ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອຫວຽດນາມ-ເບລາຣຸດ

(VOVWORLD) - ວັນທີ 26 ມິຖຸນາ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ເລີ່ມຕົ້ນການຢ້ຽມຢາມເບລາຣຸດ ຢ່າງເປັນທາງການ, ຕາມຄຳເຊີນຂອງທ່ານປະທານາທິບໍດີເບລາຣຸດ A. Lukashenko. ນີ້ແມ່ນການຢ້ຽມຢາມ ເບລາຣຸດ ຢ່າງເປັນທາງການຄັ້ງທຳອິດຂອງທ່ານປະທານປະເທດ ເຈີນດ້າຍກວາງ ພາຍຫຼັງກອງປະຊຸມໃຫຍ່ພັກທົ່ວປະເທດຄັ້ງທີ 12, ເພື່ອແນໃສ່ສືບຕໍ່ປະກອບສ່ວນສືບຕໍ່ຜັນຂະຫຍາຍແນວທາງການຕ່າງປະເທດເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ, ປັບປຸງ ແລະ ເພີ່ມທະວີການພົວພັນກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ.

ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອຫວຽດນາມ-ເບລາຣຸດ - ảnh 1  ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ແລະ ພັນລະຍາ

(ພາບ: nhandan.com.vn)

ເຖິງວ່າພູມມີປະເທດຈະຫ່າງໄກກັນເຖິງ 7.000 ກ.ມ ກໍ່ຕາມ, ແຕ່ຫວຽດນາມ ແລະ ເບລາຣຸດ ມີມູນເຊື້ອມິດຕະພາບມາແຕ່ດົນນານ. ພາຍຫຼັງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1992 - 2017), ຫວຽດນາມ ແລະ ເບລາຣຸດ ບັນລຸໄດ້ຜົນງານຫຼາຍຢ່າງໃນການພັດທະນາເສດຖະກິດ, ສັງຄົມ. 2 ປະເທດ ບັນລຸໄດ້ຄວາມໄວ້ເນື້ອເຊື່ອໃຈສູງໃນການເຈລະຈາດ້ານການເມືອງ ແລະ ຍາມໃດກໍ່ສົມທົບກັນກະທຳຢ່າງມີປະສິດທິຜົນໃນເວທີການເມືອງສາກົນ, ຍ້ອນ 2 ປະເທດມີບັນດາທັດສະນະລວມໃນບັນຫາສາກົນສຳຄັນຫຼາຍຢ່າງ.

ສະຫງວນການສະໜັບສະໜູນສູງສຸດໃຫ້ກັນ

        ໃນໄລຍະ 2 ປີມໍ່ໆມານີ້, ບັນດາການຢ້ຽມຢາມຂັ້ນສູງຂອງການນຳ 2 ປະເທດໄດ້ສ້າງກຳລັງໜູນໃໝ່ ໃນການພັດທະນາການພົວພັນ 2 ຝ່າຍ. ເບລາຣຸດ ຖືການຮ່ວມມືກັບຫວຽດນາມ ແມ່ນໜຶ່ງໃນບັນດາທິດທາງບຸລິມະສິດໃນແນວທາງການຕ່າງປະເທດຂອງ ເບລາຣຸດ ຢູ່ອາຊີ ແລະ ມຸ່ງໄປເຖິງການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດກັບຫວຽດນາມ. ເບລາຣຸດ ຕີລາຄາສູງການພົວພັນມິດຕະພາບທີ່ເປັນມູນເຊື້ອກັບຫວຽດນາມ, ເຊິ່ງແມ່ນປະເທດມີທີ່ຕັ້ງນັບມື້ນັບໄດ້ຮັບການຍົກສູງຂຶ້ນບົນເວທີສາກົນ.

        ຫວຽດນາມແມ່ນຄູ່ຄ້າທີ່ເປັນມູນເຊື້ອຂອງ ເບລາຣຸດ ຢູ່ອາຊີຕາເວັນອອກສ່ຽງໃຕ້. ນອກຈາກພູມມີປະເທດທີ່ຫ່າງໄກ, ໃນການເປີດກວ້າງການພົວພັນດ້ານເສຖະກິດ ຫວຽດນາມ ແລະ ເບລາຣຸດ ບໍ່ປະສົບກັບປັດໃຈຫຍຸ້ງຍາກໃດໆ, ຍ້ອນວ່າພື້ນຖານເສດຖະກິດຂອງ 2 ປະເທດຍາມໃດກໍ່ເພີ່ມເຕີມໃຫ້ກັນ. ໃນໄລຍະ 10 ປີມໍ່ໆມານີ້, ວົງເງິນການຄ້າ 2 ປະເທດໄດ້ເພີ່ມຂຶ້ນທົບ 3 ກວ່າເທົ່າ, ແຕ່ຍັງບໍ່ທັງເໝາະສົມກັບຄວາມສາມາດບົມຊ້ອນຂອງ 2 ພື້ນຖານເສດຖະກິດ ທີ່ພວມພັດທະນາຢ່າງຂະຫຍັນຂັນເຄື່ອນ. ປະຈຸບັນ, ເບລາຣຸດ ເອົາໃຈໃສ່ເຖິງການຊຸກຍູ້ການສົ່ງອອກຝຸນ Kali ເຊິ່ງແມ່ນຜະລິດຕະພັນທີ່ຜູ້ອຸປະໂພກຫວຽດນາມ ນິຍົມມາແຕ່ດົນນານ; ບັນດາຢາງລົດຂະໜາດໃຫຍ່, ເຄື່ອງຈັກ, ຜະລິດຕະພັນອຸດສາຫະກຳເອເລກໂຕນິກ, ພ້ອມກັບບັນດາຜະລິດຕະພັນເຕັກນິກເຕັກໂນໂລຊີສູງອື່ນໆ ມາຍັງຫວຽດນາມ. ພ້ອມກັນນັ້ນ, ມີສິນຄ້າທີ່ເປັນມູນເຊື້ອຂອງຫວຽດນາມ ຫຼາຍປະເພດ ໄດ້ກາຍເປັນສິນຄ້າທີ່ມີຄວາມໃກ້ຊິດໃນຊີວິດປະຈຳວັນຂອງຜູ້ອຸປະໂພກ ເບລາຣຸດ ຄື: ໂສ້ງເສື້ອ, ເກີບ, ສິນໃນນ້ຳ, ຊາ, ກາເຟ, ໝາກຖົວດິນ, ເຄື່ອງເທດ… ສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ພັນທະມິດເສດຖະກິດອາຊີ - ເອີລົບ (EAEU) ມີຜົນສັກສິດນັບແຕ່ເດືອນຕຸລາ 2016 ໄດ້ເປີດບັນດາແງ່ຫວັງໃໝ່ຫຼາຍຢ່າງໃນການພົວພັນດ້ານເສດຖະກິດ - ການຄ້າລະຫວ່າງຫວຽດນາມ ແລະ ເບລາຣຸດ. ເພື່ອເພີ່ມທະວີການພົວພັນຮ່ວມມື 2 ຝ່າຍ, 2 ຝ່າຍພວມມານະພະຍາຍາມຫັນປ່ຽນແບບວິທີການຮ່ວມມື ຈາກການຮ່ວມມືການຄ້າທຳມະດາຫັນໄປສູ່ການຮ່ວມສຳພັນອຸດສາຫະກຳ. ບັນດາບໍລິສັດຫວຽດນາມ ພວມນຳໃຊ້ບັນດາຄວາມສາມາດບົ່ມຊ້ອນຈາກໂຄງລ່າງທີ່ທັນສະໄໝ ແລະ ພ້ອມແລ້ວທີ່ຈະໜູນຊ່ວຍ, ຊ່ວຍເຫຼືອຂອງເບລາຣຸດ ເພື່ອເຂົ້າເປັນສະມາຊິກຕະຫຼາດ EAEU ແລະ ບັນດາປະເທດເອີລົບຕາເວັນອອກ.

        ປະຈຸບັນ, ມີນັກສຶກສາຫວຽດນາມ ປະມານ 70 ຄົນພວມຮ່ຳຮຽນຢູ່ ເບລາຣຸດ. ການຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີລະຫວ່າງ 2 ປະເທດໄດ້ຮັບການຮັກສາ ແລະ ພັດທະນາ, ບັນດາອົງການວິທະຍາສາດ ແລະ ເຕັກໂນໂລຊີລະຫວ່າງ 2 ປະເທດໄດ້ສົມທົບກັນຢ່າງແໜ້ນແຟ້ນ, ມີຫຼາຍໂຄງການໄດ້ຮັບການຜັນຂະຫຍາຍ ແລະ ບັນລຸໝາກຜົນອັນດີງາມ. ໃນນັ້ນ, ການຮ່ວມມືດ້ານແຮງງານແມ່ນທິດທາງຮ່ວມມືໃໝ່ໃນແງ່ຫວັງລະຫວ່າງ 2 ປະເທດ. ບັນດາວິສາຫະກິດຫວຽດນາມ ໄດ້ລົງນາມໃນສັນຍາກັບບໍລິສັດກໍ່ສ້າງຂອງ ເບລາຣຸດ ນຳຄົນງານຫວຽດນາມ ໄປເຮັດວຽກຢູ່ບັນດາກິດຈະກຳກໍ່ສ້າງເຂດກິລາບັນເທິງຢູ່ນະຄອນຫຼວງ Minsk. ພ້ອມກັນນັ້ນ, 2 ຝ່າຍໄດ້ລົງນາມໃນສັນຍາລະຫວ່າງລັດຖະບານ ກ່ຽວກັບການເຮັດວຽກມີກຳນົດເວລາຂອງພົນລະເມືອງ 2 ປະເທດ ໃນຜືນແຜ່ນດິນຂອງກັນ ເຊິ່ງເລີ່ມມີຜົນສັກສິດນັບແຕ່ເດືອນມິຖຸນາ 2013.

        ປະຊາຄົມຊາວຫວຽດນາມ ອາໄສຢູ່ ເບລາຣຸດ ມີປະມານ 600 ຄົນ, ເຊິ່ງໄດ້ຮັບການສ້າງເງື່ອນໄຂສະດວກພໍສົມຄວນຈາກອຳນາດການປົກຄອງ ໃນການຮ່ຳຮຽນ, ອາໄສ ແລະ ດຳເນີນທຸລະກິດຖືກຕາມກົດໝາຍຂອງ ເບລາຣຸດ. 2 ຝ່າຍລ້ວນແຕ່ສ້າງຕັ້ງສະມາຄົມມິດຕະພາບສາມັກຄີ. ຜ່ານສະມາຄົມມິດຕະພາບຂອງແຕ່ລະຝ່າຍ, ຄວາມເຂົ້າອົກເຂົ້າໃຈ, ການແບ່ງປັນລະຫວ່າງປະຊາຊົນ 2 ປະເທດນັບມື້ນັບໄດ້ຮັບການປັບປຸງ ແລະ ພັດທະນາ.

ແງ່ຫວັງໃໝ່ໃນການພົວພັນຫວຽດນາມ - ເບລາຣຸດ

        ນ້ຳໃຈມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານລະຫວ່າງ 2 ຊາດ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ຄວາມຕັດສິນໃຈຂອງການນຳຂັ້ນສູງຫວຽດນາມ ແລະ ເບລາຣຸດ, ບັນດາໝາກຜົນໃນການຕັ້ງໜ້າຮ່ວມມືທີ່ບັນລຸໄດ້ໃນໄລຍະຜ່ານມາ ແມ່ນພື້ນຖານອັນໝັ້ນແກ່ນເພື່ອນຳການພົວພັນລະຫວ່າງ 2 ປະເທດໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່, ຕອບສະໜອງຜົນປະໂຫຍດຂອງທັງ 2 ຝ່າຍ. ທີ່ການຕອບສຳພາດຕໍ່ບັນດາອົງການສື່ມວນຊົນຂອງສ.ເບລາຣຸດ ກ່ອນການຢ້ຽມຢາມ, ທ່ານປະທານປະເທດ ເຈີນດ້າຍກວາງ ຢືນຢັນວ່າ, ການພົວພັນລະຫວ່າງຫວຽດນາມ - ເບລາຣຸດ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາຢ່າງແຮງ, ມີປະສິດທິຜົນກວ່າໃນໄລຍະຈະມາເຖິງ. ການຢ້ຽມຢາມ ເບລາຣຸດ ຄັ້ງນີ້ຂອງທ່ານປະທານປະເທດ ເຈີນດ້າຍກວາງ ແມ່ນເພື່ອແນໃສ່ຢືນຢັນຖືເປັນສຳຄັນການພັດທະນາ ແລະ ປັບປຸງການພົວພັນມິດຕະພາບທີ່ເປັນມູນເຊື້ອກັບ ເບລາຣຸດ, ເພີ່ມທະວີການພົວພັນດ້ານການເມືອງອັນດີງາມ, ສ້າງພື້ນຖານເປີດກວ້າງ ແລະ ເຮັດໃຫ້ການພົວພັນຮ່ວມມືໃນບັນດາຂົງເຂດເສດຖະກິດ - ການຄ້າ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການສຶກສາ - ບຳລຸງສ້າງ ໃຫ້ເລິກເຊິ່ງກວ່າ. ຜ່ານນັ້ນ, ສ້າງກຳລັງໜູນຊຸກຍູ້ການພົວພັນຮ່ວມມືຮອບດ້ານໃນທຸກຂົງເຂດ.

ຕອບກັບ

ຂ່າວ/ບົດ​ອື່ນ