ໜ້າປະຫວັດສາດໃໝ່ ໃນການພົວພັນ ຫວຽດນາມ - ອີຢິບ

(VOVWORLD) - ວັນທີ 06 ກັນຍາ, ທ່ານປະທານາທິບໍດີ ອີຢິບ El Sisi ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ເປັນເວລາ 2 ມື້. ການຢ້ຽມຢາມ ຫວຽດນາມ ຄັ້ງທຳອິດ ຂອງຜູ້ນຳສູງສຸດ ອີຢິບ ໄດ້ດຳເນີນນັບແຕ່ເມື່ອ 2 ປະເທດສ້າງຕັ້ງການພົວພັນທາງການທູດໃນປີ 1963 ຢ່າງເປັນທາງການ, 

ແມ່ນຂີດໝາຍສຳຄັນໃນການພົວພັນຮ່ວມມື ຫວຽດນາມ - ອີຢິບ, ຊ່ວຍຍູ້ແຮງການພົວພັນທີ່ເປັນມູນເຊື້ອອັນດີງາມລະຫວ່າງ 2 ປະເທດໃນທຸກຂົງເຂດ. ງອັກແທກ ນັກຂ່າວ VOV ປະຈຳ ກາຍໂຣ ມີບົດຂຽນທີ່ພາກຫົວຂໍ້ວ່າ “ໜ້າປະຫວັດສາດໃໝ່ ໃນການພົວພັນ ຫວຽດນາມ - ອີຢິບ”.

ໜ້າປະຫວັດສາດໃໝ່ ໃນການພົວພັນ ຫວຽດນາມ - ອີຢິບ - ảnh 1 ທ່ານປະທານາທິບໍດີ ອີຢິບ El Sisi  (ພາບອິນເຕີແນັດ)

        ອີຢິບ ແມ່ນໜຶ່ງໃນບັນດາປະເທດ ອາຣັບ ທຳອິດ ມີການພົວພັນກັບ ຫວຽດນາມ. ນັບແຕ່ເມື່ອສ້າງຕັ້ງການພົວພັນທາງການທູດໃນປີ 1963, 2 ປະເທດ ຍາມໃດກໍ່ສະຫງວນໃຫ້ກັນການສະໜັບສະໜູນອັນໃຫຍ່ຫລວງ ໃນພາລະກິດຕໍ່ສູ້ຍາດເອົາເອກະລາດ ກໍ່ຄືການພັດທະນາ. ອີຢິບ ກໍ່ແມ່ນປະເທດ ອາຟຣິກາເໜືອ ທຳອິດ ຮັບຮູ້ ຫວຽດນາມ ເປັນປະເທດມີພື້ນຖານເສດຖະກິດການຕະຫລາດຄົບຖ້ວນໃນເດືອນ ພະຈິກ ປີ 2013.

ການຢ້ຽມຢາມໄດ້ຮັບຄວາມມຸ່ງຫວັງຈາກຫາງສຽງ

        ການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ ອີຢິບ El Sisi ໄດ້ຮັບຄວາມສົນໃຈ ແລະ ຕິດຕາມຈາກວົງການນັກທຸລະກິດ, ນັກຄົ້ນຄວ້າ, ຊາວ ອີຢິບ ເປັນຈຳນວນຫລວງຫລາຍ. ເຂົາເຈົ້າເຊື່ອໝັ້ນວ່າ ການຢ້ຽມຢາມຈະສ້າງໜ້າປະຫວັດສາດໃໝ່ໃນການພົວພັນ 2 ປະເທດ. ທ່ານເອກອັກຄະລັດຖະທູດ Moheb M. El Samra ນັກການທູດອາວຸໂສຂອງ ອີຢິບ ພວມເຮັດວຽກຢູ່ຄະນະກຳມະການສາມັກຄີ ອາຊີ ອາຟຣິກາ ອີຢິບ ກ່າວ່າ:

        “ການພົວພັນລະຫວ່າງ ຫວຽດນາມ ແລະ ອີຢິບ ແມ່ນການພົວພັນອັນດີງາມ. ຂະບວນປົດປ່ອຍຊາດ ຫວຽດນາມ ໂດຍທ່ານປະທານ ໂຮ່ຈີມິນ - ຜູ້ນຳຂອງປະຊາຊົນ ຫວຽດນາມ ຊີ້ນຳນຳພາ ຍາດເອົາເອກະລາດ ໄດ້ປຸກລະດົມ ແລະ ມີບົດບາດສົ່ງຜົນສະທ້ອນອັນໃຫຍ່ຫລວງ ຕໍ່ຂະບວນການປົດປ່ອຍຊາດຢູ່ບັນດາປະເທດ ອາຟຣິກາ, ອີຢິບ ພ້ອມກັບປະເທດຕ່າງໆໃນໂລກ. ພວກຂ້າພະເຈົ້າ ຍາມໃດກໍ່ປາດຖະໜາຢາກຈັດຕັ້ງບັນດາການພົບປະປະຈຳປີ ລະຫວ່າງບັນດາຄະນະກຳມະການມິດຕະພາບ ອາຊີ ອາຟຣິກາ ແລະ ຫວຽດນາມ ກໍ່ຄື ຫວຽດນາມ ອີຢິບ ແນໃສ່ປັບປຸງ ແລະ ເພີ່ມທະວີການພົວພັນສາມັກຄີລະຫວ່າງ ອາຊີ  ແລະ ອາຟຣິກາ ກໍ່ຄືປະຊາຊົນ 2 ປະເທດ”.

        ຕາມ ທ່ານ Ahmed Abdol Tarabeik ນັກຄົ້ນຄວ້າ ອາຊີ ສັງກັດສູນຄົ້ນຄວ້າ Al Ahram ແລ້ວ, ການຢ້ຽມຢາມ ຫວຽດນາມ ຂອງຜູ້ນຳລັດ ອີຢິບ ສະແດງໃຫ້ເຫັນວ່າ ອີຢິບ ພວມປະຕິບັດນະໂຍບາຍມຸ່ງໄປສູ່ທິດຕາເວັນອອກ, ພ້ອມທັງ ສະແດງຄວາມຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ຫວຽດນາມ, ຕີລາຄາສູງອິດທິພົນຊື່ສຽງ, ບົດບາດ ແລະ ທີ່ຕັ້ງຂອງ ຫວຽດນາມ ຢູ່ ອາຊຽນ ແລະ ໃນໂລກ.

        “ອີຢິບ ມີບົດບາດ ແລະ ຜົນສະທ້ອນໃຫຍ່ຫລວງຢູ່ຕາເວັນອອກກາງ, ໃນຂະນະນັ້ນ ຫວຽດນາມ ມີບົດບາດ ແລະ ຜົນສະທ້ອນໃຫຍ່ຫລວງຢູ່ ອາຊີຕາເວັນອອກສ່ຽງໃຕ້. ການພົວພັນຮ່ວມມືລະຫວ່າງ 2 ປະເທດແມ່ນສຳຄັນຍິ່ງ. ອີຢິບ ເອົາໃຈໃສ່ທີ່ສຸດເຖິງບັນດາຜົນງານໃນພາລະກິດພັດທະນາຢູ່ ຫວຽດນາມ. ຂ້າພະເຈົ້າເຊື່ອໝັ້ນວ່າ ການຮ່ວມມືລະຫວ່າງ 2 ປະເທດ ຈະບັນລຸໄດ້ຜົນສຳເລັດຫລາຍຢ່າງ ເປັນຕົ້ນ ແມ່ນພາຍຫລັງການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ Sisi. 2 ປະເທດ ສ້າງກາລະໂອກາດ ແມ່ນປະຕູເພື່ອໃຫ້ສິນຄ້າສົ່ງອອກໄປຍັງ ຕາເວັນອອກກາງ, ອາຟຣິກາ ແລະ ກົງກັນຂ້າມ ເພື່ອໃຫ້ສິນຄ້າ ອີຢິບ ສົ່ງອອກຂາຍໃຫ້ ອາຊີຕາເວັນອອກສ່ຽງໃຕ້. ຂ້າພະເຈົ້າເຊື່ອໝັ້ນວ່າ ການພົວພັນນີ້ ບໍ່ພຽງແຕ່ສຳຄັນ ແລະ ມີຜົນປະໂຫຍດສຳລັບ 2 ປະເທດເທົ່ານັ້ນ ຫາກຍັງສຳລັບ 2 ພາກພື້ນ ຕາເວັນອອກກາງ ແລະ ອາຊີຕາເວັນອອກສ່ຽງໃຕ້ອີກດ້ວຍ ”.

        ໃນໄລຍະຜ່ານມາ, ຫວຽດນາມ ແລະ ອີຢິບ ໄດ້ເຊັນຂໍ້ຕົກລົງຮ່ວມມືຫລາຍສະບັບໃນທຸກຂົງເຂດຄື: ເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທຳ, ການທ່ອງທ່ຽວ. ປະຈຸບັນ ອີຢິບ ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ອັນດັບທີ 2 ຂອງ ຫວຽດນາມ ຢູ່ ອາຟຣິກາ. ວົງເງິນການຄ້າ 2 ຝ່າຍລະຫວ່າງ ອີຢິບ ແລະ ຫວຽດນາມ ປີ 2016 ບັນລຸ 316 ລ້ານ USD ແລະ 2 ຝ່າຍຍັງມີຄວາມສາມາດບົ່ມຊ້ອນຫລາຍຢ່າງ ເພື່ອຊຸກຍູ້ການຄ້າ ແລະ ການລົງທຶນ, ແລະ ຍົກສູງວົງເງິນການຄ້າ 2 ຝ່າຍ. ດັ່ງນັ້ນ, ວົງການວິສາຫະກິດ, ນັກທຸລະກິດ ອີຢິບ ມີຄວາມຫວັງຕໍ່ການຢ້ຽມຢາມ ຫວຽດນາມ ໃນຄັ້ງນີ້ຂອງທ່ານປະທານາທິບໍດີ Sisi ຈະເປີດບັນດາກາລະໂອກາດຮ່ວມມື, ລົງທຶນໃໝ່ລະຫວ່າງ 2 ປະເທດ. ທ່ານປະລິນຍາເອກ Amgad A.El Kady ສັງກັດກະຊວງອຸດສາຫະກຳ ແລະ ການຄ້າ ອີຢິບ ຖືວ່າ:

“ ຂ້າພະເຈົ້າປາດຖະໜາວ່າ ການຢ້ຽມຢາມຫວຽດນາມຂອງທ່ານປະທານາທິບໍດີອີຢິບ Sisi ຄັ້ງນີ້ ຈະຍູ້ແຮງການພົວພັນລະຫວ່າງ 2 ປະເທດໃນບັນດາຂົງເຂດ, ເປັນຕົ້ນແມ່ນເສດຖະກິດ, ການຄ້າ. 2 ຝ່າຍອາດຈະແລກປ່ຽນບົດຮຽນໃນການພັດທະນາປະເທດຊາດເວົ້າລວມ ແລະ ໃນຂົງເຂດອຸດສາຫະກຳ, ເຕັກໂນໂລຢີເວົ້າສະເພາະ. ຫວຽດນາມໄດ້ປະສົບຜົນສຳເລັດໃນຫຼາຍຂົງເຂດ ແລະ ອີຢິບກໍເຊັ່ນດຽວກັນ, ດັ່ງນັ້ນ,  2 ປະເທດອາດຈະແລກປ່ຽນ, ແບ່ງປັນຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ  ”

    ການພົວພັນຫວຽດນາມ-ອີຢິບຈະກ້າວເຂົ້າສູ່ໜ້າປະຫວັດສາດໃໝ່.

     ໂດຍແມ່ນປະເທດທີ່ມີທີ່ຕັ້ງທາງດ້ານພູມສາດຍຸດທະສາດສຳຄັນຊຶ່ງເຊື່ອມຕໍ່ລະຫວ່າງທະວີບອາຊີ ແລະ ອາຟະລິກາ, ອີຢິບພວມຊຸກຍູ້ນະໂຍບາຍມຸ່ງໄປສູ່ທິດຕາເວັນອອກ, ເອົາໃຈໃສ່ເປີດກ້ວາງການພົວພັນກັບບັນດາປະເທດອາຊີ, ໃນນັ້ນມີຫວຽດນາມ. ການຢ້ຽມຢາມຫວຽດນາມຂອງທ່ານປະທານາທິບໍດີອີຢິບ Sisi ຄັ້ງນີ້ ແມ່ນຂີດໝາຍສຳຄັນໃນໄລຍະ 54 ປີແຫ່ງການພົວພັນທາງດ້ານການທູດລະຫວ່າງ 2 ປະເທດ (1963-2017). ນີ້ເປັນຄັ້ງທຳອິດທີ່ການນຳສູງສຸດຂອງອີຢິບມາຢ້ຽມຢາມຫວຽດນາມ, ສະແດງໃຫ້ເຫັນການຖືເປັນສຳຄັນ ແລະ ມິຄວາມຫວັງຢາກເພີ່ມທະວີການຮ່ວມມືໃນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ການຊອກຫາກາລະໂອກາດຮ່ວມມືໃນຂົງເຂດຕ່າງໆທີ່ 2 ປະເທດມີທ່າແຮງຄື : ກະສິກຳ, ວັດທະນະທຳ, ການທ່ອງທ່ຽວ. ໝາກຜົນການຢ້ຽມຢາມຈະປະກອບສ່ວນນຳການພົວພັນລະຫວ່າງ 2 ປະເທດກ້າວເຂົ້າສູ່ໜ້າປະຫວັດສາດໃໝ່, ດ້ວຍການຮ່ວມມືຫຼາຍດ້ານຢ່າງມີປະສິດທິຜົນ ແລະ ກ້ວາງເລິກກ່ວາເກົ່າ, ປະກອບສ່ວນເຂົ້າໃນສັນຄິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາໃນໂລກ./. 

ຕອບກັບ

ຂ່າວ/ບົດ​ອື່ນ