ເພີ່ມສະມັດຕະພາບແຮງງານ - ໄມ້ງັດໃຫ້ການພັດທະນາແບບຍືນຍົງ

(VOVWORLD) - ນັບແຕ່ປີ 2010, ຫວຽດນາມ ກາຍເປັນປະເທດທີ່ມີລາຍຮັບປານກາງ. ຜົນງານແຫ່ງການພັດທະນານີ້ ພ້ອມທັງວາງອອກໃຫ້ ຫວຽດນາມ ບັນດາສິ່ງທ້າທາຍໃໝ່, ນັ້ນແມ່ນ ຜ່ານຜ່າລະດັບລາຍຮັບປານກາງ ຊຶ່ງຫລາຍປະເທດໄດ້ປະສົບ, ພ້ອມທັງຫຼີກລ້ຽງໄພຖອຍຫລັງ. 

ປີໃດກໍ່ເຊັ່ນດຽວກັນ, ຮອດຊ່ວງເວລາຊຸມເດືອນທ້າຍປີແມ່ນໂອກາດ ເພື່ອໃຫ້ລັດຖະບານ ຫວຽດນາມ ແລະ ບັນດາຄູ່ຮ່ວມມືພັດທະນາ ພ້ອມກັນພົບສົນທະນານະໂຍບາຍ, ແນໃສ່ຍົກອອກບັນດາຂໍ້ສະເໜີແນະນະໂຍບາຍໃຫ້ເໝາະສົມກັບການພັດທະນາຂອງ ຫວຽດນາມ. ທີ່ເວທີປາໄສພັດທະນາ ຫວຽດນາມ ປີນີ້ (VDF2017) ເຊິ່ງດຳເນີນໃນວັນທີ 13 ທັນວາ, ບັນຫາຊຶ່ງບັນດາຝ່າຍສຸມໃສ່ສົນທະນານັ້ນ ແມ່ນສະພາບຕົວຈິງ ແລະ ມາດຕະການໃຫ້ການເພີ່ມສະມັດຕະພາບແຮງງານຢູ່ ຫວຽດນາມ, ປັດໄຈສຳຄັນ ເພື່ອໃຫ້ ຫວຽດນາມ ພັດທະນາ. ບົດຂຽນຂອງນັກຂ່າວ ເລເຟືອງ.

ເພີ່ມສະມັດຕະພາບແຮງງານ - ໄມ້ງັດໃຫ້ການພັດທະນາແບບຍືນຍົງ - ảnh 1 ເວທີປາໄສພັດທະນາ ຫວຽດນາມ (VDF2017) ພາບ: TTXVN

        ນັບແຕ່ປີ 2010, ຫວຽດນາມ ກາຍເປັນປະເທດທີ່ມີລາຍຮັບປານກາງ. ຜົນງານແຫ່ງການພັດທະນານີ້ ພ້ອມທັງວາງອອກໃຫ້ ຫວຽດນາມ ບັນດາສິ່ງທ້າທາຍໃໝ່, ນັ້ນແມ່ນ ຜ່ານຜ່າລະດັບລາຍຮັບປານກາງ ຊຶ່ງຫລາຍປະເທດໄດ້ປະສົບ, ພ້ອມທັງຫຼີກລ້ຽງໄພຖອຍຫລັງ. ໃນສະພາບການປັດຈຸບັນ, ເປັນຕົ້ນແມ່ນການປະຕິວັດອຸດສາຫະກຳຄັ້ງທີ 4 ນຳມາເຊິ່ງກາລະໂອກາດຫລາຍຢ່າງໃຫ້ ຫວຽດນາມ ພ້ອມທັງວາງອອກສິ່ງທ້າທາຍໃຫ້ ຫວຽດນາມ, ດັ່ງນັ້ນ ການເພີ່ມສະມັດຕະພາບຕົ້ນຕໍແມ່ນລູກກະແຈ ນຳ ຫວຽດນາມ ໄປສູ່ການເຕີບໂຕແບບຍືນຍົງ.

ເພີ່ມສະມັດຕະພາບ - ແມ່ນໜຶ່ງໃນບັນດາບັນຫາຫຼັກແຫຼ່ງສຳລັບພື້ນຖານເສດຖະກິດ ຫວຽດນາມ

        ສະມັດຕະພາບແຮງງານ ແມ່ນດັດຊະນີຕົ້ນຕໍຂອງຕະຫລາດແຮງງານ, ສ່ອງແສງເຖິງການເຕີບໂຕເສດຖະກິດແບບຍືນຍົງ, ຄວາມສາມາດແກ່ງແຍ້ງ ແລະ ປະສິດທິຜົນໃນການນຳໃຊ້ແຮງງານຂອງແຕ່ລະປະເທດ. ສະມັດຕະພາບແຮງງານຂອງ ຫວຽດນາມ ປີ 2016 ມີລະດັບການເຕີບໂຕດີພໍສົມຄວນ ປະມານ 5,3% ເມື່ອທຽບໃສ່ປີ 2015, ພ້ອມກັນນັ້ນ ລະດັບການເຕີບໂຕນີ້ ກໍ່ດີກ່ວາເມື່ອທຽບໃສ່ກັບຊຸມປີກ່ອນນີ້. ດ້ວຍລະດັບການເຕີບໂຕນີ້ ບັນດານັກຊ່ຽວຊານຫວັງວ່າ ປີ 2017, ສະມັດຕະພາບແຮງງານຢູ່ ຫວຽດນາມ ຈະມີບາດກ້າວກະໂດດຂັ້ນ. ຊີ້ບອກເຖິງບັນດາຈຸດແຮງຂອງແຮງງານ ຫວຽດນາມ ສາມາດແກ່ງແຍ້ງກັບແຮງງານບັນດາປະເທດໃນພາກພື້ນ, ທ່ານ Simon Matthews ຜູ້ອຳນວຍການ ManPower Group ປະຈຳ ຫວຽດນາມ, ໄທ ແລະ ຕາເວັນອອກກາງ ຖືວ່າ:

        “ຂ້າພະເຈົ້າຄິດວ່າ ຫວຽດນາມ ມີກຳລັງແຮງງານຢ່າງຫລວງຫລາຍ. ນີ້ແມ່ນສິ່ງຕັ້ງໜ້າ. ຊາວຜູ້ອອກແຮງງານ ຫວຽດນາມ ດຸໝັ່ນ, ມີຄວາມສຸດຈິດສຸດໃຈ. ນີ້ແມ່ນຄຸນນະທາດທີ່ດີຂອງແຮງງານ ຫວຽດນາມ. ຂ້າພະເຈົ້າຄິດວ່າ ຖ້າຫາກຕ້ອງການປ່ຽນແປງ, ພວກເຮົາພຽງແຕ່ສຸມໃສ່ພັດທະນາທັກສະໃນການອອກແຮງງານເທົ່ານັ້ນ. ຄວາມຈິງຂ້າພະເຈົ້າຄິດວ່າ ບັນດາວິສາຫະກິດ ຕ້ອງການສຸມໃສ່ເຂົ້າໃນການເພີ່ມສະມັດຕະພາບແຮງງານ, ທັກສະ ແລະ ຍູ້ແຮງການປະຕິບັດໂດຍໄວແຕ່ດຽວນີ້.

        ບັນດານັກຊ່ຽວຊານລ້ວນແຕ່ເຫັນດີເປັນເອກະພາບໂດຍຖືວ່າ: ການເພີ່ມສະມັດຕະພາບແມ່ນໜຶ່ງໃນບັນດາບັນຫາຫຼັກແຫຼ່ງສຳລັບພື້ນຖານເສດຖະກິດ ຫວຽດນາມ ໃນປັດຈຸບັນ ແລະ ກໍ່ແມ່ນສິ່ງທ້າທາຍສຳລັບ ຫວຽດນາມ. ໃນບົດກ່າວປາໄສຢູ່ VDF 2017, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫງວຽນຈີ໋ຢຸງ ໃຫ້ຮູ້ວ່າ:

        “ໂດຍຮັບຮູ້ໄດ້ຄວາມສຳຄັນຂອງການເພີ່ມສະມັດຕະພາບ, ລັດຖະບານ ຫວຽດນາມ ໄດ້ ແລະ ພວມມານະພະຍາຍາມປະຕິບັດບັນດາມາດຕະການຊຸກຍູ້ການປ່ຽນແປງໃໝ່ຫົວຄິດປະດິດສ້າງ, ໝູນໃຊ້ວິທະຍາສາດເຕັກໂນໂລຢີ ແນໃສ່ຍົກສູງສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ ແລະ ກຳລັງການແກ່ງແຍ້ງຂອງພື້ນຖານເສດຖະກິດ. ໃນແຜນການພັດທະນາເສດຖະກິດ - ສັງຄົມປີ 2018 ຊຶ່ງລັດຖະບານລາຍງານຢູ່ກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດຊຸດທີ 14 ຜ່ານມາ ກໍ່ເນັ້ນໜັກເຖິງເນື້ອໃນຍົກສູງສະມັດຕະພາບຄຸນນະພາບ, ປະສິດທິຜົນ ແລະ ກຳລັງແກ່ງແຍ້ງ, ສົ່ງເສີມການປ່ຽນແປງໃໝ່ຫົວຄິດປະດິດສ້າງ, ເລີ່ມທຸລະກິດ.

ແກ້ໄຂບັນດາບັນຫາຫຼັກແຫຼ່ງ

        ແກ້ໄຂສິ່ງທ້າທາຍກ່ຽວກັບສະມັດຕະພາບແຮງງານໃນສະພາບການປັດຈຸບັນ ແມ່ນການທົດສອບສຳລັບ ຫວຽດນາມ ເພື່ອສາມາດພັດທະນາແບບຍືນຍົງ. ຕາມທ່ານ Ousmane Dione ຜູ້ອຳນວຍການແຫ່ງຊາດທະນາຄານໂລກ (WB) ປະຈຳ ຫວຽດນາມ ຖືວ່າ: ຫວຽດນາມ ຍັງມີຫລາຍປັດໃຈເພື່ອສາມາດເພີ່ມປະສິດທິພາບຢູ່ບັນດາຂະແໜງເສດຖະກິດຄື: ຍົກສູງປະສິດທິພາບພະລັງງານໃນອຸດສາຫະກຳ, ຍົກສູງ ຫຼື ຍູ້ໄວວິວັດການຫັນປ່ຽນກະສິກຳ ແລະ ພັດທະນາວິສາຫະກິດກະສິກຳ, ສ້າງຕັ້ງລະບົບຄົມມະນາຄົມ ແລະ Logistic ເຊື່ອມຕໍ່ຢ່າງມີປະສິດທິຜົນກ່ວາ…ເຖິງຢ່າງໃດກໍ່ຕາມ, ເລື່ອງບືນຕົວຂຶ້ນລະດັບສູງກ່ວາ ໃນລະບົບມູນຄ່າແມ່ນສວມບົດບາດສຳຄັນທີ່ສຸດ ເພື່ອປັບປຸງສະມັດຕະພາບຂອງ ຫວຽດນາມ. ທ່ານ Ousmane Dione ຖືວ່າ:

        “ພວກເຮົາກໍ່ເຫັນວ່າ ຄວາມສຳຄັນຂອງການສຶກສາທັກສະ ແລະ ປ່ຽນແປງໃໝ່ຫົວຄິດປະດິດສ້າງ ໃນວິວັດການຊອກຫາມາດຕະການ ເພື່ອເພີ່ມສະມັດຕະພາບຂອງ ຫວຽດນາມ. ຫວຽດນາມ ໄດ້ປະຕິບັດເປັນຢ່າງດີໃນການສຶກສາສາມັນ, ເຖິງຢ່າງໃດກໍ່ຕາມ, ກໍ່ຄວນສຸມທັກສະ ແລະ ຄວາມຮູ້ໃໝ່ ເພື່ອປະກອບສ່ວນໃຫ້ການເຕີບໂຕສະມັດຕະພາບ. ພວກເຮົາຕ້ອງມີບັນດາລະບອບລະບຽບການຕະຫລາດແຮງງານດີກ່ວາ ກໍ່ຄືມີບັນດາພື້ນຖານການສຶກສາມະຫາວິທະຍາໄລດີກ່ວາ ເພື່ອຮັບປະກັນທັກສະສູງກ່ວາ ແລະ ລະດັບຄວາມຮູ້ແຮງງານສູງກ່ວາຂອງຊາວຜູ້ອອກແຮງງານ.

        ພ້ອມກັນນັ້ນ, ທ່ານ Ousmane Dione ກໍ່ຖືວ່າ: ບັນດາວິທີການແກ້ໄຂເພື່ອແນໃສ່ເພີ່ມທະວີ ແລະ ພັດທະນາບັນດາລະບອບລະບຽບການຕະຫລາດຢ່າງມີປະສິດທິຜົນ ຄວນໄດ້ຮັບການຍູ້ແຮງ ເພື່ອບັນລຸໄດ້ການເຕີບໂຕສະມັດຕະພາບສູງກ່ວາ. ສິ່ງນີ້ ລວມມີການ ຕ້ອງສືບຕໍ່ມານະພະຍາຍາມປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດສະດວກກ່ວາ, ສຸມໃສ່ເຂົ້າໃນການຫັນລະບຽບການບໍລິຫານເປັນງ່າຍດາຍ, ຫລຸດຜ່ອນລາຍຈ່າຍ. ການປັບປຸງຈັດແບ່ງແຫຼ່ງກຳລັງ, ນີ້ກໍ່ແມ່ນປັດໄຈສຳຄັນ ເພື່ອໃຫ້ ຫວຽດນາມ ສາມາດຈັດແບ່ງແຫຼ່ງກຳລັງຜະລິດໃນຕະຫລາດທຶນ ແລະ ຕະຫລາດດິນທີ່ມີປະສິດທິຜົນກ່ວາ. ສິ່ງດັ່ງກ່າວຈະຊ່ວຍ ຫວຽດນາມ ຮັບປະກັນວ່າ ແຫຼ່ງກຳລັງໄດ້ຮັບການນຳໃຊ້ໃຫ້ແກ່ບັນດາຈຸດປະສົງຢ່າງມີປະສິທິຜົນດີທີ່ສຸດ./.

ຕອບກັບ

ຂ່າວ/ບົດ​ອື່ນ