VOV5 - ຂົວເຊື່ອມຕໍ່ລະຫວ່າງຫວຽດນາມກັບເພື່ອນມິດສາກົນ

   

VOV5 - ຂົວເຊື່ອມຕໍ່ລະຫວ່າງຫວຽດນາມກັບເພື່ອນມິດສາກົນ - ảnh 1
ອ້າຍ​ເອື້ອຍ​ນ້ອງ​ພະ​ນັກ​ງານ VOV5


   ນັບ​ແຕ່​ຈຸດ​ເວ​ລາ​ໃຫ້​ອອກ​ອາ​ກາດ​ລາຍ​ການ​ຂ່າວ​ເປັນ​ພາ​ສາ​ອັງ​ກິດ ແລະ ພາ​ສາ​ຝະ​ລັ່ງ​ລາຍ​ການ​ທຳ​ອິດ​ເມື່ອ​ເດືອນ 9/1945 ມາ​ຮອດ​ປະ​ຈຸ​ບັນ, ລະ​ບົບ​ລາຍ​ການ​ກະ​ຈາຍ​ສຽງ​ເປັນ​ພາ​ສາ​ຕ່າງ​ປະ​ເທດ (VOV5) ໄດ້​ຜະລິດ​ລາຍ​ການ​ກະ​ຈາຍ​ສຽງ​ເປັນ​ 12 ພາ​ສາ​ຕ່າງ​ປະ​ເທດເຊັ່ນ: ອັ​ງ​ກິດ, ຝະ​ລັ່ງ, ຍີ​ປຸ່ນ, ລັດ​ເຊຍ, ຈີນ, ເຢຍ​ລະ​ມັນ, ໄທ, ລາວ, ກຳ​ປູ​ເຈຍ, ອິນ​ໂດ​ເນ​ເຊຍ, ແອດ​ສ​ປາຍ ແລະ ພາ​ສາ​ຫວຽດ​ນາມ. (VOV5) ມີຫຼາຍ​ລາຍ​ການ​ກະ​ຈາຍ​ສຽງ​ທີ່​ອຸ​ດົມ​ສົມ​ບຸນ, ຫຼາຍ​ຮູບຫຼາຍ​ສີ, ສາ​ມາດ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ດ້ານ​ຂ່າວ​ສານ​ຂອງ​ເພື່ອນ​ມິດ​ສາ​ກົນ​ ແລະ ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ. VOV5 ໄດ້​ເປີດກ​້​ວາງການ​ສື່​ຂ່າວ​ດ້ວຍ​ເວັບ​ໄຊ vovworld.vn ເພື່ອ​ໃຫ້​ລະ​ບົບ​ລາຍ​ການ​ກະ​ຈາຍ​ສຽງ​ເປັນ​ພາ​ສາ​ຕ່າງ​ປະ​ເທດເປັນ​ຂົວ​ເຊື່ອມ​ຕໍ່​ລະ​ຫວ່າງ​ຫວຽດ​ນາມ​ກັບ​ເພື່ອນ​ມິດ​ຢູ່ 5 ທະ​ວີບ​ໃນ​ໂລກ.

              ໃນ​ຈຳ​ນວນ 12 ​ລາຍ​ການ​ກະ​ຈາຍ​ສຽງ​ເປັນ​ພາ​ສາ​ຕ່າງ​ປະ​ເທດ, ກໍ​ມີ​ລາຍ​ການ​ກະ​ຈາຍ​ສຽງ​ສະ​ຫງວນ​ໃຫ້ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ. ສຳ​ລັບ​ເຂົາ​ເຈົ້າ​ແລ້ວ, ບັນ​ດາ​ຂໍ້​ມູນ​ຂ່າວ​ສານ​ກ່ຽວ​ກັບ​ບ້ານ​ເກີດ​ເມືອງນອນ ແລະ ປະ​ເທດ​ຊາດ​ໃນບັນ​ດາລາຍ​ການ​ກະ​ຈາຍ​ສຽງຂອງ VOV5 ໄດ້​ກາຍ​ເປັນ​ອາ​ຫານ​ທາງ​ດ້ານ​ຈິດ​ໃຈ​ທີ່​ຂາດບໍ່​ໄດ້​ສຳ​ລັບ​ຜູ້​ຟັງ, ຜູ້​ອ່ານ. ອ້າຍ​ໂງ​ຕ້ຽນ​ດຽບ ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ລັດ​ເຊຍ​ເປີດ​ເຜີຍ​ວ່າ :

    “ ຍາມ​ຄ່ຳ​ຄືນ, ຂ້າ​ພະ​ເຈົ້າ​ມັກ​ຟັງລາຍ​ການ​ກະ​ຈາຍ​ສຽງ​ສະ​ຫງວນ​ໃຫ້ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ. ເມື່ອ​ໄດ້​ຟັງ​ຄຳ​ຂຶ້ນ​ຕົ້ນ​ຂອງ​ລາຍ​ການແຕ່​ຄາວ​ຍັງ​ນ້ອຍດ ຂ້າ​ພະ​ເຈົ້າ​ຍັງ​ບໍ່​ທັນ​ເຂົ້າ​ໃຈ​ກ່ຽວ​ກັບ​ຄວາມ​ຮູ້​ສຶກ​ເມື່ອ​ຢູ່​ແດນ​ໄກ​ແມ່ນ​ຄື​ແນວ​ໃດ. ຈາກຄຳ​ເວົ້າຂອງໂຄ​ສົກ ກໍ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ.  ”

    ບໍ່​ພຽງ​ແຕ່​ສຳ​ລັບຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດເທົ່າ​ນັ້ນ, ສຳ​ລັບ​ຊາວ​ຕ່າງ​ປະ​ເທດ​ແລ້ວ, VOV5 ໄດ້​ກາຍ​ເປັນ​ຊ່ອງ​ຂ່າວ​ທີ່​ມີ​ຄຸນ​ຄ່າ​ທີ່​ສຸດ. ຜູ້​ຟັງ​ຊາວ​ຈີນ ຈາງ​ອາ​ຕຸງ ຊຶ່ງ​ແມ່ນ​ຜູ້​ມີ​ຄວາມ​ຜູກ​ພັນ​ກັບລາຍ​ການ​ກະ​ຈາຍ​ສຽງ​ເປັນ​ພາ​ສາ​ຈີນ​ຂອງ VOV5 ເປັນ​ເວ​ລາ 20 ປີ ໄດ້​ເວົ້າ​ຄວາມ​ໃນ​ໃຈ​ສູ່ຟັງ​ວ່າ :

    “ ຂ້າ​ພະ​ເຈົ້າ​ມັກ​ຟັງລາຍ​ການ​ກະ​ຈາຍ​ສຽງ​ເປັນ​ພາ​ສາ​ຕ່າງ​ປະ​ເທດຂອງ VOV5 , ເພາະ​ນີ້​ແມ່ນ​ປະ​ຕູ​ເພື່ອ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ເຂົ້າໃຈ​ກ່ຽວ​ກັບ​ຫວຽດ​ນ​າມ​ຕື່ມ​ອີກ. ຜ່ານ ລາຍ​ການ​ກະ​ຈາຍ​ສຽງ​ເປັນ​ພາ​ສາ​ຕ່າງ​ປະ​ເທດຂອງ VOV5 , ພວກ​ຂ້າ​ພະ​ເຈົ້າ​ສາ​ມາດ​ກຳ​ໄດ້​ສະ​ພາບ​ການ​ດ້ານ​ການ​ເມືອງ, ວັດ​ທະ​ນະ​ທຳ​ສັງ​ຄົມ, ຊີ​ວິດ​ການ​ເປັນ​ຢູ່ ແລະ     ຮີດ​ຄອງ​ປະ​ເພ​ນີ​ຂອງ​ປະ​ຊາ​ຊົນຫວຽດ​ນາມ ກໍ​ຄື​ວິ​ວັດ​ທະ​ນາ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຢູ່​ຫວຽດ​ນາມຫຼາຍ​ກ່​ວາ​ອີກ”

    ສ່ວນ​ທ່ານ Jean – Marie Monplot ຜູ້​ຟັງ​ຊາວ​ຝະ​ລັ່ງ ແບ່ງ​ປັນ​ວ່າ : 

   “VOV5 ມີ​ລາຍ​ການ​ພົບ​ປະ​ແລກ​ປ່ຽນ​ກັບ​ຜູ້​ຟັງ​ທີ່​ເປັນ​ໜ້າ​ປະ​ທັບ​ໃຈ ຊຶ່ງ​ວິ​ທະ​ຍຸ​ອື່ນໆ​ບໍ່​ມີ, ລາຍ​ການ​ໄດ້​ອອກ​ອາ​ກາດ​ອາ​ທິດ​ລະ​ຄັ້ງ ແລະ ກາຍເປັນຂົວ​ເຊື່ອມ​ຕໍ່​ກັບ​ພວກ​ຂ້າ​ພະ​ເຈົ້າ. ລາຍ​ການ​ໄດ້​ຊ່ວຍ​ໃຫ້​ຂ້າ​ພະ​ເຈົ້າ​ສາ​ມາດ​ເຂົ້​າ​ໃຈ​​ເລິກກ່ຽວ​ກັບ​ວັດ​ທະ​ນະ​ທຳ​ອາ​ຊີ​ຊຶ່ງ​ມີ​ຄວາມ​ແຕກ​ຕ່າງ​ກັບ​ວັດ​ທະ​ນະ​ທຳ​ເອີ​ລົບ, ເຂົ້າ​ໃຈ​ກ່ຽວ​ກັບ​ການ​ພັດ​ທະ​ນາ ແລະ ເປີດ​ປະ​ຕູ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຂອງ​ຫວຽດ​ນາມ ”

    ນັກ​ຂ່າວ​ຮ່​ວາງ​ເຮື້ອງ ຫົວ​ໜ້າລາຍ​ການ​ກະ​ຈາຍ​ສຽງ​ສະ​ຫງວນ​ໃຫ້ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ ໃຫ້​ຮູ້​ວ່າ :

     “ ເພື່ອ​ຊ່ວຍ​ໃຫ້​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດເຂົ້າ​ໃຈ​ກ່ຽວ​ກັບ​ສະ​ພາບ​ການ​ຢູ່​ພາຍ​ໃນ​ປະ​ເທດກວ່າ​ເກົ່າ, ແຕ່​ລະ​ວັນ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ເລືອກ​ເອົາ​ຂ່າວ​ຄາ​ວ​ທີ່​ພົ້ນ​ເດັ່ນ, ບັນ​ດາ​ຂົງ​ເຂດ​ທີ່​ພໍ່​ແມ່​ພີ​ນ້ອງ​ມີ​ຄວາມ​ສົນ​ໃຈ. ຄື​ຂ່າວ​ກ່ຽວ​ກັບ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ​ສັງ​ຄົມ, ການ​ເມືອງ, ນະ​ໂຍ​ບາຍ​ດຶງ​ດູດ​ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ ກໍ​ຄື​ສະ​ພາບ​ການ​ຂອງ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ ຊຶ່ງ​ຖືກ​ອັບ​ເດດ​ແຕ່​ລະ​ວັນໃນລາຍ​ການ​ກະ​ຈາຍ​ສຽງ​ສະ​ຫງວນ​ໃຫ້ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ ”

     ສ່ວນ​ນັກ​ຂ່າວ ໂຮ່​ຮົ່ງ​ແຫ້ງ ຮອງ​ຫົວ​ໜ້າ ລາຍ​ການ​ກະ​ຈາຍ​ສຽງ​ເປັນ​ພາ​ສາ​ອັງ​ກິດ​ເວົ້າວ່າ : 

   “ ພວກ​ຂ້າ​ພະ​ເຈົ້າໄດ້​ຮັບ​ຈົດ​ໝາຍ​ກໍ​ຄື​ຄຳ​ເຫັນ​ຂອງ​ຜູ້​ຟັງ​ຢ່າງຫຼວງຫຼາຍ. ຍົກ​ຕົວ​ຢ່າງ​ຄືໃນ​ຈຸດ​ເວ​ລາ​ນັກ​ກິ​ລາ​ຍິງ​ປືນ ຮ່​ວາງ​ຊວນ​ວີງ ຄ້​ວາ​ໄດ້ຫຼຽນ​ຄຳ​ທີ່​ງານ​ແຂ່ງ​ຂັນ​ກິ​ລາ​ໂອ​ລິມ​ປິກນັ້ນ, ມີ​ຜູ້​ຟັງຫຼາຍ​ທ່ານ​ໄດ້​ຝາກ​ຈົດ​ໝາຍ​ມາ​ຊົມ​ເຊີຍ ແລະ ສອບ​ຖາມ​ກ່ຽວ​ກັບ ນັກ​ກິ​ລາ​ ຮ່​ວາງ​ຊວນ​ວີງ  ແລະ ກິ​ລາຍິງ​ປືນຂອງ​ຫວຽດ​ນາມ. ນອກ​ຈາກນັ້ນ, ຜູ້​ຟັງ​ກໍ​ມີ​ຄວາມ​ສົນ​ໃຈ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ທາງ​ດ້ານ​ວັດ​ທະ​ນະ​ທຳ, ການ​ສຶກ​ສາ, ປະ​ຫວັດ​ສາດ, ຫມູ່​ບ້ານອາ​ຊີບ​ຫັດ​ຖະ​ກຳ…. ພວກ​ຂ້າ​ພະ​ເຈົ້າ​ພະ​ຍາ​ຍາມ​ຊອກ​ຫາ​ຂໍ້​ມູນ​ຂ່າ​ວສານເພື່ອ​ຕອບ​ສະ​ໜອງ​ຕາມ​ຄວາມ​ຕ້ອງ​ການ​ຂອງ​ຜູ້​ຟັງ​ເປັນ​ຢ່າງ​ດີ.”

      ຕໍ່​ໜ້າ​ການ​ພັດ​ທະ​ນາ​ດ້ານ​ຂ່າວ​ສານໃນ​ຍຸກ​ສະ​ໄໝດີ​ຈີ​ຕອນ,  VOV5 ຍາມ​ໃດ​ກໍ​ແມ່ນ​ຊ່ອງ​ຂ່າວ​ທີ່​ດູດ​ດື່ມ ແລະ ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກ​ຜູ້​ຟັງ, ຜູ້​ອ່ານ​ທັງຫຼາຍ. ນອກ​ຈາກ​ບັນ​ດາ ລາຍ​ການ​ກະ​ຈາຍ​ສຽງທີ່​ອອກ​ອາ​ກາດ​ຜ່ານ​ຄື້ນ​ກາງ, ຄື້ນ​ສັ້ນທີ່​ສະ​ຫງວນ​ໃຫ້​ຜູ້​ຟັງ​ຢູ່​ຕ່າງ​ປະ​ເທດ​ແລ້ວ, VOV5 ຍັງ​ມີ​ບັນ​ດາລາຍ​ການ​ກະ​ຈາຍ​ສຽງຜ່ານ​ຄື້ນ FM ທີ່​ສະ​ຫງວນ​ໃຫ້​ແກ້​ຜູ້​ຟັງ​ຊາວ​ຕ່າງ​ປະ​ເທດ​ທີ່​ພວມ​ດຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ​ຢູ່​ຫວຽດ​ນາມ​ກໍ​ຄື​ຊາວ​ຫວຽດ​ນາມ​ຮູ້​ພາ​ສາ​ອັງ​ກິດ. ຍົກ​ຕົວ​ຢ່າງ​ຄື: ​ລາຍ​ການ​ຂ່າວ​ພາ​ສາ​ອັງ​ກິດ FM 24/7, ເວບ​ໄຊ vovworld.vn ຊຶ່ງປະ​ກອບ​ດ້ວຍ​ບັນ​ດາ ລາຍ​ການ​ກະ​ຈາຍ​ສຽງ​ເປັນ​ 12 ພາ​ສາ​ຕ່າງ​ປະ​ເທດ. ທ່ານ​ຫງວຽນ​ຕ້ຽນ​ລອງ ຜູ້​ອຳ​ນວຍ​ການ VOV5 ໃຫ້​ຮູ້​ວ່າ : 

    “ ທາງ​ດ້ານ​ເນື້ອ​ໃນ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ກຳ​ນົດ​ຕ້ອງ​ຫັນ​ມາ​ຮັບ​ໃຊ້​ຕາມ​ເປົ້າ​ໝາຍ​ຜູ້​ຟັງ​ທີ່​ເຂົາ​ເຈົ້າ​ຕ້ອງ​ການ​ຟັງເພື່ອ​ຊອກ​ຮູ້​ກ່ຽວ​ກັບ​ຫວຽດ​ນາມ. ແບບ​ວິ​ທີ​ການ​ສະ​ແດງ​ແມ່ນ​ມີ​ລັກ​ສະ​ນະ​ສື່​ສານທັນ​ສະ​ໄໝ. ກ່ຽວ​ກັບ​ແບບ​ວິ​ທີ​ຖະ​ແຫຼງ​ຂ່າວ, ກ່ອນ​ໜ້ານີ້, ພວກ​ເຮົາ​ອອກ​ອາ​ກາດ​ຜ່ານ​ລະ​ບົບ​ຄື້ນ​ສັ້ນ ແລະ ຄື້ນ​ກາງ, ໃນ​ມໍ່​ໆມານີ້ ແມ່ນ​ໃຊ້​ຄື້ນ FM . ເລື່ອງ​ລະ​ບົບ​ອິນ​ເຕີ​ເນັດ​ພັດ​ທະ​ນາ​ຢ່າງ​ແຂງ​ແຮງ ກໍ​ໄດ້​ຊ່ວຍ​ຂໍ້​ມູນ​ຂ່າ​ວ​ສານ​ຂອງ VOV5 ໄປ​ຮອດມວນ​ຊົນ​ໄດ້​ຢ່າງ​ສະ​ດວກ​ສະ​ບາຍ ”

     71 ປີ ແລະ 12 ພາ​ສາ ແມ່ນບັນ​ດາ​ຕົວ​ເລກທີ່​ສະ​ແດງ​ໃຫ້​ເຫັນ​ການ​ຂະ​ຫຍາຍ​ຕົວ​ຂອງ VOV5. ເພື່ອ​ເປັນ​ການ​ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ອັນ​ດີ​ງາມນັ້ນ, ບັນ​ດາ ລາຍ​ການ​ກະ​ຈາຍ​ສຽງ​ຂອງ VOV5 ໄດ້​ນັບ​ມື້​ນັບ​ປ່ຽນ​ແປງ​ໃໝ່ ແລະ​ ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ເພື່ອ​ກາຍ​ເປັນ​ຂ​ົວ​ເຊື່ອມ​ຕໍ່ລະ​ຫວ່າງ​ຫວຽດ​ນາມ​ກັບ​ເພື່ອນ​ມິດ​ສາ​ກົນ​ຕະຫຼອດ​ການ.

ຕອບກັບ

ຂ່າວ/ບົດ​ອື່ນ