ເລືອກເຟັ້ນບັນດາຜູ້ທີ່ມີມາດຕະຖານຢ່າງພຽງພໍເຂົ້າຮ່ວມສະພາແຫ່ງຊາດຊຸດທີ 14

(vovworld) - ກອງ​ປະຊຸມ​ເຈລະຈາ​ຄັ້ງ​ທຳ​ອິດ ທີ່​ຫາ​ກໍ່​ດຳ​ເນີນ​ຢູ່ ຮ່າ​ໂນ້ຍ ​ແລະ ຫຼາຍ​ທ້ອງ​ຖີ່​ນ​ໃນ​ທົ່ວ​ປະ​ເທດ ​ເພື່ອ​ເຫັນ​ດີ​ເປັນ​ເອກະ​ພາບ ​ສະ​ເໜີ 500 ຄົນ​ເຂົ້າ​ບັນຊີ​ລາຍ​ຊື່ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ​ຊຸດ​ທີ 14. ຜ່ານ​ກອງ​ປະຊຸມ​ເຈລະຈາ​ຄັ້ງ​ທຳ​ອິດ, ມີ​ຫຼາຍ​ຄວາມ​ເຫັນ​ຖື​ວ່າ. ​ການ​ສ້າງໂຄງປະກອບ ສສຊ ​ແມ່ນ​ມີ​ຄວາມ​ຈຳ​ເປັນ, ​ແຕ່​ຄຸນ​ນະພາ​ບຈຶ່ງ​ແມ່ນ​ສິ່ງ​ສຳຄັນ. ຍ້ອນ​ເຫດ​ນັ້ນ, ຈຳ​ເປັນ​ຕ້ອງ​ ເລືອກ​ເຟັ້ນບັນດາຜູ້ທີ່​ມີ​ມາດຕະຖານ​ຢ່າງ​ພຽງພໍ​ເຂົ້າ​ຮ່ວມ​ສະພາ​ແຫ່ງ​ຊາດ​.

ເລືອກເຟັ້ນບັນດາຜູ້ທີ່ມີມາດຕະຖານຢ່າງພຽງພໍເຂົ້າຮ່ວມສະພາແຫ່ງຊາດຊຸດທີ 14 - ảnh 1

(ພາບປະກອບ)

ວຽກ​ງານ​ເຈລະຈາ, ​ເລືອກ​ເຟັ້ນ, ສະ​ເໜີ​ຜູ້​ສະໝັກ​ເລືອກ​ຕັ້ງ​ແມ່ນ​ໜ້າ​ທີ່​ແຖວ​ໜ້າ, ມີ​ຄວາມ​ໝາຍ​ສຳຄັນ​ພິ​ເສດ ​ເພື່ອ​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ ປະຊາທິປະ​ໄຕ, ສະ​ເໝີ​ພາບ, ຖືກຕ້ອງ​ຕາມ​ກົດໝາຍ​​ໃຫ້​ສຳ​ເລັດ​ຜົນ. ຜ່ານ​ການ​ເຈລະຈາ, ຄຳ​ເຫັນສ່ວນ​ຫຼາຍ​ໄດ້​ສະ​ເໜີ​ເພີ່ມ​ຈຳນວນ ສສຊ ສະ​ເພາະ​ກິດຕື່ມ​ອີກ, ​ເພາະວ່າ ສສຊ ສະ​ເພາະ​ກິດ​ຈະ​ມີ​ເງື່ອນ​ໄຂ, ​ເວລາ ​ເພື່ອ​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ຂອງ​ຕົນ. ​ເຮັດ​ໄດ້​ຄື​ແນວ​ນັ້ນ, ສະພາ​ແຫ່​ງຊາດ​ຈຶ່ງ​ປະຕິບັດ​ບົດບາດ​ໜ້າ​ທີ່​ສ້າງ​ກົດໝາຍ​ເປັນ​ຢ່າງ​ດີ ​ແລະ ຕົກລົງ​ບັນດາ​ບັນຫາ​ສຳຄັນ​ຂອງ​ປະ​ເທດ​ຊາດ​ໄດ້.

        ເພີ່ມ​ຈຳນວນ ສສຊ ສະ​ເພາະ​ກິດ

        ຕາມ​ທ່ານ ​ເລ​ຈ່ວຽນ, ອະດີດ​ຮອງ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ​ຫວຽດນາມ​ແລ້ວ, ບໍ່​ຈຳ​ເປັນ​ຕ້ອງ​ເລືອກ​ເຟັ້ນ ສສຊ ​ແມ່ນ​ຜູ້​ທີ່​ເປັນຫົວໜ້າ​ອົງການ​ບໍລິຫານ, ຫາກ​ພຽງ​ແຕ່​​​ແມ່ນ​ຜູ້​ທີ່​ເປັນ​ຕົວ​ແທນ​ໃຫ້​ອົງການ​ນັ້ນ​ແຕ່​ມີ​ມາດຕະຖານ​ຢ່າງ​ຄົບ​ຖ້ວນ​. ​ໃນ​ບົດ​ລາຍ​ງານ​ຂອງ​ຄະນະ​ປະຈຳສະພາ​ແຫ່ງ​ຊາດ ​ໄດ້​ເຕື້ອງ​ເຖິງ​ເລື່ອງ ເພີ່ມ​ຈຳນວນ ສສຊ ສະ​ເພາະ​ກິດຕື່ມ​ອີກ ​ແລະ ຫຼຸດຜ່ອນ ສສຊ ຢູ່​ອົງການ​ບໍລິຫານ​ລົງ. ທ່ານ ​ເລ​ຈ່ວຽນ​ເນັ້ນ​ໜັກ​ວ່າ,

        “ຕາມ​ຂ້າພະ​ເຈົ້າ​ແລ້ວ​ ​ແມ່ນ​ຕ້ອງ​ຫຼຸດຈຳນວນ ສສຊ ​ໃນ​ອົງການ​ບໍລິຫານ​ລົງຫຼາຍ, ກ່ອນ​ນີ້​ພວກ​ເຮົາ​ເລືອກ​ເຟັ້ນ ສສຊ ​​ແມ່ນຜູ້​ທີ່​ເປັນ​ຫົວໜ້າ, ​​ແຕ່​ວ່າ​ຜູ້​ທີ່​ເປັນ​ຫົວໜ້າຍັງ​ຮັບຜິດຊອບວຽກ​ງານຫຼາຍຢ່າງຈະ​ບໍ່​ສາມາດ​ເຮັດຫຼ້ອນ​ໜ້າ​ທີ່​ຂອງ ສສຊ ​ໄດ້. ​ໃນ​ຂະນະ​ນັ້ນ, ມີ​ຜູ້​ອື່ນໆ​ຫ​ຼາຍຄົນ​ພັດ​ມີ​ມາດຕະຖານ, ​ເງື່ອນ​ໄຂ​ຢ່າງ​ຄົບ​ຖ້ວນ​ເພື່ອ​ຮັບຜິດຊອບ​ໜ້າ​ທີ່​ຂອງ ສສຊ“.

        ທ່ານ ຫງວຽນ​ວັນ​ຄາ, ຮອງ​ປະທານ​ຄະນະ​ກຳມະການ​ນສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ ຫວຽດນາມ, ຖື​ວ່າ: ຄາດ​ຄະ​ເນ​ວ່າ, ອາຍຸ​ການ​ນີ້, ບັນດາ​ອົງການ​ທີ່​ມີ​ສິດ​ອຳນາດ​ກໍ່​ພະຍາຍາມ​ຫຼຸດຜ່ອນ​ຈຳນວນ ສສຊ ​ໃນ​​ບັນດາ​ອົງການ​ບໍລິຫານ​ທ້ອງ​ຖີ່​ນ​​ລົງ:

        “​ຕາມ​ຂ້າພະ​ເຈົ້າ​ແລ້ວ, ໃນ​ສະພາບ​ທີ່​ສະພາ​ແຫ່ງ​ຊາດ​ຂອງ​ພວກ​ເຮົາ​ບໍ່​ທັນ​ເຄື່ອນ​ໄຫວ​ສະ​ເພາະ​ກິດ 100%, ​ເລື່ອງ​ເຂົ້າ​ຮ່ວມ​ຂອງ​ບັນດາ​ສະມາຊິກ​ລັດຖະບານ, ການ​ນຳ​ບາງ​ກະຊວງ, ຂະ​ແໜງ​ການ​ໃນ​ສະພາ​ແຫ່ງ​ຊາດ​ແມ່ນ​ຈຳ​ເປັນ​ທີ່​ສຸດ, ມັນ​ຊ່ວຍ​ໃຫ້​ສະພາ​ແຫ່ງ​ຊາດ​ປະຕິບັດບົດບາດນິຕິບັນຍັດ​ເປັນ​ຢ່າງ​ດີ ​ແລະ ຕົກລົງ​ບັນດາ​ບັນຫາ​ສຳຄັນ​ຂອງ​ປະ​ເທດ​ຊາດ. ຂ້າພະ​ເຈົ້າ​ໄດ້​ຮູ້​ແລ້ວ​ວ່າ​ຈຳນວນ ສສຊ ​ໃນກຸ່ມ​ອົງການບໍລິຫານຈະ​ຫຼຸດ​ລົງ​ຫຼາຍ​ຢູ່​ທ້ອງ​ຖີ່​ນຕ່າງໆ. ຕາມ​ນັ້ນ​ແລ້ວ, ຈຳນວນ ສສຊ ທີ່​ເປັນປະທານ​ຄະນະ​ກຳມະການ​ປະຊາຊົນ, ຫົວໜ້າ​ພະ​ແນ​ກຕ່າງໆ​​ໃນ​ສະພາ​ແຫ່​ງຊາດ​ຊຸດ​ນີ້​ຈະ​ບໍ່​ມີ​ຫຼາຍ“.

        ຍົກ​ສູງ​ຄຸນ​ນະພາ​ບ ສສຊ

        ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ​ກວ່າ​ອີກ, ຄຸນ​ນະພາ​ບການ​ເຄື່ອນ​ໄຫວ​ຂອງ ສສຊ ຈະມີ​ບົດບາດ​ຕັດສິນ. ມີ​ຫຼາຍ​ຄວາມ​ເຫັນ​ຖື​ວ່າ, ພ້ອມ​ກັບ​ບັນດາ​ມາດຕະຖານ​ຂອງ ສສຊ ​ເຊິ່ງ​ໄດ້ລະບຸ​ໄວ້​ໃນ​ກົດໝາຍ​ວ່າ​ດ້ວຍ​ສະພາ​ແຫ່ງ​ຊາດ​ແລ້ວ, ຕໍ່ໜ້າ​ຄວາມ​ຮຽກຮ້ອງ​ທີ່ນັບ​ມື້​ນັບ​ສູງ​ຂອງ​ປະຊາຊົນ, ຂອງ​ພາລະກິດ​ປ່ຽນ​ໃໝ່ ​ແລະ ການ​ເຊື່ອມ​ໂຍງ​ນັ້ນ, ການ​ເລືອກ​ຕັ້ງ ສສຊ ຊຸດ​ທີ 14 ຕ້ອງ​ເລືອກ​ເຟັ້ນບັນດາ​ຜູ້​ທີ່​ສົມ​ກັບ​ບົດບາດ​ເປັນ​ຕົວ​ແທນ​ຂອງ​ປະຊາຊົນ. ທ່ານ ບູ່​ຍວັນ​ຊ່ວຽນ, ຮອງ​ຫົວໜ້າ​ຄະນະ ສສຊ ​ແຂວງ ທ໋າຍບິ່ງ ຍົກ​ຄວາມ​ເຫັນ​ວ່າ:

“ປະຈຸ​ບັນ, ຄຳ​ຮຽກຮ້ອງ​ຂອງ​ລັດຖະທຳ​ມະນູນ​ສະບັບ​ໃໝ່, ຂອງ​ພາລະກິດ​ແຫ່ງ​ການ​ປ່ຽນ​ໃໝ່, ຂອງ​ສິດ​ປະຊາທິປະ​ໄຕ​ຂອງ​ປະຊາຊົນ, ປົກ​ປ້ອງ​ສິດ​ປະຊາທິປະ​ໄຕ​ຂອງ​ປະຊາຊົນ​ແມ່ນ​ສຳຄັນ​ທີ່​ສຸດ. ປະຈຸ​ບັນ, ກົດໝາຍ, ນະ​ໂຍບາຍ​ທັງ​ໝົດ​ທີ່ຍົກ​ອອກ​ມາ​ລ້ວນ​ແຕ່​​ເພື່ອ​ປະຊາຊົນ. ດັ່ງ​ນັ້ນ, ສສຊ ​ກໍ່​ຕ້ອງ​ມີ​ຄວາມ​ຮູ້​ກ່ຽວ​ກັບ​ດ້ານ​ກົດໝາຍ, ນະ​ໂຍບາຍ ​ແລະ ພິ​ເສດ​ແມ່ນ​ລັດຖະທຳ​ມະນູນ ​ເພື່ອ​ເຮັດ​ບໍ່​ວ່າວຽກ​ງານ​ໃດ ກໍ​ຄື​ຕັດສິນ​ບັນດາ​ບັນ​ຫາ​ສຳຄັນ, ການຕິດຕາມ​ກວດກາ, ການສ້າງ​ກົດໝາຍ​ກໍ່​ຕ້ອງ​ອີງ​ໃສ່​ລັດຖະທຳ​ມະນູນ ​ເພື່ອ​ຮັກສາຂໍ້​ກຳນົດ​ຂອງ​ລັດຖະທຳ​ມະນູນ, ຫຼີກ​ລ້ຽງ​ບໍ່​ໃຫ້​ລະ​ເມີດ​ລັດຖະທຳ​ມະນູນ, ລ່ວງ​ລຳ້​ເຖິງ​ສິດ​ເສລີປະຊາທິປະ​ໄຕ​ຂອງ​ພົນລະ​ເມືອງ”

        ທ່ານ ຫງວຽນກວກ​ເທືອ​ກ, ອະດີດ ສສຊ ຫວຽດນາມ ຊຸດ 8, 9, 10 ຖື​ວ່າ: ​ເພື່ອ​ປັບປຸງ ​ແລະ ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ ປະຊາຊົນ​ຕໍ່ ສສຊ, ຜູ້ຕາງໜ້າ​ຂອງ​ປະຊາຊົນຕ້ອງ​ຢືດໝັ້ນ​ຕໍ່ສູ້​ປົກ​ປ້ອງ​ເພື່ອ​ສິດ ​ແລະ ຜົນ​ປະ​ໂຫຍ​ດ​ອັນເປັນ​ທຳ​ຂອງ​ປະຊາຊົນ:

        “ຖ້າ​ຫາກ​ຜູ້​ສະໝັກ​ຮັບ​ເລ​ືອກຕັ້ງ ສສຊ ​ເປັນ​ພະນັກງານ​ພັກ, ລັດ ​ແມ່ນຕ້ອງ​ສະ​ແດງ​​ໃຫ້​ເຫັນເຈດ​ຈຳນົງ​ຂອງ​ຜູ້ຕາງໜ້າ​ໃຫ້​ປະຊາຊົນກ່ວາ​ອີກ, ມີ​ເຈດ​ຈຳນົງ, ມີ​ຄວາມອົງ​ອາດກະ​ຫານ, ຕໍ່ສູ້​ເພື່ອ​ປົກ​ປ​້ອງສິດ, ຜົນ​ປະ​ໂຫຍ​ດ​ອັນເປັນ​ທຳ​ຂອງ​ປະຊາຊົນ, ຂອງ​ປະ​ເທດ​ຊາດ. ​ເວົ້າ​ລວມ​ແລ້ວ, ​​ເປັນຜູ້​ຕາງໜ້າ​ໃຫ້​ແກ່​ປະຊາຊົນ​​ແມ່ນຕ້ອງ​ປອດ​ໄສ, ຄຽງ​ຄູ່​ກັນ​ນັ້ນ​​ແມ່ນຕ້ອງ​ມີ​ຄວາມ​ອົງອາດ​ກະ​ຫານ ​ແລະ ​ເພື່ອ​ປະຊາຊົນ”

        ດ້ວຍ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ໃນ​ອາຍຸ​ການ​ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13, ຜູ້​ມີ​ສິດ​ເລື​ອກຕັ້ງ ​ແລະ ປະຊາຊົນ​ທົ່ວ​ປະ​ເທດ​ເຊື່ອ​ໝັ້ນ​ ​ແລະ ມີ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາວ່າ, ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ຈະ​ເລືອກ​​ເຟັ້ນບັນດາ ສສຊ ຜູ້ດີ​ເດັ່ນ, ມີຄຸນ​ນະ​ທາດ, ຮັບ​ຟັງ​ຄຳ​ເຫັນ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ ​ແລະ ​ເປັນ​ຂົວ​​ເຊື່ອມ​ຕໍ່​ລະຫວ່າງ​ຜູ້​ມີ​ສິດ​ເລືອກ​ຕັ້ງ ​ກັບ​ພັກ ​ແລະ ລັດ​ຢ່າງ​ແທ​ດຈິງ.


ຂ່າວ/ບົດ​ອື່ນ