ການຄົ້ນຫາຮ່າໂນ້ຍດ້ວຍລົດເມ

(vovworld) - ນັບ​ແຕ່​ດົນ​ນານ​ມາ​ແລ້ວ, ລົດ​ເມ​ໄດ້​ກາຍ​ເປັນ​ພາຫະນະ​ຈະລາຈອນທີ່​ໄດ້​ຮັບ​ຄວາມ​ສະໜັບສະໜູນ​ຈາກ​ປະຊາຊົນ​ນະຄອນຫຼວງ​ຮ່າ​ໂນ້ຍ, ນະຄອນ​ດ່າ​ນັ້ງ ​ແລະ ນະຄອນ​ໂຮ່ຈີ​ມິນເປັນ​ຈຳນວນ​ຫຼວງ​ຫຼາຍ​​. ບໍ່​ພຽງ​ແຕ່​ຮັບ​ໃຊ້​ຄວາມ​ຕ້ອງການ​​ໄປມາ​ຂອງ​ປະຊາຊົນ​​ເທົ່າ​ນັ້ນ, ຫາກ​ປະຈຸ​ບັນລົດ​ເມ​ຍັງກາຍ​ເປັນ​ພາຫະນະ​ຮັບ​ໃຊ້​ການທ່ອງທ່ຽວ​ຂອງ​ຫຼາຍ​ຄົນອີກ​ດ້ວຍ. ​ເພາະລາຄາ​ໄປມາ​ພາຍໃນ​ນະຄອນ​ມີ​ພຽງ  7.000 – 15.000 ດົ່ງ​ເທົ່າ​ນັ້ນ.

ການຄົ້ນຫາຮ່າໂນ້ຍດ້ວຍລົດເມ - ảnh 1

(ລົດ​ເມ​ໄດ້​ກາຍ​ເປັນ​ພາຫະນະ​ຈະລາຈອນ

ທີ່​ໄດ້​ຮັບ​ຄວາມ​ສະໜັບສະໜູນ​ຈາກ​ປະຊາຊົນ​ນະຄອນຫຼວງ​ຮ່າ​ໂນ້ຍ)

        7 ​ໂມງ​ເຊົ້າ​ວັນ​ອາທິດ, ການ​ເຄື່ອນ​ໄຫວ​ທັງ​ໝົດ​ບົນ​ຖະໜົນ​ຫົນທາງ​ຍັງ​ຄຶກ​ໂຄມ​ໜາ​ແໜ້ນ​ເປັນ​ປົກກະຕິກໍ່​ເຊັ່ນ​ດຽວທຸກ​ວັນ, ​ແຕ່​ສຳລັບ​ນາງ ຫງວຽນ​ທິຮ່ວຽນ, ມື້​ນີ້​ພັດ​ຕ່າງ​ກັບ​ທຸກ​ວັນ, ​ເພາະ​ນາງ​ບໍ່​ຕ້ອງ​ລໍຖ້າ​ລົດ​ເມ​ໄປ​ໂຮງຮຽນ​ອີກ, ຫາກ​ເພື່ອ​ໄປ​ຄົ້ນ​ຫາ​ນະຄອນ​ຮ່າ​ໂນ້ຍ. ​ເມື່ອ​ລົ​​ດ​ສາຍ 47 ລອງ​ບຽນ​ສີ​ແດງ​ເຫຼື​ອງທີ່​ຊິນ​ເຄີຍ​​ເຂົ້າມາຈອດ​ຢູ່ສະ​ຖາ​ນີ​​ ​ແລະ ຜູ້​ໂດຍສານ​ຂຶ້ນເກືອບ​ເຕັມ​ລົດ​ແລ້ວ, ນາງ​ ຮ່ວຽນ ກໍ່​ເລືອກ​ເຟັ້ນ​ບ່ອນ​ນັ່ງ​ໃຫ້​ຕົນ​ຢູ່​ທ້າຍ​ລົດ.

ການຄົ້ນຫາຮ່າໂນ້ຍດ້ວຍລົດເມ - ảnh 2
(ນາງ ຫງວຽນ​ທິຮ່ວຽນ)

        “ຂ້າພະ​ເຈົ້າ​ດຳລົງ​ຊີວິດ​ຢູ່​ຮ່າ​ໂນ້ຍ​ແຕ່​​ເວລາ​ຍັງນ້ອຍ, ດັ່ງ​ນັ້ນ​ສາມາດ​ໄປ​ຢ້ຽມຢາມ​ສະຖານ​ທີ່​ຕ່າງໆ​ດ້ວຍ​ພາຫະນະ​ສ່ວນ​ຕົວ​ໄດ້, ​ແຕ່​ຂ້າພະ​ເຈົ້າ​ພັດ​ຢາກໄປ​ທ່ອງທ່ຽວ​ດ້ວຍ​ລົດ​ເມກ​ວ່າ. ​ເພາະວ່ານັ່ງ​ເທິງ​ລົດ​ຂ້າພະ​ເຈົ້າ​ສາມາດ​ສັງ​ເກດ, ຊອກ​ຮູ້​ກ່ຽວ​ກັບ​ການ​ດຳລົງ​ຊີວິດ​ຂອງ​ຊາວ​ຮ່າ​ໂນ້ຍ​ໄດ້. ຜ່ານ​ປ່ອງຢ້ຽມ​ລົດ​ເມ, ຂ້າພະ​ເຈົ້າ​ໄດ້​ເຫັນ​ຫຼາຍ​ສິ່ງ​ຫຼາຍ​ຢ່າງ​, ​ເຊິ່ງ​ໄປ​ດ້ວຍ​ພາຫະນະ​ສ່ວນ​ຕົວ​​ແມ່ນບໍ່​ສາມາດ​ເຫັນ​ໄດ້“.

        ​ເມື່ອ​ນັ່ງ​ເທິງ​ລົດ​ເມ, ​ພວກ​ເຮົາກໍ່​ຮູ້ສຶກໄດ້​ວັດທະນະທຳຂອງ​ຜູ້​ໂດຍສານ ຜ່ານ​ການ​ໂອ້​ລົມ​ຂອງ​ເຂົາ​ເຈົ້າ, ການ​ຈົ່ງ​ທີ່​ນັ່ງ​ຂອງ​ຄົນ​ໜຸ່ມ​ໃຫ້​ແກ່​ຜູ້​ເຖົ້າ. ຖ້າ​ໂອ້​ກັບ​ເຂົາ​ເຈົ້າ, ພວກ​ເຮົາ​ກໍ່​ສາມາດ​ຮູ້​ໄດ້​ຊີວິດ​ປະຈຳ​ວັນກໍ່​ຄື​ແນວ​ຄິດ​ຈິດ​ໃຈ​ຂອງ​ເຂົາ​ເຈົ້າ​​ອີກ​ດ້ວຍ.

        ກໍ່​ເຊັ່ນ​ດຽວ​ກັບນາງ ຮ່ວຽນ, ​ທ້າວ​ບຸນ​ທະວີ ອິນທາ​ວົງ, ນັກ​ສຶກສາລາ​ວທີ່​ພວມ​ຮຳ່​ຮຽນ​ຢູ່​ມະຫາວິທະຍາ​ໄລ​ກໍ່ສ້າງ​ຮ່າ​ໂນ້ຍ ກໍ່​ເລືອກ​ເຟັ້ນລົດ​ເມ​ເປັນ​ພາຫະນະ​ໄປມາ​ເພື່ອ​ຊອກ​ຮູ້, ຄົ້ນ​ຫາ​ຮ່າ​ໂນ້ຍ, ​ເພາະ​ຕາມ​ທ້າວ​ບຸນ​ທະວີ ​ແລ້ວ, ການ​ໄປ​ມາ​ດ້ວຍ​ລົດ​ເມ​ຈະ​ປະຢັດ​ເງິນ​ໄດ້ ​ແລະ ເໝາະ​ສົມ​ກັບ​ນັກ​ສຶກສາ​ທີ່​ດຳລົງ​ຊີວິດ​ໄກ​ຈາກ​ຄອບຄົວ. ​​ແຕ່ລະ​ເທື່ອ​ເມື່ອ​ຂີ່​ລົດ​ເມ​​ໃນ​ບໍລິ​ເວນ​ຮ່າ​ໂນ້ຍ,   ເພື່ອ​ນກໍ່​ຮູ້ສຶກ​ຄື​ດັ່ງ​ໄດ້ໄປ​ທ່ອງ​ທ່ຽວ​ທັດສະນີ​ຍະ​ພາບ ​ແລະ ສະຖານ​ທີ່​ທີ່​ລື​ຊື່​ຂອງ​ຮ່າ​ໂນ້ຍ ​ແລະ ສາມາດ​ສັງ​ເກດ​ໄດ້​ຊີວິດ​ຂອງ​ປະຊາຊົນ​ນະຄອນ​ນີ້.

​ເທບ​ສຽງ​ພາສາ​ລາວ

        ເພື່ອນສາມາດທ່ອງທ່ຽວຮ່າໂນ້ຍຕາມສາຍລົດເມຈາກມີ້ດິ່ງ ໄປໜອງໂຮ່ໄຕ ເພື່ອຢ້ຽມຢາມວັດເຈິ໋ນກວົກ, ໜອງຈຸກ​ແບກ ​ແລະ ຮັບ​ປະທານ​ເຝີກ໋ວນຫງູ​ສ໋າ, ​ຫຼັງ​ຈາກ​ນັ້ນ, ​ເພື່ອນ​ສາມາດ​ຂຶ້ນ​ລົດ​ເມ​ສາຍ 33 ​ເພື່ອ​ໄປ​ຢ້ຽມຢາມ​ຫໍພິພິດທະພັນ ​ໂຮ່ຈີ໋ມິນ, ​ໄປ​ຢ້ຽມຢາມ​ສຸສານ​ປະທານ​​ໂຮ່ຈິ​ມິນ. ​ແລ້ວ​ຈາກ​ຖະໜົນ ຫງວຽນທ໋າຍຫອກ, ​ເພື່ອນ​ສືບ​ຕໍ່​ຂຶ້ນ​ລົດ​ເມ​ສາຍ 02 ​ໄປ​ຢ້ຽມຢາມ​​ໂຮງ​ລະຄອນ​ໃຫຍ່ ​ແລະ ຍ່າງ​ໄປ​ລຽບ​ຕາມ​ຖະໜົນ​ຈ່າງ​ຕ່ຽນ, ຍ່າງ​ເລາະ​ໜອງ​ໂຮ່​ເກືອ​ມ, ຊື້​ເຄື່ອງ​ເປັນ​ທີ່​ລະນຶກ​ຢູ່​ຖະໜນຮ່າງກາຍ ຫຼື​ຖະໜົນ​​ເກົ່າ​ໂກ້. ຖ້າ​ຢາກ​ໄປ​ຢ້ຽມຢາມ​ໝູ່​ບ້ານ​ຜະລິດ​ເຄື່ອງ​ເຄືອບ​ດິນ​ເຜົາ, ​ເພື່ອ​ນສາມາດ​ເລືອກ​ລົດ​ເມສາ​ຍ 47. ໄປ​ຢາມ​ສວນສາທາລະນະ​ຮ່ວາ​ບິ່ງ, ຂົວ​ທັງ​ລອງ ​ແລະ ກຳ​ແພງ​ໂກ​ລວາ ​ແມ່ນ​ຂຶ້ນລົດ​ເມສາ​ຍ 46.  ອ້າຍ​ຟ້າ​ມວັນ​ຮ່ວາງ, ຜູ້​ຂັບ​ລົດ, ສາຍ 47, ​ໃຫ້​ຮູ້​ວ່າ:

        “ປະຈຸ​ບັນ​ລົດ​ເມ​ຂອງ​ຫວຽດນາມ​ ແມ່ນ​ທັນ​ສະ​ໄໝ ​ແລະ ສ້າງຄວາມ​ສະດວກກວ່າ​ກ່ອນ​ນີ້​ຫຼາຍ. ​ແຂກ​ໄປ​ທ່ອງ​ທ່ຽວ​ດ້ວຍ​ລົດ​ເມ​ກໍ່ຫຼາຍ, ພິ​ເສດ​ແມ່ນ​ບັນດາ​ນັກ​ສຶກສາ. ນອກ​ນັ້ນ​ຍັງ​ມີ​ແຂກ​ຕ່າງປະ​ເທດ​ອີກ​ດ້ວຍ. ​ການ​ຈະລາຈອນໄປມາ​​ດ້ວຍ​ລົດ​ເມ ​ແມ່ນ​ຄວາມ​ສີວິ​ໄລ, ປະກອບສ່ວນ​ຫຼຸດຜ່ອນ​ສະພາບ​​ລົດ​ຕິດ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ“.

        ສຳລັບ​ຫຼາຍ​ຄົນ​ແລ້ວ, ລົດ​ເມ​ແມ່ນ​ພາຫະນະ​ໄປມາ​ບໍ່​ສ້າງ​ຄວາມສະດວກ​ປານ​ໃດ. ​ແຕ່​ຖ້າ​ເພື່ອນ​ຖື​ລົດ​ເມ​ແມ່ນພາຫະນະ​ປະ​ເພດ​ໜຶ່ງ​ເພື່ອ​ໄປທ່ອງ​ທ່ຽວ, ​ແນ່ນອນ​ວ່າຄວາມ​ໄຝ່ຝັນ​ຢາກ​ໄປ​ຄົ້ນ​ຫາ​ຮ່າ​ໂນ້ຍຂອງ​ເພື່ອນ​ຈະ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ງ່າຍດາຍ​ ​ແລະ ມີ​ຄວາມ​ຈັບ​ອົກ​ຈັບ​ໃຈກວ່າ.

       

ຕອບກັບ

ຂ່າວ/ບົດ​ອື່ນ