Daria Mishukova - ຊາວລັດເຊຍນິຍົມວັດທະນະທຳຫວຽດນາມ

(VOVWORLD) -Daria Mishukova - ເຊິ່ງແມ່ນຊາວລັດເຊຍ ຜູ້ໜຶ່ງທີ່ນິຍົມວັດທະນະທຳຫວຽດນາມ, ຊື່ຂອງ Daria ໄດ້ການເປັນສິ່ງທີ່ຮູ້ຈັກກັນດີຈາກວົງການສື່ມວນຊົນ. ແຕ່ລະເທື່ອໄດ້ພົບປະກັບ Daria, ໄດ້ຮັບຟັງລາວເລົ່າເລື່ອງຕິດພັນກັບຫວຽດນາມ ຂອງຕົນ, ພວກຂ້າພະເຈົ້າລ້ວນແຕ່ເຫັນວ່າມັນໃໝ່ອ່ຽມ ແລະ ເປັນໜ້າເຄົາລົບ.

Daria Mishukova - ຊາວລັດເຊຍນິຍົມວັດທະນະທຳຫວຽດນາມ - ảnh 1

 Daria Mishukova - ເຊິ່ງແມ່ນຊາວລັດເຊຍ ຜູ້ໜຶ່ງທີ່ນິຍົມວັດທະນະທຳຫວຽດນາມ

(ພາບ: vnanet.vn)

Daria ໃຫ້ຮູ້ວ່າ, ເລື່ອງເຮັດເສດຖະກິດໄດ້ຊ່ວຍໃຫ້ລາວດຳລົງຊີວິດຢູ່ຫວຽດນາມ ໄດ້ດີ, ມີເງື່ອນໄຂເພື່ອຊອກຮູ້, ຄົ້ນຄວ້າວັດທະນະທຳຫວຽດນາມ ແລະ ໂຄສະນາວັດທະນະທຳຫວຽດນາມ ເຖິງເພື່ອນມິດສາກົນ, ໂດຍສະເພາະແມ່ນເພື່ອນມິດຊາວລັດເຊຍ.

“ຂ້າພະເຈົ້າບໍ່ອາດແຍກວັດທະນະທຳ ແລະ ເສດຖະກິດອອກຈາກກັນໄດ້. ຍ້ອນວ່າ, ຖ້າຫາກບໍ່ມີເສດຖະກິດ, ວັດທະນະທຳຍາກທີ່ຈະຮັກສາ ແລະ ຄົງຕົວໄດ້. ດ້ານອື່ນ, ຍ້ອນຄວາມເຂົ້າໃຈດ້ານວັດທະນະທຳ, ທາງດ້ານຈິດຕະອາດສາມາດສ້າງບັນດາຄຸ້ນຄ່າດ້ານເສດຖະກິດ. ຕົວຢ່າງຄື: ໜຶ່ງໃນບັນດາເນື້ອໃນໃຫ້ຄຳປຶກສາຂອງຂ້າພະເຈົ້າກັບວົງການນັກທຸລະກິດແມ່ນຕົ້ນກຳເນີດຂອງບັນຫາ ບາງເທື່ອແມ່ນເກີດມາຈາກວັດທະນະທຳ, ຈາກບັນດາຄວາມແຕກຕ່າງທາງດ້ານຈິນຕະນາການລະຫວ່າງຊາວລັດເຊຍ ແລະ ຊາວຫວຽດນາມ, ຫຼັງຈາກນັ້ນ, ຍົກອອກບັນດາວິທີການແກ້ໄຂແມ່ນຄືແນວໃດ”.

Daria ມີຈິນຕະນາການຂອງຜູ້ເຮັດວຽກງານຄົ້ນຄວ້າ ແລະ ດຳເນີນທຸລະກິດໃນຂົງເຂດກໍ່ສ້າງ ແລະ ພັດທະນາເຄື່ອງໝາຍການຄ້າ. ເອືຶ້ອຍກໍ່ມີໄລຍະເປັນຄູສອນພາສາຫວຽດ ແລະ ເປັນຮອງຫົວໜ້າພະແນກຫວຽດນາມ ວິທະຍາ ຂອງມະຫາວິທະຍາໄລຕາເວັນອອກໄກ ຢູ່ລັດເຊຍ. ສະນັ້ນ, ເອື້ອຍ ມີຄວາມຮັກ, ຄວາມເມົາມົວຊອກຮູ້ ແລະ ສະສົມຄວາມຮູ້ກ່ຽວກັບວັດທະນະທຳຫວຽດນາມ ຢ່າງມີວິທະຍາສາດ, ຈາກບັນດາສິ່ງທີ່ຄິດມັນນ້ອຍໆ ແລະ ລຽບງ່າຍນັ້ນ.

ໂດຍມີການພົວພັນ, ເປັນເພື່ອນກັບບັນດາຄອບຄົວຊາວຫວຽດນາມ ທີ່ເປັນມູນເຊື້ອ, Daria ຮູ້ໄດ້ວິທີ ແລະ ຄວາມສຳນຶກກ່ຽວກັບຫຼາຍຈຸດໃນວັດທະນະທຳຂອງ 2 ປະເທດແມ່ນມີຄວາມແຕກຕ່າງກັນ.

Daria ຊຸມໃສ່ເຂົ້າໃນການໄປຢ້ຽມຢາມ ແລະ ຂຽນກ່ຽວກັບວັດທະນະທຳຫວຽດນາມ ເພື່ອໂຄສະນາຫວຽດນາມ ເຖິງເພື່ອນມິດສາກົນ, ໂດຍສະເພາະແມ່ນນັກທ່ອງທ່ຽວລັດເຊຍ. ຈາກວິໄສທັດຂອງຕົນ ແລະ ຮັບຟັງຈາກເພື່ອນມິດສາກົນ, Daria ໄດ້ຄັດເລືອກ, ຊີ້ອອກບັນດາຈຸດຄວາມງາມໃນວັດທະນະທຳຫວຽດນາມ ທີ່ມີກຳລັງດຶງດູດສຳລັບນັກທ່ອງທ່ຽວລັດເຊຍ ເວົ້າສະເພາະ ແລະ ນັກທ່ອງທ່ຽວສາກົນເວົ້າລວມ. Daria ກໍ່ໄດ້ຂຽນປື້ມທີ່ມີຊື່ວ່າ “ຫວຽດນາມ - ປະເທດແຫ່ງລູກມັງກອນຫຼານເທວະດາ” ແລະ ໄດ້ພິມຈຳໜ່າຍດ້ວຍພາສາລັດເຊຍ ເມື່ອປີ 2007 ແລະ ໄດ້ແປເປັນພາສາຫວຽດນາມ ເມື່ອປີ 2013 ໄດ້ກາຍເປັນປື້ມທ່ອງທ່ຽວຂອງນັກທ່ອງທ່ຽວນັບລ້ານຄົນ.

ບັນດາບົດຂຽນກ່ຽວກັບຫວຽດນາມ ຂອງ Daria ໄດ້ປະກົດເປັນໄລຍະຢູ່ບັນດາວາລະສານໃນຖ້ຽວບິນຕ່າງໆຂອງບໍລິສັດທ່ອງທ່ຽວ Pegas (ລັດເຊຍ) ໄດ້ດຶງດູດນັກທ່ອງທ່ຽວເປັນຈຳນວນຫຼາຍ. ທ່ານນາງ ຮ່ວາງທິຟອງທູ, ສະມາຊິກບໍລິສັດທ່ອງທ່ຽວສາກົນ Pegas Misr ຫວຽດນາມ ຈຳກັດໃຫ້ຮູ້ວ່າ.

“Daria ມີຄວາມເຂົ້າໃຈກ່ຽວກັບດ້ານວັດທະນະທຳ, ປະຫວັດສາດ, ຮີດຄອງປະເພນີຂອງຫວຽດນາມ ຢ່າງເລິກເຊິ່ງ. ເອື້ອຍໄດ້ຂຽນປື້ມຫຼາຍຫົວກ່ຽວກັບຫວຽດນາມ. ໃນຊຸມປີທຳອິດທີ່ດຳເນີນບັນດາຖ້ຽວບິນຂອງ Pegas ທີ່ບິນເຖິງຫວຽດນາມ ແລະ ບິນໄປທົ່ວໂລກ, ໃນບັນດາປື້ມໂຄສະນາຂອງບໍລິສັດການບິນດັ່ງກ່າວ, ຍາມໃດ Daria ກໍ່ມີບັນດາບົດຂຽນກ່ຽວກັບວັດທະນະທຳ, ທັດສະນີຍະພາບ, ທ່ອງທ່ຽວ, ອາຫານການກິນຂອງຫວຽດນາມ, ຊ່ວຍໃຫ້ນັກທ່ອງທ່ຽວລັດເຊຍ ມີຄວາມເຂົ້າໃຈກ່ຽວກັບຫວຽດນາມ ແລະ ມາຫວຽດນາມ”.

ຮ່ວມເຮັດວຽກງານກັບ Daria, ດ້ວຍຈຸດປະສົງໂຄສະນາວັດທະນະທຳຫວຽດນາມ ອອກສູ່ໂລກ, ນັກຄົ້ນຄວ້າ, ນັກການທູດ, ນັກຄຸ້ມຄອງຫຼາຍທ່ານໄດ້ຕີລາຄາສູງບັນດາການປະກອບສ່ວນຂອງ Daria ໃນການໂຄສະນາພາບພົດຂອງຫວຽດນາມ ໃນປະຊາຄົມລັດເຊຍ. ທ່ານສາດສະດາຈານວິທະຍາສາດ ຟານດິງເຕີນ, ຮອງປະທານຮັບຜິດຊອບສະເພາະສະພາທິດສະດີຕຳໜິວິຈານວັນນະຄະດີສິລະປະສູນກາງ, ໃຫ້ຮູ້ວ່າ.

“Daria ແມ່ນນັກປະພັນມີຄວາມຮູ້ດ້ານວັດທະນະທຳຂອງຫວຽດນາມ ເລິກເຊິ່ງພໍສົມຄວນ. Daria ໄດ້ມີບັນດາການປະກອບສ່ວນຢ່າງແທດຈິງ, ລະອຽດ. ຕົວຢ່າງຄືໂຄສະນາກ່ຽວກັບຄວາມງາມຂອງຫວຽດນາມ ເພື່ອດຶງດູດນັກທ່ອງທ່ຽວ, ດຶງດູດນັກລົງທຶນເຂົ້າມາຕະຫຼາດຫວຽດນາມ, ພິເສດແມ່ນບັນດາໂຄງການກ່ຽວກັບການທ່ອງທ່ຽວ, ລາຍການທ່ອງທ່ຽວ, ພ້ອມທັງໂຄສະນາພາບພົດວັດທະນະທຳຫວຽດນາມ ເຖິງປະຊາຄົມບັນດາຜູ້ເວົ້າພາສາລັດເຊຍ ເວົ້າລວມ, ຫາກບໍ່ສະເພາະແຕ່ຊາວລັດເຊຍເທົ່ານັ້ນ”.

ປະຈຸບັນ, Daria ພວມມີແນວຄວາມຄິດສ້າງບັນດາໂຄງການສື່ສານກ່ຽວກັບເຄື່ອງໝາຍການຄ້າຫວຽດນາມ ໃນຂະແໜງທ່ອງທ່ຽວ, ສົ່ງເສີມການລົງທຶນລະຫວ່າງ 2 ປະເທດຫວຽດນາມ - ລັດເຊຍ. ສຳລັບຊາວຫວຽດນາມ ແຕ່ລະຄົນແລ້ວ, ເມື່ອມີໂອກາດພົບປະກັບ Daria, ແນ່ນອນວ່າຈະຮັກວັດທະນະທຳຂອງຊາດຕົນກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ