ເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາມ ກັບບັນດາປະເທດທະວີບອາເມລິກາ

(VOVWORLD) -ສຳລັບ ຈີເລ ແລະ ການາດາ, ຫວຽດນາມ ລ້ວນແຕ່ສ້າງຕັ້ງການພົວພັນທາງການທູດໃນຊຸມຕົ້ນປີ 70 ຂອງສະຕະວັດກ່ອນ (ສຳລັບ ຈີເລ ແມ່ນປີ 1971; ການາດາ ແມ່ນປີ 1973). 
ເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາມ ກັບບັນດາປະເທດທະວີບອາເມລິກາ - ảnh 1 ທ່ານນາຍົກລັດຖະມົນຕີ ການາດາ Justin Trudeau (ພາບ: TTXVN)

ວັນທີ 08 ພະຈິກ, ຫວຽດນາມ ໄດ້ຮັບຕ້ອນການນຳທະວີບອາເມລິກາ 2 ທ່ານທີ່ມາຢ້ຽມຢາມທາງລັດຖະກິດ ແລະ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ນັ້ນແມ່ນທ່ານປະທານາທິບໍດີ ສ.ຈີເລ Michelle Bachelet ແລະ ທ່ານນາຍົກລັດຖະມົນຕີ ການາດາ Justin Trudeau. ບັນດາການຢ້ຽມຢາມໄດ້ປະຕິບັດຕາມຄຳເຊີນຂອງທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ. ນີ້ແມ່ນໂອກາດສຳຄັນ ເພື່ອໃຫ້ ຫວຽດນາມ ແລະ 2 ປະເທດທະວີບອາເມລິກາ ຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ສ້າງກຳລັງໜູນໃໝ່ໃຫ້ການພົວພັນ 2 ຝ່າຍ.

        ສຳລັບ ຈີເລ ແລະ ການາດາ, ຫວຽດນາມ ລ້ວນແຕ່ສ້າງຕັ້ງການພົວພັນທາງການທູດໃນຊຸມຕົ້ນປີ 70 ຂອງສະຕະວັດກ່ອນ (ສຳລັບ ຈີເລ ແມ່ນປີ 1971; ການາດາ ແມ່ນປີ 1973). ນີ້ແມ່ນການຢ້ຽມຢາມທາງລັດຖະກິດເຖິງ ຫວຽດນາມ ຄັ້ງທີ 2 ຂອງທ່ານປະທານາທິບໍດີ ສ.ຈີເລ Michelle Bachelet ແຕ່ແມ່ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ການາດາ Justin Trudeau. ບັນດາການຢ້ຽມຢາມໃນຄັ້ງນີ້ ດຳເນີນໄປໃນສະພາບການພົວພັນມິດຕະພາບ, ການຮ່ວມມືລະຫວ່າງ ຫວຽດນາມ ກັບ ຈີເລ ແລະ ກັບ ການາດາ ສືບຕໍ່ພັດທະນາຢ່າງຕັ້ງໜ້າໃນຫລາຍຂົງເຂດ.

ຫວຽດນາມ ສືບຕໍ່ແມ່ນຂົວຕໍ່ລະຫວ່າງ ຈີເລ ແລະ ພາກພື້ນອາຊີຕາເວັນອອກສ່ຽງໃຕ້

        ທ່ານປະທານາທິບໍດີ ຈີເລ Michelle Bachelet ຢ້ຽມຢາມທາງລັດຖະກິດເຖິງ ຫວຽດນາມ ກ່ອນທີ່ເຂົ້າຮ່ວມກອງປະຊຸມບັນດາການນຳເສດຖະກິດ APEC ຄັ້ງທີ 25 ໃນຂອບເຂດສັບປະດາຂັ້ນສູງ APEC 2017 ຢູ່ດ່າໜັງ. ການຢ້ຽມຢາມແມ່ນໂອກາດເພື່ອຢັ້ງຢືນການພົວພັນສະໜິດແໜ້ນລະຫວ່າງ ຫວຽດນາມ - ຈີເລ ໃຫຍ່ກ່ວາໄລຍະຫ່າງລະຫວ່າງທີ່ຕັ້ງພູມສາດຂອງ 2 ປະເທດ.

        ໃນໄລຍະຜ່ານມາ, ການພົວພັນທາງດ້ານການເມືອງລະຫວ່າງ ຫວຽດນາມ ແລະ ຈີເລ ນັບມື້ນັບສະໜິດຕິດພັນ ແລະ ມີຄວາມໄວ້ເນື້ອເຊື່ອໃຈ ໂດຍຜ່ານການພົບປະແລກປ່ຽນຄະນະຜູ້ແທນຢູ່ທຸກຂັ້ນ, ທຸກຂະແໜງການຢ່າງເປັນປະຈຳ. ບັນດາກົນໄກຮ່ວມມື 2 ຝ່າຍໄດ້ຮັບການຮັກສາເປັນປົກກະຕິ ແລະ ນັບມື້ນັບມີປະສິດທິຜົນ ຄືບັນດາກອງປະຊຸມຂອງສະພາການຄ້າເສລີ 2 ຝ່າຍ, ທາບທາມດ້ານການເມືອງຂັ້ນຮອງລັດຖະມົນຕີການຕ່າງປະເທດ. ທ່ານ Claudio de Negri ເອກອັກຄະລັດຖະທູດ ສ.ຈີເລ ປະຈຳ ຫວຽດນາມ ຕີລາຄາວ່າ:

        “ການພົວພັນ ຫວຽດນາມ - ຈີເລ ໄດ້ຮັບການສ້າງຂຶ້ນບົນພື້ນຖານປະຫວັດສາດຂອງ 2 ປະເທດ. ຈີເລ ແມ່ນປະເທດຢູ່ທະວີບອາເມລິກາລາຕິນທີ 2 ໄດ້ສ້າງຕັ້ງການພົວພັນທາງການທູດກັບ ຫວຽດນາມ. ສະພາບການໃນປະຈຸບັນໄດ້ອະນຸຍາດໃຫ້ 2 ປະເທດ ສາມາດຍູ້ແຮງການຮ່ວມມືໃນຫລາຍຂົງເຂດ. ຫວຽດນາມ ຈະສືບຕໍ່ເປັນຂົວຕໍ່ ເພື່ອໃຫ້ ຈີເລ ແລະ ພາກພື້ນທະວີບອາເມລິກາລາຕິນ ພ້ອມກັນເຊື່ອມໂຍງເຂົ້າກັບພາກພື້ນອາຊີຕາເວັນອອກສ່ຽງໃຕ້. ພວກຂ້າພະເຈົ້າຢັ້ງຢືນວ່າ ອະນາຄົດຂອງ ຈີເລ ບໍ່ອາດຕັດແຍກອອກຈາກພາກພື້ນອາຊີ - ປາຊີຟິກໄດ້.

        ກ່ຽວກັບເສດຖະກິດ, ຫວຽດນາມ ແລະ ຈີເລ ກໍ່ໄດ້ເຊັນເອກະສານຮ່ວມມືຫລາຍສະບັບຄື: ສັນຍາຮ່ວມມືກ່ຽວກັບເສດຖະກິດ - ການຄ້າ, ສັນຍາສົ່ງເສີມ ແລະ ປົກປ້ອງການລົງທຶນ, ສັນຍາຮ່ວມມືກ່ຽວກັບວິທະຍາສາດ - ເຕັກໂນໂລຊີ, ສັນຍາຍົກເວັ້ນວິຊາ, ພິເສດແມ່ນສັນຍາການຄ້າເສລີ (FTA) ມີຜົນສັກສິດແຕ່ປີ 2014. ບັນດາເອກະສານດັ່ງກ່າວ ໄດ້ປະກອບສ່ວນຊຸກຍູ້ການພົວພັນການຄ້າ 2 ສົ້ນເຕີບໂຕສູງ, ແຕ່ 170 ລ້ານ USD ປີ 2005 ຂຶ້ນກ່ວາ 1 ຕື້ USD ປີ 2016, ນຳ ຈີເລ ເຂົ້າກຸ່ມ 4 ປະເທດຢູ່ພາກພື້ນ ອາເມລິກາລາຕິນ ທີ່ມີການແລກປ່ຽນການຄ້າ 2 ຝ່າຍກັບ ຫວຽດນາມ ບັນລຸກ່ວາ 1 ຕື້ USD/ປີ. ທ່ານ Claudio de Negri ເອກອັກຄະລັດຖະທູດ ສ.ຈີເລ ປະຈຳ ຫວຽດນາມ ກ່າວວ່າ:

        “ພວກຂ້າພະເຈົ້າຫວັງວ່າ 2 ປະເທດສືບຕໍ່ຍູ້ແຮງການຮ່ວມມື 2 ຝ່າຍໃນຂົງເຂດນີ້. 2 ປະເທດພວມຊຸກຍູ້ແລກປ່ຽນການຄ້າ, ເປີດກ້ວາງຕະຫລາດສົ່ງອອກ, ເຂົ້າຮ່ວມໃນລະບົບມູນຄ່າທົ່ວໂລກ ກໍ່ຄືຊອກຫາບັນດາກາລະໂອກາດ ເພື່ອພັດທະນາບັນດາຂົງເຂດທີ່ຫາກໍ່ພົ້ນເດັ່ນຂຶ້ນ, ຍູ້ແຮງການນຳໃຊ້ເຕັກໂນໂລຊີໃນຂົງເຂດອຸດສາຫະກຳ, ພ້ອມທັງ ໜູນຊ່ວຍເຊິ່ງກັນ ແລະ ກັນ ໃນສະພາບການທີ່ສັບສົນຂອງພື້ນຖານເສດຖະກິດທົ່ວໂລກ ພວມສົ່ງຜົນກະທົບຢ່າງຫຍໍ້ທໍ້ຕໍ່ບັນດາປະເທດພວມພັດທະນາ. ບັນດາປະເທດນີ້ ຕ້ອງຮ່ວມມື ແລະ ໜູນຊ່ວຍເຊິ່ງກັນ ແລະ ກັນ”.

ຊຸກຍູ້ການຄ້າ 2 ຝ່າຍ ຫວຽດນາມ - ການາດາ

        ປະຈຸບັນ ຫວຽດນາມ ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ທີ່ສຸດຂອງ ການາດາ ຢູ່ ອາຊີຕາເວັນອອກສ່ຽງໃຕ້, ແມ່ນຕະຫລາດບຸລິມະສິດຂອງໂຄງການດຳເນີນງານການຕະຫລາດທົ່ວໂລກຂອງ ການາດາ. ໃນຊຸມປີມໍ່ໆມານີ້, ການຄ້າ 2 ສົ້ນເພີ່ມຂຶ້ນຢ່າງເປັນປົກກະຕິ, ບັນລຸໄດ້ 4,1 ຕື້ USD ໃນປີ 2016 ແລະ ເກືອບ 2,5 ຕື້ USD ໃນ 8 ເດືອນຕົ້ນປີ 2017.

        ປະຈຸບັນ, ການາດາ ຢືນອັນດັບທີ 14/112 ປະເທດ ແລະ ເຂດແຄ້ວນທີ່ມີການລົງທຶນເຂົ້າ ຫວຽດນາມ, ໃນນັ້ນ ມີບາງໂຄງການໃຫຍ່ຄື: ເຂດທ່ອງທ່ຽວໜອງ ຈ່າມ ຢູ່ ບາເຣຍ - ຫວູງເຕົາ, ໂຄງການກໍ່ສ້າງໂຮງໝໍຢູ່ແຂວງ ຫາຍເຢືອງ, ໂຄງການພະລັງງານແຮງລົມຢູ່ແຂວງ ນິງທ້ວນ…

        ການາດາ ກໍ່ແມ່ນປະເທດນອນໃນກຸ່ມປະເທດນຳໜ້າ ທີ່ມີທຶນຊ່ວຍເຫຼືອການພັດທະນາ (ODA) ໃຫ້ ຫວຽດນາມ, ເຊິ່ງສຸມໃສ່ເຂົ້າໃນການປະຕິຮູບເສດຖະກິດ, ລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ, ກະສິກຳ, ສິ່ງແວດລ້ອມ. ຫວ່າງແລ້ວນີ້ ການາດາ  ໄດ້ປະກາດບ້ວງເງິນຊ່ວຍເຫຼືອ ODA ທີ່ມີມູນຄ່າ 12,9 ລ້ານໂດລາການາດາ ໃຫ້ແກ່ໂຄງການພັດທະນາສະຫະກອນ ຫວຽດນາມ ໄລຍະ 2015 – 2020; ຊ່ວຍເຫຼືອໃຫ້ ຫວຽດນາມ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ປະຈຸບັນ ຍອດມູນຄ່າຂອງບັນດາໂຄງການ ODA ທີ່ຍັງມີຜົນສັກສິດຢູ່ ຫວຽດນາມ ແມ່ນກ່ວາ 60 ລ້ານໂດລາການາດາ.

        ຢູ່ລະດັບທ້ອງຖິ່ນ, ຍາມໃດ 2 ຝ່າຍກໍ່ຊຸກຍູ້ການຮ່ວມມື ແລະ ເຊື່ອມຕໍ່ລະຫວ່າງບັນດາທ້ອງຖິ່ນຂອງ 2 ປະເທດຄື: ຮ່າຕີງ ກັບ Langley; ນະຄອນ ໂຮ່ຈີມິນ ກັບ Toronto…

        ການຢ້ຽມຢາມທາງລັດຖະກິດເຖິງ ຫວຽດນາມ ຂອງທ່ານປະທານາທິບໍດີ ສ.ຈີເລ Michelle Bachelet ແລະ ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ການາດາ Justin Trudeau ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມການນຳບັນດາພື້ນຖານເສດຖະກິດ APEC 2017 ແມ່ນບັນດາຂີດໝາຍທີ່ສຳຄັນ, ສ້າງພື້ນຖານເພື່ອຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງ ຫວຽດນາມ ແລະ 2 ປະເທດທະວີບອາເມລິກາ ໃນໄລຍະຈະມາເຖິງຕາມທິດແທດຈິງ, ມີປະສິດທິຜົນກ່ວາໃນຫລາຍຂົງເຂດ./.

ຕອບກັບ

ຂ່າວ/ບົດ​ອື່ນ