຊົນ ແລະ ວິສາຫະກິດ, ຮັບໃຊ້ໃຫ້ແກ່ການກຳນົດດັດຊະນີປະຕິຮູບດ້ານບໍລິຫານ (PAR Index) ແລະ ດັດຊະນີຄວາມເພິ່ງພໍໃຈຂອງປະຊາຊົນ, ອົງການຈັດຕັ້ງສຳລັບການຮັບໃຊ້ການບໍລິຫານ (SIPAS). ໝາກຜົນໄດ້ຊີ້ໃຫ້ເຫັນລະດັບຊົມໃຊ້ການບໍລິການເອເລັກໂຕນິກສາທາລະນະຂອງປະຊາຊົນຫວຽດນາມ ໄດ້ເພີ່ມຂຶ້ນ 29 ຂັ້ນ ໃນປີ 2018.

ຊຸກຍູ້ວິວັດທະນາການປະຕິຮູບດ້ານບໍລິຫານ ຕິດພັບກັບເປົ້າໝາຍພັດທະນາເສດຖະກິດ, ສັງຄົມ

        ປີ 2019, ລັດຖະບານ ແລະ ນາຍົກລັດຖະມົນຕີ ໄດ້ເອົາໃຈໃສ່ເປັນພິເສດເຖິງໜ້າທີ່ການປະຕິຮູບດ້ານບໍລິຫານ ແລະ ມີການຊີ້ນຳນຳພາຢ່າງຕໍ່ເນື່ອງ, ຮອບດ້ານ ເພື່ອແນໃສ່ສືບຕໍ່ຊຸກຍູ້ວິວັດທະນາການປະຕິຮູບ ຕິດພັນກັບເປົ້າໝາຍພັດທະນາເສດຖະກິດ, ສັງຄົມນັບແຕ່ຕົ້ນປີ. ໃນບັນດາມະຕິເລກທີ 01 ແລະ 02 ຂອງລັດຖະບານ ທີ່ໄດ້ປະກາດໃຊ້ໃນຊຸມມື້ຕົ້ນປີ ໄດ້ຊີ້ແຈ້ງບັນດາເປົ້າໝາຍ, ໜ້າທີ່ກ່ຽວກັບການປະຕິຮູບດ້ານບໍລິຫານ. ສ່ວນຢູ່ບັນດາທ້ອງຖິ່ນ, ນະຄອນຮ່າໂນ້ຍ ໄດ້ວາງຄາດໝາຍສະໜອງການບໍລິການຜ່ານເຄືອຂ່າຍອິນເຕີແນັດຂອງບັນດາພະແນກ, ຄະນະ, ຂະແໜງການ, ຄະນະກຳມະການປະຊາຊົນ, ເມືອງ, ເທດສະບານ ແລະ ຕາແສງ, ບ້ານ 80%. ເປັນຄັ້ງທຳອິດນະຄອນດ່ານັ້ງ ຜັນຂະຫຍາຍຂັ້ນຕອນ “3 ໃນ 1” ເມື່ອແກ້ໄຂໜັງສື 3 ປະເພດເທື່ອໜຶ່ງ ລວມມີ: ໃບແຈ້ງເກີດ, ຈົດທະບຽນທີ່ຢູ່ອາໄສ, ສະໜອງບັດປະກັນສຸຂະພາບໃຫ້ເດັກອາຍຸຕ່ຳກວ່າ 6 ປີ. ສ່ວນບັນດາກະຊວງ, ຂະແໜງການ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ແມ່ນຫົວໜ່ວຍແບບຢ່າງ ດ້ວຍແຜນນະໂຍບາຍສ້າງລັດຖະບານເອເລັກໂຕນິກ ຕິດພັບກັບການປະຕິຮູບດ້ານບໍລິຫານ. ທ່ານ ໂງຢາງ, ຮອງຫົວໜ້າກົມຈັດຕັ້ງພະນັກງານ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ, ໃຫ້ຮູ້ວ່າ.

        “ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ກຳນົດທັດສະນະກໍ່ສ້າງລັດຖະບານເອເລັກໂຕນິກຕາມທິດປ່ຽນແປງໃໝ່ວິທີການຮັບໃຊ້, ຖືປະຊາຊົນ, ວິສາຫະກິດເປັນໃຈກາງ; ຕິດພັນຢ່າງແໜ້ນແຟ້ນ, ຄົບຊຸດລະຫວ່າງການປະຕິຮູບດ້ານບໍລິຫານ, ປ່ຽນແປງໃໝ່ແບບວິທີເຮັດວຽກດ້ວຍການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ກຳນົດການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ແມ່ນເຄື່ອງມືທີ່ມີປະສິດທິຜົນໃນການໜູນຊ່ວຍ, ຊຸກຍູ້ການປະຕິຮູບດ້ານບໍລິຫານ ແລະ ຖືຄວາມເພິ່ງພໍໃຈຂອງປະຊາຊົນ, ອົງການຈັດຕັ້ງແມ່ນໄມ້ວັດແທກໃນການພັດທະນາລັດຖະບານເອເລັກໂຕນິກຢູ່ກະຊວງ”.

        ທິດນຳຂອງລັດຖະບານໃນປີ 2019 ແມ່ນ “ມີລະບຽບວິໄນ, ສັດຊື່ບໍລິສຸດ, ກະທຳ, ປະດິດຄິດສ້າງ, ບຸກທະລຸ, ມີປະສິທິຜົນ” ໃນການປະຕິຮູບດ້ານບໍລິຫານ. ລັດຖະບານໄດ້ສູ້ຊົນນຳຫວຽດນາມ ໃຫ້ຖືກຈັດເຂົ້າກຸ່ມແຖວໜ້າຂອງອາຊຽນ ທີ່ມີສະພາບແວດລ້ອມດຳເນີນທຸລະກິດທີ່ສະດວກ, ເພື່ອແນໃສ່ປົດປ່ອຍກຳລັງການຜະລິດ ແລະ ປະຊາຊົນ, ວິສາຫະກິດທັງໝົດລ້ວນແຕ່ເສີມຂະຫຍາຍພູມປັນຍາເພື່ອເລີ່ມຕົ້ນທຸລະກິດ. ນອກນັ້ນ, ແມ່ນພື້ນຖານບໍລິຫານຮັບໃຊ້ປະຊາຊົນກໍ່ສືບຕໍ່ໄດ້ຮັບການປະຕິບັດຢ່າງມີປະສິດທິຜົນໃນບັນດາອົງການບໍລິຫານ, ນັງທັງຫົວໜ່ວຍພາກລັດ ຕາມທິດກະທັດລັດ, ມີປະສິດທິພາບ, ປະສິດທິຜົນ, ຕອບສະໜອງການປະຕິວັດອຸດສາຫະກຳ 4.0 ແລະ ການເຊື່ອມໂຍງເຂົ້າກັບສາກົນຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ