ການເຊື່ອມຕໍ່ທີ່ສະໜິດສະໜົມເຮັດໃຫ້ທ່ານຜູ້ຟັງຕ່າງປະເທດຢາກຮັບຟັງ VOV ແລະ ຊອກຮູ້ກ່ຽວກັບ ຫວຽດນາມ

(VOVWORLD) - ພາຍຫຼັງການສ້າງຕັ້ງມາເປັນເວລາ 72 ປີ, ວິທະຍຸກະຈາຍສຽງ ຫວຽດນາມ (VOV) ໄດ້ກາຍເປັນເພື່ອນຮ່ວມເດີນທາງຂອງຜູ້ຟັງທັງຢູ່ພາຍໃນ ແລະຕ່າງປະເທດ. ໃນຜົນງານຂອງ VOV ມີການປະກອບສ່ວນອັນໃຫຍ່ຫຼວງຂອງບັນດາລາຍການກະຈາຍສຽງພາກພາສາຕ່າງປະເທດ, ເຊິ່ງແມ່ນຂົວເຊື່ອມຕໍ່ລະຫວ່າງ ຫວຽດນາມ ກັບເພື່ອນມິດສາກົນ. ບົດຂຽນ “ການເຊື່ອມຕໍ່ທີ່ສະໜິດສະໜົມເຮັດໃຫ້ທ່ານຜູ້ຟັງຕ່າງປະເທດຢາກຮັບຟັງ VOV ແລະ ຊອກຮູ້ ກ່ຽວກັບ ຫວຽດນາມ” ຂອງນັກຂ່າວ VOV.
ການເຊື່ອມຕໍ່ທີ່ສະໜິດສະໜົມເຮັດໃຫ້ທ່ານຜູ້ຟັງຕ່າງປະເທດຢາກຮັບຟັງ VOV ແລະ ຊອກຮູ້ກ່ຽວກັບ ຫວຽດນາມ - ảnh 1ທ່ານ Paul Walker 

ພາຍຫຼັງຂັບລົດເປັນເວລາ 6 ຊົ່ວໂມງ ຈາກນະຄອນຫຼວງ ວໍຊິງຕັນ, ປະເທດ ອາເມລິກາ, ພວກຂ້າພະເຈົ້າໄດ້ໄປຮອດເທດສະບານນ້ອຍໜຶ່ງຂຶ້ນກັບລັດ Pennsylvania ຢູ່ໃກ້ກັບຊາຍແດນ ການາດາ. ສະຖານທີ່ແຫ່ງນີ້ສະຫງົບງຽບດີ, ບັນດາເຮືອນຊານທີ່ສວຍງາມ ແລະເກົ່າແກ່ ດ້ວຍປະຫວັດສາດກ່ວາ 100 ປີ. ເຖິງວ່າ, ໄດ້ມີການຕິດຕໍ່ພົວພັນກ່ອນແລ້ວກໍ່ຕາມ ແຕ່ພວກຂ້າພະເຈົ້າກໍ່ມີຄວາມປະຫຼາດໃຈເມື່ອໄດ້ພົບກັບ Paul Walker, ເຊິ່ງແມ່ນຊາວໜຸ່ມຜູ້ໜຶ່ງມີອາຍຸ 34 ປີ, ລາວມີຊຸດ ອັງແຕນ ແລະ ບັນດາອຸປະກອນຮັບຟັງວິທະຍຸໄດ້ຕິດຕັ້ງໄວ້ຢູ່ແລ້ວ, ເດີ່ນຫຍ້ານ້ອຍຢູ່ໜ້າເຮືອນແມ່ນບ່ອນທີ່ Paul ພ້ອມດ້ວຍບັນດາວັດຖຸອຸປະກອນທີ່ຕິດຕັ້ງດ້ວຍຕົນເອງ, ເພື່ອຮັບຟັງບັນດາລາຍການຜ່ານລະບົບຄື້ນສັ້ນຂອງບັນດາວິທະຍຸກະຈາຍສຽງສາກົນໃນແຕ່ລະວັນ, ໃນນັ້ນ, ມີວິທະຍຸກະຈາຍສຽງ ຫວຽດນາມ.

ເທບສຽງປະກອບ

        Paul ມີຄວາມເມົາມົວຮັບຟັງວິທະຍຸແຕ່ຄາວຍັງນ້ອຍ ແລະ ລາວໄດ້ເຮັດວຽກກ່ຽວກັບການກະຈາຍສຽງແຕ່ດົນມາແລ້ວ:

        “ຄວາມເມົາມົວຂອງຂ້າພະເຈົ້າແມ່ນເລີ່ມມາຈາກເລື່ອງພໍ່ແມ່ເຄີຍໃຫ້ຂ້າພະເຈົ້າຟັງເພງໃນວິທະຍຸແຕ່ຄາວຍັງນ້ອຍ ແລະ ສິ່ງດັ່ງກ່າວໄດ້ກະຕຸກຊຸກຍູ້ໃຫ້ຂ້າພະເຈົ້າເຮັດວຽກກ່ຽວກັບການກະຈາຍສຽງຈົນມາຮອດປະຈຸບັນ. ຂ້າພະເຈົ້າ ແມ່ນໂຄສົກຂອງວິທະຍຸ, ແນະນຳບັນດາລາຍການເພງເປັນຕົ້ນຕໍ. ນອກນັ້ນ, ຂ້າພະເຈົ້າຍັງໄດ້ເຊື່ອມໂຍງບັນດາລາຍການໂຄສະນາ ກໍ່ຄືຄຸ້ມຄອງ facebook ຂອງວິທະຍຸກະຈາຍສຽງບາງແຫ່ງ.”

        Paul ຮູ້ຈັກເຖິງລາຍການພາກພາສາ ອັງກິດຂອງ VOV ແຕ່ປີ 2015 ແລະ ນັບແຕ່ນັ້ນມາ, ລາຍການນີ້ຄ່ອຍໆກາຍເປັນລາຍການລື້ງເຄີຍກັບລາວ. ເກືອບຄືວ່າ, ອາທິດໃດ Paul ກໍ່ໄດ້ສົ່ງຈົດໝາຍມາໃຫ້ລາຍການພາກພາສາ ອັງກິດ ດ້ວຍການຕີລາຄາກ່ຽວກັບຄຸນນະພາບຂອງຄື້ນ ແລະ ຄວາມຖີ່ຂອງວິທະຍຸ ທີ່ລາວໄດ້ຮັບຜ່ານບັນດາເຄື່ອງອຸປະກອນຂອງຕົນ:

        “ບາງເທື່ອເມື່ອມີເວລາຂ້າພະເຈົ້າພັດຮັບຟັງ VOV, ຕາມປົກກະຕິແລ້ວແມ່ນ 2 3 ເທື່ອ/ອາທິດ. ຂ້າພະເຈົ້າມັກສົ່ງລາຍງານກ່ຽວກັບຄື້ນ ແລະ ຄວາມຖີ່ໃຫ້ VOV. ຂ້າພະເຈົ້າມັກຟັງດົນຕີໃນບັນດາລາຍການຂອງ VOV, ພິເສດແມ່ນບັນດາບົດເພງເກົ່າ. ຂ້າພະເຈົ້າກໍ່ມັກຟັງລາຍການຂ່າວຂອງ VOV ທີ່ສຸດ ຍ້ອນວ່າ ຢາກໄດ້ຮູ້ຂໍ້ມູນຂ່າວຈາກຫຼາຍແງ່ມູມ ແລະ ຜ່ານນັ້ນສາມາດຮູ້ໄດ້ບັນດາສິ່ງທີ່ພວມເກີດຂຶ້ນຢູ່ ຫວຽດນາມ ໃນແຕ່ລະວັນ."

ການເຊື່ອມຕໍ່ທີ່ສະໜິດສະໜົມເຮັດໃຫ້ທ່ານຜູ້ຟັງຕ່າງປະເທດຢາກຮັບຟັງ VOV ແລະ ຊອກຮູ້ກ່ຽວກັບ ຫວຽດນາມ - ảnh 2 ທ່ານ Paul ແລະ ນັກຂ່າວ vov

        ນີ້ແມ່ນເພງຕອນໜຶ່ງໃນບັນດາລາຍການຂອງ VOV ເຊິ່ງ Paul ໄດ້ອັດສຽງ ແລະ ບັນທຶກໄວ້ດ້ວຍວັນ, ເດືອນ, ປີ ທີ່ລະອຽດ. Paul ໄດ້ສະສົມໃບຢັ້ງຢືນຮັບຟັງວິທະຍຸກໍ່ຄືບັດໄປສະນີຈາກບັນດາວິທະຍຸກະຈາຍສຽງສົ່ງໃຫ້ ໃນນັ້ນມີ VOV. Paul ເອງກໍ່ໄດ້ສະຫງວນເວລາເພື່ອຖ່າຍຮູບບັນດາສະຖານທີ່ຢູ່ເທດສະບານຂອງຕົນເພື່ອເປັນຂອງຂວັນມອບໃຫ້ບັນດາວິທະຍຸເຫຼົ່ານັ້ນ.

        ໃນສະພາບການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ຫຼາຍປະເທດ ໄດ້ຍົກເລີກການອອກອາກາດຜ່ານຄື້ນສັ້ນ ຍ້ອນມີຄ່າໃຊ້ຈ່າຍສູງເພື່ອຫັນໄປສູ່ການກະຈາຍສຽງ ທາງອິນເຕີເນັດ, Paul ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງ VOV ໃນການຮັກສາການອອກອາກາດຜ່ານຄື້ນສັ້ນອອກສູ່ຕ່າງປະເທດ:

        “ຄື້ນສັ້ນແມ່ນວິທີທີ່ມີປະສິດທິຜົນເພື່ອສົ່ງຂໍ້ມູນຂ່າວສານເຖິງບັນດາຜູ້ບໍ່ນຳໃຊ້ ອິນເຕີເນັດ. ຫຼາຍປະເທດ ຫຼື ວິທະຍຸຫຼາຍແຫ່ງໄດ້ຍົກເລີກການອອກອາກາດຜ່ານຄື້ນສັ້ນຍ້ອນແຫຼ່ງງົບປະມານບໍ່ພຽງພໍ ແລະ ການຄາດຄະເນຜູ້ຟັງວິທະຍຸກໍ່ຍາກກ່ວາ. ພວກເພື່ອນສາມາດຮັບຟັງ VOV ບໍ່ວ່າຢູ່ບ່ອນໃດ. ເລື່ອງ VOV ໄດ້ຮັກສາການອອກອາກາດຜ່ານຄື້ນສັ້ນໄວ້ຈະຊ່ວຍໃຫ້ປະຊາຊົນຢູ່ບັນດາສະຖານທີ່ຄ່າໃຊ້ຈ່າຍ ອິນເຕີເນັດສູງ ຫຼື ລະດັບຄວາມໄວບໍ່ສູງໄດ້ສຳຜັດກັບຂໍ້ມູນຂ່າວສານຢ່າງວ່ອງໄວກ່ວາ.”

          ສຳລັບ Paul ແລ້ວ, ເລື່ອງຮັບຟັງບັນດາວິທະຍຸສາກົນເວົ້າລວມ ແລະ VOV ເວົ້າສະເພາະ ໄດ້ກາຍເປັນຄວາມຊິນເຄີຍປະຈຳວັນ, ແມ່ນອາຫານທາງດ້ານຈິດໃຈ ແລະ ແມ່ນວິທີຢ່ອນອາລົມພາຍຫຼັງການເຮັດວຽກແຕ່ລະວັນ.

        Paul ໃຫ້ຮູ້ວ່າ, ແນ່ນອນລາວຈະເຂົ້າຮ່ວມການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ” ໂດຍ VOV ຈັດຕັ້ງ 5 ປີເທື່ອໜຶ່ງ. ລາວກໍ່ຈະລົງທຶນດ້ານເວລາ ເພື່ອຊອກຫາແຫຼ່ງຂໍ້ມູນຂ່າວສານດ້ວຍຄວາມຫວັງວ່າຈະມີໂອກາດເພື່ອມາຢ້ຽມຢາມ ບັນດາບັນນາທິການ VOV ກໍ່ຄືຊອກຮູ້ ກ່ຽວກັບປະເທດຊາດ, ປະຊາຊົນ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ