ແຜ່ຂະຫຍາຍພະລັງຊີວິດພາສາຝຣັ່ງໃນວົງຄະນະຍາດ

(VOVWORLD) - ບັນດາການເຄື່ອນໄຫວຢູ່ ຫວຽດນາມ ເນື່ອງໃນໂອກາດວັນຝຣັ່ງໂກໂຟນີສາກົນປີນີ້ ສະແດງໃຫ້ເຫັນຈິດໃຈເປີດອົກເປີດໃຈ, ຄວາມຜູກພັນຂອງ ຫວຽດນາມ ສຳລັບຝຣັ່ງໂກໂຟນີ ໃນບັນດາລະບຽບການວັດທະນະທຳ ແລະ ການສຶກສາ.
ແຜ່ຂະຫຍາຍພະລັງຊີວິດພາສາຝຣັ່ງໃນວົງຄະນະຍາດ - ảnh 1 ແຜ່ຂະຫຍາຍພະລັງຊີວິດພາສາຝຣັ່ງໃນວົງຄະນະຍາດ

ແຕ່ລະປີ, ເມື່ອຮອດເດືອນ ມີນາ, ບໍ່ພຽງແຕ່ມີຜູ້ນິຍົມພາສາຝຣັ່ງເທົ່ານັ້ນ ຫາກຍັງມີມະຫາຊົນ ຫວຽດນາມ ເປັນຈຳນວນຫລວງຫລາຍກໍ່ຂ່ຳນັບຮັບຕ້ອນວັນບຸນຝຣັ່ງໂກໂຟນີຢ່າງສຸດຈິດສຸດໃຈອີກດ້ວຍ. ເຂົ້າຮ່ວມປະຊາຄົມຝຣັ່ງໂກໂຟນີນັບແຕ່ຊຸມປີ 70 ຂອງສະຕະວັດກ່ອນ ແລະ ຫວຽດນາມ ໄດ້ປະກອບສ່ວນຫລາຍຢ່າງເຂົ້າໃນວິວັດແຫ່ງການສ້າງຕັ້ງ, ພັດທະນາຂອງອົງການດັ່ງກ່າວ, ຫວຽດນາມ ພວມແມ່ນສະມາຊິກຕັ້ງໜ້າໃນອົງການນີ້, ເປັນຕົ້ນແມ່ນໃນສະພາບການເຊື່ອມໂຍງເຂົ້າກັບສາກົນນັບມື້ນັບເລິກເຊິ່ງກ້ວາງຂວາງ.

       ຫຼັກການເຄື່ອນໄຫວຂອງປະຊາຄົມຝຣັ່ງໂກໂຟນີ ແມ່ນເພື່ອແນໃສ່ເຊີດຊູພາສາຝຣັ່ງ ກໍ່ຄືວັດທະນະທຳທີ່ອຸດົມສົມບູນ, ຫລາຍຮູບຫລາຍແບບໃນປະຊາຄົມບັນດາປະເທດທີ່ນຳໃຊ້ພາສາຝຣັ່ງ ແລະ ນັບທັງບັນດາພາສາທີ່ແຕກຕ່າງກັນໃນປະຊາຄົມຝຣັ່ງໂກໂຟນີ. ໂດຍຜ່ານການພົວພັນແລກປ່ຽນພາສາ, ວັດທະນະທຳ, ຮັດແໜ້ນນ້ຳໃຈສາມັກຄີ, ບັນດາກາລະໂອກາດການຮ່ວມມືກ່ຽວກັບດ້ານການເມືອງ, ເສດຖະກິດ ໄດ້ເປີດແງ່ຫວັງຫລາຍຢ່າງກ່ວາ.

        ດ້ວຍຫົວຂໍ້ຂອງວັນຝຣັ່ງໂກໂຟນີສາກົນປີນີ້ແມ່ນ “ຈົ່ງເວົ້າດ້ວຍພາສາຝຣັ່ງ”, ປະຊາຄົມຝຣັ່ງໂກໂຟນີ ປາດຖະໜາຢາກສົ່ງພາບພົດທີ່ເປີດອົກເປີດໃຈ ແລະ ທັນສະໄໝຂອງພາສາຝຣັ່ງ.

ຫວຽດນາມ ເຂົ້າຮ່ວມປະຊາຄົມຝຣັ່ງໂກໂຟນີຢ່າງຕັ້ງໜ້າ

        ຫວຽດນາມ ເຂົ້າຮ່ວມອົງການຝຣັ່ງໂກໂຟນີ ນັບແຕ່ຊຸມປີ 70 ຂອງສະຕະວັດກ່ອນ ແລະ ນັບແຕ່ຈຸດເວລານັ້ນ, ຫວຽດນາມ ໄດ້ເອົາໃຈໃສ່ເປັນພິເສດເຖິງການສອນພາສາຝຣັ່ງ. ຫວຽດນາມ ໄດ້ຮ່ວມມືກັບອົງການຝຣັ່ງໂກໂຟນີ ສ້າງບັນດາຫ້ອງຮຽນພາສາ ຝຣັ່ງ - ຫວຽດນາມ ເພື່ອສ້າງແຫຼ່ງນຳໃຊ້ພາສາຝຣັ່ງ ຢູ່ ຫວຽດນາມ. ປັດຈຸບັນ, ພາສາ ຝຣັ່ງ ໄດ້ຮັບຖືວ່າ ແມ່ນພາສາພິເສດຢູ່ ຫວຽດນາມ, ບໍ່ພຽງແຕ່ແມ່ນເຄື່ອງມືເຮັດວຽກຂອງບັນດາອົງການຈັດຕັ້ງສາກົນເທົ່ານັ້ນ, ຫາກຍັງໄດ້ນຳໃຊ້ໄປຄຽງຄູ່ກັບພາສາ ອັງກິດ ຢູ່ບັນດາກອງປະຊຸມ ແລະ ເວທີປາໄສສາກົນກໍ່ຄືພາກພື້ນອີກດ້ວຍ.

        ຕາມການຕີລາຄາຂອງທ່ານ Eric Normand Thibeault, ຫົວຫນ້າຫ້ອງການພາກພື້ນອາຊີ - ປາຊີຟິກ ຂອງອົງການຝຣັ່ງໂກໂຟນີສາກົນແລ້ວ, ຫວຽດນາມ ມີທີ່ຕັ້ງສຳຄັນໃນກຸ່ມປະຊາຄົມຝຣັ່ງໂກໂຟນີ ຍ້ອນວ່າຕັ້ງຢູ່ໜຶ່ງໃນບັນດາທະວີບທີ່ມີຫລາຍປະເທດໃຊ້ພາສາຝຣັ່ງໃນໂລກ. ຕາມຄວາມຈິງແລ້ວ, ຫວຽດນາມ ບໍ່ພຽງແຕ່ແມ່ນປະຕູສຳຄັນທີ່ສຸດຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້ເທົ່ານັ້ນ ຫາກຍັງແມ່ນໜຶ່ງໃນບັນດາສະມາຊິກທີ່ມີຄວາມເອົາໃຈໃສ່ທີ່ສຸດເຖິງບັນດາການເຄື່ອນໄຫວຂອງປະຊາຄົມຝຣັ່ງໂກໂຟນີອີກດ້ວຍ ກໍ່ຄືໄດ້ລົງທຶນຫລາຍຢ່າງເຂົ້າໃນການພັດທະນາຂອງຝຣັ່ງໂກໂຟນີ. ດັ່ງນັ້ນ, ເປົ້າໝາຍເຊິ່ງອົງການຝຣັ່ງໂກໂຟນີສາກົນ ມຸ່ງໄປເຖິງ ບໍ່ພຽງແຕ່ແມ່ນການສຶກສາ ແລະ ຊຸກຍູ້ການນຳໃຊ້ພາສາຝຣັ່ງໃນທົ່ວໂລກເທົ່ານັ້ນ ຫາກຍັງຮ່ວມເດີນທາງກັບການພັດທະນາຂອງບັນດາປະເທດທີ່ນຳໃຊ້ພາສາຝຣັ່ງ, ໃນນັ້ນມີ ຫວຽດນາມ ອີກດ້ວຍ.

        ຫວຽດນາມ ບັນລຸໄດ້ຜົນງານຫລາຍຢ່າງກ່ຽວກັບເສດຖະກິດ, ການເມືອງ ແລະ ສັງຄົມ. ເຖິງຢ່າງໃດກໍ່ຕາມ, ຫວຽດນາມ ກໍ່ປະເຊີນໜ້າກັບສິ່ງທ້າທາຍ ແລະ ການແກ່ງແຍ້ງຫລາຍຢ່າງ ບໍ່ພຽງແຕ່ໃນພາກພື້ນເທົ່ານັ້ນ ຫາກຍັງໃນໂລກອີກດ້ວຍ. ສະນັ້ນ, ຄວນມີບັນດາການເຄື່ອນໄຫວ ແນໃສ່ຍົງສູງກຳລັງຄວາມສາມາດຂອງມະນຸດ. ນີ້ກໍ່ແມ່ນສາເຫດ ເຊິ່ງພວກຂ້າພະເຈົ້າຢາກຮ່ວມເດີນທາງກັບ ຫວຽດນາມ, ຍົກສູງຄຸນນະພາບການສຶກສາຢູ່ ຫວຽດນາມ. ບັນດາການເຄື່ອນໄຫວທັງໝົດນັ້ນ ເຊິ່ງພວກເຮົາໄດ້ພ້ອມກັນຈັດຕັ້ງຢູ່ນີ້ ລ້ວນແຕ່ແນໃສ່ເປົ້າໝາຍຮ່ວມເດີນທາງກັບ ຫວຽດນາມ ໃນບັນດາຄວາມມານະພະຍາຍາມລວມ.

ແຜ່ຂະຫຍາຍພະລັງຊີວິດພາສາຝຣັ່ງໃນສະພາບການໂລກາພິວັດ

        ໃນວັນນີ້, ພາສາຝຮັ່ງໄດ້ນຳມາເຊິ່ງກາລະໂອກາດ, ນຳມາຄຸນຄ່າຫລາຍຢ່າງໃຫ້ແກ່ຜູ້ນຳໃຊ້ພາສານີ້. ເປັນຕົ້ນແມ່ນໃນສະພາບການໂລກາພິວັດ, ຜົນສະທ້ອນຈາກວິກິດການດ້ານການເງິນ, ເສດຖະກິດທົ່ວໂລກ, ສົ່ງຜົນກະທົບເຖິງຫລາຍປະເທດໃນໂລກໃນປັດຈຸບັນ.

        ສຳລັບ ຫວຽດນາມ ແລ້ວ, ເມື່ອຮັບຮູ້ບົດບາດຢ່າງຈະແຈ້ງຂອງພາສາຝຣັ່ງ ກໍ່ຄືຄວາມສຳຄັນຂອງການຊຸກຍູ້ວັດທະນະທຳຫລາຍຮູບຫລາຍແບບໃນປະຊາຄົມ   ຝຣັ່ງໂກໂຟນີ, ຫວຽດນາມ ຍາມໃດກໍ່ແມ່ນສະມາຊິກຕັ້ງໜ້າ, ຂະຫຍັນຂັນເຄື່ອນຂອງອົງການຝຣັ່ງໂກໂຟນີສາກົນ. ສະນັ້ນ, ເດືອນ ມີນາ ແຕ່ລະປີ, ບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນຝຣັ່ງໂກໂຟນີສາກົນ ໄດ້ດຳເນີນໄປຢ່າງຟົດຟື້ນຄື: ພິທີມອບລາງວັນຝຣັ່ງໂກໂຟນີ, ລາຍການປະສານສຽງດົນຕີ, ງານວາງສະແດງ, ສາຍຮູບເງົາ, ຈັດກອງປະຊຸມສຳມະນາ, ພົບປະແລກປ່ຽນ…ເປັນການພິສູດໃຫ້ເຫັນການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງ ຫວຽດນາມ ກັບອົງການຝຣັ່ງໂກໂຟນີສາກົນນີ້.

        ປີນີ້, ຢູ່ ຫວຽດນາມ, ບັນດາການເຄື່ອນໄຫວຫລາຍຮູບຫລາຍແບບສະຫລອງວັນດັ່ງກ່າວໄດ້ດຳເນີນຢູ່ບັນດານະຄອນ ແລະ ເຂດພາກຕ່າງໆ. ເມື່ອຕີລາຄາບົດບາດຂອງ ຫວຽດນາມ ໃນປະຊາຄົມຝຣັ່ງໂກໂຟນີ, ທ່ານນາງ Ouidad Tebbaa, ຜູ້ອຳນວຍການພາກພື້ນຂອງອົງການມະຫາວິທະຍາໄລຝຣັ່ງໂກໂຟນີ ຢືນຢັນວ່າ:

        ພວກຂ້າພະເຈົ້າໄດ້ເຊັນຂໍ້ຕົກລົງກັບກະຊວງການຕ່າງປະເທດ ຫວຽດນາມ ນັບແຕ່ປີ 1993 ແລະ ເລີ່ມເຄື່ອນໄຫວຢູ່ ຫວຽດນາມ ແຕ່ປີ 1994. ອົງການມະຫາວິທະຍາໄລຝຣັ່ງໂກໂຟນີ ແມ່ນລະບົບບັນດາມະຫາວິທະຍາໄລ ແລະ ພິເສດແມ່ນ, ຂ້າພະເຈົ້າຢາກເນັ້ນໜັກເຖິງບົດບາດຂອງ ຫວຽດນາມ ສຳລັບການພັດທະນາຂອງອົງການ. ຢູ່ ຫວຽດນາມ ພວກຂ້າພະເຈົ້າໄດ້ພັດທະນາຍຸດທະສາດການພົວພັນຄູ່ຮ່ວມມືແທດຈິງ ມີກຳລັງແຜ່ຂະຫຍາຍຢ່າງແຮງໄປສູ່ປະເທດອື່ນໃນພາກພື້ນ.

        ວັນຝຣັ່ງໂກໂຟນີສາກົນ 20/03 ແຕ່ລະປີ ແມ່ນໂອກາດເພື່ອໃຫ້ບັນດາຜູ້ເວົ້າພາສາຝຣັ່ງ ໃນທົ່ວໂລກ ສະແດງຄວາມຜູກພັນຂອງຕົນທີ່ມີຕໍ່ພາສາຝຣັ່ງ, ຢັ້ງຢືນນ້ຳໃຈສາມັກຄີ. ບັນດາການເຄື່ອນໄຫວຢູ່ ຫວຽດນາມ ເນື່ອງໃນໂອກາດວັນຝຣັ່ງໂກໂຟນີສາກົນປີນີ້ ສະແດງໃຫ້ເຫັນຈິດໃຈເປີດອົກເປີດໃຈ, ຄວາມຜູກພັນຂອງ ຫວຽດນາມ ສຳລັບຝຣັ່ງໂກໂຟນີ ໃນບັນດາລະບຽບການວັດທະນະທຳ ແລະ ການສຶກສາ./.

ຕອບກັບ

ຂ່າວ/ບົດ​ອື່ນ