ກຸ່ມ Hanoikids, ບັນດານັກການທູດວັດທະນະທຳຮ່າໂນ້ຍ


(vovworld)- ໂດຍ​ໄດ້​ຕັ້ງ​ຊື່​ວ່າ: ບັນ​ດາ​ນັກ​ການ​ທູດ​ຫ​ນຸ່ມ​ນະ​ຄອນ​ຫລວງ”, ບັນ​ດາ​ສະ​ມາ​ຊິກ​ຂອງ​ສະ​ໂມ​ສອນ Hanoikids ສ່ວນ​ຫລາຍ​ແມ່ນ​ບັນ​ດາ​ນັກ​ສຶກ​ສາໄດ້​ຮັບ​ຄວາມ​ຮັກ​ແພງ​ຈາກ​ນັກ​ທ່ອງ​ທ່ຽວ​ສາ​ກົນ​ເມື່ອ​ມາ​ຢ້ຽມ​ຢາມ​ ຮ່າ​ໂນ້ຍ. ດ້ວຍ​ທິດ​ນຳ “No tips, no charge” ສະ​ໂມ​ສອນ Hanoikids ໄດ້​ແນະ​ນຳ​ໃຫ້ນັກ​ທ່ອງ​ທ່ຽວຕ່າງ​ປະ​ເທດມາ​ຢ້ຽມ​ຢາມ​ນະ​ຄອນ​ຫລວງ​ຮ່າ​ໂນ້ຍ 7000 ລາຍ​ການ​.

ກຸ່ມ Hanoikids, ບັນດານັກການທູດວັດທະນະທຳຮ່າໂນ້ຍ - ảnh 1
ບັນ​ດາ​ສະ​ມາ​ຊິກ​ໃມ​ສະ​ໂມ​ສອນHanoikids
ພາບ:huongdanvien.vn

        ​ປີ 2006, ​ສະ​ໂມ​ສອນ Hanoikids ຖື​ກ​ສ້າງ​ຕັ້ງ​ຂຶ້​ນ, ດ້ວຍສະ​ມາ​ຊິກ, ​ເຊິ່ງ​ແມ່​ນນັກ​ສຶກສາ​ໜຸ່ມ 20 ຄົນ, ແຕ່​ລະ​ມື້​ພວກ​ເພື່ອນ​ຫນຸ່ມເຄີຍຊອກ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​​ທີ່​ຍ່າງ​ເລາະ​ຫລິ້ນ​ຢູ່​ອ້ອມຫນອງ ໂຮ່​ເກືອມ ເພື່ອ​ໂອ້​ລົ​ມສົນ​ທະ​ນາກັບ​ເຂົາ​ເຈົ້າ​​ແນ​ໃສ່​ຍົກ​ລະດັບດ້ານພາ​ສາ​ຕ່າງ​ປະ​ເທດຂອງ​ຕົນ​​ຂຶ້ນ. ໜ້າ​ທີ່​ຂອງ​ບັນດາ​ສະມາຊິກ​ໃນສະ​ໂມ​ສອນ Hanoikids ​​ແມ່ນ​ແນະ​ນຳ​ໃຫ້​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຢູ່ຮ່າ​ໂນ້ຍ​. ເມື່ອ​​​ເວົ້າ​ເຖິງຊຸມມື້​ທຳ​ອິດແຫ່ງ​ການ​ເຄື່ອນ​ໄຫວ​ຂອງ​ສະ​ໂມ​ສອນ, ເພື່ອນ ເລ​ທິ​ຮົ່ງ​ເຍີດ, ຫົວໜ້າສະ​ໂມ​ສອນ​ Hanoikids ​ແບ່ງປັນວ່າ:

        “ໃນ​ໄລ​ຍະ​ຕົ້ນ, ສະ​ໂມ​ສອນ Hanoikids ປະ​ສົບ​ກັບ​ຄວາມ​ຫ​ຍຸ້ງ​ຍາກ​ຫລາຍ​ຢ່າງ ເພາະ​ວ່າ ນັກ​ທ່ອງ​ທ່ຽວ​ສ່ວນ​ຫລາຍບໍ່​ເຊື່ອ​​ໄດ້ວ່າ ບັນ​ດາ​ສະ​ມາ​ຊິກ​ຂອງ​ສະ​ໂມ​ສອນ​ຈະພາ​ເຂົາ​ເຈົ້າ​ໄປ​ທ່ຽວ​ນະ​ຄອນ​ຫລວງ​ຮ່າ​ໂນ້ຍ ໂດຍບໍ່​ເກັບ​ຄ່າ. ສະ​ນັ້ນ ສະ​ໂມ​ສອນ Hanoikids ຕ້ອງ​ພິມ​ໃບ​ໂຄ​ສະ​ນາ​ເປັນ​ຈຳ​ນວນ​ຫລາຍ ແລະ ບັນ​ດາ​ສະ​ມາ​ຊິກ​ຕ້ອງ​ຍ່າງ​ອ້ອມຫນອງ​ໂຮ່​ເກືອບ ເພື່ອ​ແນະ​ນຳ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ໃຈ​ກ່ຽວ​ກັບ​ຕົນ​ເອງ. ນອກນັ້ນ, ບັນ​ດາ​ສະ​ມາ​ຊິກ​ໃນ​ສະ​ໂມ​ສອນກໍ່ໄປ​ຍັງ​ສະ​ຫ​ນາມ​ບິນ​ເພື່ອ​ແຈກ​ຢາຍ​ໃບ​ໂຄ​ສະ​ນາ​ໃຫ້​ນັກ​ທ່ອງ​ທ່ຽວອີກ.”

        ຜ່ານ​ອິນ​ເຕີ​ແນັດ, ອີ​ແມວ, ແວບ​ໄຊ, Hanoikids ຄ່ອຍໆ​ສ້າງ​ອິດ​ທີ​ພົນ​ຊື່​ສຽງ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວຕ່າງ​ປະ​ເທດ. ບັນ​ດາ​ສະ​ມາ​ຊິກ​ໃນ​ສະ​ໂມ​ສອນ ຍາມ​ໃດ​ກໍ​ມີ​ສະ​ຕິ​ຝຶກ​ຝົນ​ຫລໍ່​ຫລອມ​ບົດ​ຮຽນ ແລະ ຈັດ​ຕັ້ງ​ບັນ​ດາ​ຊຸດ​ຝືກ​ອົບ​ຮົມ, ຍົກ​ສູງ​ທັກ​ສະ​ໃຫ້​ແກ່​ບັນ​ດາ​ສະ​ມາ​ຊິກ. Hanoikids ຖື​ຕົນ​ເອງ​ແມ່ນ​ບັນ​ດາ Travelmate (ຜູ້​ຮ່ວມ​ເດີນ​ທາງ) ຫາກບໍ່​ແມ່ນ tourguide (ຜູ້​ນຳ​ທ່ຽວ). ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ​ຮ່າ​ໂນ້ຍ ຈະ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ, ແນະ​ນຳ​ຈາກ Hanoikids ໂດຍບໍ່​ເກັບ​ຄ່າ. ຈຸດ​ປະ​ສົງ​ຂອງ​ສະ​ໂມ​ສອນ​ແມ່ນ​ໂຄ​ສະ​ນາ​ວັດ​ທະ​ນະ​ທຳ​ຮ່າ​ໂນ້ຍ ໃຫ້​ແກ່​ນັກ​ທ່ອງ​ທ່ຽວ.

ກຸ່ມ Hanoikids, ບັນດານັກການທູດວັດທະນະທຳຮ່າໂນ້ຍ - ảnh 2
ສະ​ມາ​ຊິກ​ສະ​ໂມ​ສອນHanoikids ພາ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ
ໄປ​ຢ້ຽມ​ຢາມ​ນະ​ຄອນ​ຫລວງ​ຮ່າ​ໂນ້ຍ
ພາບ:huongdanvien.vn

        ບັນ​ດາ​ສະ​ຖານ​ທີ່​ຊື່ງ​ພວກເພື່ອນ​ຫ​ນຸ່ມ​ໃນ​ສະ​ໂມ​ສອນ Hanoikids ​ເຄີຍພາ​ນັກ​ທ່ອງ​ທ່ຽວ​ໄປ​ຢ້ຽມ​ຢາມນັ້ນ ບໍ່ແມ່ນ​ບັນ​ດາ​ສະ​ຖານ​ທີ່​​ເຊິ່ງ​​ໄດ້​ຮັບ​ການ​ແນະ​ນຳ​ຜ່ານ​ແວບ​ໄຊ ຫລື​ຜ່​ານ​ບັນ​ດາ​ບໍ​ລິ​ສັດ​ທ່ອງ​ທ່ຽວ ຫາກ​ແມ່ນ​ບັນ​ດາ​ສະ​ຖານ​ທີ່​ທຳ​ມະ​ດາ​ຢູ່​ຮ​່າ​ໂນ້ຍ. ນັ້ນ​ແມ່ນ​ບັນດາ​ຮ່ອມ​ບ້ານ, ຖະໜົນ​ສາຍ​ນ້ອຍ​ຂອງ​ນະ​ຄອນ​ຫລວງ, ຊ່ວຍ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ຊາວ​ຮ່າ​ໂນ້ຍ. ​ເພື່ອນ ເລ​ທິ​ຮົ່ງ​ເຍີດ​ໃຫ້​ຮູ້​ວ່າ:

        “ບັນ​ດາ​ສະ​ຖານ​ທີ່​ຊື່ງສະ​ມາ​ຊິກ​ໃນ​ສະ​ໂມ​ສອນ​ເຄີຍ​ພາ​ນັກ​ທ່ອງ​ທ່ຽວ​ໄປ​ຢ້ຽມ​ຢາມ ນັ້ນ​ແມ່ນ: ວັດ​ມ​ຽວ, ສຸ​ສານ​ປະ​ທານ​ໂຮ່​ຈິ​ມີນ, ຫໍ​ພິ​ພິດ​ທະ​ພັນ​ຊົນ​ເຜົ່າ​ວິ​ທະ​ຍາ​ຫລື​ຄຸ້ມ​ເມືອງ​ເກົ່າ, ຫໍ​ພິ​ພິດ​ທະ​ພັນ​ແມ່​ຍິງ. ນອກນັ້ນ ຍັງ​ພາ​ນັກ​ທ່ອງ​ທ່ຽວ​ໄປ​ເຖິງ​ບັນ​ດາ​ສະ​ຖານ​ທີ່​ເພື່ອ​ເຫັນ​ປະ​ຈັກ​ຕາ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ຊາວ​ຮ່າ​ໂນ້ຍ​ຄື: ຕະ​ຫລາດ​ດົງ​ຊວນ, ຕະ​ຫລາດ​ຮ່າງ​ແບ, ຮ່າງ​ກາຍ, ຮ່າງ​ເດືອງ….”

        ເພື່ອນ Kenny, ນັກ​ທ່ອງ​ທ່ຽວ​ມາ​ຈາກ ສິງ​ກະ​ໂປໃຫ້​ຂໍ້​ສັງ​ເກດ​ວ່າ:

        “ຂ້າ​ພະ​ເຈົ້າ​ແມ່ນ​ນັກ​ທ່ອງ​ທ່ຽວ​ຫ​ນຸ່ມ ສະ​ນັ້ນ ​ເມື່ອລື້ງ​ເຄີຍ​ກັບ​ບັນ​ດາ​ນັກ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ​ຫວຽດນາມແມ່ນ​ມ່ວນ​ທີ່​ສຸດ. ເຂົາ​ເຈົ້າ​ແບ່ງ​ປັນ​ກັບ​ຂ້າ​ພະ​ເຈົ້າ​ບັນ​ດາ​ຄວາມ​ຮູ້, ບໍ່​ພຽງ​ແຕ່​ໃນ​ການ​ຮ່ຳ​ຮຽນ, ຊີ​ວິດ​ປະ​ຈຳ​ວັນ​ເທົ່າ​ນັ້ນ ຫາກ​ນັບ​ທັງ​ຄວາມ​ຮູ້​ກ່ຽວ​ກັບ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຢູ່​ຮ່າ​ໂນ້ຍ​ອີກ​ດ້ວຍ.”

        ​ການ​ເຄື່ອນ​ໄຫວ​ຂອງ​ສະ​ໂມ​ສອນ Hanoikids ໄດ້​ປ​ະ​ກອບ​ສ່ວນ​ສ້າງ​ຮູບພາບ​ທີ່​ດີ​ກ່ຽວ​ກັບ​ຊາວ ຮ່າ​ໂນ້ຍ, ​ເຊິ່ງແມ່ນ​ຜູ້​ໃກ້​ຊິດ​ສະ​ຫ​ນິດ​ສະ​ຫ​ນົມ, ຮັ​ກ​ແພງ​ແຂກຄົນ. ສະ​ໂມ​ສອນ Hanoikids ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ອັນ​ດີ​ງາມ​ໃຫ້​ແກ່ເພື່ອນ​ມິດ​ສາ​ກົນ​, ກ່ຽວ​ກັບ​ລຸ້ນ​ຫ​ນຸ່ມ​ກໍ​ຄື​ວັດ​ທະ​ນະ​ທຳ​ຂອງຮ່າ​ໂນ​້ຍເວົ້າ​ສະ​ເພາະ ກໍ່​ຄື​ຂອງຫວຽດ​ນາມ ເວົ້າ​ລວມ​​.

ຕອບກັບ

ຂ່າວ/ບົດ​ອື່ນ