ການຫຼິ້ນດອກໄມ້ ແລະ ຕົ້ນໄມ້ປະດັບໃນເມື່ອກ່ອນ


(vovworld) - ນັບ​ແຕ່​ສະ​ໄໝ​ລ່າ​ເມືອງ​ຂຶ້ນ​ຝລັ່ງຢືດຄອງ​ ຮ່າ​ໂນ້ຍ, ຊາວ​ເມືອງ​ຫຼວງ​ຈຶ່ງ​ຮູ້​ປັກ​ດອກ​ໄມ້​ໃນ​ໂຖ, ກ່ອນ​ນັ້ນ, ດອກ​ໄມ້​ເພື່ອ​ບູຊາ​ແມ່ນ​ວາງ​ໃນ​ຈານ, ສ່ວນ​ດອກ​ໄມ້​ເພື່ອ​ຫຼິ້ນ​ແມ່ນ​ປູກ​ຢູ່​ເດີນ​ບ້ານ ຫຼື​ຢູ່​ສວນ, ພ້ອມ​ກັບ​ດອກ​ໄມ້ ​ແມ່ນ​ຕົ້ນ​ໄມ້​ປະດັບ, ນີ້​ບໍ່​ພຽງ​ແຕ່​ແມ່ນ​ການ​ລະ​ຫຼິ້ນ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ດິນ​ແດນ​ແຫ່ງ​ອະລິຍະ​ທຳ​ນັບ​ພັນ​ປີອີກ​ດ້ວຍ.

ການຫຼິ້ນດອກໄມ້ ແລະ ຕົ້ນໄມ້ປະດັບໃນເມື່ອກ່ອນ - ảnh 1

ດອກໄມ້ທີ່ປູກໃນບ້ານງີຕ່າມ, ຮ່າໂນ້ຍ

    ຮ່າ​ໂນ້ຍ ​ໃນ​ເມື່ອ​ກ່ອນ​ແມ່ນ​ດິນ​ແດນ​ແຫ່ງ​ດອກ​ໄມ້. ​ໃນ​ສະ​ໄໝ​ລາດ​ຊະ​ວົງ​ຫຼີ, ບ້ານ ງີຕ່າມ ມີ​ບັນດາ​ທົ່ງ​ດອກ​ໄມ້​ເອີ້ນ​ວ່າ ທົ່ງ​ບົງ. ຢູ່​ບ້ານ ອຽນ​ຟູ້ ​ປູກ​ດອກ​ໄມ້, ດັ່ງ​ນັ້ນ​ມີ​ຊື່ວ່າ ອຽນ​ຮວາ. ​ເວົ້າ​ລວມ​ແລ້ວ, ຢູ່​ອ້ອມ​​ໜອງ​ ​ໂຮ່​ໄຕ, ​ເກືອບ​ຄື​ວ່າ​ບ້ານ​ໃດ​ກໍ່​ປູກ​ດອກ​ໄມ້. ສ່ວນ​ຢູ່​ທິດ​ໃຕ້​ເຂດ​ແຄມ​ເມືອງ​ຫຼວງ​ກໍ່​ມີ​ບ້ານ​ປູກດອກ​​ເໝີຍ​ຫຼາຍ​ບ້ານ, ດັ່ງ​ນັ້ນ​ຈຶ່ງ​ເອີ້ນ​ວ່າ​ບ້ານ​ແບກ​ມາຍ, ຮົ່ງມາຍ, ຮ່ວາງ​ມາຍ… ມີ​ບ້ານ​ປູກ​ດອກ​ໄມ້​ໝາຍ​ຄວາມ​ວ່າ​ມີ​ຜູ້​ຫຼິ້ນ​ດອກ​ໄມ້ຢ່າງ​ແນ່ນອນ.

    ​ໃນ​ເມື່ອ​ກ່ອນ​​ເຮືອນ​ໃນ​ເມືອງ​ຫຼວງຖືກ​ສ້າງ​​ເປັນ​ຮູບ​ທໍ່, ທາງ​ໜ້າ​ເຮືອນ​ອາດ​ຈະ​ຄັບ​ແຄບ ​ແຕ່​ພັດ​ຍາວ, ລະຫວ່າງ​ຫ້ອງ​ຢູ່​ເບື້ອງ​ໜ້າ ​ແລະ ຫ້ອງ​ເບື້ອງ​ຫຼັງ​ເຮືອນ​ແມ່ນ​ມີ​ເດີນ​ບ້ານ ​ແລະ ​ໃນ​ເດີນ​ບ້ານ​ນີ້​ເຂົາ​ເຈົ້າ​ເຄີຍ​ວາງ​ກະຖາງ​ດອກ​ໄມ້ ​ແລະ ຕົ້ນ​ໄມ້​ປະດັບ​ ​ເພື່ອ​ສ້າງ​ຄວາມ​ງາມ​ໃຫ້​ເຮືອນ. ຜ່ານ​ການ​ເວລາ, ການ​ຫຼິ້ນ​ດອກ​ໄມ້, ຕົ້ນ​ໄມ້​ປະດັບ​ຢູ່​ ທັງ​ລອງ ກໍ່​ມີ​ການ​ປ່ຽນ​ແປງ ​ແລະ ກາຍ​ເປັນ​ສິລະ​ປະ, ຍ້ອນ​ເຫດ​ນັ້ນ, ຜູ້ຫຼິ້ນ​ດອກ​ໄມ້​ກໍ່​ຕ້ອງ​​ຮູ້​ເຕັກນິກ​ປູກ​ດອກ​ໄມ້​ຢ່າງ​ລະອຽດ. ​ນອກ​ນັ້ນ​ເຂົາ​ເຈົ້າ​ຍັງ​ຕ້ອງ​ຮູ້​​ເຖິງ​ສັນຍາ​ລັກ​ຂອງ​ດອກ​ໄມ້​ແຕ່​ລະ​ຊະນິດ​ອິກ.

ການຫຼິ້ນດອກໄມ້ ແລະ ຕົ້ນໄມ້ປະດັບໃນເມື່ອກ່ອນ - ảnh 2

ຊາວນະຄອນຫຼວງຮ່າໂນ້ຍມັກຫຼິ້ນດອກຄາຍໃນໂອກາດບຸນປີໃໝ່

    ຢູ່​ເຂດ​ຊານເມືອງ​ຫຼວງ ທັງ​ລອງ, ບັນດາເຮືອນລ້ວນ​ແຕ່​ປະກອບ​ດ້ວຍ: ​ເຮືອນຢູ່, ລະບຽງ​ເຮືອນ, ​ເດີນ, ສວນ ​ແລະ ອ້ອມ​ສວນ​ເຄີຍ​ປູກ​ດອກ​ຊະບາສີ​ແດງ. ຈາກ​ປະຕູ​ໂຂງ​ເຂົ້າ​ເດີນ​ບ້ານ, ຢູ່​ລຽບ​ຕາມ​ສອງ​ພາກ​ທາງ​ເຄີຍ​ປູກ​ດອກ​ກຸຫຼາບ, ດອກພຸດ, ດອກ​ຊ້ອນ. ຢູ່​ຕໍ່ໜ້າ​ລະບຽງ​​ເຮືອນກໍ່​ປູກ​ດອກ​ໄມ້. ຫຼິ້ນ​ດອກ​ໄມ້​ຕ້ອງ​ຮູ້​ວິທີ​ເຮັດ​ແນວ​ໃດ​ໃຫ້​ມັນ​ງາມ​ກວ່າ. ບໍ່​ພຽງ​ແຕ່​ຫຼິ້ນ​ດອກ​ໄມ້​ເທົ່າ​ນັ້ນ, ຊາວ​ເມືອງ​ຫຼວງ ທັງ​ລອງ ​ຍັງ​ຫຼິ້ນ​ດອກ​ໄມ້​ປະດັບ​ອີກ. ຕ່າງ​ກັບ​ດອກ​ໄມ້​ແມ່ນ​ສີສັນ ​ແລະ ກິ່ນ​ຫອມ, ການ​ປູກ​ດອກ​ໄມ້​ປະດັບ​ຕ້ອງ​ດັດ​ປັບ​ຄື​ແນວ​ໃດ​​ໃຫ້​ເປັນ​ຮູບ​ສັດ​ປະ​ເພດ​ຕ່າງໆ, ຫຼື​ຮູບ​ໃດ​ໜຶ່ງ​ທີ່​ຜູ້​ປູກ​ນິຍົມ. ​ໂດຍ​ອີງ​ຕາມ​ຄວາມ​ນິຍົມ​ຂອງ​ແຕ່ລະຄົນ, ​ເຂົາ​ເຈົ້າ​ຈະ​ເລືອກ​ຊື້ ຫຼື​ປູກ​ດອກ​ໄມ້, ຕົ້ນ​ໄມ້​ປະດັບ​ທີ່​ເໝາະ​ສົມ. ຄຽງ​ຂ້າງຫຼິ້ນ​ດອກ​ໄມ້ ​ແລະ ຕົ້ນ​ໄມ້​ປະດັບ​ແລ້ວ, ​ເຂົາ​ເຈົ້າ​ຍັງ​ຫຼິ້ນ​ນົກ​ອັນ​ລ້ຳ​ຄ່າຫາ​ຍາກ ແລະ ມີອ່າງ​ລ້ຽງ​ປາປະ​ດັບ​ອີກ. ສິ່ງ​ດັ່ງກ່າວ​ບໍ່​ພຽງ​ແຕ່​ສະ​ແດງ​ໃຫ້​ເຫັນ​ສິລະ​ປະ​ເທົ່າ​ນັ້ນ, ຫາກ​ຍັງ​ເວົ້າ​ເຖິງ​ອາລົມ​ຈິດ, ​ແນວ​ຄິດ​ຈິດ​ໃຈ​ຂອງ​ເຈົ້າ​ຂອງ​ອີກ​ດ້ວຍ.

    ຕາມ​ການ​ເວລາ, ການ​ຫຼິ້ນ​ດອກ​ໄມ້, ຕົ້ນ​ໄມ້​ປະດັບກໍ່​ມີ​ການ​ປ່ຽນ​ແປງ​ສ່ວນ​ໃດ​ສ່ວນ​ໜຶ່ງ, ຍ້ອນ​ມີດ​ອກ​ໄມ້​ຫຼາຍ​ຊະນິດ​ແມ່ນ​ຖືກ​ນຳ​ເຂົ້າ​ຈາກ​ຕ່າງປະ​ເທດ. ຊາວ ຮ່າ​ໂນ້ຍຍັງ​ຮຽນ​ວິທີ​ຫຼິ້ນ​ດອກ​ໄມ້, ປັກ​ດອກ​ໄມ້​ຈາດ​ຝ່າຍ​ຕາ​ເວັນ​ຕົກ​ອີກ​ດ້ວຍ, ເຮັດ​ໃຫ້ການ​ຫຼິ້ນ​ດອກ​ໄມ້ ​ແລະ ຕົ້ນ​ໄມ້​ປະດັບ​ອຸດົມສົມບູນ​ຕື່ມ​ອີກ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຊາວ ຮ່າ​ໂນ້ຍ ຍັງ​ຄົງ​ຮັກສາ​ການ​ຫຼິ້ນ​ດອກ​ໄມ້, ຕົ້ນ​ໄມ້​ປະດັບທີ​ເປັນ​ມູນ​ເຊື້ອ​ໄວ້​ຈົນ​ເຖິງ​ປະຈຸ​ບັນ.

ຕອບກັບ

ຂ່າວ/ບົດ​ອື່ນ