ການທ່ອງທ່ຽວດ້ານຈິດວີນຍານດຶງດູດແຂກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ

(vovworld) - ​ພາຍຫຼັງ​ປີ​ໃໝ່​ປະ​ຈ​ຳ​ຊາດ​​ແລ້ວແມ່ນ​​ລ​ະ​ດູ​ການຈັ​ດ​ຕັ້ງ​ບັນ​ດາ​ງານ​ບຸນ, ​ແມ່ນ​ລະ​ດູ​ການ​ຂອງການ​ທ່ອງ​ທ່ຽວ​​ທາງ​ດ້ານຈິດ​ວີນ​ຍານ. ໃນ​ຊຸມ​ປີມໍ່ໆ​ມານີ້, ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ປະ​ຫ​ວັດ​ສາດ​ວັດ​ທະ​ນະ​ທຳ, ວິ​ຫານ, ວັດ​​ວາ​ອາ​ຮາມທີ່​ໂດ່ງ​ດັງ​ຂອງ​ບັນ​ດາ​ເຂດ​ພາກ​ໃນ​ທົ່ວ​ປະ​ເທດ​ໄດ​້​ດຶງ​ດູດ​ ແຂກ​ທ່ອງ​ທ່ຽວ​​ຈາກ​ທຸກ​ສາ​ລາ​ທິດ​ມາ​ຮ່ວມ​ງານ​ນະ​ມັດ​ສະ​ການ, ງານ​ບຸນ​ບູ​ຊາ​ພະ​ເຈົ້າ, ພາ​ວະ​ນາ​ໃຫ້​ມີຄວາມ​ສະ​ຫງົບ​ສຸກ​ໃນ​ປີ​ໃໝ່. ​ຮູບ​ການ​ທ່ອງ​ທ່ຽວ​ວັດ​ທະ​ນະ​ທຳ​​ທາງ​ດ້ານຈິດ​​ວີນ​ຍານ​ນັບ​ມື້​ນັບ​ພັດ​ທະ​ນາ, ມີ​​ກຳ​ລັງ​ດຶງ​ດູດ​​ເປັນພິ​ເສດ​ສຳ​ລັບ​ແຂກ​ທ່ອງ​ທ່ຽວ. ບົດ​ຂຽນ “ການ​ທ່ອງ​ທ່ຽວຈິດ​ວີນ​ຍານ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ” ຂອງ ຢ້ຽ​ວ​ລີງ, ນັກ​ຂ່າວ VOV.

ການທ່ອງທ່ຽວດ້ານຈິດວີນຍານດຶງດູດແຂກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ - ảnh 1
ວັດ ອຽນ​ຕື໋

        ​ດ້ວຍ​ປະ​ສານ​ສົມ​ທົບ​ກັນລະ​ຫວ່າງ​ການ​​ໄປທ່ອງ​ທ່ຽວ ແລະ ການ​ໄປ​ນະ​ມັດ​ສ​ະການ​ເພື່ອ​​ໃຫ້ໄປ​ເຖິງ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທັງ​ມີ​ຄວາມ​ໝາຍທາງ​ດ້ານ​ສາ​ສະ​ໜາ ແລະ ການ​ເຫຼື້ອມ​ໃສ​ສັດ​ທາ, ທັງ​ມີ​ບັນ​ດາ​ທິວ​ທັດ​ທຳ​ມະ​ຊາດ​ສວຍ​ງາມ, ແຂກ​ທ່​ອງ​ທ່ຽວບໍ່​ພຽງ​ແຕ່​ຊອກ​ຮູ້​ໄດ້​ບັນ​ດາ​ຂ້​ໍ​ມ​ູນ​ຂ່າວ​ສານ​ກ່ຽວ​ກັບ​ກົກ​ເຄົ້າ​ເຫງົ້າ​ກໍ​​ທາງ​ດ້ານ​ປະ​ຫວັດສາດ, ວັດ​ທະ​ນະ​ທ​ຳ, ສາ​ສະ​ໜາ, ການ​ເຫຼື້ອມ​ໃສ​ໃນ​ບໍ​ລິ​ເວນ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ​້​ສະ​ໜິດ​ຕິດ​ພັນ, ພົວ​ພັນ​ແລກ​ປ່ຽນ, ​ການປະ​ພຶດ​​ຕໍ່​ກັນ​ໃນ​ສະ​ພາບ​ແວດ​ລ້ອມ, ບັນ​ຍາ​ການ​ທີ່​​ໜ້າ​ເຄົາ​ລົບ​ນັບ​ຖື ແລະ ສັກ​ສິດ​ອີກ​ດ້ວຍ. ດ້ວຍ​ບັນ​ດາ​ທ່າ​ແຮງນັ້ນ, ໃນ​ຊຸມ​ປີມໍ່ໆ​ມານີ້, ຮູບ​ແບບ​ທ່ອງ​ທ່ຽວ​ທາງ​ດ້ານຈິດ​ວີນ​ຍານ​ດ້ວຍ​ບັນ​ດາ​ລາຍ​ການ​ທ່ອງ​ທ່ຽວ​​ໄປ​ນະ​ມັດ​ສະ​ການ​ຢູ່​ເຂດ​ດິນ​ແດນ​ແຫ່ງ​ບັນ​ພະ​ບຸ​ລຸດ, ຢ້ຽມ​ຢາມ​ບັນ​ດາ​ເຂດ​ວັດ​ທະ​ນະ​ທຳ​ດ້ວຍມໍ​ລະ​ດົກ, ​ປູ​ຊະ​ນີ​ຍະ​ສະ​ຖານວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສ​ະ​ເພາະ, ຢ້ຽມ​ຊົມ​ບັນ​ດາ​​ສະ​ຖານ​ທີ່ບູ​ຊາ, ປູ​ຊະ​ນີ​ຍະ​ສະ​ຖານ, ທັດ​ສະ​ນີ​ຍະ​ພາບ… ໄດ້​ຮັບ​ການ​ຈັດ​ຕັ້ງ​ນັບ​ມື້​ນັບຫຼາຍ​ຂຶ້ນ. ເອື້ອຍ​ ແທງ​ງອກ, ຢູ່​ຖະ​ຫ​ນົນ ແບກ​ມາຍ, ຮ່າ​ໂນ້ຍ, ປ​ີ​ໃດ​ກໍ່​​ພາ​ຄອບ​ຄົວ​ຂອງ​ຕົນ​ໄປ​​ຮ່ວມງານ​ບຸນ​ຍາມ​ຕົ້ນ​ປີ. ປີນີ້, ຄອບ​ຄົວ​ຂອງ​ເອື້ອຍ​ໄດ້​ເຂົ້າ​ຮ່ວມ​ລາຍ​ການ​ທ່ອງ​ທ່ຽວ​ໄປ​ລຽບ​ຕາມ​ບັນ​ດາ​ແຂວງ ນາມ​ດິ້ງ, ນີງ​ບີ່ງ, ແທງ​ຮ໋​ວາ, ເງະ​ອານ ແລະ ​ແວ່ຢ້ຽມ​ຊົມ​ວິ​ຫານ​ເຈີ່ນ, ວັດ ບ໋າຍ​ດີ໋ງ, ວິ​ຫານ ຊ່ອງ, ວິ​ຫານ ຮ່​ວາງ​ເມື່ອຍ… ເອື້ອຍ ແທງງອກ, ໄດ້​ແບ່ງ​ປັນ​ວ່າ:

        “ແນ່ນອນ​ວ່າ ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ບັນ​ເທິງ​ຈະ​ຄັບ​ຄາ​ໜາ​ແໜ້ນ. ຂ້າ​ພະ​ເຈົ້າ​ຢາກ​​ພາແມ່​ຂອງ​ຕົນ​ໄປ​ວັດ​ເພື່ອ​​ພາ​ວະ​ນາຂໍ​ຄວາມ​ສະ​ຫງົບ​ສ​ຸກ​ໃນ​ປີ​ໃໝ່ ແລະ ໃນ​ໄລ​ຍະ​ຕົ້ນ​ປີ​ໄປ​ທ່ອງ​ທ່ຽວ​ນະ​ມັດ​ສະ​ການ​​ເພື່ອໃຫ້​ຈິດ​ໃຈ​ສະ​ຫວາດ​ສະ​ເຫວີຍ.”

        ຕາມ​ບັນ​ດາ​ບໍ​ລິ​ສັດ​ທ່ອງ​ທ່ຽວ​ແລ້ວ, ຈຳ​ນວນ​ແຂກ​ຈ່ອງ​ລາຍ​ການ​ທ່ອງ​ທ່ຽວ​ທາງ​ດ້ານ​ຈິດ​ວີນ​ຍານ​ໃນ​ໄລ​ຍະ​ຕົ້ນ​ປີ​ແມ່ນ​ຫຼາຍທີ່​ສຸດ. ບັນ​ດາ​ລາຍ​ການ​ທ່ອງ​ທ່ຽວ​ຢູ່​ພາຍ​ໃນ​ປະ​ເທດ​ໄດ້​ຮັບ​ຄວາມ​ນິ​ຍົມ​ແມ່ນ: ​ສາຍ​ທ່ອງ​ທ່ຽວ ຊາ​ປາ - ລາວ​ກາຍ ໄປ​ຢ້​ຽມ​ຢາມ​ວິ​ຫານ​ ຮ່​ວາງ​ໄບ໋ ແລະ ລາຍ​ການ​ທ່ອງ​ທ່ຽວທາງ​ທິດ​ຕ​າ​ເວັນ​ອອກ​ພາກ​ເໜືອ​ດ້ວຍ​ການ​ໄປ​ຢ້ຽມ​ຢາມ​ວິ​ຫານ​ພະ​ແມ່​ຢູ່​ລາງ​ເຊີນ… ມີຫຼາຍ​ຄອບ​ຄົວ​ແມ່ນ​ບັນ​ດາ​ຄອບ​ຄົວ​ດຳ​ເນີນ​ທຸ​ລະ​ກິດ​ຄ້າ​ຂາຍ​ຢູ່ ຮ່າ​ໂນ້ຍ ກໍ່​ໄດ້​ເລືອກ​ເອົາລາຍ​ການ​ທ່ອງ​ທ່ຽວ​​ຢູ່ພາຍ​ໃນ​ປະ​ເທດ​​ທີ່ມີ​ບັນ​ດາ​ສະ​ຖານ​ທີ່​​ທ່ອງ​ທ່ຽວ​ທາງ​ດ້ານຈິດ​ວີນ​ຍາ​ນ​ຄື: ​ເຂດທາງ​ທິດ​ຕາ​ເວັນ​ອອກ​ສ່ຽງ​ເໜືອ, ບັນ​ດາ​ມໍ​ລະ​ດົກ​ທາງ​ພາກ​ກາງ… ທ່ານ ຫງວຽນ​ຮົ່ງ​ດ່າຍ, ຜູ​້​ອຳ​ນວຍ​ການ​ບໍ​ລິ​ສັດ​ທ່ອງ​ທ່ຽວ FPT travel, ໃຫ້​ຮູ້​ວ່າ:

“ປີ 2017, ພວກ​ຂ້າ​ພະ​ເຈົ້າ​ມີ​ບັນ​ດາ​ລາຍ​ການ​ທ່ອງ​ທ່ຽວ​​ທາງ​ດ້ານຈິດ​ວີນ​ຍານ​ຄື: ບ໋າຍ​ດີ໋ງ, ວັດ ເຮືອງ, ອຽນ​ຕື໋ ໃນ​ທຸກ​ວັນ. ດັ່ງ​ນັ້ນ, ບັນ​ດາ​ຄອບ​ຄົວ​ບໍ່​ມີ​ເງື່ອນ​ໄຂ​​ໄປ​ທ່ອງ​ທ່ຽວ​​ຕ່າງ​ຫາກ ຫຼື ບໍ່​ຢາກ​​ຂັບລົດ​​ໄປເອງ, ​ກໍ່ອາ​ດ​ຈະ​ເຂົ້າ​ຮ່ວມ​ບັນ​ດາ​ລາຍ​ການ​ໂດຍ​ບໍ​ລິ​ສັດ​ທ່ອງ​ທ່ຽວ FPT travel ຈັດ​ຕັ້ງ. ໃນ​ໂອ​ກາ​ດ​ຕົ້​ນ​ປີ, ຍາມ​ໃດພວກ​ຂ້າ​ພະ​ເຈົ້າ​ກໍ່​ມີ​ບັນ​ດາ​ນະ​ໂຍ​ບາຍ​ບຸ​ລິ​ມະ​ສິດ​ສຳ​ລັບ​ແຂກ​ທ່ອ​ງ​ທ່ຽວ”

ການທ່ອງທ່ຽວດ້ານຈິດວີນຍານດຶງດູດແຂກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ - ảnh 2
ແຂກ​ທ່ອງ​ທ່ຽວ​ເຂົ້າ​ຮ່ວມ​ບັນ​ດາ​ລາຍ​ການ​ທ່ອງ​ທ່ຽວ, ນະ​ມັດ​ສະ​ກາ​ນ​ໃນ​ໄລ​ຍະຫຼັງ​ປີ​ໃໝ່​ເປັນ​ຈຳ​ນວນຫຼວງຫຼາຍ

ບັນ​ດາ​ລາຍ​ການ​ທ່ອງ​ທ່​ຽວ​ທາງ​ດ້ານຈິດ​ວີນ​ຍາ​ນ​​ຢູ່​ຕ່າງ​ປະ​ເທດ​ກໍ່​ມີ​ແຂກ​ທ່ອງ​ທ່ຽວ​ຈົດ​​ຊື່​ເຂົ້າ​ຮ່ວມ​ເປັນ​ຈຳ​ນວນຫຼວງຫຼາຍ, ​ສ່ວນລາ​ຄາ​ແມ່ນ​ໄດ້​ເປີດ​ເຜີຍ​ກ່ອນ​ຈະ​ຮອດ​ປີ​ໃໝ່ 3 ເດືອນ, ຄື​ລາຍ​ການ​ທ່ອງ​ທ່ຽວ​​ຢູ່​ເຂດ​ດິນ​ແດນ​ແຫ່ງ​ພຸດ​ທະ​ສາ​ສະ​ໜາ ມຽນ​ມາ, ໄປ​ວັດ​ເງິນ​ຢູ່ ກຳ​ປູ​ເຈຍ, ຄົ້ນ​ຫາ​ບັນ​ດາ​ວັດ​​ສັກ​ສິດ​ທີ່ມ​ີ​ຊື່​ສຽງ​ຢູ່​ໄທ: ​ບາງ​ກອກ - ​ພັດ​ທະ​ຢາ, ໄປ​ນະ​ມັດ​ສະ​ການ​ຢູ່​ເຂດ​ດິນ​ແດນ​ທີ່​ສັກ​ສິດ ອິດ​ສະ​ຣາ​ແອນ… ເປົ້າ​ໝາຍ​ຕົ້ນ​ຕໍ​​ໃນ​ການໄປ​ທ່ອງ​ທ່ຽວ​​ທາງ​ດ້ານຈິດ​ວີນ​ຍານ ແມ່ນ​ແຂກ​ທ່ອງ​ທ່ຽວ​ມີ​ອາ​ຍຸ​​ໄວ​ກາງ ແລະ ອາ​ຍຸ​ສູງ, ດັ່ງ​ນັ້ນ​ລາຍ​ການ​ໄດ້​ຮັບ​ການ​ສ້າງ​​ຂຶ້ນດ້ວຍ​ຄວາມ​ລະ​ມັດ​ລະ​ວັງ, ວັນເວ​ລາ​​ທີ່ເໝາະ​ສົມ, ຮັບ​ປະ​ກັນ​ໄປ​​ໃຫ້​ຄົບ​ສະ​ຖານ​ທ​ີ່​ທ່ອງ​ທ່ຽວ​ທາງ​ດ້ານຈິ​ດ​ວີນ​ຍານ​​ທີ່​ມີ​ຊື່​ສຽງ​ໃນ​ແຕ່​ລະ​ຖ້ຽວ. ສາຍ​ທ່ອງ​ທ່ຽວໄປ ຕີ​ເບດ ປະ​ເທດ​ຈີນ ແລະ ມຽນ​ມາ ໄດ້​ດຶງ​ດູດ​ແຂກ​ທ່ອງ​ທ່ຽວຫຼາຍ​ທີ່​ສຸດ. ທ່ານ ລືວ​ດືກ​ເກ໋, ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດ​ທ່ອງ​ທ່ຽວ Hanoi Tourist, ໃຫ້​ຮູ້​ວ່າ:

“ຕົ້ນ​ປີ, ຕາມ​ທຳ​ນຽມ​ແລ້ວ, ແຂກ​ທ່ອງ​ທ່ຽວ​​ຄວນເລືອກ​​ເຟັ້ນສະ​ຖານ​ທີ່​ທ່ອງ​ທ່ຽວ​ຕ້ອງ​ຄິດ​ໄລ່ ແລະ ​ສັ່ງ​ຈອງ, ກະ​ກຽມ​ຢ່າງລອບ​ຄອບ​ຖີ່​ຖ້ວນ. ບັນ​ດາ​ບໍ​ລິ​ສັດ​ທ່ອງ​ທ່ຽວ​ມີ​ບົດ​ຮຽນ​ວ່າ ຕ້ອງ​ມີ​ຄວາມ​ຮັບ​ຜິດ​ຊອບ​ແຂກ​ທ່ອງ​ທ່ຽວ, ພິ​ເສດ​ແມ່ນ​ບັນ​ດາ​ແຂກ​ທີ່​ເປັນ​ຂາປະ​ຈຳ. ບໍ​ລິ​ສັດ​ຄວນ​​ຂຶ້ນ​ແຜນ​ໂດຍ​ໄວ ແລະ ມີ​ບັນ​ດາ​​ເງື່ອນ​ໄຂ​ທີ່​ດີ, ກະ​ກຽມ​ຢ່າງ​ລະ​ອຽດ.”

ຫວຽດ​ນາມ ກໍ່ກຳ​ນົດ​ທິດ​ການ​ພັດ​ທະ​ນາ​ດ້ານ​ການ​ທ່ອງ​ທ່ຽວ​ຈິດ​ວີນ​ຍານ​ຕາມ​ທິດ​ຂຸດ​ຄົ້ນ​ບັນ​ດາ​ຄຸນ​ຄ່າ​ພົ້ນ​ເດັ່ນ​ກ່ຽວ​ກັບ​ທິວ​ທັດ​ທຳ​ມະ​ຊາດ, ວັດ​ທະ​ນະ​ທຳ​ຕິດ​ພັນ​ກັບ​ການ​ວາງ​ແຜນ​ການ​ຮ່ວມ​ສຳ​ພັນ​ເຂດ. ພັດ​ທະ​ນາ​ທ່ອງ​ທ່ຽວ​ດ້ານ​ຈິດ​ວີນ​ຍານ​​ໃຫ້ກາຍ​ເປັນ​ກຳ​ລັງ​ໜູນດ​ຶງ​ດູດ​ແຂກ​ທ່ອ​ງທ່ຽວ, ຊຸກ​ຍູ້​ການ​ເຄື່ອນ​ໄຫວ​ບໍ​ລິ​​ການ​ທ່ອງ​ທ່ຽວ​ອື່ນ, ສ້າງ​ເປັນ​ ຫຼາຍ​ຮູບ​ແບບ​ໃຫ້​ແກ່​ການ​ທ່ອງ​ທ່ຽວ ຫວຽດ​ນາມ, ປະ​ກອບ​ສ່ວນ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ຕາມ​ທິດ​ຍືນ​ຍົງ.


ຕອບກັບ

ຂ່າວ/ບົດ​ອື່ນ