ການອຸທິດສ່ວນເພື່ອວົງຄະນະຍາດສັງຄົມຂອງແມ່ຍິງຫວຽດນາມ

ລາງວັນ​ແມ່​ຍິງ​ຫວຽດ​ນາມ​ປີ 2015 ຫາ​ກໍ​ຖືກ​ສູນ​ກາງ​ສະ​ຫະ​ພັນແມ່​ຍິງ​ຫວຽດ​ນາມມອບ​ໃຫ້ 9 ໝູ່​ຄະ​ນະ ແລະ 10 ສ່ວນ​ບຸກ​ຄົນ​ທີ່​ມີ​ຜົນ​ງານ​ດີ​ເດັ່ນ​ໃນ​ຂະ​ບວນ​ວິ​ວັດ​ສູ້​ຊົນ ແລະ ຜ່ານ​ຜ່​າຄວາມຫຍຸ້ງ​ຍາກ​ໃນ​ການ​ດຳ​ລົງ​ຊີ​ວິດ, ອອກ​ແຮງ​ງານ​ຢ່າງບໍ່​ຢຸດຢັ້ງ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ກາຍ​ເປັນ​ແມ່​ຍິ່ງ​ຜູ້​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ດຳ​ລົງ​ຊີ​ວິດ ແລະ ໄດ້​ໜູນ​ຊ່ວຍຫຼາຍ​ຄົນ​ອື່ນ​ໃນ​ສັງ​ຄົມ​ສ້າງ​ການ​ດຳ​ລົງ​ຊີ​ວິດ​ເປັນ​ປົກ​ກະ​ຕິ ແລະ ມີ​ຄວາມ​ສຸກ. ບັນ​ດາການ​ອຸ​ທິດ​ສ່ວນນີ້​ໄດ້​ປະ​ກອບ​ສ່ວນ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ ແລະ ຄວາມ​ກ້າວ​ໜ້າ​ຂອງ ແມ່​ຍິງ​ຫວຽດ​ນາມ. ​

 

 ການອຸທິດສ່ວນເພື່ອວົງຄະນະຍາດສັງຄົມຂອງແມ່ຍິງຫວຽດນາມ   - ảnh 1
ທ່ານ​ຮອງນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ແລະ ທ່ານ​ນາງ​ຫງວຽນ​ທິ​ແທງ​ຮ່​ວາ ປະ​ທານ​ສູນ​ກາງ​ສະ​ຫະ​ພັນ​ແມ່​ຍິງ​ຫວຽດ​ນາມ ມອບ​ລາງວັນ​ແມ່​ຍິງ​ຫວຽດ​ນາມ ປີ2015 ໃຫ້​ແກ່ 9 ຫມູ່​ຄະ​ນະດີ​ເດັ່ນ

      ລາງ​ວັນ ແມ່​ຍິງ​ຫວຽດ​ນາມ​ປີນີ້ຖືກມອບ​ໃຫ້ 9 ໝູ່​ຄະ​ນະ ແລະ 10 ສ່ວນ​ບຸກ​ຄົນ​ທີ່​ມີ​ຜົນ​ງານ​ດີ​ເດັ່ນ​ໃນວຽກ​ງານ​ສັງ​ຄົມ​ໄລ​ຍະ 5 ປີມໍ່ໆ​ມານີ້ ອັນ​ໄດ້​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ, ປະ​ສິດ​ທິ​ຜົນ​ທາງ​ດ້ານ​ເສດ​ຖະ​ກິດ-ສັງ​ຄົມ​ໃຫ້​ແກ່ສົງ​ຄະ​ນະ​ຍາດສັງ​ຄົມ. ພົ້ນ​ເດັ່ນ​ຂຶ້ນ​ແມ່ນ​ບັນ​ດາ​ແບບ​ຢ່າງ​ທີ່​ດີ​ເດັ່ນ​ເຊັ່ນ: ນາງ ຫງວຽນ​ທິ​ຫງອກ​ທູ ຜູ້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ສັດ​ການ​ຄ້າ,ການ​ບໍ​ລິ​ການ​ພັດ​ທະ​ຄານ​ເຂດ​ພາກ​ໃຕ້. ໂດຍ​ເລີ່ມ​ມາ​ຈາກ 2 ຝາມ​ື​ເບົາ, ນາງ​ໄດ້​ສ້າງ​ເຄື່ອງ​ໝາຍ​ການ​ຄ້າ​ອາ​ຫານ​ປີ້ງ​ພາກ​ໃຕ້, ອັນ​ໄດ້​ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ແຮງ​ງານ 1200 ຄົນ, ດ້ວຍ​ລາຍ​ຮັບ​ແຕ່ 4,5 ລ້ານ​ຫາ 10 ລ້ານ​ດົງ/ເດືອນ. ສ່ວນ​ທ່ານ​ນາງ ຫງວຽນ​ທິ​ຢ​ວຽນ ນັກ​ສະ​ຖາ​ປາ​ນິກ, ປະ​ທານ​ສະ​ພາ​ສະ​ມາ​ຊິກ​ບໍ​ລິ​ສັດ​ໃຫ​ຍ່​ໃຫ້​ຄຳ​ປຶກ​ສາ​ດ້ານ​ການກໍ່​ສ້າງ​ຫວຽດ​ນາມ, ຊຶ່ງ​ໄດ້​ເຂົ້າ​ຮ່ວມ​ຄຸ້ມ​ຄອງຫຼາຍ​ໂຄງ​ການ​ຈຸດ​ສຸມ​ແຫ່ງ​ຊາດ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ໃນ​ການ​ບໍ​ລິ​ຫານ​ວິ​ສາ​ຫະ​ກິດ, ພັດ​ທະ​ນາ​ການ​ຜະ​ລິດ, ທາງ​ບໍ​ລິ​ສັດ​ໄດ້​ຮັບ​ຫຼຽນ​ໄຊ​ແຮງ​ຊັ້ນ 2 …

     ໂດຍ​ແມ່ນ​ຄົນ​ໜຸ່ມກວ່າ​ໝູ່​​ທີ່ໄດ້​ຮັບ​ລາງວັນແມ່​ຍິງ​ຫວຽດ​ນາມປີ 2015, ທ່ານ​ໝໍຍິງ ເຈີນ​ແຄ້ງ​ທູ ຫົວ​ໜ້າ​ຂະ​ແໜງ​ໂພ​ສະ​ນາ​ການ ໂຮງ​ໝໍຫຼາຍ​ຂະ​ແໜງ​ແຂວງ​ທ້າຍ​ບີງ, ເປັນ​ຜູ້​ຮັບ​ຜິດ​ຊອບ 2 ຫົວ​ເລື່ອງວິ​ສາ​ຫະ​ສາດ​ຂະ​ແໜງ​ການ​ແພດ​ຂັ້ນ​ຂະ​ແໜງ​ສາ​ທາ​ລະ​ນະ​ສຸກ, 1 ຫົວ​ເລື່ອງ​ຂັ້ນ​ແຂວງ. ທ່ານ​ໝໍຍິງ ເຈີນ​ແຄ້ງ​ທູ ຍາມ​ໃດ​ກໍ​ນຳ​ໜ້າ​ໃນ​ການ​ເຄື່ອນ​ໄຫວ​ບໍ​ລິ​ຈາກ​ເລືອດ​ໂດຍ​ອາ​ສາ​ສະ​ໝັກ​ຂອງ​ແຂວງ​ທ້າຍ​ບີງ. ທ່ານ​ໝໍ​ຍິງ ເຈີນ​ແຄ້ງ​ທູ ເປີດ​ເຜີຍ​ວ່າ :

    “ ບັນ​ດາ​ການ​ເຄື່ອນ​ໄຫວເພື່ອ​ກຸ​ສົນ​ແມ່ນ​ມີ​ຄວາມ​ໝາຍ​ທີ່​ສຸດ. ພວກ​ຂ້າ​ພະ​ເຈົ້າ​ສາ​ມາດ​ນຳ​ຄວາມ​ຮູ້​ຄວາມ​ສາ​ມາດ​ດ້ານ​ວິ​ຊາ​ສະ​ເພາະ​ຂອງ​ຕົນ​ມາ​ຊ່ວຍ​ພໍ່​ແມ່​ປະ​ຊາ​ຊົນເມື່ອ​ເຈັບ​ເປັນ.  ”

     ລາງວັນແມ່​ຍິງ​ຫວຽດ​ນາມບໍ່​ພຽງ​ແຕ່​ເຊີ​ດ​ຊູ​ບັນ​ດາ​ສ່ວນ​ບຸກ​ຄົນ​ທີ່​ມີ​ຜົນ​ງານ​ດີ​ເດັ່ນ​ເທົ່າ​ນັ້ນ, ຫາກ​ຍັງ​ສະ​ຫງວນ​ໃຫ້​ແກ່​ບັນ​ດາ​ໝູ່​ຄະ​ນະ​ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ​ນຳ​ຜົນ​ປະ​ໂຫຍດ​ມາ​ສູ່​ສັງ​ຄົມ​ອີກ​ດ້ວຍ. ພົ້ນ​ເດັ່ນ​ແມ່ນ​ໝູ່​ຄະ​ນະ​ພະ​ນັກ​ງານ, ສະ​ມາ​ຊິກ​ສະ​ມາ​ຄົມ​ແມ່​ຍິງ​ທີ່​ຂຶ້ນກັບ​ສະ​ມາ​ຄົມ​ແມ່​ຍິງ​ທະ​ນາ​ຄານການ​ຄ້າ​ຫຸ້ນ​ສ່ວນກອງ​ທັບ. ທ່ານ​ນາງ ຫງວຽນ​ທິ​ເກີມ​ເຝື້ອງ ຮອງ​ປະ​ທານ ສະ​ມາ​ຄົມ​ແມ່​ຍິງ​ທະ​ນາ​ຄານການ​ຄ້າ​ຫຸ້ນ​ສ່ວນກອງ​ທັບ ໃຫ້​ຮູ້​ວ່າ :

    “ສະ​ມາ​ຄົມ​ແມ່​ຍິງພວກ​ຂ້າ​ພະ​ເຈົ້າ​ມີ​ການ​ຊ່ວຍ​ເຫຼືອ​ກັນ​ໃນ​ວຽກ​ງານສ່ວນ​ລວມ ກໍ​ຄື​ໃນ​ວຽກ​ງານໃນ​ຊີ​ວິດສ່ວນ​ຕົວ. ສຳ​ລັບ​ແມ່​ຍິງ​ທີ່​ຍັງ​ໜຸ່ມ​, ທາງ​ທະ​ນາ​ຄານ​ໄດ້​ມີນະ​ໂຍ​ບາຍ​ພັດ​ທະ​ນາ​ດ້ານ​ທັກ​ສະ, ຄວາມ​ສາ​ມາດດ້ານ​ວິ​ຊາ​ຊີບ, ຜ່ານນັ້ນ ກໍ​ຊ່ວຍ​ເອື້ອຍ​ນ້ອງ​ແມ່​ຍິງໄດ້​ຮັບ​ຂໍ້​ມູນ​ຂ່າວ​ສານຫຼາຍ​ຢ່າງ​ເພື່ອ​ຍົກ​ສູງ​ຄວາມ​ຮູ້​ດ້ານ​ວິ​ຊາ​ສະ​ເພາະ ກໍ​ຄື​ປົວ​ແປງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຕົນ ”

      ສ່ວນ​ທ່ານ​ນາງ ຫງວຽນ​ທິ​ມິນ​ເຮືອງ ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ, ​ສູນ​ກາງ​ສະ​ຫະ​ພັນ​ແມ່​ຍິງ​ຫວຽດ​ນາມ ໃຫ້​ຮູ້​ວ່າ :

     “ລາງວັນ ແມ່​ຍິງ​ຫວຽດ​ນາມ​ແມ່ນ​ມີຫຼາຍ​ມາດ​ຖານ . ມາດ​ຖານ​ໃຫຍ​່ກວ່າ​ໝູ່​ແມ່ນ ແມ່ນ​ການ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ຂົງ​ເຂດ​ວິ​ຊາ​ສະ​ເພາະຂອງເອື້ອຍ​ນ້ອງ​ແມ່​ຍິງ ແມ່ນ​ຕ້ອງ​ດີ​ເດັ່ນ ແລະ ມີ​ການ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ຊຸກ​ຍູ້​ຄວາມ​ກ້າວ​ໜ້າ​ຂອງ​ແມ່​ຍິງ, ບັນ​ດາ​ການ​ເຄື່ອນ​ໄຫວ​ເພື່ອ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ-ຊາຍ. ສຳ​ລັບ​ບັນ​ດາ​ໝູ່​ຄະ​ນະ​ ກໍ​ຕ້ອງ​ແມ່ນ​ໝູ່​ຄະ​ນະ​ທີ່​ມີ​ອັດ​ຕາ​ສ່ວນ​ແມ່​ຍິງ​ຈາກ 60% ຂຶ້ນ​ໄປ. ສ່ວນ​ບັນ​ດາ​ໝູ່​ຄະ​ນະ​ພິ​ເສດ​ສະ​ເພາະ​ຄື ຕຳຫຼວດ, ກອງ​ທັບນັ້ນ, ກໍ​ຕ້ອງ​ແມ່ນ​ໝູ່​ຄະ​ນະ​ທີ່​ມີ​ອັດ​ຕາ​ສ່ວນ​ແມ່​ຍິງ​ຈາກ 40%ຂຶ້ນ​ໄປ” .

ຕອບກັບ

ຂ່າວ/ບົດ​ອື່ນ