ແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ ມີຄຸນຄ່າເປັນພື້ນຖານ

(VOVWORLD) - ໂດຍກົງກັບໂອກາດສະເຫຼີມສະຫຼອງ 127  ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ, ຄະນະເລຂາສູນກາງພັກກອມມູນິດ ຫວຽດນາມ ໄດ້ສະຫລຸບ 1 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການ “ສືບຕໍ່ຍູ້ແຮງການຮ່ຳຮຽນຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ”. ຄົນທີ່ເປັນແບບຢ່າງໃນການຮ່ຳຮຽນຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ ໄດ້ສະແດງໃຫ້ເຫັນວ່າການຮ່ຳຮຽນຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ ດ້ວຍບັນດາການກະທຳຢ່າງລະອຽດ, ແທດຈິງໄດ້ກາຍເປັນການກະທຳປະຈຳວັນຂອງພະນັກງານທຸກຂັ້ນ ແລະ ປະຊາຊົນ. ບົດຂຽນຂອງ ລ້າຍຮວາ, ນັກຂ່າວ VOV.
ແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ ມີຄຸນຄ່າເປັນພື້ນຖານ - ảnh 1ພາບປະກອບ 

ໃນຊຸມປີຜ່ານມາ, ການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ ໄດ້ຮັບການຜັນຂະຫຍາຍຢ່າງເລິກເຊິ່ງ, ກ້ວາງຂວາງໃນຊີວິດສັງຄົມ ຫວຽດນາມ. ປີ 2016, ກົມການເມືອງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ອອກຄຳສັ່ງເລກທີ 05 ກ່ຽວກັບ “ການຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ” ເພື່ອແນໃສ່ນຳການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ ຂຶ້ນສູ່ລະດັບສູງໃໝ່.

ບັນດາວິທີການໃໝ່, ບັນດາວິທີເຮັດທີ່ດີ

ໃນປີ 2016, ຫົວເລື່ອງກ່ຽວກັບ “ບັນດາເນື້ອໃນພື້ນຖານຂອງແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ” ແມ່ນເນື້ອໃນການດຳເນີນຊີວິດໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຢູ່ບັນດາໜ່ວຍພັກ, ອົງການຈັດຕັ້ງມະຫາຊົນຢູ່ບັນດາອົງການ, ຫົວໜ່ວຍຕ່າງໆໃນທົ່ວປະເທດ. ເນື້ອໃນຂອງແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ ກໍ່ໄດ້ນຳເຂົ້າໃນຫຼັກສູດການສອນ, ລາຍການສິດສອນໃນລະບົບການສຶກສາແຫ່ງຊາດ. ພ້ອມກັນນັ້ນ, ວຽກງານໂຄສະນາການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ ກໍ່ໄດ້ຮັບການຍູ້ແຮງ. ດ້ວຍເຫດນັ້ນ, ຄວາມຮັບຮູ້ດ້ານແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ ຄ່ອຍໆ ໄດ້ຮັບການຍົກສູງຂຶ້ນ. ອົງຄະນະພັກທຸກຂັ້ນ, ອຳນາດການປົກຄອງ ຢູ່ຫຼາຍທ້ອງຖິ່ນກໍ່ໄດ້ສະແດງໃຫ້ເຫັນຄວາມຂະຫຍັນຂັນເຄື່ອນ, ຫົວຄິດປະດິດສ້າງ, ໃນການຊອກຮູ້, ເລືອກເຟັ້ນ ແລະ ຕັດສິນໃຈປະຕິບັດມະຕິເລກທີ 05 ດ້ວຍບັນດາວິທີການໃໝ່, ວິທີເຮັດທີ່ດີ, ແທດຈິງ ແລະ ມີປະສິດທິຜົນ. ທ່ານນາງ ໂງທິແທງຮັ່ງ, ຮອງເລຂາຄະນະພັກນະຄອນຫຼວງ ຮ່າໂນ້ຍ, ໃຫ້ຮູ້ວ່າ:

“ການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ ໄດ້ຄ່ອຍໆຊຶມເລິກເຂົ້າໃນຄວາມຄິດ, ກາຍເປັນສະຕິຄວາມຮູ້ຂອງພະນັກງານ, ສະມາຊິກພັກ ແລະ ພິເສດແມ່ນໜຶ່ງໃນບັນດາມາດຕະຖານສູ້ຊົນຂອງບັນດາໝູ່ຄະນະ. ຈາກນັ້ນ, ໄດ້ພົບເຫັນບັນດາຮູບແບບທີ່ດີ ຢູ່ຫຼາຍທ້ອງຖິ່ນ, ຫຼາຍກົມກອງ. ລະອຽດຄື ຮູບແບບລັດຖະກອນໜຸ່ມເຮັດວຽກໃນວັນເສົາ, ໜູນຊ່ວຍປະຊາຊົນແກ້ໄຂບັນດາລະບຽບການບໍລິຫານຜ່ານການບໍລິການໂດຍກົງທາງອີນເຕີເນັດ. ຢູ່ບັນດາໂຮງໝໍຂອງ ຮ່າໂນ້ຍ, ຕົວຢ່າງຄືໂຮງໝໍຫົວໃຈ ຮ່າໂນ້ຍ, ບັນດາແບບຢ່າງການຮ່ຳຮຽນ ແລະ ເຮັດຕາມຄຳສັ່ງສອນຂອງລຸງໂຮ່ ທີ່ວ່າ “ທ່ານໝໍເປັນແມ່ຜູ້ໃຈບຸນ”, ຂະບວນການກໍ່ສ້າງຊົນນະບົດໃໝ່, ນະຄອນມີຫຼາຍແບບຢ່າງທີ່ດີສະໝັກໃຈປະກອບທີ່ດິນເພື່ອກໍ່ສ້າງທາງ”

ເອົາໃຈໃສ່ເປັນພິເສດເຖິງວຽກງານກໍ່ສ້າງພັກໃຫ້ປອດໄສ, ໝັ້ນຄົງເຂັ້ມແຂງ

ໃນແນວຄິດປະທານໂຮ່ຈີມິນ, ແນວຄິດກ່ຽວກັບການກໍ່ສ້າງພັກມີບົດບາດສຳຄັນພິເສດ. ໂດຍປະຕິບັດຄຳສັ່ງເລກທີ 05, ໃນປີ 2017 ແມ່ນຫົວຂໍ້ “ຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ ກ່ຽວກັບການປ້ອງກັນ, ຕ້ານການເສຍທາດຂາດຄຸນດ້ານແນວຄິດການເມືອງ, ຄຸນສົມບັດ, ແບບແຜນການດຳລົງຊີວິດ, “ການຜັນແປເອງ”, “ຫັນປ່ຽນເອງ” ພາຍໃນພັກ”. ທ່ານ ຫວໍວັນເຖືອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງ, ຊີ້ແຈ້ງວ່າ: ການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ ຕ້ອງຕິດພັນກັບການຜັນຂະຫຍາຍການປະຕິບັດບັນດາມະຕິ, ຄຳສັ່ງຂອງພັກ ກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ການຟຸມເຟືອຍ ຢ່າງມີປະສິດທິຜົນ. ໄມ້ຫຼາວັດແທກສຳຄັນທີ່ສຸດນັ້ນແມ່ນໝາກຜົນແຫ່ງການປະຕິບັດໜ້າທີ່ການເມືອງຂອງບັນດາອົງການ, ຫົວໜ່ວຍ, ໃນການປະກອບສ່ວນສ້າງວັດທະນະທຳໃຫ້ປະຊາຊົນ ຫວຽດນາມ, ຕອບສະໜອງຄວາມຮຽກຮ້ອງຕ້ອງການສ້າງສາ ແລະ ປົກປັກຮັກສາປະເທດຊາດໃນສະພາບການໃໝ່. ທ່ານ ຫວໍວັນເຖືອງ, ເນັ້ນໜັກວ່າ:

“ໃນວຽກງານຊີ້ນຳ ນຳພາ, ຈັດຕັ້ງການປະຕິບັດໜ້າທີ່ດ້ານການເມືອງ, ໃນວຽກງານປະຈຳ ກໍ່ຄືວຽກງານເກີດຂຶ້ນໂດຍບັງເອີນ, ຄະນະພັກທຸກຂັ້ນຕ້ອງເຊື່ອມຊຶມດ້ານແນວຄິດ, ຄຸນສົມບັດ,ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ, ຖືແນວຄິດຂອງເພິ່ນ ເພື່ອເຍືອງທາງດ້ານແນວຄິດ ແລະ ການກະທຳ, ປ່ຽນໃໝ່ວິທີການເຮັດວຽກ, ມີປະຊາທິປະໄຕ, ມີວິທະຍາສາດ, ໃກ້ຊິດຕິດແທດກັບປະຊາຊົນຢ່າງແທ້ຈິງ, “ເວົ້າຕ້ອງໄປຄຽງຄູ່ກັບການກະທຳ”, ສ້າງກຳລັງໜູນໃໝ່ ແລະ ມີການຫັນປ່ຽນຈະແຈ້ງໃນການປ່ຽນໃໝ່ແບບແຜນ, ວິທີການປະຕິບັດງານຂອງຖັນແຖວພະນັກງານ, ສະມາຊິກພັກ, ພິເສດແມ່ນຜູ້ເປັນຫົວໜ້າທຸກຂັ້ນ, ທຸກຂະແໜງການ.”

ໃນປີ 2017 ນີ້, ແຕ່ລະຂັ້ນ, ແຕ່ລະກົມກອງລ້ວນແຕ່ໄດ້ກຳນົດຢ່າງຈະແຈ້ງບັນດາວຽກງານຈຸດສຸມ, ບັນດາຂອດບຸກທະລຸສ້າງບາດກ້າວຫັນປ່ຽນໃນການປະຕິບັດຄຳສັ່ງເລກທີ 05, ຍົກສູງສະຕິ, ຄວາມຮັບຜິດຊອບຂອງຖັນແຖວພະນັກງານ, ລັດຖະກອນ, ພາລະກອນ; ປະຕິບັດລະບຽບການບໍລິຫານ; ແກ້ໄຂໃບຮ້ອງຟ້ອງ, ຮ້ອງທຸກຂອງພົນລະເມືອງກໍ່ຄືບັນດາບັນຫາທີ່ຍັງຄົງຄ້າງ, ບັນຫາເຄັ່ງຮ້ອນແຕ່ດົນນານມາແລ້ວຢູ່ທຸກຂັ້ນ, ອົງການ, ກະຊວງ, ຂະແໜງການຕ່າງໆ. ທ້ອງຖິ່ນເກືອບທັງໝົດ ໄດ້ດຳເນີນການເປີດເຜີຍແຜນການປະຕິບັດເພື່ອແນໃສ່ສ້າງກຳລັງແຜ່ຂະຫຍາຍ, ຊາບຊຶມທິດນຳທີ່ວ່າ: “ຂັ້ນເທິງກ່ອນ, ຂັ້ນລຸ່ມຕາມຫຼັງ; ພາຍໃນກ່ອນ, ພາຍນອກຕາມຫຼັງ”, “ການຮ່ຳຮຽນຕ້ອງໄປຄຽງຄູ່ກັບການປະຕິບັດຕາມ”, ເອົາໃຈໃສ່ເປັນພິເສດເຖິງການປະຕິບັດຕາມແບບຢ່າງຂອງຜູ້ທີ່ເປັນຫົວໜ້າໃນການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ.

ຕອບກັບ

ຂ່າວ/ບົດ​ອື່ນ