​ເສີມ​ຂະຫຍາຍພູມ​ປັນຍາ​ຂອງ​ບັນດາ​ນັກວິທະຍາສາດ​ໃນ​ການ​ສ້າງ​ຍຸດ​ທະ​ສາດ​ພັດທະນາ​ປະ​ເທດ​ຊາດ

(VOVWORLD) - ການເຮັດວຽກກັບບັນດານັກຊ່ຽວຊານແຖວໜ້າໃນຫຼາຍຂົງເຂດຂອງຫວຽດນາມ ແມ່ນການກະທໍາຊິນເຄີຍຂອງຜູ້ນໍາລັດຖະບານໃນໄລຍະຜ່ານມາ.

ທ້າຍອາທິດຜ່ານມາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີການເຮັດວຽກກັບບັນດານັກວິທະຍາສາດ ແລະ ນັກຊ່ຽວຊານເສດຖະກິດແຖວໜ້າຂອງຫວຽດນາມ ເພື່ອຮັບເອົາຄໍາເຫັນປະກອບໃສ່ການກໍານົດທິດຍຸດທະສາດ, ວິໄສທັດ ສໍາລັບໄລຍະ 10 ປີ ຈະມາເຖິງ ເຊິ່ງອະນຸກໍາມະການເສດຖະກິດ-ສັງຄົມ ພວມກໍ່ສ້າງ, ເພື່ອກະກຽມໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ. ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງຕໍ່ເລື່ອງບັນດານັກຊ່ຽວຊານໄດ້ປະກອດຄໍາຄິດເຫັນຢ່າງຈິງໃຈ, ມີວິທະຍາສາດ,  ຊັດເຈນ ແລະ ຫຼາຍຮູບຫຼາຍແບບ, ບໍ່ພຽງແຕ່ປະກອບຄໍາເຫັນກ່ຽວກັບທັດສະນະພັດທະນາ, ຈິນຕະນາການພັດທະນາເທົ່ານັ້ນ ຫາກຍັງມີວິທີການສໍາຜັດອີກດ້ວຍ. ນີ້ແມ່ນພື້ນຖານສໍາຄັນເພື່ອໃຫ້ອະນຸກໍາມະການເສດຖະກິດ-ສັງຄົມ ໂດຍທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ນໍາໜ້າ,ຄົ້ນຄວ້າສ້າງເປັນຍຸດທະສາດພັດທະນາເສດຖະກິດສັງຄົມສໍາລັບ 10 ປີ ຕໍ່ໄປ.

        ການເຮັດວຽກກັບບັນດານັກຊ່ຽວຊານແຖວໜ້າໃນຫຼາຍຂົງເຂດຂອງຫວຽດນາມ ແມ່ນການກະທໍາຊິນເຄີຍຂອງຜູ້ນໍາລັດຖະບານໃນໄລຍະຜ່ານມາ. ທ່ານນາຍົກລັດຖະມົນຕີ ຍາມໃດກໍປາດຖະໜາຢາກຮັບຟັງບັນດາຄໍາເຫັນປະກອບຈາກບັນດານັກຊ່ຽວຊານ ເພື່ອໃຫ້ມີວິໄສທັດຮອບດ້ານໃນການຊີ້ນໍາ ແລະ ບໍລິຫານເສດຖະກິດ - ສັງຄົມ.

        ບັນດາຄໍາເຫັນປະກອບຢ່າງຈິງໃຈ

        ຍຸດທະສາດພັດທະນາເສດຖະກິດ-ສັງຄົມ ໄລຍະ 10 ປີ ແຕ່ປີ 2021 – 2030 ແມ່ນ ເອກະສານສໍາຄັນຂອງອະນຸກໍາມະການເສດຖະກິດ-ສັງຄົມ ທີ່ກະກຽມໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກ ຄັ້ງທີ 13. ໃນໄລຍະ 10 ປີ ຈະມາເຖິງ, ຫວຽດນາມ ຈະສືບຕໍ່ເຊື່ອມໂຍງເຂົ້າກັບເສດຖະກິດຢ່າງເລິກເຊິ່ງກວ້າງຂວາງ, ການປະຕິວັດອຸດສາຫະກໍາ 4.0 ໄດ້ດໍາເນີນຢ່າງແຮງ ເຮັດໃຫ້ມີການປ່ຽນແປງໃນທົ່ວໂລກ, ໄປຄຽງຄູ່ກັນນັ້ນ ແມ່ນການແກ້ງແຍ້ງດ້ານການຄ້າ ກໍເກີດຂຶ້ນຢ່າງແຮງ... ຢູ່ພາຍໃນປະເທດ, ເຖິງວ່າ ຫວຽດນາມມີຄວາມສາມາດບົ່ມຊ້ອນ, ກາລະໂອກາດ ແລະ ທ່າແຮງຫຼາຍຢ່າງກໍຕາມ ແຕ່ກໍຍັງຄົງມີສິ່ງຄ້າງຄາບໍ່ແມ່ນໜ້ອຍ ເຊັ່ນ ໄພຄວາມສ່ຽງຕົກຕໍ່າຖອຍຫຼັງ, ການຕົກບ້ວງລາຍຮັບປານກາງ, ການບໍລິຫານສາທາລະນະ ຍັງບໍ່ທັນບັນລຸປະສິດທິຜົນເທື່ອ... ດັ່ງນັ້ນ, ຕາມບັນດານັກຊ່ຽວຊານແລ້ວ, ໃນຍຸດທະສາດພັດທະນາເສດຖະກິດ-ສັງຄົມໄລຍະ 10 ປີ ຈະມາເຖິງ ແລະ ກໍານົດທິດພັດທະນາໄລຍະຍາວນານກວ່າ, ຫວຽດນາມ ຄວນເລືອກເອົາບັນດາປາຍແຫຼມ, ບັນດາເສົາຄໍ້າເພື່ອປະຕິບັດບັນດາເປົ້າໝາຍຂອງຍຸດທະສາດ ແທນທີ່ຈະປະຕິບັດແບບກະແຈກກະຈາຍ.

        ພ້ອມກັນນັ້ນ ແມ່ນຄວນມີການກໍານົດທິດໝູນໃຊ້ຢ່າງແຮງບັນດາຜົນງານທາງດ້ານວິທະຍາສາດອຸດສາຫະກໍາ ແລະ ຜົນງານຂອງການປະຕິວັດອຸດສາຫະກໍາ 4.0 ເຂົ້າໃນບັນດາຂະແໜງການ ໃຫ້ທັນສະໄໝ. ຍຸດທະສາດພັດທະນາເປັນອຸດສາຫະກໍາ ຕ້ອງຕິດພັນກັບຂະແໜງອຸດສາຫະກໍາເປັນໃຈກາງ, ເປັນຈຸດສຸມ ແລະ ມີຄວາມອາດສາມາດແມ່ນກໍາລັງໜູນໃຫ້ແກ່ການພັດທະນາ.

        ພາຍຫຼັງໄລຍະ 10 ປີ, ຖ້າຫາກຢາກໃຫ້ລາຍຮັບສະເລ່ຍຕໍ່ຫົວຄົນເພີ່ມຂຶ້ນທົບສອງເທົ່າ ນັ້ນ, ການເຕີບໂຕເສດຖະກິດຕ້ອງສູງກວ່າອີກ, ອາດຈະບັນລຸປະມານ 7,5% ຢ່າງລຽນຕິດໃນຕະຫຼອດໄລຍະ 10 ປີ. ເຖິງວ່າແມ່ນຕົວເລກສູງພໍສົມຄວນກໍຕາມ, ແຕ່ບັນດານັກຊ່ຽວຊານຖືວ່າ ເປົ້າໝາຍນີ້ ແມ່ນມີຄວາມອາດສາມາດບັນລຸໄດ້ ຖ້າຫາກສຸມໃສ່ປະຕິບັດບາງເສົາຄໍ້າຈຸດສຸມຢ່າງມີປະສິດທິຜົນ. ທີໜຶ່ງ ແມ່ນ ຂະແໜງກະສິກໍາໝູນໃຊ້ເຕັກໂນໂລຢີສູງຕິດພັນກັບການປຸງແຕ່ງ, ສ້າງຕັ້ງບັນດາເຂດກະສິກໍາ - ອຸດສາຫະກໍາ; ທີສອງແມ່ນ ຂຸດຄົ້ນທ່າແຮງດ້ານເສດຖະກິດເຂດແຄມທະເລ; ທີສາມແມ່ນ ພັດທະນາຂະແໜງອຸດສາຫະກໍາ - ການທ່ອງທ່ຽວ; ທີສີ່ແມ່ນພັດທະນາເສດຖະກິດເຂດຕົວເມືອງ.

        ເພື່ອປະຕິບັດບັນດາເສົາຄໍ້ານັ້ນ ແມ່ນຄວນປັບປຸງລະບອບລະບຽບການຢ່າງຄົບຊຸດ, ໃນນັ້ນ, ເລື່ອງສໍາຄັນທີ່ຕ້ອງປ່ຽນແປງແມ່ນ ຫຼີກລ້ຽງການຊ້ໍາຊ້ອນໃນການບໍລິຫານລັດ. ໜ້າວຽກໃດອໍານາດການປົກຄອງຂັ້ນສູນກາງເຮັດແລ້ວ, ອໍານາດການປົກຄອງທ້ອງຖິ່ນກໍ່ບໍ່ຕ້ອງເຮັດ. ພ້ອມກັນນັ້ນ ຄວນລົບລ້າງຈິນຕະນາການໂຄງປະກອບພັດທະນາເສດຖະກິດຕາມທ້ອງຖິ່ນ ເຊິ່ງຕ້ອງພັດທະນາເຂດເສດຖະກິດຈຸດສຸມ.

        ບັນດານັກຊ່ຽວຊານຕ່າງກໍເຫັນດີກ່ຽວກັບບົດບາດຂອງເຂດເສດຖະກິດພາກເອກະຊົນສໍາລັບການພັດທະນາເສດຖະກິດຂອງປະເທດ, ໂດຍສະເພາະແມ່ນບັນດາກຸ່ມບໍລິສັດເສດຖະກິດໃຫຍ່. ດັ່ງນັ້ນ, ໃນຍຸດທະສາດພັດທະນາເສດຖະກິດສັງຄົມ ຄວນສືບຕໍ່ເນັ້ນໜັກເຖິງບົດບາດຂອງເຂດເສດຖະກິດເອກະຊົນ ເພື່ອສ້າງລະບອບລະບຽບການ, ຊຸກຍູ້ເຂດເສດຖະກິດດັ່ງກ່າວໃຫ້ປະກອບສ່ວນເຂົ້າໃນພື້ນຖານເສດຖະກິດຫຼາຍກວ່າ.

ຕ້ອງການຮັບຟັງຄໍາເຫັນປະກອບ

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແບ່ງປັນວ່າ ຄວາມຮຽກຮ້ອງຂອງປະຊາຊົນ ແມ່ນຕ້ອງມີຄວາມມຸ່ງມາດປາດຖະໜາພັດທະນາປະເທດຊາດຢ່າງແຮງກວ່າອີກ. ດັ່ງນັ້ນ, ເລື່ອງມີຍຸດທະສາດພັດທະນາເສດຖະກິດ-ສັງຄົມ ແມ່ນຖືກຕ້ອງ, ມີວິທະຍາສາດ ແລະ ມີຄວາມເປັນໄປໄດ້ສູງ ທີ່ຈະຊ່ວຍປະເທດມີການຫັນປ່ຽນສໍາຄັນ, ຫຼີກລ້ຽງຄວາມສ່ຽງຕົກຕໍ່າຖອຍຫຼັງ. ທ່ານກໍຖືວ່າ ໃນສະພາບການປະເທດຊາດຍັງປະສົບກັບຄວາມຫຍຸ້ງຍາກ, ເປັນປະເທດມີລາຍຮັບປານກາງຕໍ່າ, ກາລະໂອກາດບໍ່ຫຼາຍ ແມ່ນຄວນວາງອອກບັນດາຄວາມມຸ່ງມາດປາດຖະໜາພັດທະນາ.

​ເສີມ​ຂະຫຍາຍພູມ​ປັນຍາ​ຂອງ​ບັນດາ​ນັກວິທະຍາສາດ​ໃນ​ການ​ສ້າງ​ຍຸດ​ທະ​ສາດ​ພັດທະນາ​ປະ​ເທດ​ຊາດ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເຮັດວຽກກັບບັນດານັກວິທະຍາສາດ ແລະ ນັກຊ່ຽວຊານເສດຖະກິດແຖວໜ້າຂອງຫວຽດນາມ  (ພາບ:chinhphu.vn)

        ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ຢັ້ງຢືນຄືນໃໝ່ເຖິງຄໍາຮຽກຮ້ອງຂອງປະເທດໃນຊຸມປີຈະມາເຖິງ ແມ່ນຕ້ອງຫຼຸດພົ້ນອອກຈາກໄພຕົກຕໍ່າຖອຍຫຼັງ ແລະ ຮັດແຄບຄວາມແຕກໂຕນກັນໃນການພັດທະນາກັບບັນດາປະເທດ. ຄວາມມຸ່ງມາດປາດຖະໜາດັ່ງກ່າວ ຕ້ອງໄດ້ປະຕິບັດບົນພື້ນຖານວິທະຍາສາດ,  ເພື່ອໃຫ້ປະເທດບັນລຸໄດ້ບັນດາຜົນງານທີ່ມີຄວາມໝາຍໃນໂອກາດສະເຫຼີມສະຫຼອງ 100 ປີ ແຫ່ງວັນສ້າງຕັ້ງພັກ ແລະ 100 ປີ ແຫ່ງວັນສະຖາປະນາປະເທດ. ຍ້ອນແນວນັ້ນ, ໃນໄລຍະຈະມາເຖິງ, ຈະສືບຕໍ່ມີບັນດາການພົບປະແລກປ່ຽນກັບບັນດານັກວິທະຍາສາດ ແລະ ນັກຄົ້ນຄວ້າທີ່ມີອິດທິພົນຊື່ສຽງ ຢ່າງເປີດອົກເປີດໃຈ, ກົງໄປກົງມາ ແລະ ຈິງໃຈ ຈາກນັ້ນມີບັນດາວິໄສທັດ ແລະ ຈິນຕະນາການເໝາະສົມໃນການສ້າງຍຸດທະສາດພັດທະນາເສດຖະກິດ-ສັງຄົມ ໄລຍະ 10 ປີ ເພື່ອຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ.

        ໃນໄລຍະກວ່າ 30 ປີີ ແຫ່ງການປ່ຽນແປງໃໝ່, ທີ່ຕັ້ງບົດບາດຂອງຫວຽດນາມ ໃນປັດຈຸບັນ ແມ່ນສູງທີ່ສຸດແບບບໍ່ເຄີຍມີມາກ່ອນ. ຫວຽດນາມ ໄດ້ກາຍເປັນຈຸດນັດພົບ, ເຕົ້າໂຮມ ເມື່ອຫຼາຍປະເທດຢາກກາຍເປັນຄູ່ຮ່ວມມື. ນັ້ນແມ່ນພື້ນຖານເພື່ອໃຫ້ພັກສ້າງແຜນການ ແລະ ຍຸດທະສາດພັດທະນາເສດຖະກິດ-ສັງຄົມໃຫ້ເໝາະສົມ ເພື່ອແນໃສ່ນໍາປະເທດພັດທະນາເສດຖະກິດຢ່າງມີປະສິດທິຜົນ. ເລື່ອງຜູ້ນໍາໜ້າລັດຖະບານ ຮັບຟັງບັນດານັກວິທະຍາສາດ ແລະ ນັກຊ່ຽວຊານແຖວໜ້າປະກອບຄໍາເຫັນກ່ຽວກັບຍຸດທະສາດພັດທະນາເສດຖະກິດ-ສັງຄົມ ໄລຍະ 10 ປີ ແຕ່ປີ 2021 – 2030 ແມ່ນ ໂອກາດນໍາໃຊ້ທຸກຄວາມສາມາດບົ່ມຊ້ອນ, ປະດິດຄິດສ້າງ, ຊ່ວຍປະເທດກໍາແໜ້ນບັນດາກາລະໂອກາດ ທີ່ພວມເປີດອອກໃນຢູ່ຕໍ່/.

ຕອບກັບ

ຂ່າວ/ບົດ​ອື່ນ