ໜັງສືພິມລະດູບານໃໝ່

(VOVWORLD) -ສານຕົ້ນປີໃໝ່ຂອງການນຳຂັ້ນສູງຫວຽດນາມ, ບັນດາເຫດການພົ້ນເດັ່ນຂອງປະເທດຊາດໃນປີ 2017 ໄດ້ລົງພິມໃນບັນດາໜັງສືພິມບຸນເຕັດປີຈໍ 2018.
ໜັງສືພິມລະດູບານໃໝ່ - ảnh 1(ພາບປະກອບ)

ບັນຍາກາດຕ້ອນຮັບບຸນເຕັດຢ່າງເບີກບານມ່ວນຊື່ນ, ເຕັມໄປດ້ວຍຄວາມຜາສຸກຂອງປະຊາຊົນໃນທົ່ວທຸກແຫ່ງຂອງປະເທດຊາດ, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດກັບເມືອບ້ານເກີດເມືອງນອນຕ້ອນຮັບບຸນເຕັດ, ຮີດຄອງປະເພນີຂອງຊາວຫວຽດນາມ ກໍແມ່ນຫົວຂໍ້ໄດ້ລົງພິມໃນໜັງສືພິມລະດູບານໃໝ່ 2018.

        ພັກມີຄວາມເຂັ້ມແຂງປະເທດຊາດຈຶ່ງມີຄວາມສີວິໄລ. ທົ່ວພັກ, ທົ່ວປວງຊົນຕັດສິນໃຈດ້ານການເມືອງໃໝ່ເພື່ອສ້າງພັກກອມມູນິດຫວຽດນາມ ໃຫ້ນັບມື້ນັບປອດໄສ, ເຂັ້ມແຂງ, ເປັນພັກປະຕິວັດສັດຈະທຳຢ່າງແທ້ຈິງ, ຊີ້ນຳນຳພາປະເທດຊາດໃຫ້ພັດທະນາຢ່າງວ່ອງໄວ, ໝັ້ນຄົງເຂັ້ມແຂງ. ນັ້ນແມ່ນສານຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ທີ່ສົ່ງເຖິງປະຊາຊົນ ເມື່ອຕອບສຳພາດຕໍ່ໜັງສືພິມປະຊາຊົນ ເນື່ອງໃນໂອກາດບຸນເຕັດປີຈໍ 2018. ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ເນັ້ນໜັກວ່າ, ປີ 2017, ເປັນຄັ້ງທຳອິດພາຍຫຼັງຫຼາຍປີທີ່ເສດຖະກິດ, ສັງຄົມຂອງຫວຽດນາມ ບັນລຸ ແລະ ລື່ນກາຍຕົວເລກຄາດໝາຍ, GDP ບັນລຸລະດັບ 6,81%, ຊີວິດທາງດ້ານວັດຖຸ, ຈິດໃຈຂອງປະຊາຊົນສືບຕໍ່ໄດ້ຮັບການຍົກສູງຂຶ້ນ; ທີຕັ້ງ ແລະ ອິດທິພົນຊື່ສຽງຂອງຫວຽດນາມ ບົນເວທີປາໄສສາກົນນັບມື້ນັບໄດ້ຮັບການຢັ້ງຢືນຢູ່ເປັນລະດັບສູງໃໝ່.

        ໃນການພົວພັນກັບສາກົນ, ໜັງສືພິມສະບັບຕ່າງໆໄດ້ຍົກອອກຜົນງານພົວພັນຕ່າງປະເທດຂອງຫວຽດນາມ, ເຊິ່ງຈຸດສຸມແມ່ນປີ APEC 2017. ພາຍຫຼັງ 11 ປີ, ປີ 2017, ເປັນຄັ້ງທີ 2 ທີ່ຫວຽດນາມ ຈັດເວທີປາໄສຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC) ບັນລຸຜົນສຳເລັດ. ໜັງສືພິມໄຊງ່ອນປົດປ່ອຍ ໄດ້ມີບົດຂຽນ “APEC 2017 ແລະ ໄລຍະພັດທະນາໃໝ່ຂອງປະເທດຊາດ” ໄດ້ຄັດຄຳເວົ້າຂອງທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ໂດຍຢືນຢັນວ່າ, ຜົນສຳເລັດຂອງປີ APEC 2017 ໄດ້ສ້າງບັນຍາກາດໃໝ່, ກຳລັງໜູນໃໝ່ໃຫ້ແຕ່ລະຂະແໜງ, ແຕ່ລະທ້ອງຖິ່ນ, ວິສາຫະກິດ ແລະ ທົ່ວປະເທດໃນວິວັດທະນາການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງ, ເປີດໄລຍະພັດທະນາໃໝ່ເຕັມໄປດ້ວຍມີກຳລັງແຮງຂອງປະເທດຊາດ. ໜັງສືພິມມະຫາສາມັກຄີ ໄດ້ລົງບົດຕອບສຳພາດຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ, ໃນນັ້ນໄດ້ເນັ້ນໜັກວ່າ, ດ້ວຍບົດບາດເປັນປະເທດເຈົ້າພາບ APEC, ເລື່ອງບັນດາພື້ນຖານເສດຖະກິດເຂົ້າຮ່ວມສັບປະດາສຸດຍອດ APEC ຢູ່ນະຄອນດ່ານັ້ງ ໃນເດືອນພະຈິກ 2017 ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າສູງສຸດເປັນຈຳນວນຫຼາຍ ໄດ້ສະແດງໃຫ້ເຫັນວ່າ ບັນດາສະມາຊິກ APEC ສະໜັບສະໜູນ ແລະ ຕີລາຄາສູງຖານະບົດບາດຂອງຫວຽດນາມ.

        ດ້ວຍຫົວຂໍ້ “ຈິດໃຈຫວຽດນາມ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ເຊື່ອມໂຍງ”, ໜັງສືພິມນັກທຸລະກິດລາຍວັນໄດ້ຄັດຄຳເວົ້າຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ, ໄລຍະຈະມາເຖິງ, ຫວຽດນາມ ຢືດໝັ້ນການເຊື່ອມໂຍງຢ່າງຮອບດ້ານ, ດ້ວຍຈຸດສຸມແມ່ນເຊື່ອມໂຍງດ້ານເສດຖະກິດສາກົນ. ຫວຽດນາມ ຖືການເຊື່ອມໂຍງເຂົ້າກັບສາກົນແມ່ນກຳລັງໜູນເພື່ອປະຕິຮູບເສດຖະກິດ, ຊຸກຍູ້ການເຕີບໂຕ ແລະ ພັດທະນາເສດຖະກິດ.

        ບັນດາໜັງສືພິມລະດູບານໃໝ່ ໄດ້ສະຫງວນເວລາສ່ວນຫຼາຍທີ່ຍົກໃຫ້ເຫັນຜົນງານດ້ານເສດຖະກິດ, ສັງຄົມໃນປີ 2017 ແລະ ແງ່ຫວັງເສດຖະກິດ, ສັງຄົມໃນປີ 2018. ການເຈລະຈາ “ສິ່ງທ້າທາຍ ແລະ ກາລະໂອກາດ” ຂອງໜັງສືພິມ ຍຸກປະຈຸບັນ ຖືວ່າ, ປີ 2017 ຫວຽດນາມ ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ແຕ່ພັກໄດ້ພິສຸດໃຫ້ເຫັນຄວາມສາມາດຮັບມືກັບພາລະອັນໜັກໜ່ວງຕໍ່ປະຊາຊົນ, ປະເທດຊາດ.  ປີ 2017, ຫວຽດນາມ ບັນລຸລະດັບເຕີບໂຕສູງກວ່າໝູ່ໃນ 6 ປີມານີ້; ວົງເງິນສົ່ງອອກບັນລຸກວ່າ 213 ຕື້ USD. ສ່ວນໜັງສືພິມເສດຖະກິດຫວຽດນາມ ໄດ້ມີບົດຂຽນກ່ຽວກັບການເຕີບໂຕໃນປີ 2018 ຂອງຫວຽດນາມ, ຕາມບັນດານັກຊ່ຽວຊານດ້ານເສດຖະກິດພາຍໃນປະເທດແລ້ວ, ລະດັບເຕີບໂຕສະເລ່ຍແຕ່ 6,5 – 6,7% ແມ່ນເໝາະສົມ ແລະ ພໍດີເມື່ອທຽບໃສ່ກຳລັງຄວາມສາມາດຂອງພື້ນຖານເສດຖະກິດ.

        ກ່ຽວກັບສະພາບການຂອງປະເທດຊາດໃນປີ 2017, ໜັງສືພິມຂອງວິທະຍຸກະຈາຍສຽງຫວຽດນາມ ໄດ້ຍົກອອກ 10 ເຫດການ, ບັນຫາພົ້ນເດັ່ນພາຍໃນປະເທດປີ 2017 ໂດຍ VOV ຄັດເລືອກ, ໃນນັ້ນມີບັນດາເຫດການຄື: ຫວຽດນາມ ປະຕິບັດສຳເລັດ, ລື່ນກາຍທັງ 13 ຄາດໝາຍເຊິ່ງສະພາແຫ່ງຊາດມອບໝາຍໃຫ້, GDP ບັນລຸລະດັບ 6,81%; ຫວຽດນາມ ເປັນເຈົ້າພາບຈັດປີ APEC 2017 ສຳເລັດຜົນ; ຂັບບ່າຍຈ່ອຍ, ຂັບຊວານ ໄດ້ຮັບການຮັບຮອງຈາກອົງການ UNESCO ວ່າເປັນມໍລະດົກວັດທະນະທຳບໍ່ເປັນຖຸທີ່ຕາງໜ້າໃຫ້ມວນມະນຸດ.

        ສ່ວນໜັງສືພິມສະບັບຕ່າງໆຍັງມີຫຼາຍຂ່າວ, ບົດເຕື້ອງເຖິງຄວາມເອົາໃຈໃສ່ຂອງພັກ, ລັດ ໃນການເບິ່ງແຍງດູແລບຸນເຕັດໃຫ້ຄົນທຸກຍາກ, ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ, ພ້ອມທັງສະແດງບັນດາການຄາດຄະເນໃນປີໃໝ່, ຄວາມປາດຖະໜາຂອງຜູ້ຕາງໜ້າປະຊາຊົນທຸກຊັ້ນວັນນະເມື່ອຍາມລະດູບານໃໝ່ວຽນມາ.

        ໃນຂົງເຂດກິລາ, ບັນດາໜັງສືພິມລະດູບານໃໝ່ໄດ້ຢືນຢັນຜົນສຳເລັດຂອງຂະແໜງກິລາຫວຽດນາມ, ພິເສດແມ່ນຜົນງານທີ່ມີລັກສະນະປະຫວັດສາດ ເປັນຄັ້ງທຳອິດທິມບານເຕະ U23 ຫວຽດນາມ ຍາດໄດ້ຫຼຽນເງິນການແຂ່ງຂັນບານເຕະ U23 ອາຊີ, ຫວຽດນາມ ຖືກຈັດອັນດັບທີ 3 ຢູ່ Sea Games 29.

        ຮີດຄອງປະເພນີໄປນະມັດສະການວັດເພື່ອຂໍ້ຄວາມໂຊກດີໃນຊຸມມື້ຕົ້ນປີໃໝ່, ບັນດາງານບຸນໃຫຍ່ຍາມຕົ້ນປີ, ກະວີບຸນປີໃໝ່… ກໍ່ໄດ້ຮັບການສ່ອງແສງຢ່າງມີຊີວິດຊີວາໃນໜັງສືພິມລະດູບານໃໝ່ສະບັບຕ່າງໆ, ໂດຍສະເພາະແມ່ນໃນບັນດາໜັງສືພິມວັດທະນະທຳ, ສັງຄົມ.

        ໜັງສືພິມລະດູບານໃໝ່ 2018 ມີເນື້ອໃນອຸດົມສົມບູນ, ດູດດື່ມ, ແມ່ນອາຫານທາງ ຈິດໃຈທີ່ຂາດບໍ່ໄດ້ຂອງປະຊາຊົນຫວຽດນາມ ເມື່ອບຸນເຕັດວຽນມາ. ໜັງສືພິມລະດູບານໃໝ່ ແມ່ນໜັງສືພິມສຳລັບໃຫ້ບຸນເຕັດປະເພນີທີ່ພິສູດໃຫ້ເຫັນພື້ນຖານວັດທະນະທຳຫວຽດນາມ ທີ່ອຸດົມສົມບູນ, ເຂັ້ມຂຸ້ນໄປດ້ວຍສີສັນຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ