ເພີ່ມທະວີລະບຽບວິໄນພັກເພື່ອເພີ່ມທະວີກຳລັງແຮງພາຍໃນພັກ

ລະ​ບຽບ​ວິ​ໄນ​ແມ່ນ​ປັດ​ໄຈ​ສຳ​ຄັນ, ຮັບ​ປະ​ກັນ​ໃຫ້​ແກ່​ການ​ຄົງ​ຕົວ, ເຕື່ອນ​ໄຫວ ແລະ ພັດ​ທະ​ນາ​ຂອງ​ພັກ​ກອ​ມມູ​ນິດ​ຫວຽດ​ນາມ​ໃນ​ໄລ​ຍະ​ທາງ​ແຫ່ງ​ການ​ພັດ​ທະ​ນາ​ເປັນ​ເວ​ລາກວ່າ 80 ປີ​ທີ່​ຜ່ານ​ມາ. ໃນ​ກິດ​ຈະ​ການ​ປ່ຽນ​ແປງ​ໃໝ່ ແລະ ສ້າງ​ສາ​ປະ​ເທດ​ຊາດ, ຂະ​ນະ​ທີ່​ ພັກ​ກອ​ມມູ​ນິດ​ຫວຽດ​ນາມ​ປ່ຽນ​ແປງ​ໃໝ່​ເອງ, ປັບ​ປຸງ​ເອງ, ເພີ່ມ​ທະ​ວີ​ລະ​ບຽບ​ວິ​ໄນ​ພາຍ​ໃນ​ພັກ​ເພື່ອ​ຮັບ​ປະ​ກັນ​ການກໍ່​ສ້າງ​ພັກ​ໃຫ້​ປອດ​ໃສ, ໝັ້ນ​ຄົງ​ເຂັ້ມ​ແຂງ​ທາງ​ດ້ານ​ການ​ເມືອງ, ແນວ​ຄິດ ແລະ ການ​ຈັດ​ຕັ້ງນັ້ນ, ບັນ​ຫານີ້ ນັບ​ມື້​ນັບ​ໄດ້​ຮັບ​ຖື​ເປັນ​ສຳ​ຄັນ ແລະ ເພີ່ມ​ທະ​ວີ.

 

ເພີ່ມທະວີລະບຽບວິໄນພັກເພື່ອເພີ່ມທະວີກຳລັງແຮງພາຍໃນພັກ  - ảnh 1
ພົນ​ໂທ ຫງວຽນ​ວັນ​ຣິງ ປະ​ທານ​ສະ​ມາ​ຄົມ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ສານ​ພິດ​ສີ​ສົ້ມ ດີ​ໂອ​ຊິນ​ຫວຽດ​ນາມ

      ລະ​ບຽບ​ວິ​ໄນຂອງ​ພັກ​ແມ່ນ ລະ​ບຽບ​ວິ​ໄນ​ໂດຍ​ອີງ​ໃສ່​ນ້ຳ​ໃຈ​ຖານ​ສະ​ຫາຍ​ອ້າຍ​ນ້ອງ, ລະ​ບຽບ​ວິ​ໄນ​ຂອງ​ບັນ​ດາ​ຜູ້​ຮ່ວມ​ອຸ​ດົມ​ການ, ສະ​ໝັກ​ໃຈ​ເປັນ​ສະ​ມາ​ຊິກ​ພັກ, ພ້ອມ​ແລ້ວ​ເສຍ​ສະຫຼະ​ທຸກ​ສິ່ງ​ທຸກ​ຢ່າງ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ຊົນ​ຊັ້ນ​ກຳ​ມະ​ກອນ ແລະ ຂອງ​ຊາດ. ສະ​ມາ​ຊິກ​ພັກທຸກໆ​ຄົນ ແລະ ອົງ​ການ​ຈັດ​ຕັ້ງ​ພັກ​ຮ່ວມ​ສຳ​ພັນ​ນຳ​ກັນ​ຕາມ​ລະ​ບຽບ​ວິ​ໄນ​ຮ່ວມ​ໂດຍ​ອີງ​ໃສ່ຫຼັກ​ການ​ລວມ​ສູນ​ປະ​ຊາ​ທິ​ປະ​ໄຕ, ເປັນ​ເອ​ກະ​ພາບ​ຢ່າງ​ແໜ້ນ​ແຟ້ນທາງ​ດ້ານ​ການ​ເມືອງ, ແນວ​ຄິດ ແລະ ການ​ຈັດ​ຕັ້ງ ຊຶ່ງ​ຖືກສະ​ແດງໃຫ້​ເຫັນ​ແບບ​ລວມ​ສູນ​ຜ່ານ​ບັນ​ດາ​ຂໍ້​ມາດ​ຕາ​ຂອງ​ກົດ​ລະ​ບຽບ​ພັກ. ລະ​ບຽບ​ວິ​ໄນ​ພັກແມ່ນ​ເລີ່​ມ​ມາ​ຈາກ​ເຈດ​ຈຳ​ນົງ​ຂອງ​ທົ່ວ​ພັກ ແນ​ໃສ່ຮັບ​ປະ​ກັນ ຄວາມ​ເປັນ​ເອ​ກະ​ພາບ, ລັກ​ສະ​ນະ​ລວມ​ສູນ​ຢ່າງ​ສູງ​ໃນ​ພັກ. ພ້ອມ​ກັນ​ນັ້ນ ກໍ​ເພື່ອ​ເສີມ​ຂະ​ຫຍາຍ​ປະ​ຊຳ​ທິ​ປະ​ໄຕ, ລັກ​ສະ​ນະ​ຕັ້ງ​ໜ້າ ແລະ ຫົວ​ຄິດ​ປະ​ດິດ​ສ້າງ​ຂອງ​ສະ​ມາ​ຊິກ​ພັກ ແລະ ອົງ​ການ​ຈັດ​ຕັ້ງ​ພັກ​ທັງ​ໝົດ.

    ປັບ​ປຸງ ແລະ ເພີ່ມ​ທະ​ວີລະ​ບຽບ​ວິ​ໄນ​ພັກແມ່ນ​ໜ້າ​ທີ່​ປະ​ຕິ​ບັດເປັນປະ​ຈຳ

   ລະ​ບຽບ​ວິ​ໄນ​ພັກບໍ່​ພຽງ​ແຕ່​ຕ້ອງ​ການ​ມີ​ຄວາມ​ຕື່ນ​ຕົວ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ລັກ​ສະ​ນະ​ບັງ​ຄັບ​ປະ​ຕິ​ບັດ. ສຳ​ລັບສະ​ມາ​ຊິກ​ພັກ​ທຸກໆ​ຄົນ, ເວ​ລາ​ໃດ ແລະ ຢູ່​ໃສ ກໍ​ຕ້ອງ​ຢູ່​ໃຕ້​ການ​ແບ່ງ​ງານ, ຄຸ້ມ​ຄອງ​ຂອງ ອົງ​ການ​ຈັດ​ຕັ້ງ​ພັກ, ຕ້ອງ​ກະ​ທຳ​ຕາມ​ຂອບ​ເຂດ​ລະ​ບຽບ​ວິ​ໄນ​ຂອງ​ອົງ​ການ​ຈັດ​ຕັ້ງ. ປັບ​ປຸງ ແລະ ເພີ່ມ​ທະ​ວີລະ​ບຽບ​ວິ​ໄນ​ພັກແມ່ນ​ໜ້າ​ທີ່​ປະ​ຕິ​ບັດເປັນປະ​ຈຳຂອງ ສະ​ມາ​ຊິກ​ພັກ​ທຸກໆ​ຄົນ ແລະ  ທຸກໆອົງ​ການ​ຈັດ​ຕັ້ງ​ພັັກ. ເພີ່ມ​ທະ​ວີລະ​ບຽບ​ວິ​ໄນ​ພັກແມ່ນ​ເພື່ອ​ຍົກ​ສູງ​ຈິດ​ໃຈ​ຄວາມ​ຮັບ​ຜິດ​ຊອບ, ຈິດ​ໃຈ​ການ​ຈັດ​ຕັ້ງ, ຈິດ​ໃຈ​ປະ​ຕິ​ບັດ​ຄຳ​ສັ່ງ, ມະ​ຕິ​ຂອງ​ຖັນ​ແຖວ​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ. ພົນ​ໂທ ຫງວຽນ​ວັນ​ຣິງ ປະ​ທານ​ສະ​ມາ​ຄົມ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ສານ​ພິດ​ສີ​ສົ້ມ ດີ​ໂອ​ຊິນ​ຫວຽດ​ນາມ​ຖື​ວ່າ :

    “ສຳ​ລັບລະ​ບຽບ​ວິ​ໄນຂອງ​ພັກ, ສະ​ມາ​ຊິກ​ພັກທຸກໆ​ຄົນ​ຕ້ອງ​ປະ​ຕິ​ບັດ, ບໍ່​ຍົກ​ເວັ້ນ​ບໍ່​ວ່າ​ຜູ້​ໃດ​ທີ່​ດ​ຳ​ລົງ​ຕຳ​ແໜ່ງຫຍັງໃນ​ພັກ, ຈາກ​ຜູ້​ນຳ​ສູງ​ສຸດ​ຕະຫຼອດ​ຮອດສະ​ມາ​ຊິກ​ພັກຄົນ​ທຳ​ມະ​ດາ ຕ່າງ​ກໍ​ຕ້ອງ​ປະ​ຕິ​ບັດ. ດັ່ງ​ນັ້ນ ຄວາມ​ເປັນ​ແບບ​ຢ່າງ​ຂອງ​ຜູ້​ນຳ​ສູງສຸດ​ຂອງອົງ​ການ​ຈັດ​ຕັ້ງ​ພັກແມ່ນ​ສຳ​ຄັນ​ທີ່​ສຸດ​ເພື່ອ​ໃຫ້ ສະ​ມາ​ຊິກ​ພັກ​ທຸກໆ​ຄົນ ແລະ ມະ​ຫາ​ຊົນ​ປະ​ຕິ​ບັດ​ຕາມ  ”

     ເພື່ອ​ຮັບ​ປະ​ກັນ ລະ​ບຽບ​ວິ​ໄນ​ຢ່າງ​ໜັກ​ແໜ້ນ, ມີ​ຄວາມ​ຕື່ນ​ຕົວ ແມ່ນ​ຕ້ອງ​ເປີດ​ກ້​ວາງ, ເພີ່ມ​ທະ​ວີ​ປະ​ຊາ​ທິ​ປະ​ໄຕ​ພາຍ​ໃນ​ພັກ. 2 ດ້ານ​ປະ​ຊາ​ທິ​ປະ​ໄຕ ແລະ ລະ​ບຽບ​ວິ​ໄນ​ໃນພັກຍາມ​ໃດ​ກໍ​ຕ້ອງ​ໄປ​ຄຽງ​ຄູ່​ນຳ​ກັນ. ມີ​ການ​ເປີດ​ກ້​ວາງ ແລະ ເພີ່ມ​ທະ​ວີ​ປະ​ຊາ​ທິ​ປະ​ໄຕ​ພາຍ​ໃນ​ພັກ​ນັ້ນ, ຈຶ່ງ​ສາ​ມາດ​ຮັບ​ປະ​ກັນ ລະ​ບຽບ​ວິ​ໄນ​ ແລະ ເມື່ອ​ສາ​ມາດຮັບ​ປະ​ກັນລະ​ບຽບ​ວິ​ໄນ​ ຈຶ່ງ​ສາ​ມາດ​ເພີີ່ມ​ທະ​ວີ​ປະ​ຊາ​ທິ​ປະ​ໄຕ​ໄດ້.

     ເຊີດ​ຊູ​ຈິດ​ໃຈ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຜູ້​ເປັນ​ຫົວ​ໜ້າ

    ມະ​ຕິ​ກອງ​ປະ​ຊຸມ​ຄັ້ງ​ທີ 4 ຂອງ​ສູນ​ກາງ​ພັກ​ກອ​ມມູ​ນິດ​ຫວຽດ​ນາມ​ຊຸດ​ທີ 12 ໄດ້​ຊີ້​ໃຫ້​ເຫັນ 27 ປະ​ກົດ​ການ​ຫຍໍ້​ທໍ້​ທີ່​ກ່ຽວ​ຂ້ອງ​ການ​ເສື່ອມ​ເສຍ​ດ້ານ​ແນວ​ຄິດ, ຄຸນ​ສົມ​ບັດ, ມີ​ການ​ຜັນ​ແປ​ເອງ​ໃນ​ພະ​ນັກ​ງານ ສະ​ມາ​ຊິກ​ພັກ​ຈຳ​ນວນ​ໜຶ່ງ. ນີ້​ແມ່ນ​ບັນ​ຫາ​ສຳ​ຄັນ​ທີ່​ສຸດ​ຊຶ່ງ​ກ່ຽວ​ຂ້ອງ​ເຖິງ​ການ​ຄົງ​ຕົວ​ຂອງ​ພັກ, ເຮັດ​ໃຫ້​ການ​ນຳ​ພາ​ຂອງ ພັກ​ກອ​ມມູ​ນິດ​ຫວຽດ​ນາມ​​ຖືກ​ອ່ອນ​ແອ​ລົງ. ມະ​ຕິ​ໄດ້​ຊີ້​ອອກຫຼາຍ​ມາດ​ຕະ​ການ​ແກ້​ໄຂ​ເພື່ອ​ຕໍ່​ສູ້​ຕ້ານ​ບັນ​ດາປະ​ກົດ​ການ​ຫຍໍ້​ທໍ້​ທີ່​ກ່ຽວ​ຂ້ອງ​ການ​ເສື່ອມ​ເສຍ​ດ້ານ​ແນວ​ຄິດ, ຄຸນ​ສົມ​ບັດ, ​ການ​ຜັນ​ແປ​ເອງ​, ເພີ່ມ​ທະ​ວີລະ​ບຽບ​ວິ​ໄນ​ພາຍ​ໃນພັກ, ຈາກນັ້ນ​ຈຶ່ງ​ເພີ່ມ​ທະ​ວີ​ກຳ​ລັງ​ແຮງ​ນຳ​ພາ​ຂອງ​ຂອງ​ພັກ. ພົນ​ໂທ ຫງວຽນ​ວັນ​ຣິງ ປະ​ທານ​ສະ​ມາ​ຄົມ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ສານ​ພິດ​ສີ​ສົ້ມ ດີ​ໂອ​ຊິນ​ຫວຽດ​ນາມ​ຖື​ວ່າ ສະ​ມາ​ຊິກ​ພັກ​ກອ​ມມູ​ນິດ​ຫວຽດ​ນາມທຸກໆ​ຄົນ ຕ​ຈ່າງ​ກໍ​ຕ້ອງ​ມີ​ແຜນ​ການ​ດຳ​ເນີນ​ງານ​ເພື່ອ​ປະ​ຕິ​ບັດ​ມະ​ຕິ​ສະ​ບັບ​ນີ້​ເປັນ​ຢ່າງ​ດີ. ພົນ​ໂທ ຫງວຽນ​ວັນ​ຣິງ ປະ​ທານ​ສະ​ມາ​ຄົມ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ສານ​ພິດ​ສີ​ສົ້ມ ດີ​ໂອ​ຊິນ​ຫວຽດ​ນາມ​ເນັ້ນ​ໜັກ​ວ່່າ : 

    “ ກ່ອນ​ອື່ນ​ໝົດ, ຕ້ອງ​ເສີມ​ຂະ​ຫຍາຍຫຼັກ​ການ​ປະ​ຊາ​ທິ​ປະ​ໄຕ​ຂອງ​ພັກ, ຕ້ອງ​ເສີມ​ຂະ​ຫຍາຍ​ໝູ່​ຄະ​ນະ​ນຳ​ພາ ແລະ ສ່ວນ​ບຸກ​ຄົນ​ຮັບ​ຜິດ​ຊອບ, ຕ້ອງ​ຍົກ​ສູງ​ລັກ​ສະ​ນະ​ຕໍ່​ສູ້​ຂອງ ສະ​ມາ​ຊິກ​ພັກ, ພິ​ເສດ​ການ​ຮ່ວມ​ດຳ​ເນີນຊີ​ວິດຢູ່​ໜ່ວຍ​ພັກ​ຂັ້ນ​ຮາກ​ຖານ, ເປັນ​ຂົວ​ເຊື່ອມ​ຕໍ່​ລະ​ຫວ່າງ​ພັກ ແລະ ປະ​ຊາ​ຊົນ​ເພື່ອ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ດຳ​ເນີນ​ຊີ​ວິດ​ໃນ​ໜ່ວຍພັກ, ຄຸ້ມ​ຄອງ ສະ​ມາ​ຊິກ​ພັກ ”​

     ລະ​ບຽບ​ວິ​ໄນ​ແມ່ນ​ກຳ​ລັງ​ແຮງ​ຂອງ​ພັກ, ສະ​ມາ​ຊິກ​ພັກຈົ່ງ​ຮັກ​ພັກ​ດີ​ກັບ​ພັກ​ເພາະ​ມີ ລະ​ບຽບ​ວິ​ໄນ​. ເມື່ອບັນ​ດາ​ອົງ​ການ​ຈັດ​ຕັ້ງ​ພັກ​ມີ​ຄວາມ​ເຂັ້ມ​ແຂງ, ທົ່​ວ​ພັກ​ຈຶ່ງ​ແຂງ​ແຮງ. ເພີ່ມ​ທະ​ວີ ລະ​ບຽບ​ວິ​ໄນ​ຂອງ​ພັກ​ກໍ​ຄື​ກົດ​ໝາຍ​ຂອງ​ລັດ ແມ່ນ​ຄວາມ​ຮັບ​ຜິດ​ຊອບ ແລະ ພັນ​ທະ​ຂອງ ສະ​ມາ​ຊິກ​ພັກ​ແຕ່​ລະ​ຄົນ​ໃນ​ທຸກໆ​ໄລ​ຍະ​ພັດ​ທະ​ນາ​ຂອງ ພັກ​ກອ​ມມູ​ນິດ​ຫວຽດ​ນາມ​.

ຕອບກັບ

ຂ່າວ/ບົດ​ອື່ນ