ການສູ້ຮົບຢູ່ນ່າໜອງໃນຄວາມຊົງຈຳຂອງນັກຮົບດ້ຽນບຽນ


  60 ປີໄດ້ຜ່ານພົ້ນໄປນັບແຕ່ໄຊຊະນະ ດ້ຽນບຽນຝູປີ 1954, ແຕ່ຄວາມ ຊົງຈຳຂອງນັກຮົບດ້ຽນບຽນຝູ ເມື່ອກ່ອນນີ້ຍັງຄົງເໝືອນເດີມ. ການບຸກໂຈມຕີ ແຕ່ລະຄັ້ງ​ຍັງ​ເປັນ​ຂີດ​ໝາຍ​ຕ່່າງຫາກ, ​ໃນ​ນັ້ນ​ມີ​ການສູ້​ຮົບຢູ່ນ່າໜອງຊຶ່ງ​​ແມ່ນທີ່​ໝັ້ນ​ແຫ່ງ​ໜຶ່ງ​ຕັ້ງ​ຢູ່ຫ່າງ​ຈາກຂຸມ​ບັນຊາ​ຂອງ​ນາຍ​ພົນ De Castries 300 ​ແມດ​ ​ແມ່ນ​ໜຶ່ງ​ໃນ​ບັນດາ​ບັ້ນ​ສູ້​ຮົບ​ທີ່​ສຳຄັນ ປະກອບສ່ວນ​ເຂົ້າ​ໃນ​​ໄຊຊະນະ ດ້ຽນບຽນຝູທີ່​ຍິ່ງ​ໃຫຍ່. ​​

ການສູ້ຮົບຢູ່ນ່າໜອງໃນຄວາມຊົງຈຳຂອງນັກຮົບດ້ຽນບຽນ - ảnh 1
ພັນ​ເອກ ​ເລ​ຢິວຕື ຜູ້ເຂົ້າຮ່ວມບັ້ນຮົບດ້ຽນບຽນຝູ

    ທ່ານ​ພັນ​ເອກ ​ເຢືອງນຽດ ​ແລະ ພັນ​ເອກ ​ເລ​ຢິວຕື ປີ​ນີ້​ມີ​ອາຍຸ 80 ປີ​ແລ້ວ, ​ເຖິງ​ວ່າ​ຜົມ​ໄດ້​ຫງອກ​ ​ແລະ ສຸ້ຂະ​ພາບ​ໄດ້​ອ່ອນ​ເພຍ​ແລ້ວ​ກໍ​ຕາມ, ​ແຕ່​ເມື່ອ​ເລົ່າ​ເຖິງ​ບັ້ນ​​ຮົບ​ດ້ຽນບຽນຝູນັ້ນ, ສຽງ​ເວົ້າ​ຂອງ​ພວກ​ເພິ່ນ​ພັດ​ແຂງ​ແຮງ​ຂຶ້ນຢູ່. ສິ່ງ​ທີ່​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງ​ໃນບັ້ນ​​ຮົບ​ຢູ່ດ້ຽນບຽນຝູ, ນັ້ນ​ແມ່ນ​ການ​ສູ້​ຮົບ​ຢູ່​ນ່າໜອງ. ​ໃນ​ແຜນ​ທີ່ບັ້ນ​​ຮົບ​ດ້ຽນບຽນຝູ, ນ່າໜອງ​ແມ່ນ​ທີ່​ໝັ້ນ 310, ຝະລັ່ງ​ໄດ້​ຕັ້ງ​ຊື່​ວ່າ Claudine 5 . ນ່າໜອງ​ແມ່ນ​ໂນນ​ຕ່ຳ​ດ້ວຍ​ລະບົບ​ຂຸມ​ຄອງ​ຖືກ​ກໍ່ສ້າງ​ແບບ​ຖາວອນ. ກຳລັງ​ໃນ​ທີ່​ໝັ້ນ​ແຫ່ງ​ນີ້ ​ທັງ​ໝົດແມ່ນ​ທະຫານ​ຝະລັ່ງ, ລ້ອນ​ແຕ່​ໄດ້​ຮັບ​ການ​ປະກອບ​ອາວຸດ​ທັນ​ສະ​ໄໝ​ທີ່​ສຸດ​ໃນ​ຄາວ​ນັ້ນ​ຄື: ​ເຮືອບິນ B29 ບັນທຸກ​ທະຫານ​ໂດດ​ຈ້ອງ, ປືນ​​ໃຫຍ່ 105 ມີ​ລີ​ແມດ ​ແລະ ປືນ​ໂຄກ 120 ມີ​ລີ​ແມດ. ​ເພື່ອ​ດັບ​ສູນ​ກອງ​ບັນຊາ​ການ​ທະ​ການ​ກຸ່ມ​ທີ່​ໝັ້ນ​ຝະລັ່ງ​ນັ້ນ, ກ່ອນ​ອື່ນ​ໝົດ​ແມ່ນ​ຕ້ອງ​ດັບ​ສູນ​ທີ່​ໝັ້ນ​ແຫ່ງ​ນີ້​ເສຍ​ກ່ອນ. ພັນ​ເອກເລ​ຢິວຕື ​ເລົ່າຄືນ​ສູ່​ຟັງ​ວ່າ : 

  “ ຕອນ​ເຊົ້າ​ວັນ​ທີ 6/5/1954, ກອງທັບ​ເຮົາ​ໄດ້​ເຕົ້າ​ໂຮມ​ກຳລັງ ຊຶ່ງມີທັງ​ກອງ​ປືນ​ໃຫຍ່ ​ແລະ ທັງ​ລູສອນ​ໄຟ Kstusa ​ເພື່ອ​ຍິງ​ໃສ່​ບັນດາ​ທີ່​ໝັ້ນຂອງ​ສັດຕູ ອັນ​ໄດ້​ເຮັດ​ໃຫ້​ພວກ​ມັນ​ຖືກ​ເປັ້ຍ​ລອຍ. ​ແຜນ​ສູ້​ຮົບ​ນີ້​ແມ່ນ​ປະຕິບັດ​ຕາມ​ຍຸດທະວິທີ​ຂອງ​ພົນ​ເອກ​ຫວໍ​ງວຽນ​ຢາ​ບຄື : ບຽດ-ບຸກຕີ-ດັບ​ສູນ. ກຳລັງ​ຂອງ​ເຮົາ​ໄດ້​ປິດ​ລ້ອມ​ບັນດາ​ທີ່​ໝັ້ນຂອງ​ສັດຕູ, ຕັດ​ເສັ້ນທາງ​ລຳລຽງ​ຂົນ​ສົ່ງ​ທະຫານ, ອາວຸດ ​ແລະ ​ເຄື່ອງ​ຂອງ​ຕ່າງໆ​ຂອງ​ສັດຕູ, ອັນ​ໄດ້​ເຮັດ​ໃຫ້​ສັດຕູ​ຖືກ​ຕົກ​ສະທ້ານ​ຢ້ານ​ກົວ​ທີ່​ສຸດ”

   ​ເວລາ​ປະມານ 13 ​ໂມງ​ວັນ​ທີ 6/5/1954, ຢູ່​ຮົ່ງ​ເລັກ ຕັ້ງ​ຢູ່​ກາງ​ປ່າ​ທາງ​ກ້ຳ​ຕາ​ເວັນ​ຕົກ​ເມື່ອ​ງ​ແທງ, ຂັ້ນ​ເທິງ​ໄດ້​​ເຜີຍ​ແຜ່​ແຜນ​ສູ້​ຮົບ ​ແລະ ຈັດ​ແບ່ງ​ວຽກ​ງານ​ໜ້າ​ທີ່​ໃຫ້​ແຕ່​ລະ​ກົມກອງ​ທະຫານເພື່ອ​ດັບ​ສູນ​ທີ່​ໝັ້ນ​ແຕ່ລະ​ແຫ່ງ​ຂອງ​ສັດຕູ. ພັນ​ເອກ​ເຢືອງນຽດ​ເລົ່າຄືນ​ສູ່​ຟັງ​ວ່າ : 

   “​ເວລາ​ປະມານ 17 ​ໂມງ​ວັນ​ທີ 6/5/1954, ທັງກອງຮ້ອຍ​ໄດ້​ເຄື່ອນທັບ​ໄປ​ຮອດ​ທາງ​ແຄມ​ປ່າ. ນ້ຳ ​ແລະ ຂີ້ຕົມ​ໃນ​ຂຸມ​ຄອງ​ໄດ້​ຂຶ້ນ​ຮອດ​ແອວ, ​ແຕ່​ອ້າຍ​ນ້ອງ​ເຮົາ​ໄດ້​ຜ່ານ​ຜ່າ​ຄວາມ​ລຳບາກ, ​ເຄື່ອນ​ມຸ່ງ​ໜ້າ​ສູ່ນ່າໜອງ. ພວກ​ສັດຕູ​ໄດ້​ຍິງປືນ​ໃຫຍ່ຢ່າງ​ບໍ່​ຂາດ, ​ແຕ່​ລະບົບ​ຂຸມ​ຄອງ​ໄດ້​ຮັບປະກັນ​ໃຫ້ການ​ເຄື່ອນ​ທັບ​ຂອງ​ກົມ​ກອງ​ໄປ​ຮອດ​ທີ່​ໝັ້ນ​ດ້ວຍ​ຄວາມ​ປອດ​ໄພ ​ແລະ ສາມາດ​ຮັກສາ​ໄດ້​ຄວາມ​ລັບ. ​ຮອດເວລາ​ປະມານ 19 ​ໂມງ 30 ນາທີ​ວັນ​ທີ 6/5/1954 ພວກ​​ເຮົາ​ສາ​ມາດ​ຢຶດຄອງ​​ໄດ້​ສະໜາມຮົບ, ດັກ​ສະກັດ​ຢູ່​ນີ້, ລໍຖ້າ​ຄຳ​ສັ່ງ​ບຸກ​ໂຈມ​ຕີ ”

       ຄຳ​ສັ່ງ​ບຸກ​ໂຈມ​ຕີຂອງ​ທົ່ວ​ສະໜາມຮົບ​ໃນ​ຄ່ຳ​ຄືນ​ວັນ​ນັ້ນ ​ແມ່ນ​ຕົກລົງ​ປະຕິບັດ​ຕາມ​ສຽງ​ລະ​ເບີດ​ແຕກ​ທີ່​ຫ້າງ​ໄວ້​ໃຕ້​ໂນນ A1. ພວກ​ນັກຮົບ​ເຮົາ​ຢູ່​ບັນດາ​ລະບົບ​ຂຸມ​ຄອງ​ໄດ້​ກຽມພ້ອມ ລໍຖ້າ​ສຽງ​ລະ​ເບີດ​ດັ່ງ​ຂຶ້ນ​. ​ແຕ່​ຖ້າ​ດົນໆ, ບໍ່​ໄດ້​ຍິນ​ສຽງ​ລະ​ເບີດ​ແຕກ. ຕາມ​ການ​ຊີ້​ນຳ​ຈາກ​ກອງ​ບັນຊາ​ການ, ​ເວລາ 20 ​ໂມງ 30 ນາທີ ປືນ​ໃຫຍ່​ຂອງ​ເຮົາ​ໄດ້​ພ້ອມ​ກັນ​ຍິງ​ໃສ່​ທີ່​ໝັ້ນ. ພວກ​ສັດຕູ​ພາກັນ​ໂຮ​ຮ້ອງ ​ແລະ ພ້ອມ​ກັນ​ຖອດ​ຕົວ​ເຂົ້າ​ໃນ​ຂຸມ. ​. ພັນ​ເອກ​ເຢືອງນຽດ​ເລົ່າຄືນ​ສູ່​ຟັງອີກ​ວ່າ : 

  “ ​ເມື່ອ​ປືນ​ໃຫຍ່​ຢຸດ​ຍິງ, ພວກ​ຂ້າພະ​ເຈົ​້າ​ໄດ້​ບຸກ​ເຂົ້າລະບົບ​ຂຸມ​ຄອງ​ຂອງ​ສັດຕູ. ​ເມື່ອ​ເຫັນ​ພວກ​ເຮົາ, ພວກ​ສັດຕູ​ທັງ​ໝົດພ້ອມ​ກັນ​ຖອດ​ຕົວ​ເຂົ້າ​ໃນ​ຂຸມ​ເພື່ອຈັ້ງ​ທ່າ​ປ້ອງ​ກັນ ​ແລ້ວ​ກໍ​ໄດ້​ຍິງ​ກວາດ​ໃສ່​ຝ່າຍພວກ​ເຮົາ. ການ​ສູ້​ຮົບ​ແມ່ນ​ດຸ​ເດືອດ​ໃນ​ຂຸມ​ຄອງ​ແຕ່ລະ​ແມດ”

 

ການສູ້ຮົບຢູ່ນ່າໜອງໃນຄວາມຊົງຈຳຂອງນັກຮົບດ້ຽນບຽນ - ảnh 2
ພັນ​ເອກ ​ເຢືອງນຽດ ຜູ້ເຂົ້າຮ່ວມບັ້ນຮົບດ້ຽນບຽນຝູ

   
ພັນ​ເອກ​ເຢືອງນຽດ​​ເວົ້າ​ຕໍ່​ໄປວ່າ :

  “ ​ເມື່ອ​ຄົ້ນ​ພົບ​ວ່າ ​ໃນ​ຂຸມ​ຍັງ​ມີ​ທະຫານ​ຝະລັ່ງ​ພວມ​ຈັ້ງ​ທ່າ​ປ້ອງ​ກັນ, ພວກ​ນັກຮົບ​ເຮົາ​ມີ​ເຈດ​ຈຳນົງ​​ແກວ​ງລະ​ເບີດ​ມື​​ໃສ່, ຖ້າ​ຫາກລະ​ເບີດ​ມືຕົກ​ໃສ່​ທາງໃນຂຸມ​ນັ້ນ, ພວກ​ສັດຕູ​ທັງ​ໝົດ​ໃນ​ຂຸມ​ຈະ​ຖືກ​ດັບ​ສູນ, ​ແຕ່​ຖ​້າຫາກລະ​ເບີດ​ມື​ຕົກ​ຢູ່​ທາງ​ນອກ​ຂຸມ​ນັ້ນ, ກໍ​ຈະ​ເຮັດ​ໃຫ້​ທະຫານ​ເຮົາ​ຖືກ​ບາດ​ເຈັບ. ​ໃນ​ທັນ​ທີ່ ກໍ​ໄດ້​ມີ​ຄຳ​ເຫັນ​ຖືກ​ຍົກ​ອອກ​ມາ ນັ້ນ​ແມ່ນປະກາດ​ຮຽກຮ້ອງ​ໃຫ້ທະຫານ​ຝະລັ່ງ​ອອກ​ຍອມ​ຈຳນົນ​ດ້ວຍ​ພາສາ​ຝະລັ່ງ. ​ແລະ ຄຳ​ເຫັນ​ນີ້​ໄດ້​ປະກົດ​ຜົນ​ເປັນ​ຈິງ, ພວກ​ທະຫານ​ຝະລັ່ງ​ທີ່​ຍັງ​ເຫຼືອ​ໃນ​ຂຸມ​ໄດ້​ຍ່າງ​ອອກ​ຈາກ​ຂຸມ, ຍົກ​ມື​ຂຶ້ນຍອມ​ຈຳນົນ”

     ການສູ້​ຮົບຢູ່ນ່າໜອງ ກໍ​ແມ່ນ​ການ​ສູ້​ຮົບ​ຄັ້ງ​ສຸດ​ທ້າຍ​ຂອງ​ກອງພັນ 18 ຢູ່​ດ້ຽນບຽນ. ປະຈຸ​ບັນ​ນັກຮົບ​ເກົ່າ​ໃນ​ກອງພັນ​ເມື່ອ​ກ່ອນ​ຍັງ​ເຫຼືອ​ພຽງ 2-3 ຄົນ​​ໄດ້​ເຖົ້າ​ແກ່​ແລ້ວເທົ່າ​ນັ້ນ. ຮອດ​ວັນ​ທີ 6/5 ​ແຕ່ລະ​ປີ, ບັນດາ​ນັກຮົບ​ເກົ່າ​ໃນ​ກອງພັນ​ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ສ້າງ​ສັນ​ເພື່ອ​ທົບ​ທວນຄືນ​ວິລະ​ກຳ​ທີ່​ລືຊາ​ຜາກົດ​ໃນ​ບັ້ນ​ຮົບ​ດ້ຽນບຽນ​ຝູ.

ຕອບກັບ

ຂ່າວ/ບົດ​ອື່ນ