ເສັ້ນທາງໂຮ່ຈິມີນລຳລຽງໃຫ້ສະຫນາມຮົບເພື່ອໂຮມປະເທດຊາດເປັນເອກະພາບ, ສ້າງສາ ແລະ ພັດທະນາປະເທດຊາດ

(vovworld)- ​ເສັ້ນທາງ​ໂຮ່ຈິ​ມີນ ຫລື​ເອີ້ນ​ວ່າ ​ເສັ້ນທາງ​ເຈື່ອງ​ເຊີນ(ໝາຍ​ເຖິງ​ສາຍພູ​ຫລວງ), ​ໄດ້​​ເລີ່​ມຕົ້ນ​ກໍ່ສ້າງ​​ເມື່ອ​ປີ 1959 ດ້ວຍ​ຈຸດ​ໝາຍສືບ​ຕໍ່​ລຳລຽງ​ໃຫ​້ພາກ​ໃຕ້, ​ໃນ​ສະຖານະ​ການ​ທ່ີ​ປະ​ເທດ​ຫວຽດນາມ ຖືກ​ແບ່ງ​ເປັນ 2 ພາກ. ​ໃນ​ໄລຍະ 16 ປີ, ​ເສັ້ນທາງ​ໂຮ່ຈິ​ມີນ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ປັດ​ໄຈ​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ​ຕັດສິນ​ຊີ້​ຂາດ​ພາລະກິດ​ປົດ​ປ່ອຍ​ພາກ​ໃຕ້​ຫວຽດນາມ ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ.  ​ເສັ້ນທາງ​ນີ້​ໄດ້​ກາຍ​ເປັນ​ສັນຍາ​ລັກ​ຂອງ​ເຈດ​ຈຳນົງ​ຍາດ​ເອົາ​ເອກະລາດ​, ​ເສລີພາບ​ມາ​ໃຫ້​ປະ​ເທດ​ຊາດ​ຫວຽດນາມ ພ້ອມ​ທັງ​ແມ່ນ​ສັນຍາ​ລັກ​​ແຫ່ງຄວາມ​ສາມັກຄີສູ້​ຮົບ​ຕ້ານ​ສັດ​ຕູ​ໂຕ​ດຽວ​ຂອງ​ສາມ​ຊາດ ຫວຽດນາມ ,ລາວ ​ແລະ ກຳປູ​ເຈຍ. ​ເນື່ອງ​ໃນ​ໂອກາດ​ສະ​ເຫລີ​ມສະຫລອງ 55 ປີ​ແຫ່ງ​ວັນ​ກໍ່ສ້າງ​ເສັ້ນທາງ​ໂຮ່ຈິ​ມີນ(19/5), ​ພວກເຮົາແນະນຳ​ບົດ​ຂຽນ​ທີ່​ມີ​ຫົວ​ຂໍ້​ວ່າ: ເສັ້ນທາງ​ໂຮ່ຈິ​ມີນ, ​ເສັ້ນທາງ​ເຈື່ອງ​ເຊີນ:ລຳລຽງ​ໃຫ້​ສະຫນາ​ມຮົບ​ເພື່ອ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ, ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ.

ເສັ້ນທາງໂຮ່ຈິມີນລຳລຽງໃຫ້ສະຫນາມຮົບເພື່ອໂຮມປະເທດຊາດເປັນເອກະພາບ, ສ້າງສາ ແລະ ພັດທະນາປະເທດຊາດ - ảnh 1
ເສັ້ນທາງ​ເຈື່ອງ​ເຊີນໃນເມື່ອກ່ອນ
ພາບ:internet

        ​ເສັ້ນທາງ​ໂຮ່ຈິ​ມີນ ​ແມ່ນ​ຕາຫນ່າງ​ຄົມມະນາຄົມ​ການ​ທະຫານ​ຍຸດ​ທະ​ສາດ ​ໄປ​ຜ່ານ​ພາກ​ກາງ​ຫວຽດນາມ, ພາກ​ໃຕ້​ຂອງ​ລາວ ​ແລະ ກຳປູ​ເຈຍ.​ລະບົບ​ເສັ້ນທາງ​ນີ້​ແມ່ນ​ສະຫນອງ​ກຳລັງ​ທະຫານ, ສະບຽງ​ອາຫານ ​ແລະ ອາວຸດຍຸດທະພັນ​ເພື່ອ​ລຳລຽງ​ໃຫ້​ທະຫານ​ປົດ​ປ່ອຍ​ພາກ​ໃຕ້​ຫວຽດນາມ ​ແລະ ກອງ​ທັບ​ປະຊາຊົນ​ຫວຽດນາມ ​ໃນ​ກວ່າ 16 ປີ(1959-1975) ຂອງ​ໄລຍະ​ຕໍ່ຕ້ານຕ້ານ​ຈັກກະພັດ​ອາ​ເມ​ລິ​ກາ ຢູ່ ຫວຽດນາມ. ​ລະບົບ​ເສັ້ນທາງ​ນີ້​ຖືກ​ຕັ້ງ​ຊື່ວ່າ:  ​ເສັ້ນທາງ​ເຈື່ອງ​ເຊີນ(ສາຍພູ​ຫລວງ). ຫລັງ​ຈາກ​ນັ້ນ​ລະບົບ​ເສັ້ນທາງ​ນີ້​ມີ​ຊື່​ເອີ້ນ​ຕື່ມ​ອີກ​ວ່າ: ​ເສັ້ນທາງ​ໂຮ່ຈິ​ມີນ ​ໄປ​ຜ່າ​ນຫລາຍ​ແຂວງ​ຢູ່​ຫວຽດນາມ.

ຄວາມ​ຫຍຸ້ງຍາກ, ລຳບາກ​ເພື່ອ​ກໍ່ສ້າງ​ເປັນ​ເສັ້ນທາງ​ແຫ່ງ​ເທບນິຍາຍ

        ວັນ​ທີ 19/5/1959, ຄະນະ​ພັກ​ສູນ​ກາງ ​ໄດ້​ຕົກລົງ​ແຕ່ງຕັ້ງ​ກອງທະຫານ 559, ​ຊື່ງຕົ້ນ​ກຳ​ເນີ​ດຂອງ​ພົນ​ລະ​ພາກ​ຫລວງ 12- ທະຫານ​ເຈ່ືອງ​ເຊີນ ​ເປັນກົມກອງ​ຂົນ​ສົ່ງ​ກໍ່ສ້າງ​ເສັ້ນທາງ​ລຳລຽງ​ໃຫ້​ສະຫນາມຮົບ​ພາກ​ໃຕ້. ​ໃນ​ການ​ຕໍ່ຕ້ານ​ຕ້ານ​ຈັກກະພັດ​ອາ​ເມ​ລິ​ກາ, ທະຫານ​ເຈື່ອງ​ເຊີນ ​ໄດ້​ຂຸດ, ຖົມດິນ,ຫິນ​ປະມານ 29 ລ້ານ​ແມດ​ກ້ອນ, ກໍ່ສ້າງ​ຕາຫນ່າງ​ຄົມມະນາຄົມ​ທາງບົກ ຊື່​ງລວມມີ 5 ລະບົບ​​ເສ້ັນທາງລວງ​ຍາວ, 21 ​ເສັ້ນທາງ​ລວງ​ຂວາງຢູ່​ທາງ​ທິດຕາ​ເວັນ​ອອກ ​ແລະ ຕາ​ເວັນ​ຕົກ​ສາຍພູ​ຫລວງ ດ້ວຍ​ຄວາມ​ຍາວ​ເກືອບ 20.000 ກິ​ໂລ​ແມັດ. ​ແລະ ກໍ່​ຢູ່​ລະບົບເສັ້ນທາງ​ນີ້, ທະຫານ​ເຈື່ອງ​ເຊີນ​ພ້ອມ​ກັບ​ບັນດາ​ເຫ​ລົ່າຮົບ​ໄດ້​ຍິງ​​ເຮືອບິນອາ​ເມ​ເລິ​ກາ​ ຕົກ​ກວ່າ 2.400 ລຳ. ພັນ​ເອກ ​ເລ​ກີ​ມ​ເທີ, ນັກຮົບ​ເກົ່າ​ຂຶ້ນ​ກັບ​ກອງ​ບັນຊາ​ການ ກອງ​ທະຫານ 559 ​ໃຫ້​ຮູ້​ວ່າ:

“ອາດ​ຈະ​ເວົ້າ​​ໄດ້​ວ່າ, ​ແຕ່​ລະ​ນາທີ, ​ແຕ່​ລະ​ຊົ່ວ​ໂມງ, ​ແຕ່​ລະ​ມື້ ຍາ​ມ​ໃດ​ກໍ​​​​ໄດ້​ຍິນສຽງ​ລະ​ເບີດແຕກ ​ແລະ ສຽງ​ເຮືອບິ​ນ. ນັກຮົບ ​ແລະ ຜູ້​ຮ່ວມ​ກົມ​ກອງ​ຖືກ​ເສຍ​ຊີວິດ​ຫລາຍ​ຄົນ. ​ເຖິງ​ວ່າມີ​ສຽງ​ລະ​ເບີດ, ​ເຮືອບິນ ​ແຕ່​ອ້າຍ​ນ້ອງ​ໃນ​ກົມ​ກອງ​ຍັງ​ອອກ​ສູ່​ເສັ້ນທາງ, ປະຕິບັດ​ຫນ້າ​ທີ່, ຕັດສິນ​ໃຈ​ເພື່ອ​ ປົດ​ປ່ອຍ​ພາກ​ໃຕ້​ຫວຽດນາມ.”

ເສັ້ນທາງໂຮ່ຈິມີນລຳລຽງໃຫ້ສະຫນາມຮົບເພື່ອໂຮມປະເທດຊາດເປັນເອກະພາບ, ສ້າງສາ ແລະ ພັດທະນາປະເທດຊາດ - ảnh 2
ເສັ້ນທາງ​ໂຮ່ຈິມີນ
ພາບ:baodongnai.com.vn

        ​ໃນ​ຕະຫລອດ 16 ປີ ​ແຫ່ງ​ການ​ຕໍ່ສູ້​ຢ່າງ​ດຸ​ເດືອດ, ບັນດາ​ພະນັກງານ, ນັກຮົບ ​ເຈື່ອງ​ເຊີນ ທີ່​ຂຶ້ນ​ກັບ​ບັນດາ​ກຳລັງທະຫານ​ຊ່າງ​ແສງ, ຂົນ​ສົ່ງ, ປືນ​ໃຫຍ່, ປ້ອງ​ກັນ​ອາກາດ, ຜູ້​ຕິດ​ຕໍ່​ພາ​ທາງ, ຊາວ​ຫນຸ່ມ​ຕະລຸມບອນ, ຄົນ​ງານ​ເກນ ​ໄດ້​ລະດົມ​ມະຫາຊົນ, ກໍ່ສ້າງ​ຮາກ​ຖານ​ການ​ເມືອງ ກໍ​ຄື​ຖັນ​ແຖວ​ເຮັດ​ວຽກ​ງານ​ການ​ຂ່າວ, ວັດທະນະທຳ, ສິລະ​ປະ ​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ລຳບາກ, ​ເສຍສະຫລະ​ຊີ​ວິດ, ກໍ່ສ້າງ​ສຳ​ເລັດ​ເສັ້ນທາງ​ມະຫັດສະຈັນດັ່ງກ່າວ.

​ເສັ້ນທາງ​ໂຮ່ຈິ​ມີນ ປະກອບສ່ວນ​ສ້າງ​ເປັນ​ໄຊຊະນະ​ນປະຫວັດສາດ

​ເສັ້ນທາງ​ເຈື່ອງ​ເຊີນ-​ເສັ້ນທາງ​ໂຮ່ຈິ​ມີນ ​ ​ກໍ່ສ້າງ​ຂຶ້ນ ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ຢ່າງ​ສູງ​ສຸດ​ສຳລັບ​ບັນດາ​ສະຫນາມຮົບ​ຢູ່ ອິນດູຈີນ, ບໍ່​ພຽງ​ແຕ່​ສຳລັບ​ຫວຽດນາມ ຫາກ​ທັງ​ການ​ປະຕິວັດ​ລາວ ​ແລະ ກຳປູ​​ເຈຍ​ອີກ​ດ້ວຍ. ພົນ​ຈັດ​ຕະວາ ​ໂດ​ຢາງ​ນາມ, ຜູ້​ບັນຊາ​ກາ​ນພົນ​ລະ​ພາກ​ຫລວງ 12, ຜູ້ອຳນວຍການ​ໃຫຍ່ ບໍລິສັດ​ກໍ່ສ້າງ​ເຈື່ອງ​ເຊີນ ​ໃຫ້​ຮູ້​ວ່າ:

        “ຍ້ອນ​ມີ​ເສັ້ນທາງ​ລຳລຽງ​ເຈື່ອງ​ເຊີນ ນີ້ ຊື່​ງພວກ​ເຮົາ​ໄດ້​ຂົນ​ສົ່ງ​ອາວຸດຍຸດທະພັນ , ລູກ​ປືນ, ກວ່າ 12 ລ້ານ​ໂຕນ ​ແລະ ກວ່າ 2 ລ້ານ​ເທື່ອ​ຄົນ​ເຂົ້າ​ອອກບັນດາ​ສະຫນາມຮົບ. ​ແລະ​ກໍ່​ຍ້ອນ​ມີ​ເສັ້ນທາງ​ນີ້ ກອງທັບ​ຫວຽດນາມ ​ໄດ້​ດຳ​ເນ​ີນ​ການ​ເຄື່ອນ​ທັບ​ຄັ້ງ​ໃຫຍ່​ພ້ອມ​ກັບ​ກຳລັງ​ລົດ​ຖັງ, ປືນ​ໃຫຍ່ ​ເພື່ອ​ເຂົ້າ​ສະຫນາມຮົບ​ພາກ​ໃຕ້. ສິ່ງ​ດັ່ງກ່າວ​ໄດ້​ປະ​ກອບ​ສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ຍາດ​ເອົາໄຊຊະນະ​ ດ້ວຍ​ບັນດາຂີດໝາຍ​ສຳຄັຍ, ພິ​ເສດ​ແມ່ນ​ໄຊຊະນະ​ຂອງ​ການ​ບຸກ​ໂຈມ​ຕີ​ຄັ້ງ​ໃຫຍ່ ​ແລະ ການ​ລຸກ​ຮື​ຂຶ້ນ​ຍາມລະດູບານ​ໃຫມ່​ປີ 1975”

        ​ເສັ້ນທາງ​ປະກອບສ່ວນ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ

ສົງ​ຄາມ​ໄດ້​ຜ່ານ​ພົ້ນ​ໄປ, ​ເສັ້ນທາງ​ໂຮ່ຈີ​ມີນ​ໃນ​ເມື່ອ​ກ່ອນ ປະຈຸ​ບັນ ​ໄດ້​ມີ​ການ​ປ່ຽນ​ແປງ​ຫລາຍ​ຢ່າງ​ແລ້ວ. ຖ້າ​ຫາກ​ກ່ອນ​ນີ້ 55 ປີ, ນີ້​ແມ່ນ​ເສັ້ນທາງຍຸດ​ທະ​ສາດ ​ເພື່ອ​ລຳລຽງ​ໃຫ້​ສະຫນາມຮົບ​ພາກ​ໃຕ້, ປະຈຸ​ບັນ ​ເສັ້ນທາງ​ນີ້​ໄດ້​ກາຍ​ເປັນ​ເສັ້ນທາງ​ທີ່​ສຳຄັນ, ຂົນ​ສົ່ງ​ສິນຄ້າ, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ​ຂອງ​ທ້ອງ​ຖິ່ນ​ຢູ່​ລຽ​ບຕາມ​ເສັ້ນທາງ. ພົນ​ຈັດ​ຕະວາ ​ໂດ໋ຢາງ​ນາມ, ຜູ້​ບັນຊາ​ການ ພົນ​ລະ​ພາກ​ຫລວງ 12, ຜູ້ອຳນວຍການ​ໃຫຍ່​ບໍ​ລິສັດ​ໃຫຍ່​ກໍ່ສ້າງ​ເຈື່ອງ​ເຊີນ ​ໃຫ້​ຮູ້​ວ່າ:

        “ປະຈຸ​ບັນ ​​ໃນ​ໄລຍະ​ສັນຕິພາບ, ​ເສັ້ນທາງ​ ​ເຈື່ອງ​ເຊີນ ພວມ​ໄດ້​ຮັບ​ການ​ລົງທຶນ​ຢ່າງ​ໃຫຍ່​ຫລວງ​ຈາກ​ພັກ, ລັດ ຫວຽດນາມ. ​ເສັ້ນທາງ​ນີ້​ແມ່ນ​ກິດຈະກຳ​ເຊື່ອມ​ຕໍ່ລະ​ຫວ່າງສອງ​ພາກ​ເຫນືອ​​ໃຕ້​ຂອງ​ປະ​ເທດ​ຊາດ, ​ແມ່ນ​ເສັ້ນທາງ​ຫັນ​ເປັນ​ອຸດສາຫະກຳ​ແລະ ທັນ​ສະ​ໄຫມ. ​ເສັ້ນທາງ​​ເຈື່ອງ​ເຊີນ ​ຈະ​ສ້າງ​ເງື່ອນ​ໄຂ​ເພື່ອ​ນຳ​ເສດຖະກິດ​ຂອງ​ປະ​ເທດ​ຊາດ​ພັດທະນາ​ແບບ​ຍືນ​ຍົງ, ຮັບປະກັນ​ຊີວິດ​ສັງຄົມ ຢູ່​ບັນດາ​ເຂດ​ຫ່າງ​ໄກສອກຫລີກ, ລຽມຕາມ​ເສັ້ນທາງ​​ເຈື່ອງ​ເຊ​ີນ, ປະກອບສ່ວນ​ຮັບປະກັນ​ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ.”

        ​ໂດຍ​ເສີມ​ຂະຫຍາຍ​ບັນດາ​ທ່າ​ໄດ້​ປຽບ, ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ເສັ້ນທາງ​ຄົມມະນາຄົມ​ສຳຄັນ ກໍ​ແມ່ນ​ຫນຶ່ງ​ໃນ​ບັນດາຫນ້າ​ທີ່​ສຳຄັນ​ຊື່​ງພັກ, ລັດ ​ໄດ້​ວາງ​ອອກ​ໃນ​ພາລະກິດ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ. ພົນ​​ເອກ ຟຸ່ງກວາງ​ແທງ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ຢືນຢັນ​ວ່າ:

“ພວກ​ເຮົາ​ຕ້ອງ​ເສີມ​ຂະຫຍາຍ​ນ້ຳ​ໃຈ​ເອກະລາດ, ປະຊາທິປະ​ໄຕ ​ແລະ ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ສັງ​ລວມຂອງ​ທົ່ວ​ປວງ​ຊົນ​ທັງ​ຊາດ ​ແລະ ພວກ​ເຮົາ​ຈະ​            ເປ​ີດບັນດາ​ເສັ້ນທາງ​​ລຽບ​ຕາມ​ເສັ້ນທາງ​ເຈື່ອງ​ເຊີນ​ໃນ​ເມື່ອ​ກ່ອນ ​ໃຫ້​ກາຍ​ເປັນ​ຫນຶ່ງ​ໃນ​ບັນດາ​ຕາ​ຫນ່າງ​ຄົມມະນາຄົມ​ໃຫ້​ສົມບູນ​ແບບ ​ເພື່ອ​ພັດທະນາ​ເສດຖະກິດ​ສັງຄົມ​ຢູ່​ທາງ​ທິດຕາ​ເວັນ​ຕົກ​ຂອງ​ປະ​ເທດ​ຊາດ, ຮັບປະກັນ​ການ​ລົບ​ລ້າງ​ຄວາມ​ອຶດຫິວ​ຫລຸດຜ່ອນ​ຄວາມທຸກ​ຍາກ, ພັດທະນາ​ເສດຖະກິດ​ສິນຄ້າ, ຮັບປະກັນ​ທ່າ​ຮົບ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມສ​ະຫງົບ​ຂອງ​ປະ​ເທດ​ຊາດ, ປົກປັກ​ຮັກສາ​ເຂດຊາຍ​ແດນ​ທາງ​ທິດຕາ​ເວັນ​ຕົກ​ຂອງ​ປະ​ເທດ​ຊາດ​ໃຫ້​ໝັ້ນ​ຄົງ,​ເພື່ອພັດທະນາ​ເສດຖະກິດ​ສັງຄົມ​ ຈາກ​ພາກ​ເຫນືອ​ລົງຮອດ​ພາກ​ໃຕ້​ຂອງ​ປະ​ເທດ​ຊາດ.”

        ຈາກ​ເສັ້ນທາງ​​ໄດ້​ຮັບ​ການກໍ່ສ້າງ​ດ້ວຍ​ການ​ຂຸດ​ພູ, ຜ່ານ​ປ່າ ​ເພື່ອ​ໃຫ້​ທະຫານ ​ແລະ ປະຊາຊົນ​ພາກ​ເຫນືອ​ລຳລຽງ​ຂົນ​ສົ່ງ​ສິນຄ້າ, ອາວຸດ, ກຳລັງ​ມະນຸດ​ຮັບ​ໃຊ້ສະຫນາມຮົບ​ພາກ​ໃຕ້. ​ເສັ້ນທາງ​ເຈື່ອງ​ເຊີນ ປະຈຸ​ບັນ ດ້ວຍ​ບັນດາ​ເສັ້ນທາງ​​ໃຫຍ່​ຄຽງ​ຄູ່​ກັບ​ທາງ​ຫລວງ 1 A, ບໍ່​ພຽງ​ແຕ່​​ແມ່ນ​ເສັ້ນທາງ​ສຳຄັນ ປະກອບສ່ວນ​ຮັບປະກັນ​ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ພັດທະນາ​ເສດ​ຖະກິດ​ສັງຄົມ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ປູຊະນີຍະສະ​ຖານ​ປະຫວັດສາດ​ແຫ່ງ​ຊາດ​ພິ​ເສດ, ​ເປັນ​ສະຖານ​ທີ່​ແຫ່ງ​ຂີດ​ໝາຍ​ການ​ຕໍ່ສູ້​ຍາ​ດ​ເອົາ​ເອກະລາດ​ອັນ​ສະຫງ່າ​ອົງອາດຂອງ​ຊາດ​ຫວຽດນາມ​ອີກ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ