ການສະແດງລະຄອນຕຸກກະຕາ “ ເປັດສະຫວັນຕິດສານພິດ ” ບົນເວທີສະແດງລະຫວ່າງຫວຽດນາມ-ຍີປຸ່ນ

ຫວ່າງ​ແລ້ວນີ້ ຜູ້​ຊົມ​ຫວຽດ​ນາມຫາ​ກໍ​ໄດ້​ຮັບ​ຊົ​ມ​ການ​ສະ​ແດງ​ລະ​ຄອນ​ຕຸກ​ກະ​ຕາ​ໂດຍ​ປະ​ສານ​ສົມ​ທົບ​ລະ​ຫວ່າງ​ນັກ​ສິ​ລະ​ປີນ​ຍີ​ປຸ່ນ ແລະ ບັນ​ດາ​ນັກ​ສິ​ລະ​ປີນ​ໂຮງ​ລະ​ຄອນ​ໄວ​ໜຸ່ມ​ຂອງ​ຫວຽດ​ນາມ. ນັກ​ສິ​ລະ​ປີນ​ຂອງ 2 ປະ​ເທດ​ໄດ້​ພ້ອມ​ກັນ​ເຂົ້າ​ຮ່ວມ ການ​ສະ​ແດງ​ລະ​ຄອນ​ຕຸກ​ກະ​ຕາທີ່​ມີ​ຊື່​ວ່າ : “ ເປັດ​ສະ​ຫວັນ​ຕິດ​ສານ​ພິດ ”. ດ້ວຍ​ຫົວ​ຄິດ​ປະ​ດິດ​ສ້າງ​ທີ່​ຈັບ​ໃຈ ແລະ ຄວາມ​ໝາຍ​ດ້ານ​ວັດ​ທະ​ນະ​ທຳ​ມະ​ນຸດ​ທີ່​ເລິກ​ເຊິ່ງ, ບົດ​ລະ​ຄອນ​ດັ່ງ​ກ່າວ​ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ຈາກມວນ​ຊົນ​ຜ່ານ​ການ​ສະ​ແດງຢູ່​ຫວຽດ​ນາມ​ໃນ​ເວ​ລາ​ທີ່​ຜ່ານ​ມາ.

                                           

ການສະແດງລະຄອນຕຸກກະຕາ “ ເປັດສະຫວັນຕິດສານພິດ ” ບົນເວທີສະແດງລະຫວ່າງຫວຽດນາມ-ຍີປຸ່ນ - ảnh 1
ລະຄອນຕຸກກະຕາ “ ເປັດສະຫວັນຕິດສານພິດ ”

   “ ເປັດ​ສະ​ຫວັນ​ຕິດ​ສານ​ພິດ ” ໂດຍ​ຜູ້​ກຳ​ກັບ​ການ​ສະ​ແດງ​ທີ່​ມີ​ຊື່​ສຽງ​ຊາວ​ຍີ​ປຸ່ນ Sakate Yoji ປະ​ຕິ​ບັດ ພ້ອ​ມ​ກັບ​ການ​ເຂົ້າ​ຮ່ວມ​ຂອງ ນັກ​ສິ​ລະ​ປີນ​ຍີ​ປຸ່ນ ແລະ ບັນ​ດາ​ນັກ​ສິ​ລະ​ປີນ​ໂຮງ​ລະ​ຄອນ​ໄວ​ໜຸ່ມ​ຂອງ​ຫວຽດ​ນາມ. ບົດ​ລະ​ຄອນນີ້​ໄດ້​ຮັບ​ການ​ສະ​ແດງ​ໂດຍ​ປະ​ສານ​ສົ​ມ​ທົບ​ລະ​ຫວ່າງ​ມະ​ນຸດ​ກັບ​ຕຸກ​ກະ​ຕາ, ລະ​ຫວ່າງ​ອະ​ດີດ​ຕະ​ການ ແລະ ປະ​ຈຸ​ບັນ, ເປັນ​ສານ​ກ່າວ​ປະ​ນາມ        ການ​ທຳ​ລາຍ​ຂອງ​ມະ​ນຸດ​ຕໍ່​ທຳ​ມະ​ຊາດ, ຈາກ​ສະ​ພາບ​ມົນ​ລະ​ພິດ​ສິ່ງ​ແວ​ດ​ລ້ອມ​ຍ້ອນ​ສານ​ພິດຫຼາຍ​ປະ​ເພດ​ຕະຫຼອດ​ຮອດ​ການ​ລ່າ​ສັດ​ຢ່າງ​ຊະ​ຊາຍ. ​ຜູ້​ກຳ​ກັບ​ການ​ສະ​ແດງ​ Sakate Yoji ເວົ້າ​ວ່າ :

    “ ຂ້າ​ພະ​ເຈົ້າ​ເລືອກ​ເອົາ​ເລື່ອງ​ລາວ “ ເປັດ​ສະ​ຫວັນ​ ” ເພາະ​ນີ້​ແມ່ນ​ເລື່ອງ​ລາວ​ທີ່​ເປັນ​ໜ້າ​ຈັບ​ໃຈ, ພິ​ເສດ​ຕົວ​ລະ​ຄອນ​ເອກ ຈີ​ນາ ໃນ​ບົດ​ລະ​ຄອນ ມີ​ຄວາມ​ແທດ​ເໝາະ​ກັບ​ນັກ​ສິ​ລະ​ປີນ ເລ​ແຄງ​ຂອງ​ຫວຽດ​ນາມ. ພ້ອມນ​ັ້​ນ, ນີ້​ກໍ​ເປັນ​ຄັ້ງ​ທຳ​ອິດ ​ເວ​ທີ​ສະ​ແດງ​ລະ​ຄອນ​ຫວຽດ​ນາມ ແລະ ເວ​ທີ​ສະ​ແດງ​ລະ​ຄອນ​ຕຸກ​ກະ​ຕາ​ພື້ນ​ເມືອງ​ຍີ​ປຸ່ນ​ມີ​ການ​ຮ່​ວມ​ມື​ກັນ​ເພື່ອ​ສະ​ເໜີ​ບົດ​ລະ​ຄອນ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຕໍ່​ຜູ້​ຊົມ ”

        “ ເປັດ​ສະ​ຫວັນ​ຕິດ​ສານ​ພິດ ” ໄດ້​ຮັບ​ການ​ສະ​ແດງ​ໂດຍ​ການ​​ປະ​ສານ​ສົ​ມ​ທົບລະ​ຫວ່າງນັກ​ສິ​ລະ​ປີນ​ຍີ​ປຸ່ນ ແລະ ບັນ​ດາ​ນັກ​ສິ​ລະ​ປີນ​ໂຮງ​ລະ​ຄອນ​ໄວ​ໜຸ່ມ​ຂອງ​ຫວຽດ​ນາມ ດ້ວຍ 2 ພາ​ສາ​ຫວຽດ​ນາມ ແລະ ຍີ​ປຸ່ນ. ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ໃນ​ຂອບ​ເຂດ​ການ​ພົວ​ພັນ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ຫວຽດ​ນາມ  ແລະ ຍີ​ປຸ່ນ. ນັກ​ສິ​ລ​ະ​ປີນ​ປະ​ຊາ​ຊົນ​ຫວຽດ​ນາມ ເລ​ແຄງ ເວົ້າ​ວ່າ  : 

     “ ບົດ​ລະ​ຄອນ​ຕົ້ນ​ສະ​ບັບ​ແມ່ນ​ມີ​ຊື່​ວ່າ : ການ​ເຖິງ​ແກ່​ຄວາມ​ຕາຍ​ຂອງ​ເປັດ​ສະ​ຫວັນ,  ແຕ່​ໃນ​ວັນ​ນີ້, ​ຜູ້​ກຳ​ກັບ​ການ​ສະ​ແດງ​ທີ່​ມີ​ຊື່​ສຽງ​ຊາວ​ຍີ​ປຸ່ນ Sakate Yoji ໄດ້​ປ່ຽນ​ຊື່​ເປັນ : “ ເປັດ​ສະ​ຫວັນ​ຕິດ​ສານ​ພິດ ” . ນີ້ບໍ່​ແມ່ນ​ບັນ​ຫາ​ສະ​ເພາະຂອງ 2 ປະ​ເທດ​ເທົ່າ​ນັ້ນ, ຫາກ​ຍັງກາຍ​ເປັນ​ບັນ​ຫາ​ຂອງ​ທົ່ວ​ໂລກແລ້ວ ”

     ເປັນ​ຄັ້ງ​ທຳ​ອິດທີ່ໄດ້​ຮັບ​ຊົ​ມ​ການ​ສະ​ແດງ​ລະ​ຄອນ​ຕຸກ​ກະ​ຕາ​​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ ໂດຍ​ປະ​ສານ​ສົມ​ທົບ​ລະ​ຫວ່າງ​ນັກ​ສິ​ລະ​ປີນ​ຍີ​ປຸ່ນ ແລະ ບັນ​ດາ​ນັກ​ສິ​ລະ​ປີນ​ໂຮງ​ລະ​ຄອນ​ໄວ​ໜຸ່ມ​ຂອງ​ຫວຽດ​ນາມ, ນາງ​ມາຍ​ທຸ​ເຮືອງ ຜູ້​​ຊົມ​ລະ​ຄອນເປີດ​ເຜີຍ​ວ່າ :

    “ ນີ້​ເປັນ​ຄັ້ງ​ທຳ​ອິດ ທີ່ໄດ້​ຮັບ​ຊົ​ມ​ການ​ສະ​ແດງ​ລະ​ຄອນ​ຕຸກ​ກະ​ຕາ​ຂອງ​ຍີ​ປຸ່ນ ແລະ ເຫັນ​ວ່າ ມິ​ຄວາມ​ແຕກ​ຕ່າງ​ກັບ​ລະ​ຄອນ​ຕຸກ​ກະ​ຕາ​ຂອງ​ຫວຽດ​ນາມ. ຮູບ​ພາບ​ບົນ​ເວ​ທີ​ສະ​ແດງ​ມີ​ຄວາມ​ອຸ​ດົມ​ສົມ​ບູນກວ່າ, ນັກ​ສະ​ແດງ​ກໍ​ແມ່ນ​ຜູ້​ບັນ​ຊາ​ບັນ​ດາຕົວ ລະ​ຄອນ​ຕຸກ​ກະ​ຕາ​ທີ່​ມີ​ຄວາມ​ໄຫວ​ພິບ ແລະ ມີ​ສີ​ສັນ​ຍຸກ​ທັນ​ສະ​ໄໝ ”

    “ ເປັດ​ສະ​ຫວັນ​ຕິດ​ສານ​ພິດ ” ແມ່ນ​ໜຶ່ງ​ໃນ​ບັນ​ດາ​​ລະ​ຄອນໄດ້​ຮັບ​ການ​ສະ​ແດງ​ຢ່າງ​ປະ​ສົບ​ຜົນ​ສຳ​ເລ​ັດ​ທີ່​ສຸດ​ຂອງ​ໂຮງ​ລະ​ຄອນ ເອ​ດໍ-ຢູ​ກິ​ຊາ ຂອງ​ຍີ​ປຸ່ນ. ພາຍຫຼັງ​ສະ​ແດງ​ຮັບ​ໃຊ້​ຜູ້​ຊົມ​ຫວຽດ​ນາມ ແລ້ວ, “ ເປັດ​ສະ​ຫວັນ​ຕິດ​ສານ​ພິດ ” ຈະ​ເຂົ​້າ ຮ່ວມງານ​ມະ​ໂຫລານ​ເວ​ທີ​ສະ​ແດງ​ສາ​ກົນ ຊີ​ບີ​ຢູ ປະ​ເທດ​ຣູ​ມາ​ນີ ໃນ​ເດືອນ 6 ໜ້າ​ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ