ແງ່ຫວັງການເຈລະຈາສັນຕິພາບຢູ່ຊີຣີ: ບັນດາເຫດຜົນພາໄປເຖິງຄວາມເສຍຫວັງ

ຊຸມມື້​ສຸດ​ທ້າຍ​ຂອງ​ປີ 2016, ສະ​ພາ​ຄວາມ​ໝັ້ນ​ຄົງ​ແຫ່ງ ສ.ປ.ຊ ໄດ້​ຮັບ​ຮອງ​ເອົາ​ມະ​ຕິ​ສະ​ບັບ​ໜຶ່ງ​ຊຶ່ງ​ເຫັນ​ດີ​ຕໍ່​ຄຳ​ສັ່ງ​ຢຸດ​ຍິງ​ຢູ່​ຊ​ີ​ຣີ ໂດຍ​ແມ່ນ​ລັດ​ເຊຍ-ຕວກ​ກີ-ອີ​ຣານ​ ເປັນ​ກາງ, ອັນ​ໄດ້​ເປີດ​ຊ່ອງ​ທາງ​ໃຫ້​ແກ່​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ຊຶ່ງ​ຄາດ​ວ່າ​ຈະ​ຖືກ​ໄຂ​ຂຶ້ນ​ຢູ່​ນະ​ຄອນຫຼວງ Astana ຂອງ​ກາ​ຊັກ​ສະ​ຖານໃນ​ທ້າຍ​ເດືອນນີ້. ສັງ​ເກດ​ຢູ່​ທາງນອກ, ຄຳ​ສັ່ງ​ຢຸດ​ຍິງແມ່ນ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ລະ​ຫວ່າງກອງ​ທັບ ລັດ​ຖະ​ບານ ແລະ ກຳ​ລັງ​ຝ່າຍ​ຄ້ານ​, ຄ​ຽງ​ຂ້າງ​ລັດ​ເຊຍ, ຕວກ​ກີ ແລະ ອີ​ຣານ. ແຕ່​ຕາມ​ບັນ​ດາ​ນັກ​ໄຈ້​ແຍກ​ແລ້ວ, ມີ​ປັດ​ໄຈຫຼາຍ​ຢ່າງ​ທີ່ບໍ່​ອາດ​ປະ​ເອີບ​ໃຈ​ຕໍ່​ແງ່​ຫວັງ​ຂອງ​ການ​ເຈ​ລະ​ຈານີ້ ຍ້ອນ​ມີ​ຄວາມ​ແຕກ​ຕ່າງ​ກັນ​ຢ່າ​ງ​ໃຫຍ່ຫຼວງ​ກ່ຽວ​ກັບ​ເປົ້າ​ໝາຍ​ການ​ເມືອງ​ຂອງ​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ.

 

ແງ່ຫວັງການເຈລະຈາສັນຕິພາບຢູ່ຊີຣີ: ບັນດາເຫດຜົນພາໄປເຖິງຄວາມເສຍຫວັງ - ảnh 1
ກອງ​ປະ​ຊຸມ​ກ່ຽວ​ກັບ​ບັນ​ຫາ​ຊີ​ຣີ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ.ປ.ຊ

      ​ຢູ່​ຊ​ີ​ຣີ​ບັນ​ລຸ​ໄດ້​ລະ​ຫວ່າງ​ລັດ​ຖະ​ບານ​ຊີ​ຣີ ແລະ ບັນ​ດາ​ກຸ່ມ​ຝ່າຍ​ຄ້ານ​ໂດຍ​ຜ່ານ​ການ​ເປັນ​ຄົນ​ກາງ​ຂອງ​ລັດ​ເຊຍ ແລະ ຕວ​ກກີ. ຂໍ້​ຕົກ​ລົງ​ນີ້ ກໍ​ໄດ້​ເປີດ​ຊ່ອງ​ທາງ​ໃຫ້​ແກ່​ການ​ເຈ​ລະ​ຈາ​ຊຶ່ງ​ຈະ​ຖືກ​ດຳ​ເນີນ​ໃນ​ທ້າຍ​ເດືອນນີ້. ແຕ່​ນັບ​ແຕ່​ເມື່ອ​ຂໍ້​ຕົກ​ລົງ​ຢຸດ​ຍິງ​ມີ​ຜົ​ນ​ບັງ​ຄັບ​ໃຊ້​ມາ​ຮອດ​ປະ​ຈຸ​ບັນ, ນອກ​ຈາກ​ບັນ​ດາ​ສັນ​ຍານ​ລະ​ເມີດ​ຢູ່​ສະ​ຖານ​ທີ່​ຕົວ​ຈິງນັ້ນ, ບັນ​ດາ​ຂໍ້​ກ່າວ​ຫາ ແລະ ຖະ​ແຫຼງ​ຕໍ່​ກັນ​ລະ​ຫວ່າງ​ບັນ​ດາ​ຝ່າຍ​ໄດ້​ເຮັດ​ໃຫ້​ຫາງ​ສຽງ​ບໍ່​ອາດ​ປະ​ເອີບ​ໃຈ​ກ່ຽວ​ກັບ​ພື້ນ​ຖ​ານ​ສັນ​ຕິ​ພາບ​ຢ່າງ​ແທ້​ຈິງ​ຊຶ່ງ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຢູ່​ຊີ​ຣີ.

      ສາຍ​ເຫດ​ຕົ້ນ​ຕໍ່​ກໍ​ແມ່ນ​ບັນ​ຫາ​ຂັດ​ແຍ້ງ​ດ້ານ​ເຜົ່າ​ພັນ

   “ພວກ​ຂ້າ​ພະ​ເຈົ້າບໍ່​ພຽງ​ແຕ່​ຫວັງ​ໃຫ້​ທ່ານ Assad ລາ​ອອກ​ຈາກ​ຕຳ​ແໜ່ງ​ເທົ່າ​ນັ້ນ, ຫາ​ກ​ພວກ​ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ທັ​ງ​ລະ​ບອບ Assad ຕ້ອງ​ຢຸດ​ຕິລົງ”. Abu Mohammed , ຜູ້​ບັນ​ຊາ​ການ​ກົມ​ກອງ​ໜຶ່ງ​ຂອງ​ກຳ​ລັງ​ລຸກ​ຮື້​ຂຶ້ນ​ຢູ່​ເຂດ​ທາງ​ທິດ​ເໜືອ Aleppo , ຊຶ່ງ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຝ່າຍ​ທີ່​ເຂົ້າ​ຮ່ວມ​ການ​ລົງ​ນາມ​ໃນ ຂໍ້​ຕົກ​ລົງ​ຢຸດ​ຍິງໄດ້​ປະ​ກາດ​ເຊັ່ນ​ນັ້ນ. ຖ້າ​ຫາກ​ສັນ​ຍາ​ຢູ່ Astana ບັງ​ຄັບ​ໃຫ້​ພວກ​ຂ້າ​ພະ​ເຈົ້າຕ້ອງ​ຜ່ອນ​ສັ້ນ​ຜ່ອນ​ຍາວ​ກັບ​ລະ​ບອບ​ຊຶ່ງ​ໄດ້​ເຄີຍ​ເຂັ່ນ​ຂ້າ​ສາ​ມັນ​ຊົນ 300.000 ຄົນ ແລະ ບໍ່​ຄຳ​ນຶງ​ເຖິງ​ຄວາມ​ມຸ່ງ​ຫວັງ​ຂອງ​ປະ​ຊາ​ຊົນ​ຊີ​ຣີນັ້ນ, ພວກ​ຂ້າ​ພະ​ເຈົ້າ​ຈະ​ກັບ​ຄືນ​ສູ່​ສະ​ໜາມ​ຮົບ. ປະ​ຈຸ​ບັນ, ມີ​ພົນ​​ທະ​ຫານ​ປະ​ມານ 80.000 ຄົນ​ຂຶ້ນ​ກັບ​ບັນ​ດາ​ກຳ​ລັງ​ລຸກ​ຮື້​ຂຶ້ນ​ຢູ່​ຊີ​ຣີ, ໃນ​ນັ້ນ, ມີ 60.000 ຄົນ​ຖືກ​ຜົນ​ສະ​ທ້ອນ​ໂດຍ​ກົງ​ຈາກຂໍ້​ຕົກ​ລົງ​ຢຸດ​ຍິງ. ສິ່ງ​ທີ່​ໜ້າ​ໃສ່​ໃຈ ແມ່ນ​ໂດຍບໍ່​ຫົວ​ຊາ​ຕໍ່​ບັນ​ດາ​ຄວາມ​ແຕກ​ຕ່າງ​ກັນ​ທຸກ​ຢ່າງ, ຈາກ​ບັນ​ດາ​ກຳ​ລັງ​ທີ່​ມີ​ບົດ​ບາດຫຼັກ​ແຫຼ່ງ, ບັນ​ດາ​ກຸ່ມຂອບ​ຂະ​ໜາດ​ນ້ອຍ, ຕະຫຼອດ​ຮອດ​ບັນ​ດາ​ກົມ​ກອງ​ກຳ​ລັງ​ໂດຍສ້າງ​ຂຶ້ນ​ເອງ, ແຕ່​ເປົ້າ​ໝາຍ​ຂອງ​ບັນ​ດາ​ຝ່າຍ​ທີ່​ໄດ້​ຕໍ່​ສູ້​ຕ້ານ​ຄືນ​ອຳ​ນາດ​ການ​ປົກ​ຄອງ​ປະ​ທາ​ນາ​ທິ​ບໍ​ດີ Assad ໃນ 5 ປີ​ທີ່​ຜ່ານ​ມາ ເບິ່ງ​ຄື​ວ່າ ກໍ​ລ້ວນ​ແຕ່​ຄ້າຍ​ຄື​ກັນ. ນັ້ນ​ແມ່ນ​ຫວັງ​ໃຫ້​ທ່ານ Assad ຕ້ອງ​ລ​າ​ອອກ​ຈາກ​ຕຳ​ແໜ່ງ ແລະ​ສ້າງ​ລັດ​ຖະ​ບານ​ໃໝ່​ຢູ່​ຊີ​ຣີ.

         ແນ່ນອນ​ວ່າ ຄວາມ​ປາ​ດຖະ​ໜາດັ່ງ​ກ່າວບໍ່​ພຽງ​ແຕ່​ເປັນ​ບັນ​ຫາງ່າຍ​ດາຍທີ່ ນອນຢູ່​ໃນ​ການ​ປ່ຽນ​ແປງ​ຜູ້​ນຳ​ລັດ​ຖະ​ບານ​ເທົ່າ​ນັ້ນ. ດ້ວຍ​ການ​ໂຄ່ນ​ລົ້ມ​ທ່ານ Assad ແລະ ມຸ່ງ​ໄປ​ເຖິງ​ລັດ​ຖະ​ບານ​ໃໝ່​ໂດຍ​ປະ​ຊາ​ຊົນ​ເລືອກ​ຕັ້ງ, ບັນ​ດາ​ກຳ​ລັງ​ລຸກ​ຮື້​ຂຶ້ນ, ຊຶ່ງ​ໃນ​ນັ້ນ​ສ່ວນຫຼາຍ​ແມ່ນ​ຊາວ​ຊັນ​ນີ, ເດີນ​ຕາມ​ເປົ້າ​ໝາຍ​ປ່ຽນ​ແປ​ງາກນ​ດຸ່ນ​ດຽ່ງສິດ​ອຳ​ນາດ​ລະ​ຫວ່າງ​ບັນ​ດາ​ຝ່າຍ​ໃນ​ກົງ​ຈັກ​ອຳ​ນາດ​ຂອງ​ປະ​ເທດ​ຊາດ. ມີ​ແຫຼ່ງ​ຂ່າວ​ໃຫ້​ຮູ້​ວ່າ ທ່ານ Assad ຈະ​ຖືກ​ປ່ຽນແທນ​ດ້ວຍເຈົ້າ​ໜ້າ​ທີ່​ຄົນ​ໜຶ່ງ​ທີ່​ໃກ້​ຊິດ​ກັບ​ຕົນ, ແຕ່ບໍ່​ເຄີຍຖືກຕຳ​ໜິ​ວິ​ຈານ​ປານ​ໃດ.

      ມີ​ກຸ່ມ​ຝ່າຍ​ຄ້ານຫຼາຍ​ເກີນ​ໄປ.

    ສິ່ງ​ທີ່​ເປັນ​ການ​ທົດ​ສອບ​ປະ​ການ​ໜຶ່ງ​ສຳ​ລັບ ຄຳ​ສັ່ງ​ຢຸດ​ຍິງນັ້ນ, ກໍ​ແມ່ນ​ຈຳ​ນວນ​ບັນ​ດາ​ກຳ​ລັງ, ກຸ່ມ, ກົມ​ກອງ​ປະ​ກອບ​ອາ​ວຸດ​ຝ່າຍ​ຄ້ານ​ຢູ່​ຊີ​ຣີ. ມີ 54 ກຸ່ມ​ຝ່າຍ​ຄ້ານ​ພວມ​ເຄື່ອນ​ໄຫວ​ຢູ່​ສະ​ໜາມ​ຮົບ​ພາກ​ໃຕ້. ສ່ວນ​ຢູ່​ພາກ​ເໜືອ ແລະ ພາກ​ຕາ​ເວັນ​ຕົກ ມີ​ປະ​ມານ 60 ກຸ່ມ. ນອກ​ຈາກນັ້ນ, ໃນ​ປະ​ຈຸ​ບັນ​ມີ​ບາງ​ກຸ່ມ​ມີ​ສາຍ​ພົວ​ພັນ​ກັບ​ຕວກ​ກີ, ແນ​ໃສ່​ນຳ​ບ​ັນ​ດາ​ກົມ​ກອງ​ປະ​ກອບ​ອາ​ວຸດ​ຊາວ​ເຄີດ ແລະ IS ກັບ​ຄືນ​ສູ່​ພາກ​ເໜືອ. ການ​ແບ່ງ​ແຍກ​ລະ​ຫວ່າງ​ບັນ​ດາ​ກຳ​ລັງ​ຝ່າຍ​ຄ້ານນີ້ ໄດ້​ໃຫ້​ເຫັນ​ວ່າ ຄວາມ​ເປັນ​ເອ​ກະ​ພາບ​ປະ​ຕິ​ບັດ​ຕາມ​ບັນ​ດາ​ມາດ​ຕາ​ໃນ ຄຳ​ສັ່ງ​ຢຸດ​ຍິງ​ຂອງ​ກ່​ວາ 100 ກຸ່ມ​ຝ່າຍ​ຄ້ານ​ຢູ່​ຊີ​ຣີ​ແມ່ນບໍ່​ແນ່ນອນ​ແຕ່​ຢ່າງ​ໃດ. ນອກ​ຈາກນັ້ນ, ມີ​ເຫດ​ຜົນ​ອີກ​ອັນ​ໜຶ່ງທີ່​ນາບ​ຂູ່ ຂໍ້​ຕົກ​ລົງ​ຢຸດ​ຍິງ, ນັ້ນ​ແມ່ນ​ຂະ​ບວນ​ການ​ຫົວ​ຮຸນ​ແຮງ​ທີ່​ມີ​ສາຍ​ພົວ​ພັນ​ກັບ Al Qaeda, Jabhat Fateh al Sham. ໃນ​ຂະ​ນະ​ທີ່​ບັນ​ດາ​ກຳ​ລັງ​ຝ່າຍ​ຄ້ານ​ຢູ່​ຊີ​ຣີ​ຖື​ວ່າ Nusra ກໍ​ແມ່ນ​ສ່ວນ​ໜຶ່ງ​ໃນ​ຂໍ້​ຕົກ​ລົງ​ນັ້ນ, ກອງ​ທັບ ຊີ​ຣີ ແລະ ສື່ມວນ​ຊົນ​ລັດ​ເຊຍ​ພັດ​ປະ​ຕິ​ເສດ. ໃນ​ຕົວ​ຈິງ, al- Nusra ຍາມ​ໃດ​ກໍ​ສະ​ໜິດ​ຕິດ​ພັນ, ຮຽງ​ບ່າ​ຮຽງ​ໄຫຼ່​ພ້ອມ​ກັບ​ບັນ​ດາ​ກຸ່ມ​ຝ່າຍ​ຄ້ານ​ຢູ່​ຊີ​ຣີ, ພ້ອມ​ກັນ​ເຂົ້າ​ຮ່ວມ​ການ​ສູ້​ຮົບ​ຄັ້ງ​ຕ່າງໆ. ສາຍ​ພົວ​ພັນ​ຢ່າງ​ສະ​ໜິດແໜ້ນນີ້ ຈະ​ພາ​ໃຫ້​ລັດ​ເຊຍ ແລະ ຕວກ​ກີ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ​ໃນ​ຄວາມ​ພະ​ຍາ​ຍາມ​ເພື່ອ​ແນ​ໃສ່​ເຮັດ​ໃຫ້ Nusra ຕົກ​ຢູ່​ໂດດ​ດ່ຽວ. ສິ່ງນີ້​ກໍ​ອາດ​ຈະຖືກລັດ​ຖະ​ບານ​ຊີ​ຣີ ຖື​ເປັນ​ຂໍ້​ອ້າງ ເພື່ອ​ສືບ​ຕໍ່​ບັ້ນ​ເຄື່ອນ​ໄຫວ​ຕ້ານ​ຄືນ​ບັນ​ດາ​ກຳ​ລັງ​ຝ່າຍ​ຄ້ານ, ອັນ​ໄດ້​ພາ​ໃຫ້ ຂໍ້​ຕົກລົງ​ຢຸດ​ຍິງ​ຖືກ​ຕົກ​ຢູ່​ໃນ​ສະ​ພາບບໍ່​ມີ​ທາງ​ອອກ.

     ໂດຍບໍ່​ຫົວ​ຊາ​ຕໍ່​ຄຳ​ປະ​ກ​າດ​ທີ່​ປະ​ເອີບ​ໃຈ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ຊີ​ຣີ Assad ກ່ຽວ​ກັບ​ແງ່​ຫວັງ​ການ​ເຈ​ລະ​ຈາ, ບັນ​ດາ​ນັກ​ໄຈ້​ແຍກ​ດ້ານ​ການ​ເມືອງ​ຖື​ວ່າ ຄຳ​ສັ່ງ​ຢຸດ​ຍິງໂດຍ​ລັດ​ເຊຍ, ຕວກ​ກີ ແລະ ອີ​ຣານ​ນຳ​ສະ​ເໜີ, ຍາກ​ທີ່​ຈະ​ສາ​ມາດ​ຮັກ​ສາ​ໄດ້​ຍາ​ວ​ນານ​ຍ້ອນ​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ ເບິ່ງ​ຄື​ວ່າບໍ່​ມີ​ເຈດ​ຕະ​ນາ​ລ​ົມສິ້ນ​ສຸດ​ສົງ​ຄາມ​ຢ່າງ​ແທ້​ຈິງ. ທຸກໆ​ກຳ​ລັງ​ທີ່​ເຂົ້າ​ຮ່ວມການ​ປະ​ທະ​ກັນ​ຢູ່​ຊີ​ຣີ ກໍ​ລ້ວນ​ແຕ່​ເດີນ​ຕ​າມ​ຈຸດ​ປະ​ສົງສະ​ເພາະ​ຂອງ​ຕົນ ແລະ ສິ່ງນີ້​ພວມ​ເປັນ​ສິ່ງ​ກີດ​ຂວາງວິ​ວັດ​ທະ​ນາ​ການ​ສ້າງ​ພື້ນ​ຖານ​ສັນ​ຕິ​ພາບ​ຢ່າງ​ແທ້​ຈິງ​ຢູ່​ຊີ​ຣີ.

ຕອບກັບ

ຂ່າວ/ບົດ​ອື່ນ