ເຫັນດີເຫັນພ້ອມສ້າງຂອບປະຕິບັດກົດໝາຍໃນບັນຫາທະເລຕາເວັນອອກ

 (vovworld) – ​ ອາ​ຊຽນ ​ແລະ ຈີນ ຫາ​ກໍ່​ເຫັນ​ດີ​ເປັນ​ເອກະ​ສັນຊຸກຍູ້​ການ​ເຈລະຈາ​ເພື່ອ​ສ້າງ​ສຳ​ເລັດ​ກອບ​ກົດ​ແຫ່ງ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ໃນ​ລະຫວ່າງ​ປີ 2017. ໝາກຜົນ​ດັ່ງກ່າວ​ໄດ້​ສ່ອງ​​ແສງ​ໃຫ້​ເຫັນ​ການ​ຫັນປ່ຽນ​ອັນ​ໃຫຍ່​ຫຼວງ​ໃນທ່າ​ທີ​ຂອງ​ປັກ​ກິ່ງ ຕໍ່​ບັນຫາ​ສັບສົນ​ຂອງ​ພາກ​ພື້ນ ​ໃນ​ຂະນະ​​ນີ້​ເປັນ​ຄັ້ງ​ທຳ​ອິດ​ມີ​ໄລຍະ​​ເວລາທາງ​ການ​ໃຫ້​ແກ່ COC ​ທີ່ໄດ້​ຍົກ​ອອກ​ມາ.

ເຫັນດີເຫັນພ້ອມສ້າງຂອບປະຕິບັດກົດໝາຍໃນບັນຫາທະເລຕາເວັນອອກ - ảnh 1
ບັນດາເຈົ້າໜ້າທີ່ຂັ້ນສູງ ອາຊຽນ ແລະ ຈີນ ຖ່າຍຮູບທ່ີລະນຶກທີ່ກອງປະຊຸມປຶກສາຫາລືກ່ຽວກັບ DOC
(ພາບ: ສຳນັກຂ່າວສານຊິນຮວາ)

        ​ແຕ່​ປີ 2010, ຈີນ ​ແລະ 10 ປະ​ເທດ​ສະມາ​ຊິກຂອງ​ສະມາຄົມ​ປະຊາ​ຊາດ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ) ​ໄດ້​ປຶກສາ​ຫາ​ລື​ປະ​ມວນ​ກົດ​ແຫ່ງ​ການ​ປະພຶດ​ເພື່ອມຸ່ງ​ໄປ​ເຖິງ​ການ​ຫຼິກລ້ຽງ​ການ​ປະ​ທະ​ກັນ​ລະຫວ່າງ​ບັນດາ​ຝ່າຍ​ທີ່​ໄດ້ຍົກ​ອອກ​ຄຳ​ຮຽກ​ສິດ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ​ແຕ່​ຕ້ອງ​ຮອດ​ປີ 2013, 2 ຝ່າຍ​ຈຶ່ງ​ດຳ​ເນີນ​ການ​ທາບທາມ​ຄວາມ​ເຫັນຢ່າງ​ເປັນ​ທາງ​ການ​ກ່ຽວ​ກັບ​ເອກະສານ​ນິຕິ​ກຳ​ດັ່ງກ່າວ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ເກືອບ​ຄື​ວ່າ​ບໍ່​ທັນ​ມີ​ບັນດາ​ບາດ​ກ້າວ​ເດີນ​ພໍ​ສົມຄວນ​ໃດ​ຍ້ອນ​ບັນດາ​ການ​ເຈລະຈາ​ກ່ຽວ​ກັບ COC ​ເຄີຍ​ຖືກ​ໂຈະ​ໄວ້​ຢ່າງ​ຕໍ່​ເນື່ອງ​ຍ້ອນ​ຕ້ອງ​ຖືກ​ຜົນ​ສະທ້ອນ​ຈາກ​ບັນດາ​ປັດ​ໄຈ​ເຄັ່ງ​ຕຶງ​ໃນ​ພາກ​ພື້ນ.

ບັນລຸ​ໄດ້​ຄວາ​ມ​ເຫັນ​ດີ​ເຫັນ​ພ້ອມ

        ກອງ​ປະຊຸມ​ລະຫວ່າງ​ບັນດາ​ເຈົ້າ​ໜ້າ​ທີ່ຂັ້ນ​ສູງ ຈີນ - ອາ​ຊຽນ ກ່ຽວ​ກັບ​ການ​ປະຕິບັດ​ຖະ​ແຫຼ​ງການ​ວ່າ​ດ້ວຍ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC), ຖືກ​ດຳ​ເນີນ​ໃນ​ວັນ​ທີ​ 15 ​ແລະ 16/8 ຢູ່ ໝານ​ເຈົາຫຼີ, ​ເຊິ່ງ​ແມ່ນ​ນະຄອນ​ທ່າ​ກ່ຳ​ປັ່ນ​ຢູ່​ພາກ​ເໜືອ​ຂອງ​ຈີນ. ກອງ​ປະຊຸມ​ນີ້​ກໍ່​ໄດ້​ດຳ​ເນີນ​ພາຍຫຼັງ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ - ຈີນ ​ເມື່ອ​ທ້າຍ​ເດືອນ 7 ຜ່ານ​ມາ​ຢູ່​ລາວ. ທີ່​ກອງ​ປະຊຸມ​ນີ້, ອາ​ຊຽນ ​ແລະ ຈີນ ​ໄດ້​ເຫັນ​ດີ​ເຫັນ​ພ້ອມ​ຕໍ່ແຜນການ​ແກ້​ໄຂ​ບັນດາ​ການ​ຂັດ​ແຍ້​ງກັນບົນ​ທະ​ເລ​ຕາ​ເວັນ​ອອກ​ຜ່ານ​ການ​ເຈລະຈາ ​ແລະ ນຳ​ໃຊ້​ຂອບ​ບັນດາ​ກົດ​ຂໍ້​ບັງຄັບ​ຂອງ​ພາກ​ພື້ນ. 2 ຝ່າຍ​ໄດ້​ເປັນ​ເອກະສັນ​ສືບ​ຕໍ່​ປະຕິບັດ DOC ​ແລະ ຢັ້ງຢືນ​ຄືນ​ໃໝ່​ບັນດາ​ແຜນການ​ຄື: ​ແກ້​ໄຂ​ການ​ຂັດ​ແຍ້​ງກັນ​ຜ່ານ​ການ​ເຈລະຈາ, ຄວບ​ຄຸມ​ຄວາມ​ບໍ່​ລົງ​ລອຍ​ກັນ​ໂດ​ຍອີງ​ໃສ່​ຂອບ​ບັນດາກົດ​ຂໍ້​ບັງຄັບ​ຂອງ​ພາກ​ພື້ນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ທາງ​ທະ​ເລ ​ແລະ ມຸ່ງ​ໄປ​ເຖິງ​ກາ​ນ​ເຈລະຈາ​ກ່ຽວ​ກັບກົດ​ແຫ່ງ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ເພື່ອ​ແນ​ໃສ່​ຮັບປະກັນ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ.

ກ່ອນ​ໜ້າ​ນັ້ນ, ອາ​ຊຽນ ​ແລະ ຈີນ​ໄດ້​ເຫັນ​ດີ​ສ້າງ​ຕັ້ງ​ໂທລະສັບ​ສາຍ​ດ່ວນ ​ແລະ ນຳ​ໃຊ້​ກົດ​ແຫ່ງ​ການ​ປະ​ພຶດຊຸດ​ໜຶ່ງ​ຕໍ່​ການ​ປະ​ທະ​ກັນ​ທີ່​ເກີດ​ຂຶ້ນ​ໂດຍ​ບັງ​ເອີນ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ກົດ​​ແຫ່ງການ​ປະພຶດ​ດັ່ງກ່າວ​ຖືກຍົກ​ອອກ​ມາ​ແຕ່​ປີ 2014, ​​ໂດຍຫຼາຍ​ປະ​ເທດ​ລົງ​ນາມ, ​ເຊິ່ງລວມມີ​ບັນດາ​ປະ​ເທດ​ຢູ່​ອາຊີ - ປາຊີ​ຟິກ​ເຊັ່ນ: ອາ​ເມ​ລິ​ກາ, ຍີ່ປຸ່ນ, ຈີນ ​ແລະ ຫວຽດນາມ. ຄາດ​ຄະ​ເນ​ວ່າ, ​ແຜນຮ່າງ​ກ່ຽວ​ກັບໂທລະສັບ​ສາຍ​ດ່ວນ ​ແລະ ຂໍ້​ຕົກລົງ​ຫຼີກ​ເວັ້ນການ​ປະ​ທະ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກຈະ​ຖືກ​ຍື່ນ​ສະ​ເໜີ​ເພື່ອ​ໃຫ້​ສັດຕະຍາບັນ​ຢູ່​ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ - ຈີນ, ​ເຊິ່ງຈະຈັດ​ຕັ້ງ​ຢູ່ ວຽງ​ຈັນ, ປະ​ເທດ ລາວ​ໃນ​ວັນ​ທີ 7/9 ຈະ​ມາ​ເຖິງ.

        ບາດກ້າວ​ຫັນປ່ຽນ​ຢ່າງ​ຕັ້ງໜ້າ

        ຕໍ່ໜ້າ​ການ​ປະ​ທະ​ກັນທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ທັດສະນະ​ຂອງ​ອາ​ຊຽນ​ແມ່ນ​ຈຳ​ເປັນ​ຕ້ອງ​ມີ COC ທີ່​ມີ​ລັກສະນະ​ຜູກ​ມັດ​ໂດຍ​ໄວ ​ແລະ ກຳນົດ​ສັງ​ລວມບັນດາ​ກົດ​ແຫ່ງ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ ​ເພື່ອ​ແນ​ໃສ່​ຮັບປະກັນ​ສັນຕິພາບ, ຄວາມ​ສະ​ຫົງ​ບປອດ​ໄພ​ໃນ​ການ​ເດີນ​ທະ​ເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ສະກັດ​ກັ້ນ ​ແລະ ຄວບ​ຄຸມ​ການ​ປະ​ທະ​ກັນ, ​ແກ້​ໄຂ​ການ​ຂັ​ດແຍ້​ງກັນ​ດ້ວຍ​ສັນຕິ​ວິທີ, ບົນ​ພື້ນຖານ​ເຄົາລົບ​ກົດໝາຍ​ສາກົນ ​ແລະ ສົນທິສັນຍາ ສະຫະ​ປະຊາ​ຊາດ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982. COC ທັງ​ປະກອບສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ອາ​ຊຽນ - ຈີນ​ກວ່າ​ອີກ, ທັງ​ຕັ້ງໜ້າ​ປະກອບສ່ວນ​ຮັບປະກັນ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ລວມຢູ່​ທະ​ເລ​ຕາ​ເວັນ​ອອກ ກໍ່​ຄື​ຢູ່​ໃນ​ພາກ​ພື້ນ​ເວົ້າ​ລວມ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ນັບ​ແຕ່​ດຳ​ເນີນ​ການ​ທາ​ບທາມ​ຄວາມ​ເຫັນ COC ລະຫວ່າງ ອາ​ຊຽນ - ຈີນ ​ເມື່ອ​ປີ 2013, ບັນດາ​ຮອບ​ເຈລະຈາ​ເຄີຍ​ຖືກ​ໂຈະ​ເວລາ​ຢ່າງ​ລຽນຕິດ​ຍ້ອນ​ຝ່າຍ​ຈີນ​. ຍ້ອນ​ເຫດ​ນັ້ນ, ​ເລື່ອງ​ອາ​ຊຽນ ​ແລະ ຈີນ ​ເປັນ​ຄັ້ງ​ທຳ​ອິດ​ບັນລຸ​ໄດ້້ຂໍ້​ຕົກລົງ​ກ່ຽວ​ກັບ​ແຜນ​ຮ່າງ​ລວມຂອງ COC ​ໃນ​ກາງ​ປີ 2017, ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ເປັນ​ພິ​ເສດ​ຈາກ​ບັນດາ​ນັກ​ສັງ​ເກດ​ການ. ​ເພາະວ່າ​ມັນ​ດຳ​ເນີນ​ພາຍ​ຫຼັງ​ສານ​ອະນຸຍາ​ໂຕ ຕຸລາການ (PCA) ຍົກ​ອອກ​ຄຳ​ຕັດສິນ​ປະຕິ​ເສດ “​ເສັ້ນ​ລິນ​ງົວ“ ທີ່​ໄຮ້​ເຫດຜົນ ​ໂດຍ​ຈີນ​ເປັນ​ຜູ້​​ແຕ້ມ​ເອງ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ປັກ​ກິ​ງທວງ​ເອົາ​ອະທິປະ​ໄຕ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ເກືອບ​ທັງ​ໝົດ, ​ເຂົາ​ເຈົ້າ​ແຕ້ມ​ເສັ້ນ​ລິນ​ງົວ​ຢູ່​ໃນ​ເຂດ​ທະ​ເລ​ຂອງ​ຫວຽດນາມ, ຟີ​ລິບ​ປິນ, ມາ​ເລ​ເຊຍ, ບຣູ​ໄນ. ຍ້ອນ​ເຫດ​ນັ້ນ, ​ເລື່ອງ​ ຈີນ​ເປັນ​ຄັ້ງ​ທຳ​ອິດ​ໄດ້​ພ້ອມ​ກັບ ອາ​ຊຽນ​ເປີດ​ເຜີຍ​ກ່ຽວ​ກັບ​​ເວລາ​ກຳນົດ​ໃຫ້ COC ນັ້ນ, ​ເປັນ​ການສະ​ແດງ​ໃຫ້​ເຫັນ​ເຈດ​ຕະນາ​ດີ​ໃນ​ການ​ແກ້​ໄຂ​ການ​ຂັດ​ແຍ້​ງກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ດ້ວຍ DOC.

 ພາຍຫຼັງ​ກອງ​ປະຊຸມ​ນີ້, ສື່​ມວນ​ຊົນ​ທາງ​ການ​ຂອງ​ຈີນ ​ໄດ້​ໃຫ້​ຂ່າວ​ວ່າ: ທ່ານ ຫຼິວ​ເຈິ​ງໝິນ, ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຈີນ ​ໄດ້​ຢັ້ງຢືນ​ວ່າ: ​ປັກ​ກິ່ງ ປາດ​ຖະໜາ​ຢາກ​ຮັກສາ​ການ​ພົວພັນ​ອັນ​ດີງາມ​ກັບ ອາ​ຊຽນ. ທ່ານ ຫຼິວ​ເຈິ​ງໝິນ ກໍ່​​ເອີ້ນ​ນີ້​ວ່າ​ “ຜົນງານ” ລະຫວ່າງ ອາ​ຊຽນ ​ແລະ ຈີນ ​ໃນ​ຂະນະ​ທີ່​ທຸກໆ​ຝ່າຍ​ໄດ້​ເຫັນ​ດີ​ເຫັນ​ພ້ອມ​ກັບ​ເລື່ອງ​ຮັກສາ​ບັນດາ​ຊ່ອງ​ເຈ​ລະຈາ​ເປັນ​ປະຈຳ ​ແລະ ຕັດສິນ​ໃຈ​ປະຕິບັດ​ສຳ​ເລັດ​ຮ່າງກົດ​ແຫ່ງ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ໃນ​ກາງ​ປີ 2017. ກ່ອນ​ນັ້ນ​ບໍ່​ດົນ​ປານ​ໃດ, ​ໃນ​ເດືອນ 7/2016, ທີ່​ກອງ​ປະຊຸ​ມລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ - ຈີນ, ຈີນ ​ໄດ້​ຢັ້ງຢືນ​ຄືນ​ໃໝ່​ຄຳ​ໝັ້ນ​ສັນຍາ “ລະງັບ​ໃຈ​ເອງ”, ບໍ່​ມີ​ການ​ກະທຳ​ທີ່ເຮັດ​ໃຫ້​ສະພາບ​ການສັບສົນ ​ແລະ ເຄັ່ງ​ຕຶງຂຶ້ນ​ຕື່ມ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ຄຳ​ໝັ້ນ​ສັນຍາ​ແກ້​ໄຂ​ການ​ຂັດ​ແຍ້​ງຜືນ​ແຜ່ນດິນ ​ແລະ ສິດ​ຕັດສິນ​ອັນ​ຖື​ກຕ້ອງ​ດ້ວຍ​ມາດ​ຕະການ​ສັນຕິພາບ, ບໍ່​ຂົ່ມ​ຂູ່ ຫຼື ນຳ​ໃຊ້​ກຳ​ລັງ​ອາວຸດ, ຜ່ານ​ການ​ທາ​ບທາ​ມຄວາມ​ເຫັນ ​ແລະ ​ການເຈລະຈາ​ຢ່າງສະໜິດສະໜົມ​ລະຫວ່າງ​ບັນດາ​ປະ​ເທດ​ມີ​ສ່ວນ​ກ່ຽວຂ້ອງ​ໂດຍ​ກົງ, ​ເໝາະ​ສົມ​ກັບ​ບັນດາ​ຫຼັກການ, ກົດໝາຍ​ສາກົນ​ໄດ້​ຮັບ​ການ​ຮັບ​ຮູ້​ຢ່າງ​ກ້ວາງ​ຂວາງ, ​ເຊິ່ງລວມມີ​ສົນທິສັນ​ຍາ ສປຊ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ 1982 (UNCLOS).

        ປະຫວັດສາດ​ໃນ​ຫຼາຍ​ທົດ​ສະ​ວັດ​ຜ່ານ​ມາ​ໄດ້​ພິສູດ​ໃຫ້​​ເຫັນ​ວ່າ, ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ໄດ້​ນຳ​ມາ​ເຊິ່ງຄວາມວັດທະນະ​ຖາວອນ ​ແລະ ການ​ພັດທະນາ​ໃນ​ພາກ​ພື້ນ. ສະພາບ​ຄວາມ​ເຄັ່ງ​ຕຶງ​ປະ​ທະ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ອາ​ດຈະ​ພາ​ໄປ​ເຖິງ​ບັນດາ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຍາກ​ທີ່​ຄາດ​ຄະ​ເນ​ລ່ວງ​ໜ້າ​ໄດ້. ດັ່ງ​ນັ້ນ, ຍິ່ງ​ກ່ວາ​ເວລາ​ໃດ​ໝົດ, ອາ​ຊຽນ ​ແລະ ຈີນ ​ຕ້ອງ​ສ​້າງຕັ້ງ​ກົດ​ແຫ່ງ​ການ​ປະພຶດ​​ໂດຍ​ໄວ​ເພື່ອອາດ​ສາມາດ​ແກ້​ໄຂ​ບັນຫາ​ສິດຜົນ​ປະ​ໂຫຍ​ດລວມຢູ່​ທະ​ເລ​ຕາ​ເວັນ​ອອກ. COC, ​ເຊິ່ງ​​ເປັ​ນ​ເອກະສານ​ທີ່ມີ​ລັກສະນະ​ຜູກ​ມັດດ້ານ​ນິຕິ​ກຳ​ສູງກ່ວາ, ພວມ​ໄດ້​ຮັບ​ຄວາມ​ຫວັງ​ວ່າ​ຈະ​ແທນ​ໃຫ້ DOC, ​ທີ່​ຄົງ​ຕົວ​​ມາເປັນ​ເວລາ​ກ່ວາ 10 ປີ​ຜ່ານ​ມາ​ໂດຍ​ໄວ, ດ້ວຍ​ເຈ​ດຕະນາ​ດີ​ຂອງ​ທຸກໆ​ຝ່າຍ.

ຂ່າວ/ບົດ​ອື່ນ