ແນວທາງການຕ່າງປະເທດຂອງ ຫວຽດນາມ ແມ່ນສະເໝີຕົ້ນສະເໝີປາຍ, ເປີດກ້ວາງ

(VOVWORLD) - ມີການເຄື່ອນໄຫວການຕ່າງປະເທດຕ່າງໆ ໂດຍການນຳ ຫວຽດນາມ ດຳເນີນໃນໄລຍະມໍ່ໆມານີ້. ສິ່ງດັ່ງກ່າວເພື່ອແນໃສ່ເພີ່ມທະວີການຮ່ວມມື ແລະ ການເຈລະຈາຍຸດທະສາດກັບຫຼາຍຄູ່ຮ່ວມມື, ຍົກລະດັບການພົວພັນ 2 ຝ່າຍກັບບາງປະເທດ, ສືບຕໍ່ປະຕິບັດແນວທາງການຕ່າງປະເທດ ເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ການຮ່ວມມື ແລະ ພັດທະນາ … 
ແນວທາງການຕ່າງປະເທດຂອງ ຫວຽດນາມ ແມ່ນສະເໝີຕົ້ນສະເໝີປາຍ, ເປີດກ້ວາງ - ảnh 1 ທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin

ໂດຍກອງປະຊຸມໃຫຍ່ຄັ້ງທີ 12 ວາງອອກ ຢ່າງສະເໝີຕົ້ນສະເໝີປາຍ. ບົດຂຽນຂອງບັນນາທິການ ທູຮວາ ດ້ວຍຫົວຂໍ້ວ່າ: “ແນວທາງການຕ່າງປະເທດຂອງ ຫວຽດນາມ ແມ່ນສະເໝີຕົ້ນສະເໝີປາຍ, ເປີດກ້ວາງ

        ທ່ານປະທານປະເທດ ເຈີ່ນດ້າຍກວາງ ມີການຢ້ຽມຢາມ ສະຫະພັນລັດເຊຍ ແຕ່ວັນທີ 28 ມິຖຸນາ ຫາ ວັນທີ 1 ກໍລະກົດ ຢ່າງເປັນທາງການ. ກ່ອນໜ້ານັ້ນ, ທ່ານໄດ້ໄປຢ້ຽມຢາມ ເບລາຣຸດ ແຕ່ວັນທີ 26 -28 ມິຖຸນາ. ໃນຊຸມວັນຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະໄປຢ້ຽມຢາມ ສາທາລະນະລັດ ສະຫະພັນ ເຢຍລະມັນ, ເຂົ້າຮ່ວມກອງປະຊຸມສຸດຍອດ ຈີ 20 ຢູ່ນະຄອນ Humburg, ສ. ສະຫະພັນ ເຢຍລະມັນ ແຕ່ວັນທີ 5 -8 ກໍລະກົດ ແລະ ຢ້ຽມຢາມລາຊະອານາຈັກ ໂຮງລັງ ແຕ່ວັນທີ 9 -11 ກໍລະກົດ, ຕາມຄຳເຊີນຂອງທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ແລະ ທ່ານນາຍົກລັດຖະມົນຕີ ລາຊະອານາຈັກ ໂຮງລັງ Mark Rutte

ໝາກຜົນຂອງການປ່ຽນໃໝ່ຄວາມຮັບຮູ້ກ່ຽວກັບໂລກ ແລະ ຈິນຕະນາການການຕ່າງປະເທດ

       ບັນດາການຢ້ຽມຢາມຂັ້ນສູງໄດ້ຮັບການຈັດຕັ້ງຢ່າງຕໍ່ເນື່ອງໃນຊຸມວັນນີ້ ແລະ ໃນຊຸມປີຜ່ານມາແມ່ນໝາກຜົນຂອງແຜນນະໂຍບາຍປະຕິບັດແນວທາງການຕ່າງປະເທດເປີດກ້ວາງ, ຫັນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍບັນດາການພົວພັນສາກົນຂອງ ຫວຽດນາມ. ຕາມແຜນນະໂຍບາຍນີ້ແລ້ວ, ຜົນປະໂຫຍດ ແລະ ຄາດໝາຍສູງສຸດກ່ຽວກັບການຕ່າງປະເທດຂອງ ຫວຽດນາມ ແມ່ນຮັກສາສັນຕິພາບ ເພື່ອພັດທະນາ, ໝາຍຄວາມວ່າ ຕ້ອງສ້າງຕັ້ງສະພາບແວດລ້ອມສາກົນສັນຕິພາບ ສ້າງຄວາມສະດວກໃຫ້ແກ່ພາລະກິດແຫ່ງການປ່ຽນໃໝ່, ພັດທະນາເສດຖະກິດ - ສັງຄົມຕາມກຳນົດທິດສັງຄົມນິຍົມ, ປະຕິບັດຈຸດໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປົກປັກຮັກສາເອກະລາດ, ປະຊາທິປະໄຕ ແລະ ຄວາມໝັ້ນຄົງແຫ່ງຊາດໃຫ້ໜັກແໜ້ນ. ແນວຄິດຊີ້ນຳໃນບັນດາການເຄື່ອນໄຫວພົວພັນຕ່າງປະເທດແມ່ນ: ຮັກສາຫຼັກການເພື່ອເອກະລາດ, ເອກະພາບ ແລະ ລັດທິສັງຄົມນິຍົມ, ພ້ອມທັງຕ້ອງມີຫົວຄິດປະດິດສ້າງ, ຂະຫຍັນຂັນເຄື່ອນ, ມີໄຫວພິບ, ເໝາະສົມກັບທີ່ຕັ້ງ, ເງື່ອນໄຂ ແລະ ສະພາບຕົວຈິງຢູ່ ຫວຽດນາມ, ກໍ່ຄືການຜັນແປຂອງສະພາບການຢູ່ໃນໂລກ ແລະ ພາກພື້ນ, ເໝາະສົມກັບແຕ່ລະເປົ້າໝາຍ ເຊິ່ງ ຫວຽດນາມ ມີການພົວພັນ. ນີ້ກໍ່ແມ່ນການສືບທອດ ແລະ ໝູນໃຊ້ທັດສະນະ “ເອົາສິ່ງບໍ່ປ່ຽນແປງ ເພື່ອຮັບມືກັບສິ່ງປ່ຽນແປງ” ຢ່າງມີຫົວຄິດປະດິດສ້າງ, ທັງເດັດດຽວຢຶດໝັ້ນກ່ຽວກັບຫຼັກການຍຸດທະສາດ, ທັງອ່ອນໂຍນ, ທັງມີໄຫວພິບ ກ່ຽວກັບຍຸດໂທບາຍຂອງແນວຄິດການຕ່າງປະເທດ ໂຮ່ຈີມິນ ໃນສະພາບການໃໝ່.

        ໂດຍຜັນຂະຫຍາຍແນວທາງການຕ່າງປະເທດປ່ຽນໃໝ່ຢ່າງມີຫົວຄິດປະດິດສ້າງ ແລະ ຖືກຕ້ອງນັ້ນ, ຫວຽດນາມ ບັນລຸໄດ້ບັນດາຜົນງານສຳຄັນທີ່ສຸດ, ຮັກສາສະພາບແວດລ້ອມສັນຕິພາບຢ່າງແໜ້ນແຟ້ນ, ການພົວພັນການຕ່າງປະເທດໄດ້ຮັບການເປີດກ້ວາງຢ່າງບໍ່ຢຸດຢັ້ງ, ທີ່ຕັ້ງບົດບາດຂອງ ປະເທດຊາດນັບມື້ນັບໄດ້ຮັບການຍົກສູງຂຶ້ນບົນເວທີສາກົນ, ປະກອບສ່ວນເໝາະສົມເຂົ້າໃນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ. ຫວຽດນາມ ນັບມື້ນັບເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນໃນຂົງເຂດຕ່າງໆ, ປະກອບສ່ວນຊຸກຍູ້, ປັບປຸງທ່າອ່ຽງສັນຕິພາບ, ຮ່ວມມື, ພັດທະນາຢູ່ພາກພື້ນ ແລະ ຢູ່ໃນໂລກ.

ແນວທາງການຕ່າງປະເທດຂອງ ຫວຽດນາມ ແມ່ນສະເໝີຕົ້ນສະເໝີປາຍ, ເປີດກ້ວາງ - ảnh 2 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ

        ຢືນຢັນລັກສະນະຖືກຕ້ອງຂອງແນວທາງການຕ່າງປະເທດເປີດກ້ວາງ

        ມາຮອດປະຈຸບັນ, ຫວຽດນາມ ໄດ້ສ້າງຕັ້ງການພົວພັນທາງການທູດກັບ 177 ປະເທດ, ໃນນັ້ນ ລວມມີບັນດາປະເທດໃຫຍ່ທັງໝົດ, ມີການພົວພັນດ້ານການຄ້າກັບກ່ວາ 220 ປະເທດ ແລະ ເຂດແຄ້ວນ, ເປັນສະມາຊິກທາງການຂອງທຸກໆອົງການສາກົນໃຫຍ່ ແລະ ອົງການການຄ້າ, ການເງິນຫຼັກແຫຼ່ງຢູ່ພາກພື້ນກໍ່ຄືຢູ່ໃນໂລກ. ທົ່ວປະເທດດຶງດູດກ່ວາ 17.000 ໂຄງການ FDI ດ້ວຍຍອດທຶນຈົດທະບຽນກ່ວາ 170 ຕື້ USD. ໄປຄຽງຄູ່ກັບບັນດາຕະຫຼາດຫຼັກແຫຼ່ງຄື: ຍີ່ປຸ່ນ, ອາຊຽນ, ຈີນ, ສ. ເກົາຫຼີ, ສະຫະພາບ ເອີລົບ (ອີຢູ), ອາເມລິກາ, ອົດສະຕາລີ, ສິນຄ້າຂອງ ຫວຽດນາມ ຍັງໄດ້ສົ່ງໄປເຖິງບັນດາຕະຫຼາດອື່ນໆຄື: ລັດເຊຍ, ຕາເວັນອອກກາງ, ອາເມລິກາ ລາຕີນ ແລະ ທະວີບ ອາບຟຣີກາ ອີກດ້ວຍ… ດ້ວຍວັດທະນະທຳທີ່ເປັນເອກະລັກສະເພາະ ແລະ ເຕັມໄປດ້ວຍມູນເຊື້ອ, ຫວຽດນາມ ນັ້ບມື້ນັບມີຄວາມໄວ້ເນື້ອເຊື່ອໃຈຕໍ່ຕົນເອງ, ຂະຫຍັນຂັນເຄື່ອນບື່ນຕົວຂຶ້ນສູ່ລະດັບສູງໃໝ່ໃນການພົວພັນແລກປ່ຽນ ແລະ ການເຊື່ອມໂຍງຢູ່ພາກພື້ນ ແລະ ຢູ່ໃນໂລກ. ການເຄື່ອນໄຫວພົວພັນຕ່າງປະເທດ ຫຼາຍຝ່າຍຂອງ ຫວຽດນາມ ມີບາດກ້າວເຕີບໃຫຍ່ ແລະ ພັດທະນາທີ່ພົ້ນເດັ່ນ. ທີ່ບັນດາເວທີປາໄສສາກົນ ແລະ ພາກພື້ນ, ຫວຽດນາມ ໄດ້ສົມທົບກັບຫຼາຍປະເທດຕໍ່ສູ້ປົກປ້ອງສັນຕິພາບ, ປົກປ້ອງບັນດາຫຼັກການພື້ນຖານຂອງກົດໝາຍສາກົນ ແລະ ກົດບັດສາຫະປະຊາຊາດ. ຫວຽດນາມ ໄດ້ຮັບການເລືອກຕັ້ງ ແລະ ປະຕິບັດສຳເລັດໜ້າທີ່ເປັນກຳມະການບໍ່ປະຈຳຂອງສະພາຄວາມໝັ້ນຄົງ ສປຊ ອາຍຸການ 2008 -2009, ສະມາຊິກຂອງສະພາສິດທິມະນຸດ ສປຊ ອາຍຸການ 2014 – 2016.

        ບັນດາການຢ້ຽມຢາມຂັ້ນສູງໄດ້ຈັດຕັ້ງຢ່າງຕໍ່ເນື່ອງຫວ່າງມໍ່ໆມານີ້ ໄດ້ສະແດງໃຫ້ເຫັນວ່າ: ການພົວພັນການຕ່າງປະເທດຂອງ ຫວຽດນາມ ບໍ່ມີເວລາໃດທີ່ໄດ້ຮັບການເປີດກ້ວາງ ແລະ ພັດທະນາຄືໃນປະຈຸບັນ. ການພົວພັນຕ່າງປະເທດໃນໄລຍະປ່ຽນໃໝ່ບັນລຸໄດ້ຜົນງານອັນໃຫຍ່ຫຼວງ, ດ້ານໜຶ່ງໄດ້ປະກອບສ່ວນຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ຍາດແຍ່ງແຫຼ່ງກຳລັງຈາກພາຍນອກໃຫ້ແກ່ຈຸດໝາຍພັດທະນາປະເທດຊາດເປັນຢ່າງດີ, ດ້ານອື່ນໄດ້ສະແດງໃຫ້ເຫັນວ່າ: ຫວຽດນາມ ມີຄວາມໄວ້ເນື້ອເຊື່ອໃຈຢ່າງໜັກແໜ້ນບື່ນຕົວຂຶ້ນ, ເຕີບໃຫຍ່ກະໂດດຂັ້ນ, ໝູນໃຊ້ກາລະໂອກາດ, ຜ່ານຜ່າສິ່ງທ້າທາຍ, ປະກອບສ່ວນຍົກທີ່ຕັ້ງບົດບາດແຫ່ງຊາດບົນເວທີສາກົນ. ບັນດາຜົນງານນັ້ນແມ່ນປະກົດການທີ່ມີຊີວິດຊີວາກ່ຽວກັບລັກສະນະມີຫົວຄິດປະດິດສ້າງ, ຖືກຕ້ອງ ໃນແນວທາງການຕ່າງປະເທດປ່ຽນໃໝ່ຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ