ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສິງກະໂປ ເລິກເຊິ່ງຂຶ້ນຕື່ມ

​(vovworld) - ​​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ນາ​ຍົກ​ລັດຖະມົນຕີ ສສ ຫວຽດນາມ ຫງວຽນ​ຊວນ​ຟຸກ, ວັນ​ທີ 21/03 ທ່ານ​ນາຍົກ​ລັດຖະມົນຕີ ສິງກະ​ໂປ ຫຼີຊຽນຫຼົງ ​ແລະ ພັນ​ລະ​ຍາເລີ່​ມຕົ້ນ​ການ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ທີ່​ແກ່ຍາວ​ເປັນ​ເວລາ 4 ວັນ. ການ​ຢ້ຽມຢາມ​​ໄດ້ດຳ​ເນີນ​ໃນ​ສະພາບ​ການ​ພົວພັນ​ຮ່ວມ​ມື 2 ປະ​ເທດ​ພວມ​ສືບ​ຕໍ່​ມີທ່າ​ພັດທະນາ, ຈະ​ປະກອບສ່ວນ​ເຮັດ​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ ຫວຽດນາມ - ສິງກະ​ໂປ ​ເລິກ​ເຊິ່ງຫລາຍກ່ວາ​ອີກ.​

ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສິງກະໂປ  ເລິກເຊິ່ງຂຶ້ນຕື່ມ  - ảnh 1
ທ່ານ​ນາຍົກ​ລັດຖະມົນຕີ ສິງກະ​ໂປ ຫຼີຊຽນຫຼົງ ​
(ພາບ: TTXVN)

ແມ່ນ​ປະ​ເທດ​ທີ່​ນອນ​ໃນກຸ່ມ ອາ​ຊຽນ, ສາທາລະນະ​ລັດ ສິງກະ​ໂປ ​ແມ່ນ​ປະ​ເທດ​ອຸດສາຫະກຳ​ພັດທະນາ​ແຖວ​ໜ້າ​ຂອງ ອາຊີ ​ແລະ ​ໂລກ. ສິງກະ​ໂປ ກໍ່​ແມ່ນ​ປະ​ເທດນຳ​ໜ້າ​ໃນ​ການ​ຫັນປ່ຽນສູ່​ພື້ນຖານ​ເສດຖະກິດພູມ​ປັນຍາ​ດ້ວຍ​ແຜນການ​ຮອດ​ປີ 2018 ຈະ​ກາຍ​ເປັນ​ນະຄອນ​ແຖວ​ໜ້າ​ຂອງ​ໂລກ, ​ແມ່ນ​ຈຸດ​ສຸມ​ຂອງ​ຕາໜ່າງ​ໃໝ່​ໃນ​ພື້ນຖານ​ເສດຖະກິດ​ໂລກ.

ບາດກ້າວ​ຍາວ​​ໄກໃນ​ການ​ພົວພັນ​ຮ່ວມ​ມືລະຫວ່າງ 2 ປະ​ເທດ

        ຫວຽດນາມ ​ແລະ ສິງກະ​ໂປ ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ຢ່າງ​ເປັນ​ທາງ​ການ​ນັບ​ແຕ່​ເດືອນ 08/1973. ນັບ​ແຕ່​ນັ້ນ​ມາ​ຮອດ​ປະຈຸ​ບັນ, ການ​ພົວພັນລະຫວ່າງ 2 ປະ​ເທດ​ມີ​ບັນດາ​ບາດກ້າວ​ພັດທະນາ​ອັນ​ດີງາມ ​ແລະ ຮອບດ້ານ. ພິ​ເສດ, ນັບ​ແຕ່​ເມື່ອ ຫວຽດນາມ ​ເຂົ້າ​ຮ່ວມ ອາ​ຊຽນ (ປີ 1995), ການ​ພົວພັນລະຫວ່າງ 2 ປະ​ເທດ​ພັດທະນາ​ຢ່າງ​ວ່ອງ​ໄວ. ສິງກະ​ໂປ ຖື​ເປັນ​ສຳຄັນ​ການ​ພົວພັນ​ກັບ ຫວຽດນາມ ​ແລະ ຫວຽດນາມ ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ຕະຫລາດ​ສຳ​ຄັນ​ກ່ຽວ​ກັບ​ດ້ານ​ການ​ຄ້າ, ການ​ລົງທຶນ​ຂອງ ສິງກະ​ໂປ ຢູ່ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ປີ 2004 2 ປະ​ເທດ​ໄດ້​ລົງ​ນາມ​ໃນ “ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ຂອບ​ເຂດ​ການ​ຮ່ວມ​ມື​ຮອບດ້ານ​ໃນ​ສະຕະວັດ​ທີ 21”, ສ້າງພື້ນຖານ​ນິຕິ​ກຳ ​ແລະ ​ເງື່ອນ​ໄຂ​ສະດວກ​ເພື່ອ​ຊຸກຍູ້​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຫລາຍ​ດ້ານ​ລະຫວ່າງ 2 ປະ​ເທດ. ​​ເດືອ​ນ 09/2013, ​ເນື່ອງ​ໃນ​ໂອກາດ​ຢ້ຽມຢາມ ຫວຽດນາມ ຂອງ​ທ່ານ​ນາຍົກ​ລັດຖະມົນຕີ ສິງກະ​ໂປ ຫຼີຊຽນຫຼົງ ​ແລະ ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ, 2 ຝ່າຍ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ສິງກະ​ໂປ.

        ການ​ພົວພັນ​ເສດຖະກິດ​ການ​ຄ້າລະຫວ່າງ 2 ປະ​ເທດ​ໄດ​້ພັດທະນາຢ່າງກະ​ໂດດ​ຂັ້ນ. ວົງ​​ເງິນ​ການ​ຄ້າ 2 ປະ​ເທດ​ເພີ່ມ​ຂຶ້ນ​ແຕ່​ລະ​ປີ, ບັນລຸ​ກ່ວາ 7 ຕື້ USD ​ໃນ​ປີ 2016. ການ​ລົງທຶນ​ໂດຍ​ກົງ​ຈາກ ສິງກະ​ໂປ ​ເຂົ້າ ຫວຽດນາມ ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ລຽນຕິດ​ນັບ​ແຕ່​ປີ 1998. ສິງກະ​ໂປ ສືບ​ຕໍ່​ແມ່ນ​ນັກ​ລົງທຶນລາຍ​ໃຫຍ່​ສຸດ​ຂອງ ຫວຽດນາມ (ຈັດ​ອັນ​ດັບ​ທີ 3/101) ດ້ວຍ​ຍອດ​ເງິນ​ລົງ​ທຶນ 39 ຕື້ USD. ​ເຂດ​ອຸດສາຫະກຳ ຫວຽດນາມ - ສິງກະ​ໂປ (VSIP) ​ແມ່ນ​ສັນຍາ​ລັກ​ຂອງ​ລັກສະນະປະສິດທິ​ຜົນ​ໃນ​ບັນດາ​ໂຄງການ​ລົງທຶນ​ຂອງ ສິງກະ​ໂປ, ຊຶ່ງ​​ໄດ້ເຄື່ອນ​ໄຫວ​ມາ​ເປັນ​ເວລາ​ກ່ວາ 11 ປີ​ດ້ວຍເຂດ​ອຸດສາຫະກຳ VSIP 7 ​ແຫ່ງ. ​ເມື່ອ​ໃຫ້​ຂໍ້​ສັງ​ເກດກ່ຽວ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ການ​ຮ່ວມ​ມື​ເສດຖະກິດ​ລະຫວ່າງ ຫວຽດນາມ ​ແລະ ສິງກະ​ໂປ ທ່ານ ຫງວຽນ​ຕ໋ຽນມີ​ງ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ສິງກະ​ໂປ ​ໃຫ້​ຮູ້​ວ່າ:

   “ ໄລ​ຍະ​ປະ​ຈຸ​ບັນ​, ລະ​ຫວ່າງ ຫວຽດ​ນາມ-ສິງ​ກະໂປ ມີ​ຄວາມ​ສາມ​າດ​ບົ່ມ​ຊ້ອນ​ດ້ານ​ການ​ຮ່ວມ​ມື​ຢ່າງ​ໃຫຍ່ຫຼວງ​ທີ່​ສຸດ ເພາະ 2 ພື້ນ​ຖານ​ເສດ​ຖະ​ກິດ​ກໍ​ລ້ວນ​ແຕ່​ມີ​ລັກ​ສະ​ນະ​ນູນ​ຊ່ວຍ​ແກ່​ກັນ. ຝ່າຍ​ໜຶ່ງ​ແມ່ນ​ມີ​ທຶນ, ມີ​ບົດ​ຮຽນ​ທາງ​ດ້ານ​ເສດ​ຖະ​ກິດ, ການ​ຕະຫຼາດ, ບົດ​ຮຽນ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ພື້ນ​ຖານ​ເສດ​ຖະ​ກິດ. ຝ່າຍ​ໜຶ່ງ​ແມ່ນ​ຫວຽດ​ນາມ ກໍ​ມີ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດຫຼວງຫຼາ​ຍ, ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ທີ່​ອຸ​ດົມ​ສົມ​ບູນ ແລະ ມີ​ທີ່​ຕັ້ງ​ພູ​ມີ​ປະ​ເທດ​ທີ່​ກ້​ວາງ​ໃຫຍ່. ດັ່ງ​ນັ້ນ 2 ພື້ນ​ຖານ​ເສດ​ຖະ​ກິດ​ອາດ​ຈະ​ເພີ່ມ​ເຕີມ​ໃຫ່​ແກ່​ກັນ, ພິ​ເສດ​ໃນ​ປະ​ຈຸ​ບັນ, ໃນ​ສະ​ພາ​ວະ​ທີ່​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ FTA ໄດ້​ສ້າງ​ເປັນ​ຮູບ​ປະ​ທຳ ແລະ ພັດ​ທະ​ນາ. FTA ໃນ​ພາກ​ພື້ນ​ລວມ​ມີ​ປະ​ຊາ​ຄົມ​ເສດ​ຖະ​ກິດ​ອາ​ຊຽນ AEC . ສັນ​ຍາ​ຄູ່​ຮ່ວມ​ມື​ພາກ​ພື້ນ RCEP ຊຶ່ງ​ລວມ​ມີ 16 ພື້ນ​ຖານ​ເສດ​ຖະ​ກິດ, ດັ່ງ​ນັ້ນ​ຂອບ​ເຂດ​ການ​ຮ່ວມ​ມື​ແມ່ນ​ກ້​ວາງ​ໃຫຍ່​ທີ່​ສຸດ ”

   ນອກ​ຈ​າກ​ຂົງ​ເຂດ​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ, ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ສຶກ​ສາ, ບຳ​ລຸງ​ສ້າງ, ສາ​ທາ​ລະ​ນະ​ສຸກ, ວັດ​ທະ​ນະ​ທຳ, ການ​ທ່ອງ​ທ່ຽວ ກໍ​ລ້ວນ​ແຕ່​ບັນ​ລຸ​ບັນ​ດາ​ຕົວ​ເລກ​ທີ່​ໜ້າ​ປະ​ທັບ​ໃຈ. ປີ 2016, ຫວຽດ​ນາມ​ໄດ້​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ ສິງ​ກະໂປ ເກືອບ 260.000 ເທື່ອ​ຄົນ, ເພີ່ມ​ຂຶ້​ນ 8,7%ເມື່ອ​ທຽບ​ໃສ່​ປີ 2015. 2 ຝ່າຍ​ໄດ້​ຮ່ວມ​ມື ແລະ ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນໃນ​ບັນ​ດາ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ ແລະ ສາ​ກົນ​ຄື: ອາ​ຊຽນ, ອາ​ເປັກ, ອາ​ແຊມ ແລະ ສະ​ຫະ​ປະ​ຊາ​ຊາດ. ກ່ຽວ​ຂ້ອງ​ເຖິງ​ບັນ​ດາ​ບັນ​ຫາ​ຄວາມ​ໝັ້ນ​ຄົງຍຸດ​ທະ​ສາດ​ໃນ​ພາກ​ພື້ນ, ໃນ​ນັ້ນ​ມີ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, 2 ປະ​ເທດ​ຕັ້ງ​ໜ້າ​ຮ່ວມ​ມື, ແບ່ງ​ປັນ​ທັດ​ສະ​ນະ ແລະ ປົກ​ປ້ອງຫຼັກ​ໝັ້ນ​ລວມ​ຂອງ​ອາ​ຊຽນ.

ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສິງກະໂປ  ເລິກເຊິ່ງຂຶ້ນຕື່ມ  - ảnh 2

ຂີດ​ໝາຍ​ໃໝ່​ໃນ​ການ​ພົວ​ພັນ​ຫວຽດ​ນາມ-ສິງ​ກະໂປ

   ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້, 2 ຝ່າຍ​ຈະ​ແລກ​ປ່ຽນ​ບັນ​ດາ​ທິດ​ທາງ​ຍຸດ​ທະ​ສາດ, ມາດ​ຕະ​ການ​ລະ​ອຽດ ແນ​ໃສ່​ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມືຍຸດ​ທະ​ສາດ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ​ໃຫ້​ເລິກ​ເຊິ່ງ​ຂຶ້ນ​ຕື່ມ, ໄປ​ທັນ​ກັບ​ບັນ​ດາ​ການ​ຫັນ​ປ່ຽນ​ຢ່າງວ່ອງ​ໄວ​ໃນ​ປະ​ຈຸ​ບັນ​ຂອງ​ການ​ປະ​ຕິ​ວັດ​ຄັ້ງ​ທີ 4, ໜູນ​ຊ່ວຍ​ຊຶ່ງ​ກັນ ແລະ ກັນເພື່ອ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ວັດ​ທະ​ນາ​ຖາ​ວອນ, ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ໃນ​ບັນ​ດາ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ, ໃນ​ນັ້ນ​ມີ​ອາ​ຊຽນ, ອາ​ເປັກ, ອາ​ແຊມ ແລະ ສະ​ຫະ​ປະ​ຊາ​ຊາດ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ​ປະ​ຈຳ​ສິງ​ກະ​ໂປ ຫງວຽນ​ຕ້ຽນ​ມິນ ຢືນ​ຢັນ​ວ່າ :
     “ ກາ​ລະ​ໂອ​ກາດ​ຮ່ວມ​ມື​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ​ແມ່ນ​ໃຫຍ່ຫຼວງ​ທີ່​ສຸດ. ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ-ສິງ​ກະໂປຈະ​ບໍ່​ພຽງ​ແຕ່​ຖືກ​ຈຳ​ກັດ​ໃນ​ຂອບ​ເຂດ​ຂອງ​ສິງ​ກະ​ໂປ​ເທົ່ານັ້ນ ຫາກ​ຍັງ​ຢູ່​ຂອບ​ເຂດ​ທີ່​ກ້​ວາງ​ຂວາງ​ກ່​ວາ, ນັ້ນ​ແມ່ນ​ອາ​ຊຽນ, ອາ​ຊີ​ປາ​ຊີ​ຝິກ ”

    ການ​ພົວ​ພັນ 2 ຝ່າຍ ຫວຽດ​ນາມ-ສິງ​ກະໂປ​ໄດ້​ພັດ​ທະ​ນາ​ຢ່າງ​ກະ​ໂດດ​ຂັ້ນ​ໃນ​ຕະຫຼອດ 42 ປີ​ທີ່​ຜ່ານ​ມາ ໃນຫຼາຍ​ຂົງ​ເຂດ​ເຊັ່ນ​ ການ​ຮ່ວມ​ມື​ເສດ​ຖະ​ກະ​ດ, ການ​ເມືອງ, ການ​ປ້ອງ​ກັນ​ຊາດ, ການ​ສຶກ​ສາ, ສາ​ທາ​ລະ​ນະ​ສຸກ, ວັດ​ທະ​ນະ​ທຳ​ສິ​ລະ​ປະ… ​ການ​ພົວ​ພັນ​ທາງ​ດ້ານ​ການ​ເມືອງອັນ​ດີ​ງາມ ແມ່ນ​ພື້ນ​ຖານ​ໃຫ້​ແກ່​ການ​ຮ່ວມ​ມື​ເສດ​ຖະ​ກິດ​ທີ່​ນັບ​ມື້​ນັບ​ໝັ້ນ​ຄົງ​ໜັກ​ແໜ້ນ​ລະ​ຫວ່າງ 2 ຝ່າຍ. ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສິງ​ກະ​ໂປ ຫຼີ​ຊຽນຫຼົງ​ໃນ​ຄັ້ງ​ນີ້ ແນ່ນອນ​ວ່າ ຈະ​ເຮັດ​ໃຫ້​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ລະ​ຫວ່າງ​ການ​ນຳ 2 ຝ່າຍຍິ່ງໜັກ​ແໜ້ນ​ຕື່ມ​ອີກ, ອັນ​ໄດ້​ສ້າງ​ທ່ວງ​ທ່າ​ໃຫ້​ແກ່​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ-ສິງ​ກະໂປ ໃຫ້​ພັດ​ທະ​ນາ​ຍິ່ງໆ​ຂຶ້ນ. /.

 

ຕອບກັບ

ຂ່າວ/ບົດ​ອື່ນ