ເພີ່ມມະວີການຮັບມືກັບການປ່ຽນແປງຂອງດິນຟ້າອາກາດແລະການຮ່ວມມືດ້ານກະສິກຳລະຫວ່າງຫວຽດນາມ - ໂຮນລັງ

(VOVWORLD) - ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພວມຢ້ຽມຢາມລາຊະອານາຈັກໂຮນລັງ ໃນລະຫວ່າງວັນທີ 09 – 11 ກໍລະກົດ, ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ Mark Rutte. ການຢ້ຽມຢາມຖືກດຳເນີນໃນສະພາບທີ່ການພົວພັນຫວຽດນາມ - ໂຮນລັງ ພວມພັດທະນາຢ່າງຂະຫຍັນຂັນເຄື່ອນ, ມີປະສິດທິຜົນ, ພິເສດແມ່ນໃນຂົງເຂດກະສິກຳ ແລະ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ເພີ່ມມະວີການຮັບມືກັບການປ່ຽນແປງຂອງດິນຟ້າອາກາດແລະການຮ່ວມມືດ້ານກະສິກຳລະຫວ່າງຫວຽດນາມ - ໂຮນລັງ - ảnh 1 ພິທີລົງນາມໃນບົດບັນທຶກຊ່ວຍຈຳດ້ານກະສິກຳລະຫວ່າງ 2 ປະເທດ

(ພາບປະກອບ: TTXVN)

ໂຮນລັງ ແມ່ນປະເທດນ້ອຍນອນຢູ່ແຄມຝັ່ງທະເລເອີລົບຕາເວັນຕົກ. ຂະແໜງກະສິກຳຂອງປະເທດນີ້ເຖິງວ່າກວມເອົາພຽງ 1,6% ຍອດຜະລິດຕະພັນພາຍໃນ (GDP) ເທົ່ານັ້ນ, ແຕ່ໂຮນລັງ ພັດສົ່ງອອກບັນດາຜະລິດຕະພັນກະສິກຳເປັນຈຳນວນຫຼວງຫຼາຍ. ການຜະລິດກະສິກຳຂອງໂຮນລັງ ແມ່ນເອົາໃຈໃສ່ເຖິງປັດໃຈຍືນຍົງເພື່ອປົກປັກຮັກສາສິ່ງແວດລ້ອມ ແລະ ສັງຄົມ.

        ໃນຂະນະນັ້ນ, ຫວຽດນາມ ແມ່ນປະເທດທີ່ມີປະຫວັດສາດເສດຖະກິດຕິດພັນກັບພື້ນຖານກະສິກຳ, ດ້ວຍບັນດາທ່າແຮງທຳມະຊາດກ່ຽວກັບດ້ານພູມສາດ ແລະ ອາກາດ. ໃນຊຸມປີຜ່ານມາ, ຂະແໜງກະສິກຳຂອງຫວຽດນາມ ໄດ້ມີບັນດາບາດກ້າວບຸກທະລຸ, ບັນລຸຜົນງານຫຼາຍພໍສົມຄວນ.

        ຫວຽດນາມ ແລະ ໂຮນລັງ ໄດ້ກາຍເປັນຄູ່ຮ່ວມມືຍຸດທະສາດກ່ຽວກັບກະສິກຳແບບຍືນຍົງ, ການປ່ຽນແປງຂອງດິນຟ້າອາກາດ. 2 ຝ່າຍໄດ້ກຳນົດ 5 ຂົງເຂດຮ່ວມມືບຸລິມະສິດ: ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ; ການຄຸ້ມຄອງນ້ຳ, ກະສິກຳ; ພະລັງງານ; ເສດຖະກິດທະເລ ແລະ ການບໍລິການຂົນສົ່ງ logistics.

ຄູ່ຮ່ວມມືຍຸດທະສາດກ່ຽວກັບດ້ານກະສິກຳແບບຍືນຍົງ

        ຫວຽດນາມ ແລະ ໂຮນລັງ ລ້ວນແຕ່ແມ່ນປະເທດສົ່ງອອກກະສິກຳຢ່າງຫຼວງຫຼາຍຢູ່ໃນໂລກ ແລະ ລ້ວນແຕ່ນອນຢູ່ເຂດແຄມທະເລ ດ້ວຍທີ່ຕັ້ງດ້ານພູມສາດຍຸດທະສາດ. ແມ່ນປະເທດມີເຂດທົ່ງພຽງກວ້າງໃຫຍ່, ຫວຽດນາມ ແລະ ໂຮນລັງ ກໍພວມປະເຊີນໜ້າກັບບັນດາສິ່ງທ້າທາຍກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ໂດຍສະເພາະແມ່ນໃນຂົງເຂດຄຸ້ມຄອງແຫຼ່ງນ້ຳກະສິກຳ. ໃນຊຸມປີຜ່ານມາ, ດ້ວຍບົດຮຽນ, ວິຊາການ, ເຕັກໂນໂລຊີ ແລະ ທັກສະຂອງຕົນ, ໂຮນລັງ ໄດ້ຊ່ວຍຫວຽດນາມ ສ້າງພື້ນຖານຜະລິດກະສິກຳແບບຍືນຍົງເທື່ອລະກ້າວ. ໂຮນລັງ ໄດ້ໜູນຊ່ວຍຫວຽດນາມ ຫຼາຍຢ່າງໃນການຖ່າຍທອດດ້ານວິທະຍາສາດເຕັກນິກ, ພິເສດແມ່ນໃນຂົງເຂດຜັກ, ໝາກໄມ້, ລ້ຽງສັດ ແລະ ລ້ຽງປູກສິນໃນນ້ຳ; ພັດທະນາຂະແໜງສິນຄ້າຜັກໝາກໄມ້, ກາເຟ. 2 ປະເທດກໍ່ໄດ້ລົງນາມສັນຍາຮ່ວມມືໃນຂົງເຂດກະສິກຳຫຼາຍສະບັບຄື: ຜະລິດຊີ້ນ, ຜະລິດມັນຝລັ່ງ, ເຕັກໂນໂລຊີໃນການຂ້າສັດ ໂຮນລັງ ຍັງໜູນຊ່ວຍຫວຽດນາມ ສ້າງຍຸດທະສາດແຫ່ງຊາດກ່ຽວກັບນ້ຳໃຫ້ທັນຍາຫານ ແລະ ລະບົບຊີວະພາຍ, ຮັບປະກັນຄວາມປອດໄພດ້ານສະບຽງອາຫານ, ລ້ຽງປາທູນ່າແບບຍືນຍົງ ແລະ ເຂົ້າຮ່ວມບັນດາສັນຍາສິນໃນນ້ຳສາກົນ. ໂຮນລັງ ກໍ່ຊ່ວຍຫວຽດນາມ ດຳເນີນການຄົ້ນຄວ້າສັງລວມເພື່ອຕີລາຄາຜົນກະທົບຕໍ່ສິ່ງແວດລ້ອມຂອງເລື່ອງລ້ຽງປາຈາ, ປາບາຊາ ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ.

        ເພື່ອຂຸດຄົົ້ນທ່າແຮງຮ່ວມມືດ້ານກະສິກຳລະຫວ່າງ 2 ປະເທດ, ມີວິສາຫະກິດຫຼາຍແຫ່ງທີ່ມີຊື່ສຽງຂອງໂຮນລັງ ຄື: ABC Logistic, Kooppert Biological, Hortimax… ໄດ້ມາຫວຽດນາມ ເພື່ອຊອກຫາຄູ່ຮ່ວມມື. ບັນດາວິສາຫະກິດດັ່ງກ່າວ ໄດ້ນຳບັນດາເຕັກໂນໂລຊີສູງ, ກ້າວໜ້າມາຫວຽດນາມ, ຊ່ວຍເພີ່ມມູນຄ່າເພີ່ມຈາກແນວປູກ ຕະຫຼອດຮອດອາຫານປຸງແຕ່ງ.

        ຂີດໝາຍຂອງການຮ່ວມມືດ້ານກະສິກຳລະຫວ່າງ 2 ປະເທດ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງຜ່ານການລົງນາມໃນຂໍ້ຕົກລົງຄູ່ຮ່ວມມືຍຸດທະສາດກ່ຽວກັບກະສິກຳແບບຍືນຍົງ ແລະ ຮັບປະກັນຄວາມປອດໄພດ້ານສະບຽງອາຫານ ເມື່ອປີ 2014. ການນຳ 2 ປະເທດໄດ້ຕີລາຄາສູງການຮ່ວມມືລະຫວ່າງຫວຽດນາມ - ໂຮນລັງ ໃນຂົງເຂດກະສິກຳ ແມ່ນມີບັນດາບາດກ້າວພັດທະນາສຳຄັນ ແລະ ໃນອະນາຄົດອັນໃກ້ໆນີ້, ການພົວພັນນີ້ຈະມີໂອກາດພັດທະນາກວ່າອີກ ເມື່ອການຮ່ວມສຳພັນລະຫວ່າງວິສາຫະກິດກະສິກຳໂຮນລັງ ແລະ ບັນດາຄູ່ຮ່ວມມືໃນຂະແໜງກະສິກຳຫວຽດນາມ ນັບມື້ນັບແໜ້ນແຟ້ນ.

ເຮັດໃຫ້ການພົວພັນຮ່ວມມືຫວຽດນາມ-ໂຮນລັງໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃຫ້ເປັນແບບຢ່າງ

        44 ປີຜ່ານມາ, ຈາກການພົວພັນຄູ່ຮ່ວມມືທຳມະດາ, ການພົວພັນຫວຽດນາມ - ໂຮນລັງ ໄດ້ພັດທະນາກາຍເປັນການພົວພັນຄູ່ຮ່ວມມືຍຸດທະສາດໃນຂົງເຂດການປ່ຽນແປງຂອງດິນຟ້າອາກາດ ແລະ ການຄຸ້ມຄອງນ້ຳໃນປີ 2010. ມາຮອດປະຈຸບັນ, 2 ຝ່າຍໄດ້ຈັດວາລະປະຊຸມຄະນະກຳມະການລະຫວ່າງລັດຖະບານໃນຂົງເຂດດັ່ງກ່າວໄດ້ 6 ຄັ້ງແລ້ວ. ທີ່ວາລະປະຊຸມຄັ້ງທີ 6, ເຊິ່ງຖືກດຳເນີນຢູ່ໂຮນລັງ ໃນເດືອນ ເມສາ 2017, 2 ຝ່າຍໄດ້ແລກປ່ຽນກ່ຽວກັບທິດທາງການຮ່ວມມື, ອັບເດດ ແລະ ຜັນຂະຫຍາຍແຜນການເຂດທົ່ງພຽງແມ່ນ້ຳຂອງ ໃນໄລຍະຈະມາເຖິງ. ຫວຽດນາມ ແລະ ໂຮນລັງ ເຫັນດີນຳກັນຜັນຂະຫຍາຍບັນດາໂຄງການລະອຽດ, ແຜນການເງິນໃຫ້ໂຄງການ “ນະຄອນໂຮ່ຈິມິນ ພັດທະນາມຸ່ງໄປສູ່ທະເລ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ”; ແລກປ່ຽນກ່ຽວກັບການຜັນຂະຫຍາຍບັນດາແຜນຜັງຊັບພະຍາກອນນ້ຳເຂດລຸ່ມແມ່ນ້ຳແດງ - ແມ່ນ້ຳ ທ໋າຍບິ່ງ ໄລຍະ 2020 – 2030 ແລະ ວິໄສທັດຮອດປີ 2050; ຕີລາຄາກ່ຽວກັບແງ່ຫວັງຂອງໂຄງການຂໍ້ມູນດ້ານພູມສາດກ່ຽວກັບແຫຼ່ງນ້ຳ ແລະ ກະສິກຳຢູ່ຫວຽດນາມ.

        ການຮ່ວມມືເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດກໍ່ໄດ້ຮັບການຍູ້ແຮງຢູ່ຂັ້ນທ້ອງຖິ່ນ. ມາຮອດປະຈຸບັນ, ມີຫຼາຍແຂວງ, ນະຄອນຂອງຫວຽດນາມ ຄື: ນະຄອນໂຮ່ຈິມິນ, ຮ່າໂນ້ຍ, ບິ່ງເຢືອງ, ວິ້ງລອງ, ອາຢາງ, ດົ່ງທ໋າບ ໄດ້ຮ່ວມມືກັບບັນດາທ້ອງຖິ່ນຂອງໂຮນລັງ ໃນຂົງເຂດຕົວເມືອງຂຽວ; ສະໜອງນ້ຳສະອາດ, ລະບາຍນ້ຳ ແລະ ບຳບັດນຳເສຍ; ຄຸ້ມຄອງນ້ຳສະສົມ, ການປ່ຽນແປງຂອງດິນຟ້າອາກາດ…

        ປະຈຸບັນ, ຫວຽດນາມ ປາດຖະໜາວ່າ ໂຮນລັງ ສືບຕໍ່ແບ່ງປັນບົດຮຽນ, ແຫຼ່ງຊັບພະຍາກອນມະນຸດ, ແຫຼ່ງທຶນ ແລະ ບັນດາເຕັກໂນໂລຊີໜູນຊ່ວຍຫວຽດນາມ ແກ້ໄຂບັນດາບັນຫາຮີບດ່ວນຄື: ຕ້ານໄຟແຫ້ງແລ້ງ, ນ້ຳທະເລຊຶມເຂົ້າ, ພິເສດແມ່ນແກ້ໄຂບັນຫາດິນເຊາະເຈື່ອນຢູ່ແຄມຝັ່ງແມ່ນ້ຳ, ທະເລ.

        ການຢ້ຽມຢາມໂຮນລັງ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຄັ້ງນີ້ິ້ ໄດ້ປະກອບສ່ວນປັບປຸງການພົວພັນຮ່ວມມືຫວຽດນາມ - ໂຮນລັງ ໃນຫຼາຍຂົງເຂດ, ພິເສດແມ່ນເປີດກາລະໂອກາດຮ່ວມມືໃໝ່ໃນຂົງເຂດກະສິກຳຊົນນະບົດ ແລະ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ນຳການຮ່ວມມືໃນຂົງເຂດດັ່ງກ່າວໃຫ້ກາຍເປັນແບບຢ່າງພົ້ນເດັ່ນໃຫ້ແກ່ການຮ່ວມມືລະຫວ່າງບັນດາປະເທດໃນໂລກເທື່ອລະກ້າວ.

ຕອບກັບ

ຂ່າວ/ບົດ​ອື່ນ