ການທ່ອງທ່ຽວເພື່ອການກຸສົນ-ຮູບແບບທ່ອງທ່ຽວວັດທະນະທຳມະນຸດ

ໄລ​ຍະ​ມໍ່ໆ​ມານີ້, ການ​ທ່ອງ​ທ່ຽວ​ເພື່ອ​ການ​ກຸ​ສົນ ແມ່ນ​ຮູບ​ແບບ​ທ່ອງ​ທ່ຽວ​ໃໝ່ ອ​ັນ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ບັນ​ດາ​ອົງ​ການ, ສຳ​ນັກ​ງານ, ຫົວ​ໜ່ວຍ, ສ່ວນ​ບຸກ​ຄົນ​ເຂົ້າ​ຮ່ວມ​ຢ່າງຫຼວງຫຼາຍ ຍ້ອນ​ລັດ​ສະ​ນະ​ສັງ​ຄົມ ແລະ ວັດ​ທະ​ນະ​ທຳ​ມະ​ນຸດ​ສູງ. ບໍ່​ພຽງ​ແຕ່​ຜ່ານ​ຜ່າ​ໄລ​ຍະ​ທາງ​ທີ່​ຍາວ​ໄກ​ເພື່ອ​ປ່ຽນ​ບັນ​ຍາ​ກາດ​ເທົ່າ​ນັ້ນ, ການ​ທ່ອງ​ທ່ຽວ​ເພື່ອ​ການ​ກຸ​ສົນ ຍັງ​ຊ່ວຍ​ໃຫ້​ແຂກ​ທ່ອງ​ທ່ຽວ​ເຫັນ​ໄດ້​ເຖິງ​ຄວາມ​ໝາຍ ແລະ ຈຸດ​ປະ​ສົງ​ອັນ​ແທ້​ຈິງຂອງ​ການ​ດຳ​ລົງ​ຊີ​ວິດ​ອີກ​ດ້ວຍ. 

ການທ່ອງທ່ຽວເພື່ອການກຸສົນ-ຮູບແບບທ່ອງທ່ຽວວັດທະນະທຳມະນຸດ  - ảnh 1
ຮູບ​ແບບ​ການ​ທ່ອງ​ທ່ຽວ​ປະ​ສານ​ສົມ​ທົບ​ກັບ​ການ​ເຄື່ອນ​ໄຫວ​ເພື່ອ​ການ​ກຸ​ສົນໄດ້​ສ້າງ​ຜົນ​ກະ​ທົບ​ຢ່​າງ​ຕັ້ງ​ໜ້າ​ໃນ​ສັງ​ຄົມ

      ການ​ທ່ອງ​ທ່ຽວ​ເພື່ອ​ການ​ກຸ​ສົນແມ່ນ​ຖືກ​ປະ​ຕິ​ບັດ​ຢູ່​ຕາມ​ເຂດ​ຫ່າງ​ໄກ​ສອກຫຼີກ, ແຫ່ງ​ທີ່​ປະ​ຊາ​ຊົນ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ. ກ່ອນ​ທີ່​ໄປ​ທ່ອງ​ທ່ຽວ, ແຂກ​ທ່ອງ​ທ່ຽວ​ອາດ​ຈະ​ກະ​ກຽມ​ວັດ​ຖຸ​ເຄື່ອງ​ຂອງ​ເພື່ອ​ເອົາ​ໄປ​ນຳ​ເຊັ່ນ:    ເຄື່ອງ​ນຸ່ງຮົ່​ມ, ປຶ້ມ, ອຸ​ປະ​ກອນ​ການຮຽນ ເພື່ອ​ເຮັດ​ວຽກ​ງານ​ເພື່ອ​ການ​ກຸ​ສົນ​ໃຫ້​ແກ່​ປະ​ຊາ​ຊົນ​ຢູ່​ບ່ອນ​ທີ່​ເຂົາ​ເຈົ້າ​ຈະ​ແວ່​ຢາມ. ນອກ​ຈາກ​ການ​ໄປ​ຢ້ຽມ​ຢາມ​ຖາມ​ຂ່າວ, ມອບ​ຂອງ​ຂວັນ​ໃຫ້​ແກ່​ພໍ່​ແມ່​ພີ​ນ້ອງ​ບັນ​ດາ​ເຜົ່າ​ຢູ່​ເຂດ​ພູ​ດອຍ​ແລ້ວ, ແຂກ​ທ່ອງທ່ຽວທັງ ຫຼາຍຍັງ​ຈະ​ໄດ້​ເຊື່ອມ​ຕົວ​ເຂົ້າ​ກັບ​ທຳ​ມະ​ຊາດ​ທີ່​ສວຍ​ງາມ​ຢູ່ຫຼາຍ​ແຫ່ງ​, ໄດ້​ລົງ​ມື​ເຮັດ​ວຽກ​ງານ​ປະ​ຈຳ​ວັນ​ຂອງ​ຊາວ​ທ້ອງ​ຖິ່ນອີກ​ດ້ວຍ. ທ່ານ ຝ້າມ​ວູ້​ຮ່​ວາງ ຫົວ​ໜ້າ​ພະ​ແນກ​ສັງ​ລວມ, ບໍ​ລິ​ສັດ​ຄອມ​ພິວ​ເຕີ ໂທ​ລະ​ຄົມ​ມະ​ນາ​ຄົມ ເມ​ໂຈ​ລີ​ເມັກ ໃຫ້​ຮູ້​ວ່າ :

     “ການ​ທ່ອງ​ທ່ຽວ​ເພື່ອ​ການ​ກຸ​ສົນໄດ້​ຊ່ວຍ​ອ້າຍ​ເອື້ອຍ​ນ້ອງ​ໃນ​ຄະ​ນະ​ນັກ​ທ່ອງ​ທ່ຽວ ໄດ້​ເຂົາ​້ຮ່ວມວຽກ​ງານ​ເພື່ອ​ການ​ກຸ​ສົນ. ພ້ອ​ມ​ທັງ​ເພີ່ມ​ຄວາມ​ຮູ້ ແລະ ມີ​ການ​ສັງ​ເກດ​ຕົວ​ຈິງທີ່​ດີກວ່າ​ກ່ຽວ​ກັບ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ຫຍຸ້ງ​ຍາກ​ຂອງ​ປະ​ຊາ​ຊົນ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ ”

      ບໍ​ລິ​ສັດ​ທ່ອງ​ທ່ຽວ ຫວຽດ​ຈານ​ຕົວ​ໃຫ້​ຮູ້​ວ່າ ຮູບ​ແບບ​ການ​ທ່ອງ​ທ່ຽວ​ປະ​ສານ​ສົມ​ທົບ​ກັບ​ການ​ເຄື່ອນ​ໄຫວ​ເພື່ອ​ການ​ກຸ​ສົນໄດ້​ສ້າງ​ຜົນ​ກະ​ທົບ​ຢ່​າງ​ຕັ້ງ​ໜ້າ​ໃນ​ສັງ​ຄົມ, ອ​ັນ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ບັນ​ດາ​ອົງ​ການ, ສຳ​ນັກ​ງານ, ຫົວ​ໜ່ວຍ, ສ່ວນ​ບຸກ​ຄົນ​ເຂົ້າ​ຮ່ວມ​ຢ່າງຫຼວງຫຼາຍ. ເພາະ​ສະ​ນັ້ນ, ການ​ທ່ອງ​ທ່ຽວ​ເພື່ອ​ການ​ກຸ​ສົນແມ່ນ​ໜຶ່ງ​ໃນ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ​ຄວນ​ໄດ້​ຮັບ​ການ​ຍຸ້​ແຮງ. ທ່ານ ເລ​ກົງ​ນັງ ຫົວ​ໜ້າ​ພະ​ແນກ​ປະ​ຊາ​ສຳ​ພັນ ບໍ​ລິ​ສັດ​ທ່ອງ​ທ່ຽວ ຫວຽດ​ຈານ​ຕົວ​ໃຫ້​ຮູ້​ວ່າ:

“ ການ​ພັດ​ທະ​ນາ ບັນ​ດາ​ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວເພື່ອ​ການ​ກຸ​ສົນ, ທ່ອງ​ທ່ຽວ​ເຂດ​ຊຸມ​ຊົນ ແມ່ນ​ສອດ​ຄ່ອງ​ກັບ​ທ່າ​ອຽງ​ພັດ​ທະ​ນ​າ​ການ​ທ່ອງ​ທ່ຽວ​ໃນ​ໂລກ, ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ທີ່​ຢາກ​ມາ​ຊອກ​ຮູ້​ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ບັນ​ດາ​ເຜົ່າ​ຫວຽດ​ນາມ. ຮູບ​ແບບ​ທ່ອງ​ທ່ຽວ​ເພື່ອ​ການ​ກຸ​ສົນຈະ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ໃຫ້​ແກ່​ການ​ພັດ​ທະ​ນາ​ວົງ​ຄະ​ນະ​ຍ​າດ​ຊຸມ​ຊົນ​ເວົ້າ​ສະ​ເພາະ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ເວົ້າ​ລວມ, ຍົກ​ສູງ​ລາຍ​ຮັບ​ໃຫ້​ແກ່​ປະ​ຊາ​ຊົນ​ຜູ້​ທຸກ​ຍາກ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ ”

     ສ່ວນ ບໍ​ລິ​ສັດ​ທ່ອງ​ທ່ຽວເບັນ​ແທ່ງກໍ​ໄດ້​ມອບ​ເຄື່ອງ​ນຸ່ງ, ຜ້າ​ຮົ່ມ, ອຸ​ປະ​ກອນ​ການ​ຮຽນ, ທຶນ​ສຶກ​ສາ, ສະ​ບຽງ​ອາ​ຫານ​ຢ່າງຫຼວງຫຼາຍ​ໃຫ້​ແກ່​ນັກ​ຮຽນ​ທີ່​ທຸກ​ຍາກ​ຢູ່​ບັນ​ດາ​ແຂວງ​ເຂດ​ພູ​ດອຍ​ພາກ​ເໜືອ. ທ່ານ ຫງວຽນ​ຍື​ຮ້ຽວ ຮອງ​ຫົວ​ໜ້າບໍ​ລິ​ສັດ​ທ່ອງ​ທ່ຽວເບັນ​ແທ່ງ ເວົ້າ​ວ່າ : 

    “ ແຂກ​ທ່ອງ​ທ່ຽວຫຼາຍ​ຄົນ​ທີ່​ເຂົ້າ​ຮ່ວມການ​ທ່ອງ​ທ່ຽວ​ເພື່ອ​ການ​ກຸ​ສົນ ຕ່າງ​ກໍ​ພາກ​ພູມ​ໃຈ​ທີ່​ສຸດ ເພື່ອ​ເຂົ​າ​ເຈົ້າ​ທັງ​ໄດ້​ໄປ​ທ່ອງ​ທ່ຽວ, ທັງ​ໄດ້​ລົງ​ຕົວ​ຈິງ. ຊ້ຳ​ບໍ​ໜຳ, ກໍ​ມີ​ແຂກ​ທ່ອງ​ທ່ຽວຫຼາຍ​ຄົນ​ຮູ້​ສຶກ​ມ່ວນ​ຊື່ນ ແລະ ເຫັນ​ໄດ້​ຄວາມ​ໝາຍ, ດັ່ງ​ນັ້ນ​ກໍ​ຈົດ​ຊື່​ໄປ​ຕໍ່. ພວກ​ຂ້າ​ພະ​ເຈົ້າ​ໄດ້​ຈັດ​ຕັ້ງການ​ທ່ອງ​ທ່ຽວ​ເພື່ອ​ການ​ກຸ​ສົນ​ດ້ວຍ​ລາ​ຄາ​ທີ່​ເໝາະ​ສົມ​ເພື່ອ​ໃຫ້​ທຸກໆຄົນ​ສາ​ມາດ​ຕອບ​ສະ​ໜອງ​ໄດ້, ດັ່ງ​ນັ້ນການ​ທ່ອງ​ທ່ຽວ​ທຸກ​ຄັ້ງ​ກໍ​ລ້ວນ​ແຕ່​ມີ​ປະ​ສິດ​ທິ​ຜົນ ”.

ຕອບກັບ

ຂ່າວ/ບົດ​ອື່ນ