ເພີ່ມທະວີການຮ່ວມມືລັດຖະສະພາລະຫວ່າງ ຫວຽດນາມ ແລະ ສະວິດ

(vovworld) - ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ສສ ຫວຽດນາມ ຫງວຽນ​ທິກີ​ມ​ເງິນ, ຄະນະ​ຜູ້​ແທນ​ສະພາ​ສູງ ສະຫະພັນ ສະ​ວິດ ​ໂດຍ​ທ່ານ​ປະທານ Ivo Bischofberger ນຳ​ໜ້າ ​ເລີ່​ມຕົ້ນ​ການ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 28/03. ​ເລື່ອງ​ການ​ນຳ​ສູງ​ສຸດ​ຂອງ​ສະພາ​ສູງ ສະ​ວິດ ​ເລືອກ​ເຟັ້ນ ຫວຽດນາມ ​ເປັນ​ປະ​ເທດ​ທຳ​ອິດ​ມາ​ຢ້ຽມຢາມ​ນັບ​ແຕ່​ເມື່ອ​ຮັບດຳລົງ​ຕຳ​ແໜ່​ງ​ໃນ​ເດືອນ 11 / 2016 ​ເປັນ​ການສະ​ແດງ​ໃຫ້​ເຫັນ​ຄວາມຖື​ເປັນ​ສຳຄັນຂອງຝ່າຍ ສະ​ວິດ ​ແລະ ​ ທ່ານ​ປະທານ Ivo Bischofberger ໃນ​ນາມ​ສ່ວນ​ຕົວ ​ໃນ​ການ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ກັບ ຫວຽດນາມ. ການ​ຢ້ຽມຢາມ​ຈະ​ປະກອບສ່ວນ​ເປີດ​ແງ່​ຫວັງ​ການ​ຮ່ວມ​ມື​ໃໝ່​ລະ​ຫວ່າງ 2 ປະ​ເທດ​ໃນ​ເວທີ​ປາ​ໄສ​ລັດຖະສະພາ ກໍ່​ຄື​ໃນ​ຂົງ​ເຂດ​ການ​ສຶກສາ ​ແລະ ການ​ຄ້າ.

ເພີ່ມທະວີການຮ່ວມມືລັດຖະສະພາລະຫວ່າງ ຫວຽດນາມ ແລະ ສະວິດ - ảnh 1
(ພາບປະກອບ)

        ​ໃນ​ການ​ຢ້ຽມຢາມ ຫວຽດນາມ ​ແຕ່​ວັນ​ທີ 28 – 31/03, ທ່ານ​ປະທານ Ivo Bischofberger ຈະ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ທິກີ​ມ​ເງິນ, ​ເຂົ້າ​ຢ້ຽມ​ຂ່ຳນັບ​ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ. ຄາດ​ຄະ​ເນວ່າ ທ່ານ​ປະທານ Ivo Bischofberger ຈະ​ມີ​ການ​ພົບ​ປະ​ກັບ​ການ​ນຳ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ, ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ຫວຽດນາມ.

ການ​ຮ່ວມ​ມື​ມີ​ປະສິດທິ​ຜົນ​ໃນ​ຫລາຍ​ຂົງ​ເຂດ

        ກ່ອນ​ນີ້ 46 ປີ, ຫວຽດນາມ - ສະ​ວິດ ​ໄດ້​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການທູດ (11/10/1971). ​ໃນ​ຊຸ​ມປີຜ່ານມາ, ການ​ພົວພັນ 2 ຝ່າຍ ສະ​ວິດ - ຫວຽດນາມ ພັດທະນາ​ຢ່າງ​ແຮງ ​ແລະ ການ​ຮ່ວມ​ມື​ມີ​ປະສິດທິ​ຜົນ​ໃນ​ຫລາຍ​ຂົງ​ເຂດ.

        ບົນ​ເສັ້ນທາງ​ພັດທະນາ ​ແລະ ​ເຊື່ອ​ມ​ໂຍງ​ເຂົ້າກັບ​ສາກົນ, ຫວຽດນາມ ຍາມ​ໃດ​ກໍ່​ໄດ້​ຮັບ​ການ​ສະ​ໜັບສະ​ໜູນ, ຊ່ວຍ​ເຫຼືອຈາກ ສະ​ວິດ ຢ່າງ​ມີ​ປະສິດທິ​ຜົນ, ພິ​ເສດ ​ແມ່ນ​ໃນ​ບັນດາ​ຂົງ​ເຂດ​ເພີ່ມ​ທະວີ​ກຳລັງຄວາມ​ສາມາດ​ຂອງລະບອບ​ລະບຽບ​ການ​ຮັບ​ໃຊ້ກິດຈະການ​ປະຕິ​ຮູບ​ດ້ານ​ບໍລິຫານ, ພັດທະນາ​ກະສິກຳ, ລົບ​ລ້າງ​ຄວາມ​ອຶດຫິວ​ຫລຸດຜ່ອນ​ຄວາມທຸກ​ຍາກ, ປັບປຸງ​ການ​ບໍ​ລິ​ການ​ດ້ານ​ສາທາລະນະ​ສຸກ…​ກໍ່​ຄື​ປະກອບສ່ວນ​ຊ່ວຍ ຫວຽດນາມ ສຳ​ເລັດ​ບັນດາ​ເປົ້າ​ໝາຍ​ພັດທະນາສະຫັດ​ສະ​ວັດ​ຂອງ​ສະຫະ​ປະຊາ​ຊາດ.

        ການ​ພົວພັນ​ຮ່ວມ​ມື​ດ້ານ​ການ​ຄ້າ​ລະ​ຫວ່າງ 2 ປະ​ເທດ​ໃນ​ຊຸມປີ​ມໍ່ໆ​ມາ​ນີ້ ​ໄດ້​ມີ​ບັນດາ​ບາດກ້າວ​ພັດທະນາ​ກະ​ໂດດຂັ້ນ. ສະ​ວິດ ​ແມ່ນ​ຄູ່​ຮ່ວມ​ມື​ເສດຖະກິດ​ສຳຄັນ​ຂອງ ຫວຽດນາມ ຢູ່ ​ເອີ​ລົບ. ປະ​ເທດ​ນີ້ ​​ໄດ້​ສະຫງວນ​ໃຫ້ ຫວຽດນາມ ຂໍ້​ກຳນົດ​ບຸລິມະສິດ​ກ່ຽວ​ກັບ​ດ້ານ​ການ​ຄ້າ​ຫລາຍ​ສະບັບ​ຄື: ກົດ​ລະບຽບນິຕິ​ກຳ​ສຳຄັນ​​ໃນ​ການ​ຄ້າ​ສາກົນ​ທັນ​ສະ​ໄໝ (MFM), ລະບົບ​ບຸລິມະສິດ​ພາສີ​ອາກອນທົ່ວ​ໄປ (GSP). 2 ປະ​ເທດ​ພວມຕັ້ງໜ້າ​ຊຸກຍູ້​ການ​ພົວພັນ​ດ້ານ​ການ​ຄ້າ 2 ຝ່າຍ. ສັນຍາ​ການ​ຄ້າ​ເສລີ (FTA) ລະຫວ່າງ ຫວຽດນາມ ​ແລະ ກຸ່ມ​ການ​ຄ້າ​ເສລີ ​ເອີ​ລົບ (EFTA ລວມມີ: ສະວິດ, ນອກ​ແວ, ​ໄອ​ແລນ, ​ເລກ​ເຕນສ​ເຕນ) ​ເລີ່​ມຕົ້ນດຳ​ເນີນ​ການ​ເຈລະຈາ​ແຕ່​ເດືອນ 5/2012 ​ແລະ ຜ່ານ​ວາລະ​ເຈລະຈາ 14 ຄັ້ງ. ສະວິດ ວາງ​ເປົ້າ​ໝາຍ​ຈະ​ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ເສລີ​ນີ້ ​ໂດຍ​ໄວ. ໃນ​ຂະ​ນະ​ນັ້ນ, ການ​ແລກ​ປ່ຽນ​ການ​ຄ້າ 2 ຝ່າຍ​ກໍ​ມີ​ບັນ​ດາ​ຄວາມ​ຄືບ​ໜ້າ​ອັນ​ຕັ້ງ​ໜ້າ. ໃນ 7 ເດືອນ​ຕົ້ນ​ປີ 2016, ວົງ​ເງິນ​ການ​ຄ້າ 2 ສົ້ນ​ບັນ​ລຸ 731 ລ້ານ USD ( ເພີ່ມ​ຂຶ້ນ 85% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2015).   ປະ​ຈຸ​ບັນ, ສະ​ວິດ​ມີ​ກ່​ວາ 100 ໂຄງ​ການ​ລົງ​ທຶນ​ຢູ່​ຫວຽດ​ນາມ​ໃນ​ບັນ​ດາ​ຂົງ​ເຂດ​ຄື ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ, ພະ​ລັງ​ງານ​ດ້ວຍຍອດ​ເງິນ​ລົງ​ທຶນກວ່າ 2 ຕື້ USD. ການ​ລົງ​ທຶນ​ຂອງ​ສະ​ວິດ ຕົ້ນ​ຕໍ​ແມ່ນ​ສຸມ​ໃສ່​ບັນ​ດາ​ຂະ​ແໜງ ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ, ຜະ​ລິດ, ສະ​ໜອງ​ໄຟ​ຟ້າ, ອາຍ​ແກັ​ສ, ນ້ຳ​ປະ​ປາ…. ຫວຽດ​ນາມ ກໍ​ແມ່ນ​ໜຶ່ງ​ໃນ​ຈຳ​ນວນ 8 ປະ​ເທດ​ຊຶ່ງ​ສະ​ວິດ​ໃຫ້​ບຸ​ລິ​ມະ​ສິດ​ຊ່ວຍ​ເຫຼືອ​ພັດ​ທະ​ນາ​ຂະ​ນະ​ທີ່​ສະ​ວິດ​ໝັ້ນ​ໝາຍ​ຊ່ວຍ​ເຫຼືອ 90 ລ້ານ USD ໃຫ້​ແກ່​ຫວຽດ​ນາມ​ໃນ​ໄລ​ຍະ 2016-2020.

      ການ​ຮ່ວມ​ມື​ທາງ​ດ້ານ​ການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ​ກໍ​ແມ່ນ​ຈຸດ​ທີ່​ພົ້ນ​ເດັ່ນ​ໃນ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ດ້ວຍ​ເລື່ອງ​ສະ​ວິດ​ໜູນ​ຊ່ວຍ​ຫວຽດ​ນາມ​ປະ​ຕິ​ບັດ​ບັນ​ດາ​ໂຄງ​ການ​ໃນ​ຂົງ​ເຂດ​ການ​ສຶກ​ສາ​ກ່ຽວ​ກັບ​ສິ່ງ​ແວ​ດ​ລ້ອມ, ຄຸ້ມ​ຄອງ ແລະ ບຳ​ລຸງ​ສ້າງ​ລະ​ດັບ​ປະ​ລິນ​ຍາ​ໂທ, ປະ​ລິນ​ຍາ​ເອກ​ລົງ​ເລິກ​ຂະ​ແໜງ​ການ​ເງິນ, ທະ​ນາ​ຄານ, ບໍ​ລິ​ຫານ​ທຸ​ລະ​ກິດ. 2 ປະ​ເທດ​ໄດ້​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມືທາງ​ດ້ານ​ການ​ສຶກ​ສາ-ບຳ​ລຸງ​ສ້າງ​ໃນ​ການ​ຢ້ຽມ​ຢາມ​ສະ​ວິດ​ຂອງ​ອະ​ດີດ​ປະ​ທານ​ປະ​ເທດ​ຫວຽດ​ນາມ ຫງວຽນ​ມິນ​ຈຽດ ເມຶ່ອ​ປີ 2010.

     ໃນ​ຂະ​ນະ​ນັ້ນ, ການ​ພົວ​ພັນ​ຮ່ວມ​ມື​ທາງ​ດ້ານ​ລັດ​ຖະ​ສະ​ພາ​ລະ​ຫວ່າງ​ຫວຽດ​ນາມ-ສະ​ວິດ​ພວມ​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້​າ. ປີ 2014, ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ຊິງ​ຮຸ່ງ ໄດ້​ໄປ​ຢ້ຽມ​ຢາມ​ສະ​ວິດ ແລະ ໃນ​ມໍ່ໆ​ມານີ້​ແມ່ນ​ການ​ຢ້ຽມ​ຢາມ​ສະ​ວິດ​ຂອງ​ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຕ່ອງ​ທິ​ຟ້ອງ​ເມື່ອ​ເດືອນ 10/2016. ໃນ​ການ​ຢ້ຽມ​ຢາມນີ້, ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ແລະ ສະ​ວິດ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ສັນ​ເພີ່ມ​ທະ​ວີ​ການ​ແບ່ງ​ປັນ​ບົດ​ຮຽນ, ທາບ​ທາມ​ລະ​ຫວ່າງ ສະ​ພາ​ແຫ່ງ​ຊາດ ແລະ ສະ​ພາ​ສູງ​ຂອງ 2 ປະ​ເທດ ກໍ​ຄື​ຢືນ​ຢັນເພີ່ມ​ທະ​ວີການ​ສົມ​ທົບ​ກັນ​ລະ​ຫວ່າງ 2 ຝ່າຍ​ໃນ​ບັນ​ດາ​ເວ​ທີ​ປາ​ໄສ​ສາ​ກົນ. ມາ​ຮອດ​ປະ​ຈຸ​ບັນ, ​ຫວຽດ​ນາມ ແລະ ສະ​ວິດກໍ​ໄດ້​ສ້າງ​ຕັ້ງ​ກຸ່ມ ສ.ສ.ຊ ມິດ​ຕະ​ພາບ 2 ຝ່າຍ.

   ແງ່​ຫວັງ​ຮ່ວມ​ມື​ໃໝ່

  ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຂອງ​ທ່ານປະ​ທານ​ສະ​ພາ​ແຫ່ງ​ລັດ​ສະ​ວິດ Ivo Bischofberger ໃນ​ຄັ້ງ​ນີ້ ຖືກ​ດຳ​ເນີນ​ໃນ​ສະ​ພາບ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມືຫຼາຍ​ດ້ານ​ລະ​ຫວ່າງ​ຫວຽດ​ນາມ ແລະ ສະ​ວິດ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ ພັດ​ທະ​ນາ​ຢ່າງ​ດີງາມ. ການ​ຢ້ຽມ​ຢາມ​ແມ່ນ​ສືບ​ຕໍ່​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ລະ​ຫວ່າງ 2 ປະ​ເທດ, 2 ອົງ​ການ​ນິ​ຕິ​ບັນ​ຍັດ ແນ​ໃສ່​ປັບ​ປຸງ ແລະ ພັດ​ທະ​ນາ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມືຫຼາຍ​ດ້ານ​ລະ​ຫວ່າງ 2 ປະ​ເທດ​ເວົ້າ​ລວມ ແລະ ລະ​ຫວ່າງ 2 ສະ​ພາ​ແຫ່ງ​ຊາດ​ຂອງ​ 2 ປະ​ເທດ​ເວົ້າ​ສະ​ເພາະ.

    ການ​ຢ້ຽມ​ຢາມຂອງ​ທ່ານປະ​ທານ​ສະ​ພາ​ແຫ່ງ​ລັດ​ສະ​ວິດ Ivo Bischofberger ໃນ​ຄັ້ງ​ນີ້ແມ່ນ​ການ​ຢ້ຽມ​ຢາມ​ຫວຽດ​ນາມຄັ້ງ​ທຳ​ອິດ​ຂອງປະ​ທານ​ສະ​ພາ​ແຫ່ງ​ລັດ​ສະ​ວິດ ນັບ​ຕັ້ງ​ແຕ່​ປີ 1999 ເປັນ​ຕົ້ນ​ມາ. ປາດ​ຖະ​ໜາ​ວ່າ ດ້ວຍ​ພື້ນ​ຖານ​ອັນ​ດີ​ງາມ​ຂອງ​ການ​ພົວ​ພັນ 2 ຝ່າຍ, ການ​ຢ້ຽມ​ຢາມ​ຈະ​ເປີດຫຼາຍ​ກາ​ລະ​ໂອ​ກາດ​ຮ່ວມ​ມື​ໃໝ່​ລະ​ຫວ່າງ 2 ປະ​ເທດ, ປະ​ກອບ​ສ່ວນ​ຢືນ​ຢັນ​ຫວຽດ​ນາມ​ແມ່ນ​ໜຶ່ງ​ໃນ 2 ຄູ່​ຮ່ວມ​ມື​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ສະ​ວິດ​ໃນ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້./.

       

           

ຕອບກັບ

ຂ່າວ/ບົດ​ອື່ນ