ແງ່ຫວັງຮ່ວມມືດ້ານເສດຖະກິດ ອາເມລິກາ - ຈີນ ໃນອາຍຸການຂອງປະທານາທິບໍດີ Donald Trump

(vovworld) - ນັບ​ແຕ່​ເມື່ອ​ທ່ານ Donald Trump ຮັບດຳ​ລົງ​ຕຳ​ແໜ່ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ຢ່າງ​ເປັນ​ທາງ​ການນັ້ນ, ວົງ​ການ​ນັກ​​ສັງ​ເກດ​ການໄດ້​ເຊື່ອ​ໝັ້ນ​ວ່າ: ການ​ພົວ​ພັນ ອາ​ເມ​ລິ​ກາ - ຈີນ ຈະ​ມີ​ການ​ຜັນ​ແປຫຼາຍ​ຢ່າງໃນ​ອະ​ນາ​ຄົດ​ໃກ້ໆ​ນີ້, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ. ບົດ​ຂຽນ​ຂອງ​ບັນ​ນາ​ທິ​ການ ແອ໋ງ​ຮ່​ວຽນ ດ້ວຍ​ຫົວ​ຂໍ້​ວ່າ: “ແງ່​ຫວັງ​​ຮ່ວມ​ມື​ດ້ານເສດ​ຖະ​ກິດ ອາ​ເມ​ລິ​ກາ - ຈີນ ໃນ​ອາ​ຍຸ​ການ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ Donald Trumph”.

ແງ່ຫວັງຮ່ວມມືດ້ານເສດຖະກິດ ອາເມລິກາ - ຈີນ ໃນອາຍຸການຂອງປະທານາທິບໍດີ Donald Trump - ảnh 1
ພາບ​ປະ​ກອບ


        ປະ​ຈຸ​ບັນ,
ການ​ພົວ​ພັນ​ລະ​ຫວ່າງ ອ​າ​ເມ​ລິ​ກາ - ຈີນ ແມ່ນ​ການ​ພົວ​ພັນ​ສຳ​ຄັນ​ທີ່​ສຸດ​ສຳ​ລັບ​ 2 ປະ​ເທດ ກໍ່​ຄື​ໃນ​ເວ​ທີ​ປາ​ໄສ​ໂລກ. ນີ້​ແມ່ນ 2 ພື້ນ​ຖານ​ເສດ​ຖະ​ກິດ​ໃຫຍ່​ທີ່​ສຸດ ແລະ ທີ​ສອງ​ໃນ​ໂລກ, ແຕ່​ຍາມ​ໃດ​ກໍ່​​ຊ້ອນ​ແຝງ​ບັນ​ດາ​ຄວາມ​ຂັດ​ແຍ້ງ ແລະ ຄວາມ​ບໍ່​ລົງ​ລອຍ​ກັນ​ຍ້ອນ​ຜົນ​ປະ​ໂຫຍດ​ຂອງ​ແຕ່​ລະ​ປະ​ເທດ. ຍ້ອນ​ແນວ​ທາງ, ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ຂອງ​ພັກ​ສາ​ທາ​ລ​ະ​ນະ​ຕ່າງ​ກັບພັກ​ປະ​ຊາ​ທິ​ປະ​ໄຕ​, ດັ່ງ​ນັ້ນ, ບັນ​ດາ​ນັກ​ໄຈ້​ແຍກ, ນັກວິ​ຈານ​ສາ​ກົນ​ລ້ວນ​ແຕ່​ຖື​ວ່າ ບັນ​ດາ​ຜະ​ລິດ​ຕະ​ພັນ​ກ່ຽວ​ກັບ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ພາຍ​ໃຕ້​ອຳ​ນາດ​ການ​ປົກ​ຄອງ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Barack Obama, ໃນ​ນັ້ນ​ມີ​ການ​ພົວ​ພັນ ອາເມ​ລິ​ກາ - ຈີນ, ຈະ​ມີ​​ການ​ປັບ​ປຸງ​ໂດຍ​ພື້ນ​ຖານ​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ຢ່າງ​ແນ່ນອນ.

ບັນ​ດາ​ສິ່ງ​ຍັງ​ຄົງ​ຄ້າງ​ໃນ​ການ​ພົວ​ພັນ​ການ​ຄ້າ​ອາ​ເມ​ລິ​ກາ - ຈີນ

        ໄປ​ຄຽງ​ຄູ່​ກັບ​ບັນ​ດາ​ສິ່ງ​ທີ່​ຍັງ​ຄົງ​ຄ້າງ​ລະ​ຫວ່າງ 2 ປະ​ເທດ ຄື​ການ​ພົວ​ພັນ​ລະ​ຫວ່າງ​ປະ​ເທດ​ໃຫຍ່​ແບບ​ໃໝ່, ຍຸດ​ທະ​ສາດ​ສ້າງ​ຄວາມ​ດຸ່ນ​ດ່ຽງ​ຢູ່ ອາ​ຊີ ຄືນ​ໃໝ່, ໃນ​ນັ້ນ, ອາ​ເມ​ລິ​ກາ ອອກ​ແຮງ​ຄວບ​ຄຸມ ຈີນ ຢູ່ ທະ​ເລ​ຕາ​ເວັນ​ອອກ, ທະ​ເລ​ຮ​ວາ​ຕູງ ແລະ ປາ​ຊີ​ຟິ​ກ ຕາ​ເວັນ​ຕົກ, ບັນ​ຫາ​ໄຕ​ຫວັນ…, ນັ້ນ​ຍັງ​ມີ​ບັນ​ຫາ​​ທີ່​ຄົງ​ຄ້າງ​ໃນ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​​ປະ​ຈຸ​ບັນ​ນີ​້ແມ່ນ​ການ​ຂາດ​ຄວາມ​ດຸ່ນ​ດ່ຽງ​ໃນ​ດຸ່ນ​ການ​ຄ້າ. ລາ​ຄາ​ສົ່ງ​ອອກ​ລະ​ຫວ່າງ 2 ປະ​ເທດ​ໃນ​ຊຸມ​ປີມໍ່ໆ​ມານີ້​ມີ​ຄວາມ​ແຕກ​ຕ່າງ​ກັນຫຼາຍ. ໃນ​ຂະ​ນະ​ທີ່ ອາ​ເມ​ລິ​ກາ ນຳ​ໃຊ້ອັດ​ຕາພາ​ສີນຳ​ເຂົ້າ​ແມ່ນ 2 – 3% ນັ້ນ, ​ພາ​ສີນຳ​ເຂົ້າ​​ຂອງ​ຈີນ ແມ່ນ 3 – 9%. ຕາມ​ທັດ​ສະ​ນະ​ຂອງ ອາ​ເມ​ລິກາ ແລ້ວ, ເຖິງວ່າ​ດ້ວຍ​ຖາ​ນະ​ເປັນ​ສະ​ມາ​ຊິກ​ຂອງ​ອົງ​ການ​ການ​ຄ້າ​ໂລກ (WTO) ກໍ່​ຕາມ, ແຕ່ ຈີນ ບໍ່​ປະ​ຕິ​ບັດ​ຕາມ​ບັນ​ດາຫຼັກ​ການ​ການ​ຄ້າ​ຂອງ WTO, ສິ່ງ​ດັ່ງ​ກ່າວ​ໄດ້​ສົ່ງ​ຜົນ​​ສະ​ທ້ອນບໍ່​ດີ​ເຖິງ​​ການ​ຄ້າ​ຂອງ ອາ​ເມ​ລິ​ກາ. ໄລ່ຮອດ​ຈຸດ​ເວ​ລາ​ກ່ອນ​ທີ່​ທ່ານ Obama ອອກ​ຈາກ​ທຳ​ນຽບ​ຂາວ, ການ​ພົວ​ພັນ​ດ້ານ​ການ​ຄ້າ​ຂອງ 2 ປະ​ເທດ​ໄດ້​ຮັບ​ການ​ຕີ​ລາ​ຄາ​ຢູ່​ໃນ​ລະ​ດັບ​ຕ່ຳ​ສຸດ​ໃນ 15 ປີ​ຜ່ານ​ມາ.

        ດັ່ງ​ນັ້ນ, ນັບ​ແຕ່​ເມື່ອ​​ຮັບດຳ​ລົງ​ຕຳ​ແໜ່ງ, ທ່ານ Trump  ໄດ້ມີ​ບັນ​ດາ​ຄຳ​ເຫັນ​ທີ່​ແຂງ​ກະ​ດ້າງ​ກ່ຽວ​ຂ້ອງ​ເຖິງ​ບັນ​ຫານີ້. ໃນ​ວັນ​ທຳ​ອິດທີ່​ດຳ​ລົງ​ຕຳ​ແໜ່ງ​​ເປັນປະ​ທາ​ນາ​ທິ​ບໍ​ດີນັ້ນ, ທ່ານ​ໄດ້​ຊີ້​ນຳ​ກະ​ຊວງ​ການ​ເງິນ ອາ​ເມ​ລິ​ກາ ນຳ ຈີນ ເຂົ້າ​ບັນ​ຊີ​ລາຍ​ຊື່​ບັນ​ດາ​ປະ​ເທດ​​ຄອບ​ງຳເງິນ​ຕາ​ເພື່ອ​ມີ​ມາດ​ຕະ​ການ​ລົງ​ໂທດ. ທ່ານ​ຖື​ວ່າ, ​ປະ​ຈຸ​ບັນ ເງິນຢວນ ​ຖືກກຳ​ນົດ​ລ​າ​ຄາ​ຕ່ຳ​ກ່​ວາ​​ມຸນ​ຄ່າ​ປະ​ມານ 20 – 45% ​ເພື່ອ​ໃຫ້ ສິນ​ຄ້າ ຈີນ ມີ​ທ່າ​​ແກ່ງ​ແຍ້ງ​ສູງ​ກ່ວາ. ດັ່ງ​ນັ້ນ, ຖ້າ​ຫາກ ຈີນ ບໍ່​ປ່ຽນ​ແປງ​ການ​ປະ​ພຶດ​ນັ້ນ, ທ່ານ​ຈະ​ຈັດ​ວາງ​ອັດ​ຕາ​ພາ​ສີ​ແມ່ນ 45% ​ສຳ​ລັບ​ສິນ​ຄ້າ​ນຳ​ເຂົ້າ​ຈາກ ຈີນ. ນອກ​ຈາກນັ້ນ, ທ່ານ Trump  ຍັງຖື​ວ່າ ບັນ​ດາ​ຄວາມຜິດ​​ພາດ​ໃຫຍ່​ສຸດ​ຂອງ ອາ​ເມ​ລິ​ກາ ໃນ​ກ່​ວາ 100 ປີ​ຜ່ານ​ມາ​ແມ່ນ​ເຫັນ​ດີ​ໃຫ້ ຈີນ ເຂົ້າ​​ເປັນ​ສະ​ມາ​ຊິກ WTO. 10 ປີ​ກ່​ວາ​ທີ່​ຜ່ານ​ມາ, ນັບ​ແຕ່​ເມື່ອ​ເຂົ້າ​​ເປັ​ນ​ສະ​ມາ​ຊິກ WTO ນັ້ນ, ຈີນ ໄດ້ “​ຍືດເອົາ” ​ວິ​ສາ​ຫະ​ກິດ​ກ່​ວາ 70.000 ແຫ່ງຂອງ ອາ​ເມ​ລິ​ກາ, ດັ່ງ​ນັ້ນ, ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ໃໝ່ ຈະ​ດຳ​ເນີນ​ບັນ​ດາ​ມາດ​ຕະ​ການ​ແຂງ​ກະ​ດ້າງ.

        ​ທ່າ​ທີ​ເຄັ່ງ​ຮ້ອນຂອງ​ທ່ານ Trump ບໍ່​ແມ່ນ​ວ່າບໍ່​ມີ​ພື້ນ​ຖານ. ຈີນ ນັບ​ມື້​ນັບ​ສະ​ແດງ​ໃຫ້​ເຫັນວ່າ ບໍ່​ມີ​ຄວາມ​ສະ​ໜິດ​ສະ​ໜົມ​ກັບ​ບັນ​ດາ​ວິ​ສ​າ​ຫ​ະ​ກິດ​ຕ່າງ​ປະ​ເທດເວົ້າ​ລວມ ແລະ ວິ​ສາ​ຫະ​ກິດ ອ​າ​ເມ​ລິ​ກາ ເວົ້າ​ສະ​ເພາະ, ສ່ວນ​ໜຶ່ງ​ແມ່ນ​ຍ້ອນ ປັກ​ກິ່ງ ເລີ່ມ​ຜັນ​ຂະ​ຫຍາຍ​ຍຸດ​ທະ​ສາດ​ທ້ອນ​ໂຮມ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ. ບັນ​ດາ​ບໍ​ລິ​ສັດ​ຂອງ​ຈີນ, ດ້ວຍ​ການ​​ອຸ​ປະ​ຖຳ​ຂອງ​ລັດ​ຖ​ະ​ບານ, ພ​ວ​ມ​ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ທ້ອນ​ໂຮມວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ​ໃນ​ບັນ​ດາ​ຂົງ​ເຂດ​ເສດ​ຖະ​ກິດ​ເຊິ່ງ ປັກ​ກິ່ງ ໄດ້​ກຳ​ນົດ​ວ່າ​ແມ່ນ “​ກຸນ​ແຈ” ໃນ​​ຍຸດ​ທະ​ສາດ​ຫັນ​​ອຸດ​ສາ​ຫະ​ກຳ​ເປັນ​ທັນ​ສະ​ໄໝທີ່​ມີ​ຊື່​ວ່າ “Made in China 2025”, ທີ່​ໄດ້​ກໍ່​ຄວາມ​ວິ​ຕົກ​ວັງ​ວົນຫຼາຍ​ຢ່າງ​ໃນ​ເວ​ທີ​ການ​ເມືອງ ອາ​ເມ​ລິ​ກາ.

ແງ່​ຫວັງ​ບໍ່​ແຈ້ງ​ປານ​ໃດ​ໃນ​ຮູບ​ພາບ​ເສດຖະກິດ​ອາ​ເມ​ລິ​ກາ - ຈີນ

        ອາດ​ເຫັນ​ໄດ້​ວ່າ, ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ, ການ​ພົວພັນ​ລະຫວ່າງ ອາ​ເມ​ລິ​ກາ - ຈີນ ຍັງ​ຄົງ​ກ່ຽວຂ້ອງ​ເຖິງ​ຮູບ​ແບບ​ພື້ນຖານ, ​ນັ້ນ​ແມ່ນ “ຮ່ວມ​ມື​ເພື່ອ​ຕໍ່ສູ້, ຕໍ່ສູ້​ເພື່ອ​ຮ່ວມ​ມື“. ວົງ​ການ​ນັກ​ສັງ​ເກດ​ການ​ຖື​ວ່າ​ຮູບ​ແບບ​ນີ້​ຍັງ​ຄົງ​ສືບ​ຕໍ່​ໃນ​ສະ​ໄໝ​ອຳນາດ​ການ​ປົກຄອງ​ຂອງ​ທ່ານ Trump ຢູ່. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ໂດຍ​ແມ່ນ​ນັກທຸລະກິດ​ຜູ້​ໜຶ່ງ, ທ່ານ Trump ຈະ​ໃຫ້​ບຸລິ​ມາ​ສິດ​ແກ່​ບັນດາ​ຜົນ​ປະ​ໂຫຍ​ດດ້ານ​ເສດຖະກິດ​ສູງ​ກວ່າຢ່າງ​ແນ່ນອນ. ຄາດ​ວ່າ, ​ການ​ຂັດ​ແຍ້​ງດ້ານ​ການ​ຄ້າ​ລະຫວ່າງ ອາ​ເມ​ລິ​ກາ ​ແລະ ຈີນ ຈະ​ເພີ່ມ​ຂຶ້ນ​ພາຍ​ໃຕ້​ອຳນາດ​ການ​ປົກຄອງ​ຂອງ​ທ່ານ Trump, ຖ້າ​ຫາກ​ວ່າ​ສອງ​ຝ່າຍ​ບໍ່​ກຽມພ້ອມ​ຜ່ອນ​ສັ້ນ​ຜ່ອນ​ຍາວ ​ແລະ ​ເຈລະຈາ​ນຳ​ກັນ. ​ແຕ່​ເພື່ອ​ນຳ​ໃຊ້​ບັນດາ​ມາດ​ຕະການ​ທີ່​ຂັນ​ແຂງ​ກັບ​ຈີນ​ໃນ​ຂົງ​ເຂດ​ການ​ຄ້າ​ໃຫ້​ໄດ້​ນັ້ນ ກໍ່​ບໍ່​ແມ່ນ​ເລື່ອງ​ງ່າຍ ​ແລະ ທ່ານ Trump ຈະຕ້ອງ​ມີ​ການ​ຄິດ​ໄລ່​ຊັ່ງຊາ. ການ​ນາບ​ຂູ່​ຈັດ​ວາງ​ອັດຕາ​ພາສີ​ແມ່ນ 45% ສຳ​ຫຼັບ​ສິນຄ້າ​ນຳ​ເຂົ້າ​ຈາກ ​ຈີນ ​ຈະ​ປະຕິບັດ​ຍາກ, ​ເພາະວ່າ​ກ່ອນ​ອື່ນ​ໝົດ​ມັນ​ຈະ​ພາ​ໄປ​ເຖິງ​ການ​ຊຸກຍູ້​ບັນດາ​ມາດ​ຕະການ​ໂຕ້​ຕອບ​ຈາກ​ຈີນ, ​ເຮັດ​ໃຫ້​ຫຼາຍ​ຂະ​ແໜງ​ອຸດສາຫະກຳ ອາ​ເມ​ລິ​ກາ ຖືກ​ເສຍ​ຫາຍ. ຄວາມ​ຈິງ​ແລ້ວ, ປັກ​ກິ​ງ​ເຄີຍ​ກ່າວ​ເຕືອນ​ກ່ຽວ​ກັບ​ເລື່ອງ ຈີນ​ຈະ​ຍົກ​ເລີກ​ສັນຍາ​ຊີ້​ເຮືອບິນ Boeing, ​ເກືອດ​ຫ້າມ​ນຳ​ເຂົ້າ iphone, ສາລີ ​ແລະ ໝາກ​ຖົ່ວ​ເຫຼືອງ​ຈາກ ອາ​ເມ​ລິ​ກາ, ຖ້າ​ຫາກ​ທ່ານ Trump ປຸກລະດົມ​ສົງຄາມ​ດ້ານ​ການ​ຄ້າ​ກັບ ຈີນ. ​ແຕ່​ບັນຫາ​ຕ້ອງ​ເວົ້າ​ເຖິງ​ນັ້ນ​ແມ່ນ, ສິນຄ້າ​ຂອງ​ຈີນ​ທີ່​ສົ່ງ​ອອກ ອາ​ເມ​ລິ​ກາ​ ຄື: ​ເຄື່ອງ​ເອ​ເລກ​ໂຕ​ນິກ, ​ເຄື່ອງ​ຕຳ​ແຜ່ນ​ຕັດຫຍິບ… ສ່ວນ​ຫຼາຍ​ແມ່ນ​ສິນຄ້າ​ທີ່ ອາ​ເມ​ລິ​ກາ ​ບໍ່​ຜະລິດ​ອີກ ຫຼື​ແມ່ນ​ສິນຄ້າ​ໂດຍ​ວິ​ສາ​ຫະກິດ ອາ​ເມ​ລິ​ກາ​ ຜະລິດ​ຢູ່ ຈີນ. ​ເລື່ອງ​ຈັດ​ວາງອັດຕາ​ພາສີສູງ ຈະກໍ່​ຄວາມ​ເສຍ​ຫາຍ​​ເຖິງ​ຜູ້​ບໍລິ​ໂພ​ກ, ອຸປະ​ໂພ​ກ ອາ​ເມ​ລິ​ກາ.

        ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ, ຍາມ​ໃດ ປັກ​ກິ​ງ ກໍ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ແຂງ​ກ້າຕໍ່ໜ້າ​ຄວາມດັນ​​ຈາກ​ພາຍ​ນອກ. ສ່ວນ​ທ່ານ Trump ພັດ​ຢາກ​​ເຮັດ​ໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງ ອາ​ເມ​ລິ​ກາ ​ເຫັນ​ໄດ້​ວ່າ, ທ່ານ​ແມ່ນ​ຄົນ​ທີ່​ແຂງກ້າ​ກວ່າ​ປະທານາທິບໍດີ​ອາຍຸ​ການ​ກ່ອນ. ຍ້ອນ​ເຫດ​ນັ້ນ, ການ​ພົວພັນ​ດ້ານ​ເສດຖະກິດ - ການ​ຄ້າ​ລະ​ຫວ່າງ ອາ​ເມ​ລິ​ກາ - ຈີນ ​ໃນ​ໄລຍະ​ຈະ​ມາ​ເຖິງ​ບາງ​ເທື່ອ​ຈະ​ມີ​ການ​ຜັນ​ແປ ​ແລະ ສົ່ງ​ຜົນ​ສະທ້ອນ​ບໍ່​ແມ່ນ​ໜ້ອຍ​ເຖິງ​ພື້ນຖານ​ເສດຖະກິດ​ທົ່ວ​ໂລກ.


ຂ່າວ/ບົດ​ອື່ນ