ເພີ່ມທະວີການຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ກັບສະພາແຫ່ງຊາດບັນດາປະເທດເອີລົບ

(vovworld) - ​ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຫງວຽນ​ທິ​ກິ​ມ​ເງິນ ພວມ​ມີ​ການ​ຢ້ຽມ​ຢາມ​ລາ​ຊະ​ອາ​ນາ​ຈັກ ຊູ​ແອ​ັດ ຢ່າງ​ເປັນ​ທາງ​ການ, ນີ້ກໍ່​ແມ່​ນ​ປະ​ເທດ​ທຳ​ອິດ​ໃນ​ການ​ຢ້ຽມ​ຢາມ 3 ປະ​ເທດຄື: ຊູ​ແອັດ, ຮູງ​ກາ​ຣີ ແລະ ສ. ເຊັກ​ໂກ ແຕ່​ວັນ​ທີ 6 -14/4. ການ​ຢ້ຽມ​ຢາມ​ຄັ້ງ​ນີ້ເພື່ອ​ແນ​ໃສ່​ປັບ​ປຸງ ແລະ ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິ​ດ​ຕະ​ພາບ, ການ​ຮ່ວມ​ມື​ທີ່​ເປັນ​ມູ​ນ​ເຊື້ອ, ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລ​ະ ອົງ​ການ​ນິ​ຕິ​ບັນ​ຍັດ​ຂອງ​ປະ​ເທດ​ຕ່າງໆ, ຊຸກ​ຍູ້​ສະ​ພາ​ແຫ່ງ​ຊາດ 3 ປະ​ເທດ​ສະ​ໜັບ​ສະ​ໜູນ​ການ​ລົງ​ນາມ, ໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ - ອີ​ຢູ (EVFTA) ຢ່າງ​ເປັນ​ທາງ​ການ. ບົດ​ຂຽນ​ຂອງ​ນັກ​ຂ່າວ ເລ​ຕ໋​ວຽດ.

        ບັນ​ດາ​ປະ​ເທດ​ເຊິ່ງ​ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິ​ມ​ເງິນ ໄປ​ຢ້ຽມ​ຢາມ​ໃນ​ຄັ້ງ​ນີ້​ລ້ວນ​ແຕ່​ມີ​ການ​ພົວ​ພັນ​ຮ່ວມ​ມື​ອັນ​ດີ​ງາມ ແລະ ມີ​ປະ​ສິດ​ທິ​ຜົນ​ກັບ​ ຫວຽດ​ນາມ. ຊູ​ແອັດ, ຮູງ​ກາ​ຣີ ແມ່ນ 2 ປະ​ເທ​ດ​ເອີ​ລົບ ທີ່ ຫວຽດ​ນາມ ມີ​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ. ສ່ວນ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ສາ​ທາ​ລະ​ນະ​ລັດ ເຊັກ​ໂກ ໃນ​ໄລ​ຍະ​ມໍ່ໆ​ມານີ້​ກໍ່ມີ​ບາດ​ກ້າວ​ພັດ​ທະ​ນາ​ຢ່າງ​ແຮງ​ໃນ​ທຸກໆ​ຂົງ​ເຂດ.

ເພີ່ມທະວີການຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ກັບສະພາແຫ່ງຊາດບັນດາປະເທດເອີລົບ - ảnh 1
ພາບ​ປະ​ກອບ


ຮັດ​ແໜ້ນ​ນ້ຳ​ໃຈ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ

        ໃນ​ການ​ປະ​ຕິ​ບັດ​ງານ​ຄັ້ງ​ທຳ​ອິດ​ເຖິງ​ບັນ​ດາ​ປະ​ເທ​ດ ເອີ​ລົບ ໃນ​ຖາ​ນະ​ຕຳ​ແໜ່ງ​​ເປັນປະ​ທານ​ສະ​ພາ​ແຫ່ງ​ຊາດ, ປະ​ເທດ​ທຳ​ອິດ​ທີ່​ທ່ານ​​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິ​ມ​ເງິນ ໄປ​ຢ້ຽມ​ຢາມ ແມ່ນ​ຊູ​ແ​ອັ​ດ. ຊູ​ແອ​ັດ ແມ່ນ​ປະ​ເທດຝ່າຍ​ຕາ​ເວັນ​ຕົກ​ທຳ​ອິດ​ທີ່​ໄດ້​ຮັບ​ຮອງ ແລະ ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ກັບ ຫວຽດ​ນາມ​ ​ນັບ​ແຕ່​ປີ 1969. ມາ​ຮອດ​ປະ​ຈຸ​ບັນ, ການ​ພົວ​ພັນ​ທາງ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ​ລະ​ຫວ່າງ 2 ປະ​ເທດ​ມີ​ການ​ເຕີບ​ໂຕ​ຢ່າງ​ຕໍ່​ເນື່ອງ, ວົງ​ເງິນ​ການ​ຄ້າ 2 ຝ່າຍ​ໃນ​ປີ 2015 ບັນ​ລຸ​ເກືອບ 1,2 ຕື້ USD, ປີ 2016 ບັນ​ລຸ​ກ່​ວາ 1,2 ຕື້ USD. ຊູ​ແອັດ ຢືນ​ອັນ​ດັບ​ທີ 43/116 ປະ​ເທດ ແລະ ເຂດ​ແຄ້ວນ​ທີ່​ມ​ີ​ການ​ລົງ​ທຶນ​ເຂົ້າ ຫວຽດ​ນາມ. ຫຼາຍ​ກຸ່ມ​ບໍ​ລິ​ສັດ​ໃຫຍ່​ຂອງ​ຊູ​ແອັດ ມີ​​ໜ້າ​ ຢູ່ ຫວຽດ​ນາມ​ຢ່າງວ່ອງ​ໄວຄື: Ericsson, ABB, IKEA, Electrolux…

        ຖັດ​ຈາກ ຊ​ູ​ແອດ, ​ທ່ານນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິ​ມ​ເງິນ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຈະ​ໄປ​ຢ້ຽມ​ຢາມ​ປະ​ເທດ ຮູງ​ກາ​ຣີ. ໃນ​ພາ​ລະ​ກິດ​ແຫ່ງ​ການ​ປົກ​ປັກ​ຮັກ​ສາ ແລະ ສ້າງ​ສາປະ​ເທດ​ຊາດ, ຫວຽດ​ນາມ ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ ແລະ ການ​ຊ່ວຍ​ເຫຼືອ​ອັນ​ລ້ຳ​ຄ່າ​ຂອງ​ລັດ ແລະ ປະ​ຊາ​ຊົນ ຮູງ​ກາ​ຣີ. ໃນຫຼາຍ​ປີ​ຜ່ານ​ມາ, ມີ​ພະ​ນັກ​ງານ, ນັກ​​ວິ​ສາ​ວະ​ກອນ ຫວຽດ​ນາມ ​ນັບ​ພັນ​ຄົນ​ໄດ້​ຮັບ​ການ​ບຳ​ລຸງ​ສ້າງ​ຢູ່​ຮູງ​ກາ​ຣີ ແລະ ຫຼາຍ​ຄົນ​ພວມ​ດຳ​ລົງ​ຕຳ​ແໜ່ງ​ສຳ​ຄັນ​ໃນ​ກົງ​ຈັກ​ລັດ. ນີ້​ແມ່ນ​ຊັບ​ສົນ​ບັດ​ອັນ​ລ້ຳ​ຄ່າ​ຂອງນ​້ຳ​ໃຈ​ມິ​ດ​ຕະ​ພາ​ບ ຫວຽດ​ນາມ - ຮູງ​ກາ​ຣີ. ການ​ພົວ​ພັນ​​ດ້ານເສດ​ຖະ​ກິດ, ການ​ຄ້າ ແລະ ​ການ​ລົງ​ທຶນລະ​ຫວ່າງ 2 ປະ​ເທດ​​ໄດ້​ຮັບ​ການພັດ​ທະ​ນາ​ຢ່າງ​ມີ​ປະ​ສິ​ດ​ທິ​ຜົນ. ວົ​ງ​ເງິນ​ການ​ຄ້າ 2 ສົ້ນ​ປີ 2015 ແມ່ນ 195 USD, ປີ 2016 ບັນ​ລຸ 200 ລ້ານ USD. ຮູງ​ກາ​ຣີ ມີ​ 15 ໂຄງ​ການ​ດ້ວຍ​ຈຳ​ນວນ​ທຶນ​ກ່​ວາ 50 ລ້ານ USD, ຢືນ​ອັນ​ດັບ​ທີ 55/116 ປະ​ເທດ​ລົງ​ທຶນ​ເຂົ້າ ຫວຽດ​ນາມ. ຮູງ​ກາ​ຣີ ​ກໍ່ໄດ້ລົງ​ທຶນກໍ່​ສ້າງ​ໂຮງ​ໝ​ໍ​ໂລກ​ມະ​ເຮັງ​ຄໍ​ໜຽງ ເກີນ​ເທີ, ຊ່ວຍ​ໃຫ້​ປະ​ຊາ​ຊົນ​ຢູ່​ເຂດ​ທົ່ງ​ພ​ຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ ຫວຽດ​ນາມ ບໍ່​ໄດ້​ໄປ​ກວດ, ປິ່ນ​ປົວ​ພະ​ຍາດ​ຢູ່​ໄກ. ນີ້​ແມ່ນ​ກິດ​ຈະ​ກຳ​​ທີ່​ໄດ້ສ້າງ​​ເປັນຂີດ​ໝາຍ​ອັນ​ດ​ີ​ງາມ​ໃນ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ໃນ​ທົດ​ສະ​ວັດ​ຜ່ານ​ມາ.

        ການ​ພົວ​ພັນ​ຮ່ວມ​ມື, ການ​ລົງ​ທຶນ​ໃນ​ບັນ​ດາ​ຂົງ​ເຂດ​ຄື ວັດ​ທະ​ນະ​ທຳ, ການ​ທ່ອງ​ທ່ຽວ, ການ​ສຶກ​ສາ, ບຳ​ລຸງ​ສ້າງ, ສາ​ທາ​ລະ​ນະ​ສຸກ, ວິ​ທະ​ຍາ​ສາດ, ສິ່ງ​ແວດ​ລ້ອມ​ໄດ້​ຮັບ​ການ​ຮັກ​ສາ ແລະ ພັດ​ທະ​ນາ. 2 ປະ​ເທດ​​ໄດ້​ຈັດ​ຕັ້ງ​ບັນ​ດາ​ສັບ​ປະ​ດາ​ວັດ​ທະ​ນະ​ທຳ ຫວຽດ​ນາມ - ຮູງ​ກາ​ຣີ ເປັນ​ປະ​ຈຳເພື່ອ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງ​ກັນ​ ແລະ ກັນ​ນັບ​ທັງ​ທາງ​ດ້ານ​ວັດ​ທະ​ນະ​ທຳ, ສັງ​ຄົມ. ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ຢູ່ ຮູງ​ກາ​ຣີ ມີ​ປະ​ມານ 4000 ຄົນ ແລະ ​ຝ່​າຍ ຮ​ູງ​ກາ​ຣີ ໄດ້​ສ້າງ​ເງື່ອນ​ໄຂ​ໃຫ້ດຳ​ລົງ​ຊີວ​ິດ​ຢ່າງ​ມີ​ສະ​ຖຽນ​ລະ​ພາບ, ເຊື່ອມ​ໂຍງ​ເຂົ້າ​ກັບ​ສັງ​ຄົມ​ປະ​ເທດ​ປະ​ຈຳ​ຖິ່ນ​ເປັນ​ຢ່າງ​ດີ.

        ສາ​ທາ​ລະ​ນະ​ລັດ ເຊັກ​ໂກ ແມ່ນ​ປະ​ເທດ​ສຸດ​ທ້າຍ​ໃນ​ການ​ຢ້ຽມ​ຢາມ​ຂອງ​ທ່ານນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິ​ມ​ເງິນ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ. ສາ​ທາ​ລະ​ນະ​ລັດ ເຊັກ​ໂກ ແມ່ນ​ປ​ະ​ເທດ ​ເອີ​ລົບ ຕາ​ເວັນ​ອອກ ທຳ​ອິດ​ທີ່​ສະ​ໜອງ ODA ໃຫ້​ແກ່ ຫວຽດ​ນາມ. ວົງ​ເງິນ​ການ​ຄ້າ 2 ສົ້ນ​ປີ 2016 ບັນ​ລຸ 249 ລ້ານ USD. ສ. ເຊັກ​ໂກ​ ມີ 34 ໂຄງ​ການ​ຍັງ​ມີ​ຜົນ​ສັກ​ສິດ​ຢູ່ດ້ວຍຍອດ​ຈຳ​ນວນ​ເງິນ​ລົງ​ທຶ​ນ​ເກ​ືອບ 90 ລ້ານ USD, ຢືນ​ອັນ​ດັບ​ທີ 45/116 ປະ​ເທດ ແລະ ເຂດ​ແຄ້ວນ​ລົງ​ທຶນ​ເຂົ້າ ຫວຽດ​ນາມ.

        ຍ້ອນ​ການ​ພັດ​ທະ​ນາ​ກະ​ໂດດ​ຂັ້ນ​ຂອງ​ການ​ພົວ​ພັນ ຫວຽດ​ນາມ - ສ. ເຊັກ​ໂກ ນັ້ນ, ນັບ​ແຕ່​ເດືອນ 7/2013, ລັດ​ຖະ​ບານ ສ. ເຊັກ​ໂກ ໄດ້​ຮັບ​ຮອງ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ແມ່ນ​ຊົນ​ເຜົ່າ​ທີ 14 ຂອງ​ປະ​ເທດນີ້​ຢ່າງ​ເປັນ​ທາງ​ການ. ນີ້​ແມ່ນ​ຂໍ​້​ຕົກ​ລົງ​ທີ່​ມີ​ຄວາມ​ໝາຍ​ສຳ​ຄັນ, ສ້າງ​ເງື່ອນ​ໄຂ​ໃຫ້​ຊາວ ຫວຽດ​ນາມ ຢູ່​ເຊັກ​ໂກ ໄດ້​ຮັບ​ຄວາມ​ສະ​ເໝີ​ພາບ​ກັບ​ບັນ​ດາ​ຊົນ​ເຜົ່າ​ອື່ນໆ​ທີ່​ດຳ​ລົງ​ຊີ​ວິດ​ໃນ​ເຂດ​ດິນ​ແດນ ສ.ເຊັກ​ໂກ, ໄດ້​ຮັບ​ການ​ອະ​ນຸ​ລັກ​ຮັກ​ສາ​ວັດ​ທະ​ນະ​ທຳ, ພາ​ສາ, ຕົວ​ໜັງ​ສື​ຂອງ​ຊົນ​ເຜົ່າ​ຕົນ.

ຊຸກ​ຍູ້​ການ​ຮ່ວມ​ມືຫຼາຍ​ດ້ານ​ລະ​ຫວ່າງ ຫວຽດ​ນາມ ກັບ ​ຊູ​ແ​ອັດ, ຮູງ​ກາ​ຣີ ແລະ ສ. ເຊັກ​ໂກ

       ດ້ວຍ​ບັນ​ດາ​ຜົນ​ງານ​ທີ່​ບັນ​ລຸ​ໄດ້​ໃນ​ການ​ພົວ​ພັນ 2 ຝ່າຍ​ຂອງ ຫວຽດ​ນາມ ກັບ​ລາ​ຊະ​ອາ​ນາ​ຈັກ ຊູ​ແ​ອັດ, ຮູງ​ກາ​ຣີ ແລະ ສ. ເຊັກ​ໂກ ໃນຫຼາຍ​ທົດ​ສະ​ວັດ​ທີ່​ຜ່ານ​ມາ, ການ​ຢ້ຽມ​ຢາມ​ຂອງ​ ທ່ານນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຫງວຽນ​ທິ​ກິ​ມ​ເງິນ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຈະ​ສືບ​ຕໍ່​​ປັບ​ປຸງ ແລະ ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອກ່​ວາ​ອີກ; ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ອົງ​ການ​ນິ​ຕິ​ບັນ​ຍັດ​ຂອງ​ບັນ​ດາປະ​ເທດ​ນີ້. ການ​ຢ້ຽມ​ຢາມກໍ່​ຈະ​ຊຸກ​ຍູ້​ສະ​ພາ​ແຫ່ງ​ຊາດ 3 ປະ​ເທດ​ສະ​ໜັບ​ສະ​ໜູນ​ການ​ລົງ​ນາມ, ໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ - ອີ​ຢູ (EVFTA) ຢ່າງ​ເປັນ​ທາງ​ການ…


ຕອບກັບ

ຂ່າວ/ບົດ​ອື່ນ