ເສດຖະກິດ ຈີນ ຫລຸດຜ່ອນຄາດໝາຍການເຕີບໂຕປີ 2017

​(vovworld) - ​ລັດຖະບານ​ແຫ່ງ​ ສປ ຈີນ ສະ​ເໜີ​ຫລຸດ​ຜ່ອນ​ຄາດໝາຍ​ການ​ເຕີບ​ໂຕ​ປີ 2017 ​ໃນ​ສະພາວະ​ພື້ນຖານ​ເສດຖະກິດ​ໃຫຍ່​ອັນ​ດັບ​ທີ 2 ​ໃນ​ໂລກ ພວມ​ຊຸກຍູ້​ການ​ປະຕິ​ຮູບ ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ຢູ່ພາຍ​ໃນ​ປະ​ເທດ. ຕາມ​ວົງ​ການ​ການ​ນຳ ຈີນ ​ແລ້ວ, ຄາດໝາຍ​ນີ້ ​ແມ່ນ​ແທ້​ຈິງ, ຈະ​ຊ່ວຍ​ກຳນົດ​ທິດ ​ແລ​ະ ​ເຮັດ​ໃຫ້ຄວາມ​ຫວັງ​ທີ່​ໄດ້​ວາງ​ອອກ​ໃຫ້​ປະກົດ​ຜົນ​ເປັນ​ຈິງ.

ເສດຖະກິດ ຈີນ ຫລຸດຜ່ອນຄາດໝາຍການເຕີບໂຕປີ 2017 - ảnh 1
ເສດຖະກິດ ຈີນ ຫລຸດຜ່ອນຄາດໝາຍການເຕີບໂຕປີ 2017

ກ່າວ​ຄຳ​ເຫັນ​ທີ່​ພິທີໄຂ​ກອງ​ປະຊຸມ​ປະຈຳ​ປີ​ສະພາ​ຜູ້​ແທນ​ປະຊາຊົນແຫ່ງ​ຊາດ ຈີນ ​ໃນ​ວັນ​ທີ 05/03, ທ່ານ​ນາຍົກ​ລັດຖະມົນຕີ​ປະ​ເທດ​ນີ້ ຫຼີ​ເຄີ​ຊຽງ ​ໃຫ້​ຮູ້​ວ່າ: ຈີນ ບັນລຸ​ຄາດໝາຍ​ການ​ເຕີບ​ໂຕຍ​ອດຜະລິດ​ຕະພັນ​ພາຍ​ໃນ​ປະ​ເທດ (GDP) ຢູ່​​ໃນລະດັບ 6,5% ​ໃນ​ປີ 2017, ຊຶ່ງ​ແມ່ນ​ຕົວ​ເລກຄາດໝາຍ​ທີ່​ຕ່ຳສຸດ​ຂອງ ຈີນ ​ໃນ​ຮອບ 25 ປີ​ມາ​ນີ້. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ລະດັບ​ການ​ເຕີບ​ໂຕ​ນີ້ ​ແມ່ນ​ພຽງພໍ ​ເພື່ອ​ບັນລຸ​ເປົ້າໝາຍ ​ຊຶ່ງ​ພັກ​ກ​ອມມູນິດ ຈີນ ວາງ​ອອກ ​ແມ່ນ​​ເພີ່ມ​​ຂອບ​ຂະໜາດ​ພື້ນຖານ​ເສດຖະກິດ​ຂອງ​ປະ​ເທດຂຶ້ນ​ທົບ 2 ​ເທົ່າ​ໃນ​ປີ 2020 ​ເມື່ອ​ທຽບ​ໃສ່​ລະດັບ​ຂອງປີ 2010. ປີ 2016, ຈີນ ບັນລຸ​ໄດ້​ລະດັບ​ການ​ເຕີບ​ໂຕ 6,7% ​ຊຶ່ງແມ່ນ​ລະດັບ​ຕ່ຳ​ສຸດນັບ​ແຕ່​ປີ 2010 ​ເປັນ​ຕົ້ນ​ມາ.

​ເປົ້າ​ໝາຍ​ຕົວ​ຈິງ

        ​ເລື່ອງ​ຫລຸດ​ຜ່ອນ​ຄາດໝາຍ​ການ​ເຕີບ​ໂຕ​ເສດຖະກິດ ​ໄດ້​ຖື​ກຍົກ​ອອກມາ​ໃນ​ສະພາວະ ຈີນ ພວມ​ມານະ​ພະຍາຍາມຫັນປ່ຽນ​ຈາກການ​ເຕີບ​ໂຕ​ໄວ​ໂດຍ​ອີງ​ໃສ່​ການ​ສົ່ງ​ອອກ ​ແລະ ການ​ລົງທຶນ ມາ​ເປັນ​ຮູບ​ແບບ​ເຕີບ​ໂຕໝັ້ນຄົງ​ໂດຍອີງ​ໃສ່ການ​ໃຊ້​ສອຍ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ວິ​ວັດ​ການ​ຫັນປ່ຽນ​ດັ່ງກ່າວ ພວມດຳ​ເນີນ​ໄປຢ່າງ​ສັບສົນ ​ເພາະ​ເຮັດ​ໃຫ້ການ​ເຕີບ​ໂຕຊັກ​ຊ້າ​ລົງ ​ແລະ ​ເຮັດ​ໃຫ້ສະກຸນ​ເງິນຢວນອ່ອນ​ຕົວ​ລົງ, ພ້ອມທັງກໍ່​ໃຫ້​ເກີ​ດຄວາມ​ວິຕົກ​ກັງວົນ​ຕໍ່​ໄພອັນຕະລາຍ “ຟອງ​ສະບູ” ອະສັງ​ຫາ​ລິມະຊັບ ​ແລະ ວິ​ກິດ​ການໜີ້​ເສຍ. ທ່ານ​ນາຍົກລັດຖະມົນຕີ ຈີນ ຫຼີ​ເຄີ​ຊຽງ ກໍ່​ຍອມຮັບ​ວ່າ ຍ້ອນ​ບັນດາ​ການຜັນ​ແປ​ຢູ່ພາຍ​ໃນ​ປະ​ເທດ ​ແລະ ຕ່າງປະ​ເທດເຮັດ​ໃຫ້​ ຈີນ ຕ້ອງປະ​ເຊີນ​ໜ້າກັບ​ສະພາບ​ການ​ສັບສົນ​ກ່ວາ ​ແລະ ຫຍຸ້ງ​ຍາກ​ກ່ວາ. ທ່ານ ຫຼີ​ເຄີ​ຊຽງ ​ເນັ້ນ​ໜັກ​ວ່າ ການ​ເຕີບ​ໂຕ​​ເສດຖະກິດ​ໂລກຍັງ​ຄົງ​ຊັກ​ຊ້າ ​ໃນ​ຂະນະ​ທີ່​ລັດທິປົກ​ປ້ອງ ​ແລະ ທ່າ​ອ່ຽງ​ໄປ​ຝືນ​ກັບ​ການຫັນ​ເປັນ​ໂລກາ​ພິວັດ​​ພວມ​ເພີ່ມ​ຂຶ້ນ. ຢູ່ພາຍ​ໃນ​ປະ​ເທດ, ​​ໃນ​ໄລຍະ​ຜ່ານ​ມາ ຍ້ອນ ປັກ​ກີ​ງ ​ມີ​ບັນດາ​ການ​ກະທຳ ​ເພື່ອ​ຫລຸດ​ລາຄາ​ເຮືອນ​ຢູ່​ລົງ​, ຄວບ​ຄຸມ​ການ​ເຕີບ​ໂຕສິນ​ເຊື່ອ ​ແລະ ຫລຸດຜ່ອນ​ການ​ລົງ​ທຶນ​ສາທາລະນະ ດັ່ງ​ນັ້ນ ​ເຮັດ​ໃຫ້ການ​ເຕີບ​ໂຕ​ເສດຖະກິດ ຈີນ ​ໃນ​ປີ​ນີ້ ຈະ​ຕ້ອງອີງ​ໃສ່​ການ​ໃຊ້​ສອຍ​ຢູ່ພາຍ​ໃນ​ປະ​ເທດ ​ແລະ ການ​ລົງທຶນ​ຈາກພາກ​ເອກະ​ຊົນ​ຫລາຍກ່ວາ. ກໍ່​ຄື​ປີ 2016, ຈີນ ບໍ່ວາງ​ຄາດໝາຍ​​ສົ່ງ​ອອກ​ໃຫ້​ປີ 2017. ສິ່ງ​ດັ່ງກ່າວ ສະ​ແດງ​ໃຫ້​ເຫັນສະພາບ​ຂາດ​ຄວາມ​ສະຫງົບ​ໝັ້ນທ່ຽງ​ໃນ​ສະພາບ​​ການ​ເຕີບ​ໂຕ​ທົ່ວ​ໂລກ.

ເສດຖະກິດ ຈີນ ຫລຸດຜ່ອນຄາດໝາຍການເຕີບໂຕປີ 2017 - ảnh 2
ທ່ານ​ນາຍົກ​ລັດຖະມົນຕີ​ປະ​ເທດ​ນີ້ ຫຼີ​ເຄີ​ຊຽງ ກ່າວ​ຄຳ​ເຫັນ​ທີ່
​ພິທີໄຂ​ກອງ​ປະຊຸມ​ປະຈຳ​ປີ​ສະພາ​ຜູ້​ແທນ​ປະຊາຊົນແຫ່ງ​ຊາດ ຈີນ


  ໃນ​ສ​ະພາບການນັ້ນ, ບັນ​ດາ​ຜູ້​ຊ່ຽວ​ຊານ​ດ້ານ​ເສດ​ຖະ​ກິດ​ຖື​ວ່າ ຄາດ​ໝາຍ​ການ​ເຕີບ​ໂຕ​ເສດ​ຖະ​ກິດ 6,5% ໃນ​ປີ 2017 ໂດຍ​ລັດ​ຖະ​ບານ​ຈີນ​ວາງ​ອອກ ແມ່ນ​ຕົວ​ເລກ​ຄາດ​ໝາຍ​ທີ່​ສົມ​ເຫດ​ສົມ​ຜົນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ຫຼີ​ເຄີ​ຊຽງ ຍັງ​ຖື​ວ່າ ຄາດ​ໝາຍ​ການ​ເຕີບ​ໂຕ​ໃນ​ປີນີ້ ແມ່ນ​ສອດ​ຄ່ອງ​ກັບ​ກົດ​ເກນ​ດ້ານ​ເສດ​ຖະ​ກິດ ແລະ ສະ​ພາບ​ຕົວ​ຈິງພາ​ວະ​ວິ​ໄສ, ມີ​ຜົນ​ປະ​ໂຫຍດ​ຕໍ່​ການ​ກຳ​ນົດ​ທິດ, ສ້າງ​ຄວາມ​ເປັນ​ປົກ​ກະ​ຕິ ແລະ ດັດ​ປັບ​ໂຄງ​ປະ​ກອບ, ພ້ອມ​ກັນ​ນັ້ນ ກໍ​ສາ​ມາດ​ເຊື່ອມ​ຕໍ່​ກັບ​ເປົ້າ​ໝາຍ​ການ​ກໍ່ສ້າງ​​ສັງ​ຄົມທີ່​ອຸ​ດົມ​ຮັ່ງ​ມີ​ຮອບ​ດ້ານ; ຈຸດ​ໝາຍ​ການ​ເຕີບ​ໂຕ​ເປັນ​ປົກ​ກະ​ຕິ​ແມ່ນ​ເພື່ອ​ສ້າງວຽກ​ເຮັດ​ງານ​ທ​ຳ, ນຳ​ຜົນ​ປະ​ໂຫຍດ​ມາ​ສູ່​ການ​ດຳ​ລົງ​ຊີ​ວິດ​ໃຫ້​ແກ່​ປະ​ຊາ​ຊົນ.

      ວິ​ທີ​ການ​ແກ້​ໄຂ​ຈຸດ​ສຸມ.

   ເພື່ອ​ປະ​ຕິ​ບັດ ຄາດ​ໝາຍ​ການ​ເຕີບ​ໂຕ​ເສດ​ຖະ​ກິດ 6,5% ໃນ​ປີ 2017, ລັດ​ຖະ​ບານ​ຈີນ​ຈະ​ສືບ​ຕໍ່​ປະ​ຕິ​ບັດ​ນະ​ໂຍ​ບາຍ​ປີ​ງົບ​ປະ​ມານ​ຢ່າງ​ເປັນ​ເຈົ້າ​ການ ແລະ ຈະຫຼຸດ​ຜ່ອນ​ພາ​ສີ​ອາ​ກອນ​ປະ​ມານ 350 ຕື້ຢວນ, ເທົ່າ​ກັບ​ປະ​ມານ 51 ຕື້ USD ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ. ນອກ​ຈາກນັ້ນ, ຈີນ​ຈະ​ສືບ​ຕໍ່​ເດີນ​ຕາມ​ນະ​ໂຍ​ບາຍ​ເງິນ​ຕາ​ແບບ​ລະ​ມັດ​ລະ​ວັງ ແລະ ເປັນ​ກາງ. ຕາມທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ຫຼີ​ເຄີ​ຊຽງແລ້ວ, ໃນ​ຈຸດ​ເວ​ລາ​ປະ​ຈຸ​ບັນ, ຄວາມ​ສ່ຽງລະ​ບົບໃນ​ຂະ​ແໜງ​ການ​ເງິນ​ຂອງ​ຈີນ​ພວມ​ໄດ້​ຮັບ​ການ​ຄວບ​ຄຸມ ແຕ່​ຈີນ​ຄວນ​ລະ​ມັດ​ລະ​ວັງ​ຢ່າງ​ສຸດ​ຂີດ ແລະ ສ້າງ​ລະ​ບົບ “​ກຳ​ແພງ​ປ້ອງ​ກັນ” ສະ​ກັດ​ກັ້ນ​ຄວາມ​ສ່ຽງ​ດ້ານ​ການ​ເງິນ. ຕາມນັ້ນ​ແລ້ວ, ຈີນ​ຈະ​ນຳ​ໃຊ້​ບັນ​ດາ​ເຄື່ອງ​ມື​ນະ​ໂຍ​ບາຍ​ເງິນ​ຕາ, ຮັກ​ສາ​ຄວາມ​ໝັ້ນ​ທຽງ​ທາງ​ດ້ານ​ການ​ຊຳ​ລະ, ຮັກ​ສາ​ຄ່າ​ດອກ​ເບ້ຍ​ໃນ​ທ້ອງ​ຕະຫຼາດ​ຢ່າງ​ສົມ​ເຫດ​ສົມ​ຜົນ ແລະ ປົວ​ແປງ​ກົນ​ໄກ​ສົ່ງ​ຕໍ່​ຂອງ​ນະ​ໂຍ​ບາຍ​ເງິນ​ຕາ. ການ​ປັບ​ປຸງ​ລັດ​ວິ​ສາ​ຫະ​ກິດ ກໍ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ບຸ​ລິ​ມະ​ສິດ​ຂອງ​ລັດ​ຖະ​ບານ​ຈີນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ຫຼີ​ເຄີ​ຊຽງ ໃຫ້​ຮູ້​ວ່າ ເລື່ອງ​ສືບ​ຕໍ່​ຊຸກ​ຍູ້​ການ​ປັບ​ປຸງ​ກຳ​ມະ​ສິດ​ຢູ່​ໃນ​ກ່​ວາ 100 ວິ​ສາ​ຫະ​ກິດ​ແຫ່ງລັດໂດຍ​ສູນ​ກາງ​ຄຸ້ງ​ຄອງ​ຈະ​ສຳ​ເລັດ​ໃນ​ທ້າຍ​ປີນີ້. ຈີນ​ຈະ​ກະ​ທຳ​ຢ່າງ​ຂ້ຽວ​ຂາດ​ກ່​ວາ​ໃນ​ການ​ປິດ​ປະ​ຕູ​ບັນ​ດາ​ວິ​ສາ​ຫະ​ກິດ, ບັນ​ດາ​ບໍ​ລິ​ສັດ​ແຫ່ງ​ລັດ​ທີ່​ທຳ​ມາ​ຄ້າ​ຂາຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ຕ່ຳ. ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ກໍ່​ສິ່ງ​ກີດ​ຂວາງໃຫ້​ແກ່​ເສດ​ຖະ​ກິດ​ຈີນ ແມ່ນ​ສະ​ພາບ​ເຫຼືອ​ເກີນ​ການ​ຜະ​ລິດ​ອຸ​ດສາ​ຫະ​ກຳ​ໜັກ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ຫຼີ​ເຄີ​ຊຽງ ຢືນ​ຢັນ​ວ່າ ຈະ​ປັດ​ເຂ່ຍປັດ​ໄຈ​ນີ້ ຂະ​ນະ​ທີ່​ໃຫ້​ຮູ້​ວ່າ ຈະຫຼຸດ​ຜ່ອນ​ເຫຼັກ​ກ້າ 50 ລ້ານ​ໂຕນ ແລະ ຖ່ານ​ຫີນ 150 ລ້ານ​ໂຕນ. ຈີນ​ຍັງ​ໃຫ້​ຢຸດ​ການ​ເຄື່ອນ​ໄຫວ​ຢູ່​ໂຮງ​ງານ​ໄຟ​ຟ້າ​ໃຊ້​ພະ​ລັງ​ຖ່ານ​ຫີນຫຼື​ໂຈະ​ບັນ​ດາ​ໂຄງ​ການກໍ່​ສ້າງ​ໃໝ່.

      ເຖິງວ່າ ຄາດ​ໝາຍ​ການ​ເຕີບ​ໂຕ​ເສດ​ຖະ​ກິດໃນ​ປີ 2017ໂດຍ​ຈີນ​ວາງ​ອອກ​ແມ່ນ​ຕ່ຳ​ສຸດ​ໃນ 25 ປີ​ທ່ານ​ຜ່ານ​ມາ​ກໍ​ຕາມ, ແຕ່​ຕົວ​ເລກ​ຄາດ​ໝາຍນີ້​ສອດ​ຄ່ອງ​ກັບ​ສະ​ພາບ​ການ​ປະ​ຈຸ​ບັນ​ຂອງ​ຈີນ. ຈຸດ​ໝາຍນີ້ ອະ​ນຸ​ຍາດ​ໃຫ້​ລັດ​ຖະ​ບານ​ຈີນ​ມີ​ຄວາມ​ເປັນ​ເຈົ້າ​ການ, ມີ​ໄຫວ​ພິບ​ໃນ​ການ​ບໍ​ລິ​ຫານ​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ​ເພື່ອ​ຮັກ​ສາ​ທ່າ​ເຕີບ​ໂຕ​ຂອງ​ພື້ນ​ຖານເສດ​ຖະ​ກິດໃຫຍ່​ອັນ​ດັບ 2 ໃນ​ໂລກ​ໃນ​ປີ 2017ນີ້ . /. 



ຕອບກັບ

ຂ່າວ/ບົດ​ອື່ນ