VOV5 ນຳເອົາຄວາມອົບອຸ່ນມາໃຫ້ປະຊາຊົນຢູ່ເຂດຊາຍແດນກາວບັ່ງໃນລະດູບານໃຫມ່


(vovworld)-  “ນຳ​ເອົາຄວາມ​ອົບ​ອຸ່ນ​​ມາ​ໃຫ້​ປະ​ຊາ​ຊົນຢູ່​ເຂດ​ຊາຍ​ແດນໃນ​ລະ​ດູ​ບານ​ໃຫມ່” ແມ່ນ​ຫົວ​ຂໍ້​ຂອງ​ການ​​ເຄື່ອນ​ໄຫວ​ເພື່ອ​ການກຸ​ສົນ​ໂດຍ​ພະ​ນັກ​ງານ,ນັກ​ຂ່າວ​ລະ​ບົບ​ລາຍ​ການ​ກະ​ຈາຍ​ສຽງ​ພາກ​ພາ​ສາ​ຕ່າງ​ປະ​ເທດ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ໄດ້​ປະ​ຕິ​ບັດ​ມາ​ເປັນ​ເວ​ລາ 4 ປີ​ແລ້ວ, ດ້ວຍ​ຈຸດ​ປະ​ສົງ​ແມ່ນ​ແບ່ງ​ເບົາ​ຄວາມ​ຫ​ຍຸ້ງ​ຍາກ, ສິ່ງ​ທີ່​ຂາດ​ເຂີນ​ສຳ​ລັບ​ນັກ​ຮຽນ ແລະ ປະ​ຊາ​ຊົນ​ຢູ່​ເຂດ​ຊາຍ​ແດນ ແລະ ສະ​ແດງ​ຄວາມ​ຮັບ​ຜິດ​ຊອບ​​ຕໍ່ສັງ​ຄົມ​. ປີນີ້ ລະ​ບົບ​ລາຍ​ການ​ກະ​ຈາຍ​ສຽງ​ພາກ​ພາ​ສາ​ຕ່າງ​ປະ​ເທດ ໄດ້​ຈັດ​ຕັ້ງ​ລາຍ​ການມອບ​ຂອງ​ຂວັນ​ໃຫ້​ປະ​ຊາ​ຊົນ ແລະ ນັກ​ຮຽນ ຢູ່ ຕາ​ແສງ ເກີນ​ນົງ, ເມືອງ ທົງ​ນົງ ແຂວງ ກາວ​ບັ່ງ.

VOV5 ນຳເອົາຄວາມອົບອຸ່ນມາໃຫ້ປະຊາຊົນຢູ່ເຂດຊາຍແດນກາວບັ່ງໃນລະດູບານໃຫມ່ - ảnh 1
ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຊົນ​ເຜົ່າ​ສ່ວນ​ຫ​ນ້ອຍ​ດີ​ໃຈ​ຫລາຍ​ເມື່ອ​ໄດ້​ຮັບ​ຂອງ​ຂວັນ​ຈາກ VOV5

        ໃນ​ຊຸມມື້​ອາ​ກາດ​ຫ​ນາວ​ຈັດ, ຝົນ​ຝອຍ, ​ອູນ​ຫະ​ພູມຕ່ຳ​ກວ່າ 10 ອົງ​ສາC, ຫວ່າງ​ແລ້ວນີ້ ພະ​ນັກ​ງານ, ນັກ​ຂ່າວ ລະ​ບົບ​ລາຍ​ການ​ກະ​ຈາຍ​ສຽງ​ພາກ​ພາ​ສາ​ຕ່າງ​ປະ​ເທດ ໄດ້​ໄປ​ເຖິງ 5 ບ້ານ​ທີ່​ປະ​ສົບ​ກັບ​ຄວາມ​ຫ​ຍຸ້ງ​ຍາກ​ເປັນ​ພິ​ເສດຂອງ​ຕາ​ແສງ​ຢູ່​ເຂດຊາຍ​ແດນ ​ທີ່ ຫ່າງ​ຈາກ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ​ເກືອບ 400 ກິ​ໂລ​ແມັດ. ຕາ​ແສງ ເກີນ​ນົງ ມີ 358 ຄອບ​ຄົວ, ໃນ​ນັ້ນ ມີກວ່າ 140 ຄອບ​ຄົວ​ທຸກ​ຍາກ ແລະ ສ​່ວນ​ຫລາຍ​ແມ່ນ​ຂຶ້ນ​ກັບ​ບັນ​ດາ​​ຄຸ້​ມບ້ານ​ຕິດ​ກັບ​ຊາຍ​ແດ​ນ​ຄື ນາ​ເຕັ່ງ, ເຄົາ​ເຢື້ອ, ພຽງ​ພານ, ຫລູງວາຍ ແລະ ເງື່ອມກວກ. ທ່ານ ແຫລງວັນ​ເຢົາ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ຕາ​ແສງ ເກີນ​ນົງ ໃຫ້​ຮູ້​ວ່າ:

“​ອັດ​ຕາ​​ການກືກ​ຫ​ນັງ​ສື​ຂອງ​ປະ​ຊາ​ຊົນ​ຢູ່​ທີ່ນີ້ແມ່​ນ​ຢູ່​ໃນ​ລະ​ດັບ​ສູງ ແລະ ບໍ່​ທັນ​ໝູນ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ນິກ​ໄດ້​. ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ພຽງ​ອີງ​ໃສ່​ກະ​ສິ​ກຳ ແລະ ການ​ລ້ຽງ​ສັດ, ສະ​ນັ້ນ ລະ​ດັບ​ການ​ພັດ​ທະ​ນາ​ຍັງ​ຊັກ​ຊ້າ​ເມື່ອ​ທຽບ​ໃສ່​ບັນ​ດາ​ຕາ​ແສງ​ອື່ນ​ໃນ​ບໍ​ລິ​ເວັນ​ເມືອງ ທົງ​ນົງ.”

VOV5 ນຳເອົາຄວາມອົບອຸ່ນມາໃຫ້ປະຊາຊົນຢູ່ເຂດຊາຍແດນກາວບັ່ງໃນລະດູບານໃຫມ່ - ảnh 2
​ທ່ານ​ນາງ​ດ່​ວານ​ທິ​ຈູງ ຜູ້​ອຳ​ນວຍ​ການ VOV5 ມອບ​ຜ້າ​ຫົ່ມ​ໃຫ້​
ຊາວ​ບ້ານ ຫລູງວາຍ

ຕາມ​ທ່ານ​ເຢົາ​ແລ້ວ, ຢູ່ ຄຸ້ມ​ບ້ານ ເຄົາ​ເຢື້ອ, ເງື່ອມກວກ, ຊາວ​ບ້ານ​ຜູ້​ທີ່​ມີ​ອາ​ຍຸ ​ແຕ່ 30 ປີ​ຂຶ້ນ​ໄປ ສ່ວນ​ຫລາຍບໍ່​ຮູ້​ຫ​ນັງ​ສື, ເວົ້າ​ພາ​ສາ​ຫວຽດ​ບໍ່​ເປັນ ພຽງ​ແຕ່​ເວົ້າ​ພ​າ​ສາ​ຊົນ​ເຜົ່າຕົນ. ຊີ​ວິດ​ການ​ເປັນ​ຢູ່​ຂອງ​ເຂົາ​ເຈົ້າ​ປະ​ສົບ​ກັບ​ຄວາມ​ຫ​ຍຸ້ງ​ຍາກ​ຫລາຍ, ສະ​ນັ້ນ​ເມື່ອ​ໄດ້​ຮັບ​ຂອງ​ຂວັນ ເຖິງວ່າ​ຕ້ອງໃຊ້​ເວ​ລາ 2,3 ຊົ່ວ​ໂມງ​ເພື່ອ​ຂຶ້ນ​ພູ​ໄປ​ຮັບ​ຂອງ​ຂວັນ ແຕ່​ເຂົາ​ເຈົ້າ​ກໍ​ຮູ້​ສຶກ​ດີ​ໃຈ​. ປ້າ ມູ່​ນາຍ ຊາວ​​ເຜົ່າ​ມົ້ງ ໃຫ້​ຮູ້​ວ່າ:

        “ມື້ນີ້​ໄດ້​ຮັບ​ຜ້າ​ປູ ແລະ ເຄື່ອງ​ຂອງ​ຈຳ​ເປັນ​ຫລາຍ​ຢ່າງ ຂ້າ​ພະ​ເຈົ້າ​ດີ​ໃຈ​ຫລາຍ. ເພາະ​ວ່າຄອບ​ຄົວ​ບໍ່​ມີ​ຜ້າ​ຫົ່ມ ສະ​ນັ້ນ​ເມື່ອ​ໄດ້​ຮັບ​ຜ້າ​​ຫົ່ມຈະ​ບໍ່​ຫ​ນາວ​ອີກ​ແລ້ວ”

ເມື່ອ​ໄດ້​ຮັບ​ຂ່າວ​ວ່າ ມ​ີ​ພະ​ນັກ​ງານ, ນັກ​ຂ່າວ ລະ​ບົບ​ລາຍ​ການ​ກະ​ຈາຍ​ສຽງ​ພາກ​ພາ​ສາ​ຕ່າງ​ປະ​ເທດ ຈະ​ມາ​ເຄື່ອນ​ໄຫວ​ວຽກ​ງານ​ການ​ກຸ​ສົນ, ​ຄອບ​ຄົວ​ທ່ານ ມີງ​ທົງ ປີນີ້​​ມີອາ​ຍຸ 80 ປີແລ້ວ ຢູ່ ຊອກ​ເຊີ​ນ ຮ່າ​ໂນ້ຍ ກໍ​ໄດ້​​ສົ່ງ ຜ້າ​ພັນ​ຄໍກວ່າ 100 ຜືນໃຫ້​ລາຍ​ການ ເພື່ອ​ມ​ອບ​ໃຫ້​ປະ​ຊາ​ຊົນ​ຢູ່​ເຂດ​ພູ​ສູງ. ບັນ​ດາ​ບໍ​ລິ​ສັດ​ຄື: Vietsense Travel, Asialand Travel ກໍ​ໄດ້​ຮ່ວມ​ແຮງ​ຮ່ວ​ມ​ໃຈ​ພ້ອມ​ກັ​ບ​ລາຍ​ການເຄື່ອນ​ໄຫວ​ກຸ​ສົນ​ຂອງ VOV5 ມາ​ເປັນ​ເວ​ລາ​ຫລາຍ​ປີ​ແລ້ວ. ນອກນັ້ນ ທ່ານ ຕາຍ​ເຟືອງ ຊື່​ງ​ແມ່ນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ອາ​ເມ​ລິ​ກາ ຜ່ານ​ລາຍ​ການ​ກະ​ຈາຍ​ສຽງ​ພາ​ສາ​ຫວຽດທີ່​ຮັບ​ໃຊ້​ຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ ກໍ​ໄດ້​ມອບ ເກີບ 160 ຄູ່​ມາໃຫ້​ພວກ​ຫລານ​​ນັກ​ຮຽນ​ໄດ້​ໃສ່ໄປ​ໂຮງ​ຮຽນ​ໃນ​ຍາມ​ອາ​ກາດ​ຫ​ນ​າວ​ຈັດ. ວິ​ສະ​ຫາ​ກິດ​ຂົນ​ສົ່ງ ແລະ ການ​ຄ້າ ນີງ​ຫວູ ​ກໍ​ໄດ້​ປະ​ກອບ​ສ່ວນຂົນ​ສົ່ງ​ສິນ​ຄ້າ​​ສິ່ງ​ຂອງ​ດັ່ງ​ກ່າວ​ໃຫ້​ພໍ່​ແມ່​ປ​ະ​ຊາ​ຊົນ. ເມື່ອ​ໄດ້​ຮັບ​ເຄື່ອງ​ຊ່ວຍ​ເຫລືອ, ຫລານ ຈີ້ງວັນ​ເກືອງ ນັກ​ຮຽນ​ມໍ 5 ຊາວ​ເຜົ່າ​ຢ້າວ ເວົ້າ​ດ້ວຍ​ຄວາມ​ດີ​ໃຈ​ວ່າ:

        “ມື້ນີ້​ໄດ້​ຮັບ​ໂສ້ງ​ເສື້ອ, ເກີບ, ເຂົ້າ​ຫ​ນົມ ຫລານດີ​ໃຈ​ຫລາຍ ແລະ ມັກ​ທີ່​ສຸດ. ເກີບ​ຂອງ​ຫລານ​ກໍ​​ເກົ່າ​ແລະ​ຂາດ​ແລ້ວ ບັດ​ນີ້​ຫລາຍມີ​ເກີບ​ໃຫມ່ ​ໃສ່ໄປ​ໂຮງ​ຮຽນ​ຈະ​ສະ​ດວກກວ່າ ຮູ້​ສຶກ​ບໍ່​ຫ​ນາວ​ອີກ.”

VOV5 ນຳເອົາຄວາມອົບອຸ່ນມາໃຫ້ປະຊາຊົນຢູ່ເຂດຊາຍແດນກາວບັ່ງໃນລະດູບານໃຫມ່ - ảnh 3
ທ່ານ​ນາງ ຫງວຽນ​ທິ​ທູຍ​ລານມອບ​ຂອງ​ຂວັນ​ໃຫ້​ນັກ​ຮຽນ​ປະ​ຖົມ​
ເກີນ​ນົງ

        ນັກ​ຮຽນ​ເກືອບ 260 ຄົນ, ອ້າຍ​ຄູ​ເອື້ອຍ​ຄູ​ເກືອບ 25 ຄົນ ແລະ 120 ຄອບ​ຄົວ​ຢູ່ 5 ຄຸ້ມ​ບ້ານ​ທີ່​ໄດ້​ຮັບ​ຂອງ​ຂວັນ​ໃນ​ໂອ​ກາດນີ້. ຂອງ​ຂວັນ​ລວມ​ມີ: ຜ້າ​ຫົ່ມ, ຜ້າ​ພັນ​ຄໍ, ເສື້ອ​ກັນ​ຫ​ນາວ, ອຸ​ປະ​ກອນ​ການ​ສຶກ​ສາ ແລະ ເຄື່ອງ​ຂອງ​ທີ່​ຈຳ​ເປັນ​ອື່ນ​ຈຳ​ນວນ​ຫ​ນຶ່ງ ລວມ​ມູນ​ຄ່າ​ເກືອບ 90 ລ້ານ​ດົງ. ນີ້​ແມ່ນ​ຈຳ​ນວນ​ເງິນ​ໂດຍ​ພະ​ນັກ​ງານ, ນັກ​ຂ່າວ, ບັນ​ນາ​ທິ​ການ ລະ​ບົບ​ລາຍ​ການ​ກະ​ຈາຍ​ສຽງ​ພາກ​ພາ​ສາ​ຕ່າງ​ປະ​ເທດ ແລະ ບັນ​ດາ​ນັກ​ອຸ​ປະ​ຖຳ​ບໍ​ລິ​ຈາກ. ເຖິງວ່າ​ຈຳ​ນວນ​ເງິນ​ສະ​ຫ​ນັບ​ສະ​ຫ​ນູນບໍ່​ຫລາຍ​ປານ​ໃດ​ກໍ​ຕາມ ແຕ່​ສິ່ງ​ດັ່ງ​ກ່າວ​ກໍ​ສະ​ແດງ​ໃຫ້​ເຫັນ​ອາ​ລົມ​ຈິດ​ຂອງ​ນັກ​ຂ່າວ ລະ​ບົບ​ລາຍ​ການ​ກະ​ຈາຍ​ສຽງ​ພາກ​ພາ​ສາ​ຕ່າງ​ປະ​ເທດ ທີ່​ມີ​ຕໍ່​ພໍ່​ແມ່​ປະ​ຊາ​ຊົນ​ຊົນ​ເຜົ່າ​ສ່ວນ​ຫ​ນ້ອຍ​ຢູ່​ທາງ​ທິດ​ເຫ​ນືອ​ຫວຽດ​ນາມ. ທ່ານ ແຫລງວັນ​ເຢົາ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ຕາ​ແສງ ເກີນ​ນົງ ໃຫ້​ຮູ້​ວ່າ: ແຕ່​ລະ​ປີ ຕາ​ແສງ​ລ້ວນ​ແຕ່​ໄດ້​ຮັບ​ການ​ຫ​ນູນ​ຊ່ວຍ​ຈາກ​ຫລາຍ​ຄະ​ນະ, ຂະ​ແຫນງ​ການ, ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​ຕ່າງ​ໆ. ແຕ່​ວ່າ ລະ​ບົບ​ລາຍ​ການ​ກະ​ຈາຍ​ສຽງ​ພາກ​ພາ​ສາ​ຕ່າງ​ປະ​ເທດ ແມ່ນ​ອົງ​ການ​​ທີ່ມອບ​ຂອງ​ຂວັນ​ໃຫ້​ບັນ​ດາ​ຄອບ​ຄົວ​ທຸກ​ຍາກ ແລະ ນັກ​ຮຽນ​​ປະ​ຖ​ົມ​ຫລາຍ​ກວ່າ​ໝູ່

        “​ລາຍ​ການ​ກຸ​ສົນ​ຂອງ ລະ​ບົບ​ລາຍ​ການ​ກະ​ຈາຍ​ສຽງ​ພາກ​ພາ​ສາ​ຕ່າງ​ປະ​ເທດ ມີ​ຄວາມ​ໝາຍ​ຢ່າງ​ແທ້​ຈິງ. ນີ້​ແມ່ນ​ການ​ລະ​ດົມ​ກຳ​ລັງ​ໃຈ​​ໃຫ້ພະ​ນັກ​ງານ​ຕາ​ແສງ​ກໍ​ຄື​ພໍ່​ແມ່​ປະ​ຊາ​ຊົນ​ຕາ​ແສງ​ເກີນ​ນົງ ພິ​ເສດ​ແມ່ນ​ບັນ​ດາ​ຄອບ​ຄົວ​ທີ່​ທຸກ​ຍາກ ເພື່ອ​ຫລຸດ​ຜ່ອນ​ຄວາມ​ຫ​ຍຸ້ງ​ຍາກ​ໃນ​ຊີ​ວິດ​ການ​ເປັນ​ຢູ່ ຈາກນັ້​ນ ສາ​ມັກ​ຄີ​ພັດ​ທະ​ນາ​ເສດ​ຖະ​ກິ​ດ​ສັງ​ຄົມ ແລະ ປົກ​ປັກ​ຮັກ​ສາ​ເຂດ​ຊາຍ​ແດນ​ຂອງ​ປະ​ເທດ​ຊາດ ເພື່ອ​ໃຫ້​ພວກ​ນ້ອງ​ນັກ​ຮຽນ ແລະ ຄອບ​ຄົວ​ທຸກ​ຍາກ​ຢູ່​ບໍ​ລິ​ເວນ​ໄດ້​ຕ້ອນ​ຮັບ​ບຸນ​ເຕັດ​ຢ່າງ​ອົບ​ອຸ່ນກວ່າ ແລະ ຜາ​ສຸກກວ່າ.”

        ເຖິງວ່າ ອາ​ກາດ​ຫ​ນາວ​ຈັດ, ຝົນ​ຝອຍ ບໍ່​ເອື້ອ​ອຳ​ນວຍ​ກໍ​ຕາມ ແຕ່​ເມື່ອ​ໄດ້​ຮັບ​ຄວາມ​ແບ່ງ​ປັນ​ຂອງ​ທ່ານ ນົງ​ງອກ​ຕວຽນ ເລ​ຂາ​ທິ​ການ​ຄະ​ນະ​ພັກ ຕາ​ແສງ ເກີນ​ນົງ ກ່ອນ​ທີ່​ອຳ​ລາ​ຈາກ ຄະ​ນະ​ພະ​ນັກ​ງານ​ນັກ​ຂ່າວ VOV5 ທີ່ວ່າ: ບຸນ​ເຕັດ​ນີ້ ພໍ່​ແມ່​ປ​ະ​ຊາ​ຊົນ​ຈະ​ມີ​ຄວາມ​ອົບ​ອຸ່ນກວ່າ” ພະ​ນັກ​ງານ, ນັກ​ຂ່າວໃນ ລະ​ບົບ​ລາຍ​ການ​ກະ​ຈາຍ​ສຽງ​ພາກ​ພາ​ສາ​ຕ່າງ​ປະ​ເທດ​ຜູ້​ໃດ​ກໍ​ຮູ້​ສຶກ​ດີ​ໃຈ​ເມື່ອ​ໄດ້​ປະ​ກອບ​ສ່ວນ​ພ້ອມ​ກັບ​ບັນ​ດາ​ອົງ​ການ​ກຸ​ສົນ​ອື່ນ​ບັນ​ເທົາ​ຄວາມ​ທຸກ​ຍາກ​ສ່ວນ​ໃດ​ຫ​ນຶ່ງ​ໃຫ້​ແກ່​ປະ​ຊາ​ຊົນ​ຊົນ​ເຜົ່າ​ສ່ວນ​ຫ​ນ້ອຍ​.

 

ຕອບກັບ

ຂ່າວ/ບົດ​ອື່ນ