72 ປີແຫ່ງວັນປະພັນບົດເພງ “ວັນທີ 19 ເດືອນສິງຫາ” ຂອງນັກປະພັນດົນຕີ ຊວນແອງ

(VOVWORLD) - ຕອນເຊົ້າວັນທີ 19 ສິງຫາ 1945, ກຳລັງ ຫວຽດມີງ ແລະ ປະຊາຊົນນະຄອນຫຼວງ ຮ່າໂນ້ຍ ໄດ້ຕີຢຶດຄອງສຳນັກງານສູນກາງຂອງອຳນາດການປົກຄອງລູກແຫຼ້ງຕີນມືຂອງ ຝຣັ່ງ ຢູ່ ພາກເໜືອ, ເປີດສາກໃຫ້ການລຸກຮື້ຂຶ້ນຄັ້ງໃຫຍ່ຢຶດເອົາອຳນາດການປົກຄອງຢູ່ນະຄອນຫຼວງ ຮ່າໂນ້ຍ. 

ຂີດໝາຍປະຫວັດສາດສຳຄັນ ຂອງການປະຕິວັດ ເດືອນ ສິງຫາ ແລະ ວັນຊາດທີ 2 ກັນຍາ ໄດ້ກາຍເປັນຄວາມຊົງຈຳທີ່ບໍ່ສາມາດຫຼົງລືມໄດ້ໃນດວງໃຈຂອງປະຊາຊົນ ຫວຽດນາມ ຫຼາຍຄົນ. ຈຸດເວລາທີ່ສັກກະລະບູຊານັ້ນ ໄດ້ຖືກບັນດານັກປະພົນດົນຕີຫຼາຍຄົນນຳເຂົ້າເນື້ອໃນບັນດາບົດເພງປະຕິວັດທີ່ໂດ່ງດັງຫຼາຍບົດ. ໃນນັ້ນຕ້ອງເວົ້າເຖິງບົດເພງ “ວັນທີ 19 ເດືອນສິງຫາ” ຂອງນັກປະພັນດົນຕີ ຊວນແອງ. ບົດຂຽນຂອງ ບູ່ຍຮັ່ງ, ນັກຂ່າວ VOV.

72 ປີແຫ່ງວັນປະພັນບົດເພງ “ວັນທີ 19 ເດືອນສິງຫາ” ຂອງນັກປະພັນດົນຕີ ຊວນແອງ - ảnh 1 ງານໂຮມຊຸມນຸມມິດຕິງຢູ່ໂຮງລະຄອນໃຫຍ່ ຮ່າໂນ້ຍ

        ເມື່ອເວົ້າເຖິງບົດເພງກ່ຽວກັບການປະຕິວັດເດືອນສິງຫາທີ່ປະສົບຜົນສຳເລັດນັ້ນ, ມິດເພງລຸ້ນຕ່າງໆລ້ວນແຕ່ຈືດີບົດເພງ “ວັນທີ 19 ເດືອນສິງຫາ” ຂອງນັກປະພັນດົນຕີ ຊວນແອງ. ເມື່ອຮອດໂອກາດສະເຫຼີມສະຫຼອງການປະຕິວັດເດືອນສິງຫາປະຫວັດສາດ, ເນື້ອຮ້ອງທຳນອງເພງທີ່ພິລະອາດຫານຈາກບົດເພງ “ວັນທີ 19 ເດືອນສິງຫາ” ໄດ້ດັງກ້ອງກັນວານໄປທົ່ວທຸກແຫ່ງ…

ບົດເພງ “ວັນທີ 19 ເດືອນສິງຫາ”  ໄດ້ຮັບການປະດິດຄິດແຕ່ງໃນຈຸດເວລາທ່ີນັກປະພັນດົນຕີ ຊວນແອງ ພວມພ້ອມກັບກະແສຄົນເຂົ້າຮ່ວມການເດີນຂະບວນປະທ້ວງ ໃນວັນທີ 19 ສິງຫາ 1945. ຈຸດເວລານັ້ນ, ນັກປະພັນດົນຕີ ຊວນແອງ ທັງຍ່າງ, ທັງດຶງເອົາເຈ້ຍ ຈາກຊອງຢາສູບ ເພື່ອຈົດບັນທຶກບັນດາຄຳປະໂຫຍກທຳອິດ, ຂຽນໄດ້ປະໂຫຍກໃດ ທ່ານກໍ່ໃຫ້ພໍ່ແມ່ປະຊາຊົນໃນຂະບວນຄົນເດີນປະທ້ວງຮ້ອງໄປພ້ອມ. ນັກປະພັນດົນຕີ, ນັກຄົ້ນຄ້ວາ ໄຈ້ແຍກດົນຕີ ຫງວຽນທູ້ຍຄາ, ໃຫ້ຮູ້ວ່າ:

        “ຕອນເຊົ້າວັນທີ 19 ສິງຫາ 1945, ທຸກໆກຳລັງຂອງປະຊາຊົນ ຫວຽດນາມ ມາຈາກຖະໜົນສາຍຕ່າງໆ ໄດ້ເຕົ້າໂຮມກັນຢູ່ສະໜາມຫຼວງ ຂອງໂຮງລະຄອນໃຫຍ່ຮ່າໂນ້ຍ ເພື່ອດຳເນີນງານໂຮມຊຸມນຸມມິດຕິງຂະໜາດໃຫຍ່ເພື່ອຢຶດເອົາອຳນາດການປົກຄອງ. ໃນຂະບວນຄົນມາຈາກແທງຈີ່ ໄປເຖິງໂຮງລະຄອນໃຫຍ່ນັ້ນມີນັກປະພັນດົນຕີ ຊວນແອງ. ນັບແຕ່ເວລາເລີ່ມເດີນຂະບວນຈາກ ແທງຈີ່ ຮອດໂຮງລະຄອນໃຫຍ່ນັ້ນ, ນັກປະພົນດົນຕີ ຊວນແອງ ໄດ້ປະພັນສຳເລັດບົດເພງປະຫວັດສາດ “ວັນທີ 19 ເດືອນສິງຫາ” . ໃນຕອນແລງວັນດຽວກັນ, ບົດເພງໄດ້ດັງກ້ອງວັງວານ. ຈາກນັ້ນ ມາຮອດປະຈຸບັນ, 72 ປີຜ່ານພົ້ນໄປແລ້ວ, ບົດເພງ “ວັນທີ 19 ເດືອນສິງຫາ”  ໄດ້ຈົດຈຳຂີດໝາຍປະຫວັດສາດໃນການປະຕິວັດ ຂອງ ຫວຽດນາມ.”

        ຄາວຍັງມີຊີວິດຢູ່, ອະດິດນັກປະພັນດົນຕີ ຊວນແອງ ເຄີຍແບ່ງປັນວ່າ: “ ບົດເພງ ວັນທີ 19 ເດືອນສິງຫາ ແມ່ນບົດເພງແຫ່ງການລຸກຮື້ຂຶ້ນ, ຂະບວນການຕໍ່ສູ້ຂອງປະຊາຊົນ ແລະ ນ້ຳໃຈຂອງປະຊາຊົນຈຶ່ງໄດ້ປະດິດແຕ່ງຂຶ້ນ. ທົ່ວປວງຊົນ ຫວຽດນາມ ໄດ້ລຸກຮື້ຂຶ້ນເພື່ອປະກອບກຳລັງເຫື່ອແຮງໃຫ້ວັນນີ້… ທັງເດີນຂະບວນປະທ້ວງ ຂ້າພະເຈົ້າທັງຄິດ ແລະ ທັງຂຽນເນື້ອຮ້ອງທຳນອງເພງ. ບົດເພງໄດ້ແຜ່ຂະຫຍາຍເຖິງພໍ່ແມ່ປະຊາຊົນຢ່າງວ່ອງໄວ ແລະ ກາຍເປັນບົດເພງທີ່ຍືນຍົງຄົງຕົວໄປພ້ອມກັບການເວລາ. ນັກປະພັນດົນຕີ, ນັກຄົ້ນຄ້ວາ ໄຈ້ແຍກດົນຕີ ຫງວຽນທູ້ຍຄາ, ໃຫ້ຮູ້ຕື່ມອີກວ່າ:

        “ບົດເພງໄດ້ຍົກສູງນ້ຳໃຈສາມັກຄີແຫ່ງຊາດ, ທົ່ວປວງຊົນ ຫວຽດນາມ ພ້ອມກັນລຸກຮື້ຂຶ້ນໃນວັນດຽວ. ການປະຕິວັດບັນລຸຜົນສຳເລັດໄດ້ຖ້າຫາກວ່າກຳລັງມະຫາຊົນເຂົ້າຮ່ວມຢ່າງຫຼວງຫຼາຍ ແລະ ຮຽງບ່າຮຽງໄຫຼ່ນຳກັນ. ຄຽງຄູ່ກັນນັ້ນ, ບົດເພງກໍ່ມີຄວາມໝາຍອັນໃຫຍ່ຫຼວງເພື່ອຮ່ວມສຳພັນລະຫວ່າງບັນດາກຸ່ມກ້ອນ, ກຳລັງມະຫາຊົນ, ຊຶ່ງເປັນການປະກອບສ່ວນຂອງດົນຕີປະຕິວັດໃນຄາວນັ້ນແມ່ນສຳຄັນທີ່ສຸດ.”

        ອາດເວົ້າໄດ້ວ່າ, ໃນສາງດົນຕີ ຫວຽດນາມ, ຍາກທີ່ຈະມີບົດເພງໃດຕັ້ງຊື່ເພງກົງກັບວັນທີ 19 ສິງຫາ. ພຽງແຕ່ຊື່ເພງທີ່ລຽບງ່າຍ “ວັນທີ 19 ສິງຫາ” ກໍ່ສາມາດເວົ້າເຖິງຄວາມໝາຍປະຫວັດສາດອັນໃຫຍ່ຫຼວງຂອງເຫດການທີ່ພິລະອາດຫານຂອງຊາດ, ຍາດເອົາເອກະລາດ, ເສລີພາບ, ໃນນັ້ນປະຊາຊົນແຕ່ລະຄົນໄດ້ປະກອບສ່ວນສ້າງພາລະກິດອັນຍິ່ງໃຫຍ່ໃນປະຫວັດສາດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງປະຊາຊົນ ຫວຽດນາມ. ເມື່ອຍັງມີຊີວິດຢູ່, ນັກປະພັນດົນຕີ ຊວນແອງ ໄດ້ເລົ່າສູ່ຟັງວ່າ ທຳອິດ, ເມື່ອແຕ່ງບົດເພງແລ້ວ ທ່ານຍັງບໍ່ທັນໄດ້ຕັ້ງຊື່ໃຫ້ບົດເພງ, ແຕ່ງແລ້ວໃນຕອນເຊົ້າ, ຮອດຕອນບ່າຍ ໄດ້ພິມອອກ ແລະ ໄດ້ໃຫ້ອອກອາກາດໄປທົ່ວທຸກຫົນແຫ່ງ, ຜ່ານຄື້ນຂອງວິທະຍຸກະຈາຍສຽງ ຫວຽດນາມ ດ້ວຍຊື່ວ່າ “ວັນທີ 19 ເດືອນສິງຫາ”. ບົດເພງ “ວັນທີ 19 ເດືອນສິງຫາ” ມີທຳນອງເພງທີ່ງ່າຍດາຍ, ຮ້ອງງ່າຍ, ຈື່ງ່າຍ; ສະແດງໃຫ້ເຫັນບັນຍາກາດທີ່ປະເອີບໃຈ, ມີຄວາມຟົດຟື້ນຂອງຊຸມວັນຕົ້ນແຫ່ງການປະຕິວັດ, ອັນໄດ້ສ້າງຄວາມກະຕືລືລົ້ນໃຫ້ແກ່ປະຊາຊົນ ຫວຽດນາມ ຜູ້ຮັກຊາດທຸກທົ່ວໜ້າ. ນັກປະພັນດົນຕີ ກາດເວີ້ນ, ອະດີດຫົວໜ້າຄະນະດົນຕີ ຂອງວິທະຍຸກະຈາຍສຽງ ຫວຽດນາມ, ໃຫ້ຮູ້ວ່າ:

        “ບົດເພງ “ວັນທີ 19 ເດືອນສິງຫາ” ແມ່ນຄຳຮຽກຮ້ອງ ຕອບສະໜອງການປະຕິວັດ ແລະ ການລຸກຮື້ຂຶ້ນ 19 ສິງຫາ 1945. ບົດເພງລວມມີ 2 ຕອນ, ແມ່ນບົດເພງໃນຮູບແບບຂອງມະຫາຊົນ. ບົດເພງ “ວັນທີ 19 ເດືອນສິງຫາ” ຂອງນັກປະພັນດົນຕີ ຊວນແອງ ແມ່ນໜຶ່ງໃນບັນດາບົດເພງເປີດສາກໃຫ້ປະຫວັດສາດຂອງດົນຕີປະຕິວັດ ຫວຽດນາມ.”

        ເມື່ອລະດູໃບໄມ້ຫຼົ່ນວຽນມາ, ຢູ່ທົ່ວທຸກແຖບຖິ່ນຂອງປະເທດຊາດ ໄດ້ປະດັບປະດາດ້ວຍດອກໄມ້, ທຸງຢ່າງທີ່ສວຍງາມເພື່ອຂຳ່ນັບຮັບຕ້ອນວັນປະຕິວັດເດືອນສິງຫາ ສຳເລັດຜົນ. ບົດເພງອະມະຕະ, ພິລະອາດຫານ, ຟົດຟື້ນຂອງບົດເພງ “ວັນທີ 19 ເດືອນສິງຫາ” ນັ້ນໄດ້ຝັງເລິກໃນດວງໃຈຂອງປະຊາຊົນ ຫວຽດນາມ ຫຼາຍລຸ້ນຄົນ ແລະ ຍັງດັງກ້ອງກັນວານໄປຕາມແຕ່ລະບາດກ້າວເດີນຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ