ໄລຍະສຳຄັນເພື່ອຕີ IS ໃຫ້ອອກຈາກອີຣັກ

(vovworld) - ວັນ​ທີ 19/2, ກອງ​ທັບ ອີ​ຣັກ ເລີ່ມ​ຕົ້ນ​ໄລ​ຍະ​ໃໝ່​ໃນ​ບັ້ນ​ຮົບ​ຢຶດ​ຄອງ Mosul ຄືນ​ໃໝ່ ​ເມື່ອ​ເປີດ​ການ​ບຸກ​ໂຈມ​ຕີ​ຢຶດ​ຄອງ​ເຂດ​ດິນ​ແດນ​ທາງ​ທິດ​ຕາ​ເວັນ​ຕົກ​ຂອງ​ນະ​ຄອນ Mosul ຈາກ​ກຳ​ມື​ຂອງ​ກຳ​ລັງ​ລັດ​ອິດ​ສະ​ລາມ (IS) ອ້າງ​ຊື່​ເອງ. ແຕ່​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ເພື່ອ​ຕີ​ໃຫ້ IS ​ຕ້ອງອອກ​ຈາກ​​ຖານ​ທີ່​ໝັ້ນແຫ່ງ​ສຸດ​ທ້າຍ​​ຢູ່ປະ​ເທດ ຕາ​ເວັນ​ອອກ​ກາງນີ້ ແມ່ນ​​ສິ່ງທີ່ບໍ່​ງ່າຍ​ດ່າຍ, ​ເພາະ​ວ່າ​ຢູ່ທີ່​ບ່ອນນີ້​ມີ​ສາ​ມັນ​ຊົນ​ດຳ​ລົງ​ຊີ​ວິດ​ເປັນ​ຈຳ​ນວນຫຼວງຫຼາຍ.

        Mosul ແມ່ນ​ນະ​ຄອນ​ໃຫຍ່​ທີ່​ສອງ​ຂອງ ອີ​ຣັກ, ຫ່າງ​ຈາກ​ນະ​ຄອນຫຼວງ Baghdad ປະ​ມານ 400 ກ​ມ ແລະ ມີ​ທີ່​ຕັ້ງ​ຍຸດ​ທະ​ສາດ​ສຳ​ຄັນ​ທີ່​ສຸດ, ​ເປັນ​ບ່ອນເຊື່ອມ​ຕໍ່​ທາງ​ທິດ​ເໜືອ ອີ​ຣັກ ​ກັບທາງ​ທິດ​ຕາ​ເວັນ​ອອກ​ຂອງ ຊີ​ຣີ. ນັບ​ແຕ່​ເມື່ອ​ຖືກ IS ຄວບ​ຄຸມ​ນັບ​ແຕ່​ເດືອນ 6/2014 ມາ​ຮອດ​ປະ​ຈຸ​ບັນ, Mosul ໄດ້​ກາ​ຍ​ເປັນ​​ຖານ​ທີ່​ໝັ້ນ​ຕົ້ນ​ຕໍ​ຂອງ​ກຳ​ລັງ​ນີ້​ຢູ່ ອີ​ຣັກ. IS ໄດ້​ຖະ​ແຫຼງ​ສ້າງ​ຕັ້ງ “ລາ​ຊະ​ອາ​ນາ​ຈັກ ອິດ​ສະ​ລາມ” (caliphate) ລວມ​ທັງ​ບັນ​ດາ​ເຂດ​ດິນ​ແດນ​ທີ່​​ຢຶດ​​ໄດ້​ຈາກ​ຊີ​ຣີ.

ໄລຍະສຳຄັນເພື່ອຕີ IS ໃຫ້ອອກຈາກອີຣັກ - ảnh 1
ກຳ​ລັງ​ທ​ະ​ຫານ ອີ​ຣັກ
(ພາບ​ປະ​ກອບ​ຈາກ AFP/TTXVN)

        ມາ​ຮອດ​ປະ​ຈຸ​ບັນ, ບັ້ນ​ຮົບ​​​ຢຶດ​ຄອງ Mosul ຄືນ​ໃໝ່ (ໄດ​້​ດຳ​ເນີນ​​ແຕ່​ເດືອນ 10/2016) ຂອງ​ບັນ​ດາ​ກຳ​ລັງ ອີ​ຣັກ, ດ້ວຍ​ການ​ໜ​ູນ​ຊ່ວຍ​ຂອງ​ທະ​ຫານ​ປະ​ສົມ​ຕ​້ານກໍ່​ການ​ຮ້າຍ​ໂດຍ ອາ​ເມ​ລິ​ກາ ນຳ​ໜ້າ, ​ສາ​ມາດ​ປັດ​ເຂ່ຍບັນ​ດາ​ມື​ປືນ IS ໃຫ້ອອກ​ຈາກ​ທາງ​ທິດ​ຕາ​ເວັນ​ອອກ​ຂອງ​ນະ​ຄອນນີ້. ພ​ວກກໍ່​ກາ​ນ​ຮ້າຍ​ປະ​ມານ 1.500 ຄົນ​ຖືກ​ເສຍ​ຊີ​ວິດ​ໃນ​ຮອບ​ເວ​ລາ 4 ເດືອນ​ຜ່ານ​ມາ. ປະ​ຈຸ​ບັນ, ທາງ​ທິດ​ຕາ​ເວັນ​ຕົກ Mosul, ​ແມ່ນເຂດ​ທີ່​ມີ​ສາ​ມັນ​ຊົນ​ດຳ​ລົງ​ຊີ​ວິດ​ເປັນ​ຈຳ​ນວນຫຼວງຫຼາຍ, ​ຍັງບໍ່​ທັນ​ໄດ້​ຮັບ​ການ​ປົດ​ປ່ອຍ​ເທື່ອ. ບ່ອນ​ຂີດ​ຂັ້ນ​ລະ​ຫວ່າງ 2 ​ຝ່າຍ​ແມ່ນ​ແມ່​ນ້ຳ Tigris.

ກອງ​ທັບ​ອີ​ຣັກ​ພວມ​ມີ​ທ່າ​ໄດ້​ປຽບຫຼາຍ​ຢ່າງ​ໃນ​ສະ​ໜາມ​ຮົບ

       ບັ້ນ​ຮົບ​ເພື່ອ​ແນ​ໃສ່​​​ຢຶດ​ຄອງ​ເຂດ​ຕາ​ເວັນ​ຕົກ​ຂອງ​ນະ​ຄອນ Mosul ຄືນ​ໃໝ່​ພວມ​ບັນ​ລຸ​ໄດ້ຫຼາຍ​ຜົນ​ງານ​ທີ່​ຕັ້ງ​ໜ້າ. ​ພາຍຫຼັງປຸ​ກ​ລະ​ດົມ​ບັ້ນ​ຮົບ​ຍັງບໍ່​ທັນ​ຮອດໜຶ່ງອາ​ທິດ​, ປະ​ຈຸ​ບັນ, ບັນ​ດາ​ກຳ​ລັງ​​ປະ​ຕິ​ບັດ​ງານພິ​ເສດ​ຂອງ ອີ​ຣັກ ​ສາ​ມາດ​ຄວບ​ຄຸມ​ໂນນ​ພູ​ຍຸດ​ທະ​ສາດ Abu Saif ທັງ​ໝົດ, ເຊິ່ງ​ແມ່ນ​​ບ່ອນ​ທີ່​ສາ​ມາດ​ສັງ​ເກດ​ສະ​ໜາມ​ບິນ Mosul ແລະ ທາງແຍກ Hamam Al Alil ໃນ​​ເສັ້ນ​ທາງ​ຕົ້ນ​ຕໍ​ພາ​ໄປ​ເຖິງ​ນະ​ຄອນນີ້​.​ ໃນ​ທ່າ​ສະ​ດວກນັ້ນ, ບັນ​ດາ​ກຳ​ລັງ ອີ​ຣັກ ພວມ​ກະ​ກ​ຽມ​ບັນ​ດາ​ແຜນການ​ໃຫ້​ບັ້ນ​ຮົບ​ຂະ​ໜາດ​ໃຫຍ່ ບຸກ​ເຂົ້າ​ສະ​ໜາມ​ບິນ Mosul. ການ​ຢຶດ​ເອົາ​ສິດ​ຄວບ​ຄຸມ​ສະ​ໜາມ​ບິນ​ຈະ​ອະ​ນຸ​ຍາດ​ໃຫ້​ບັນ​ດາ​ທະ​ຫານ​ນຳ​ໃຊ້​ສະ​ຖານ​ທີ່ນີ້​ເປັນ​ແປ້ນ​ຢັນ​ເພື່ອປົດ​ປ່ອຍ​ນະ​ຄອນນີ້.  ແຕ່​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ຕາມ​ບັນ​ດາ​ນັກ​ຊ່ຽວ​ຊານ​ແລ້ວ, ໃນ​ຊຸມ​ວັນ​ຈະ​ມາ​ເຖິງ, ບັ້ນ​ຮົບ​ອາດ​ຈະ​ສັບ​ສົນ​ກ່​ວາຫຼາຍ​ຍ້ອນ​ບັນ​ດາ​ຖະ​ໜົນ​ຢູ່​ເຂດຕາ​ເວັນ​ຕົກ​ຂອງ Mosul ​ຄັບແຄບ ແລະ ຖືກ​ຕັດ​ຂາດເຮັດ​ໃຫ້​ລົດ​ຫຸ້ມ​​ເກາ​ະຍາກ​ທີ່​ຈະ​ແລ່ນ​ເຂົ້າ​​ໄປໄດ້. ໃນ​ຂະ​ນະ​ນັ້ນ, ວົງ​ການ​ເຈົ້າ​ໜ້າ​ທີ່ ອາ​ເມ​ລິ​ກາ ໃຫ້​ຮູ້​ວ່າ: ປະ​ຈຸ​ບັນ, ​ຍັງມີ​ມື​ປືນ IS ຢູ່​ທາງ​ທິດ​ຕ​າ​ເວັນ​ຕົກ​ນະ​ຄອນ Mosul ປະ​ມານ 2.000 ຄົນເພື່ອ​ປົກ​ປ້ອງ​ຖານ​ທີ່​ໝັ້ນ​ຕໍ່​ໜ້າ​ບັນ​ດາ​ການ​ບຸກ​ໂຈມ​ຕີ​ຂະ​ໜາດ​ໃຫຍ່​ຂອງ​ບັນ​ດາ​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ອີ​ຣັກ. ບັນ​ດາ​ມື​ປືນ​ເຫຼົ່ານີ້​​ໄດ້​ຮັບ​ຖື​ວ່າ​ຈະ​ໂຕ້​ຕອບ​ຢ່າງ​ດຸ​ເດືອດ​ທີ່​ສຸດ ຍ້ອນ​ພວມຕົກ​ເຂົ້າ​ສູ່​ສະ​ພ​າບບໍ່​ມີ​ທາງ​ອອກ. ​ກ່ອນບັ້ນ​ຮົບ​​ຢ​ຶດ​ຄ​ອງ​ທາງ​ທິດ​ຕາ​ເວັນ​ຕົກ Mosul ຄັ້ງ​ນີ້​ຂອງກອງ​ທັບ ອີ​ຣັກ, IS ເອງກໍ່​​ຟ​້າວ​ຟັ່ງ​ກະ​ກຽມ​ໃຫ້​ແກ່​ການ​ປະ​ທະ​ກັນ​ດ້ວຍ​ການ​ເປີດ​ບັນ​ດາ​ຊ່ອງ​ທາງ​ໄປ​ຊອດ​ເຮືອນ​ຊານ​ຂອງສາ​ມັນ​ຊົນ​ເພື່ອ​ຫຼີກ​ລ້ຽງ​ບໍ່​ໃຫ້ພົບ​ເຫັ​ນ. ໃນ​ຂະ​ນະ​ນັ້ນ, ບົດ​ລາຍ​ງານ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ເມື່​ອທ້າຍ​ປີ 2016 ໃຫ້​ຮູ້​ວ່າ: IS ອາດ​ຈ​ະ​ພ​ວມ​ຊ້ອນ​ເຊື່ອງກໍ່​ຄື​ປະ​ຕິ​ບັດ​ບັນ​ດາ​ການ​ບຸກ​ໂຈມ​ຕີ​ດ້ວຍ​ທາດ​ເຄ​ມີ​ຢູ່ Mosul.

ໄພ​ເກີດ​ວິ​ກິດ​ການ​ມະ​ນຸດ​ສະ​ທຳ

       ບັ້ນ​ຮົບຢຶດ​ຄອງ Mosul ຄືນ​ໃໝ່​​ທີ່ແກ່​ຍາ​ວ​ເປັນ​ເວ​ລາ​ກ່​ວາ 4 ເດືອນ​ຜ່ານ​ມາ ໄດ້​ເຮັດ​ໃຫ້ IS ຖືກ​ຜົນ​ເສຍ​ຫາຍຫຼາຍ​ຢ່າງ​ແຕ່​ປະ​ຈຸ​ບັນ​ບັ້ນ​ຮົບ​​ພັດປະ​ສົບ​ກັບ​​ການ​ທ້າ​ທາຍຫຼາຍ​ຢ່າງ, ເຮັດ​ໃຫ້​ປະ​ຊາ​ຊົນ​ຢູ່ Mosul ອາດ​ຈະ​ຕົກ​ເຂົ້າ​ສູ່​ວິ​ກິດ​ການ​ມະ​ນຸດ​ສະ​ທຳ​ຢ່າງ​ເລິກ​ເຊິ່ງ ໃນ​ຂະ​ນະ​ທີ່​ພວມປະ​ເຊີນ​ໜ້າ​ກັບ​ສະ​ພາບ​ການ​ຂາດ​ແຄນ​ໄຟ​ຟ້າ, ທັນ​ຍາ​ຫານ, ນ້ຳ​ດື່ມ​ຢ່າງ​ໜັກ​ໜ່ວງ. ປະ​ຈຸ​ບັນ, ຊາ​ຕາ​ກຳ​ຂອງ​ສາ​ມັນ​ຊົນ​ປະ​ມານ 750.000 ຄົນ​ພວມ​ຖືກ​ຕິດ​ຄ້າງ​ຢູ່​ທາງ​ທິດ​ຕາ​ເວັນ​ຕົກ Mosul ພວມ​ແມ່ນ​ຄວາມ​ສົນ​ໃຈ​ອັນ​ໃຫຍ່ຫຼວງ​ສຳ​ລັບ​ບັນ​ດາ​ກຳ​ລັງ ອີ​ຣັກ ເມື່ອກອງ​ທັບ ລັດ​ຖະ​ບານ​ຜັນ​ຂະ​ຫຍາຍ​ບັນ​ດາບັ້ນ​ຮົບ ທີ່​ໄດ້​ຮັບ​ຖື​ວ່າ​ດຸ​ເດືອດ​ທີ່​ສຸດ​ໃນ​ບັ້ນ​ຮົບ​ດັບ​ສູນ IS. IS ​ໄດ້ຈັດ​​ວາງ​​ກັບ​ດັກ​ລະ​ເບີດຫຼາຍ​ບ່ອນ ແລະ ລົດ​​ວາງ​ລະ​ເບີດ​ຫຼາຍ​ຄັນໂດຍຢູ່​​ຕາມ​ບັນ​ດາ ແລະ ຖະ​ໜົນ​​ຢູ່​ທ​ີ່ນີ້, ກໍ່​ຄວາມ​ຫຍຸ້ງ​ຍາກ​ໃຫ້​ບັນ​ດາ​ກຳ​ລັງ ອີ​ຣັກ ກໍ່​ຄື​ສາ​ມັນ​ຊົນ​ໃນ​ວິ​ວັດ​ການ​ອົບ​ພະ​ຍົບ. ຕາມ​ບັນ​ດາ​ອົງ​ການ​ກູ້​ໄພ​ກູ້​ຊີບ​ສາ​ກົນ​ແລ້ວ, ສາ​ມັນ​ຊົນ​​ພວມ​ຕົກ​ຄ້າງ​ຢູ່​ທິດ​ຕາ​ເວັນ​ຕົກ Mosul ເກືອບ​ເຄິ່ງ​ໜຶ່ງ​ແມ່ນ​ເດັກ​ນ້ອຍ, ໃນ​ຂະ​ນະ​ທີ່​ໂຮງ​ໝໍ​ເກືອບ​ທັງ​ໝົດ​ຢູ່ນີ້​ລ້ວນ​ແຕ່​ຖືກ​ຕົກເຂົ້າ​ສູ່​ກຳ​ມື IS. ອົງ​ການ​ກູ້​ໄພ​ກູ້​ຊີບ​ເດັກ​ນ້ອຍ (Save The Children) ມີ​ສຳ​ນັກ​ງານ​ຕັ້ງ​ຢູ່​ລອນດອນ, ວັນ​ທີ 19/2 ໄດ້​ກ່​າວ​ເຕືອນ​ວ່າ​ມີ​ເດັກ​ນ້ອຍ​ປະ​ມານ 350.000 ນ້ອງ​ພວມ​ຖືກ​ຕິດ​ຄ້າງ​ຢູ່ທິດ​ຕາ​ເວັນ​ຕົກ Mosul. ທ່ານ Maurizo Crivallero, ຜູ້​ອຳ​ນວຍ​ການ​ອົງ​ການ​ກູ້​ໄພ​ກູ້​ຊີບ​ເດັກ​ນ້ອຍ, ຮຽກ​ຮ້ອງ​ໃຫ້​ກຳ​ລັງ ອີ​ຣັກ ພ້ອມ​ກັບ​ພັນ​ທະ​ມິດ ອາ​ເມ​ລິ​ກາ ແລະ ອັງ​ກິດ ຕ້​ອງ​ເຮັດ​ທ​ຸກ​ສິ່ງ​ທຸກ​ຢ່າງ​ເພື່ອ​ປົກ​ປ້ອງ​ເດັກ​ນ້ອຍ ແລະ ຄອບ​ຄົ​ວ​ຂອງ​ພວກ​​ເດັກ​ນ້ອຍ, ຫຼີກ​ລ້ຽງ​: ໂຮງ​ຮຽນ ແລະ ໂຮງ​ໝໍ ​ເມື່ອກອງ​ທັບ​ບຸກ​ເລິກ​ເຂົ້າ​ນະ​ຄອນ.

        ບັ້​ນ​ຮົບ​ດ້ານ​ການ​ທະ​ຫານ​ໂດຍກອງ​ທັບ ອີ​ຣັກ ດຳ​ເນີນ​ຢູ່ ທິດ​ຕາ​ເວັນ​ຕົກ Mosul ບໍ່​ກຳ​ນົດ​ໄດ້ວັນ​ສິ້ນ​ສຸດ​ເທື່ອ. ສິ່ງ​ດັ່ງ​ກ່າວ​​ສະ​ແດງ​ໃຫ້​ເຫັນ​ຄວາມ​ສັນ​ສົນ, ການ​ຜັນ​ແປ​ຍາກ​ທີ່​ຈະຄາດ​ຄະ​ເນ​ລ່ວ​ງ​ໜ້າ​ໄດ້​ຂອງບັ້ນ​ຮົບ​ຕ້ານ IS. ແຕ່​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ​ດ້ວຍບັນ​ດາ​ທ່າ​ໄດ້​ປຽບ​ພວມ​ມີ​​ຢູ່​ແລ້ວໃນ​ສະ​ໜາມ​ຮົບ​ຂອງກອງ​ທັບ​ອີ​ຣັກ, ວັນ​ທີ່​ປະ​ຊາ​ຊົນ Mosul ຫລຸ​ດ​ຜົ້ນ​ອອກ​ຈາກ​ການ​ຄວບ​ຄຸມ​ຂອງ IS ​ແມ່ນບໍ່​ໄກ​ອີກ. ສິ່ງ​ດັ່ງ​ກ່າວກໍ່​ໝາຍ​ຄວາມ​ວ່າບັ້ນ​ຮົບ​ຍຶດ​ຄອງ Mosul ຄືນ​ໃໝ່​ ບັນ​ລຸ​ຜົນ​ສຳ​ເລັດ.


ຂ່າວ/ບົດ​ອື່ນ