ຂັບລຳເລື່ອງພາກເໜືອໃນດິນແດນພາກໃຕ້

(vovworld) - ​ໃນ​ຊຸມ​ວັນ​ມໍ່ໆ​ມາ​ນີ້, ຕອນ​ຄຳ່​ມື້​ໃດ​ຢູ່​ໂຮງ​ລະຄອນ ກາວ​ວັນ​ເຫຼົ່າ ​ໃນ​ນະຄອນ ບາກ​ລຽວ ກໍ່​ມີ​ຜູ້​ມາ​ຊົມຂັບ​ລຳ​ເລື່ອງ ​ໃນ​ງານ​ປະ​ກວດ​ລຳ​ເລື່ອງ​ອາຊີບ​ທົ່ວ​ປະ​ເທດ​ປີ 2015 ​​ເປັນ​ຈຳນວນ​ຫຼວງ​ຫຼາຍ. ສິ່ງ​ພິ​ເສດ​ແມ່ນ,​ ເປັນ​ຄັ້ງ​ທຳ​ອິດທີ່ຊາວ ບາກ​ລຽວ ສ່ວນ​ຫຼາຍໄດ້ຮັບ​ຊົມລະຄອນ​ລຳ​ເລື່ອງ​ໂດຍ​ບັນດາ​ນັກ​ສິລະ​ປິນພາກ​ເໜືອ​ສະ​ແດງ​ໃນ​ດິນ​ແດນ​ແຫ່ງ​ລຳ​ເລື່ອງ​ທີ່​ເປັນ​ມູນ​ເຊື້ອ. ຜ່ານ​ບັນດາ​ບົດລະຄອນ​ລຳ​ເລື່ອງ, ຜູ້​ຊົມ​ສາມາດ​ເຂົ້າ​ໃຈ​ຕື່ມ​ອີກກ່ຽວ​ກັບ​ຄວາມ​ຮັກ​ຂອງ​ບັນດາ​ນັກ​ສິລະ​ປິນພາກ​ເໜືອ​ທີ່​ມີ​ຕໍ່​ສິລະ​ປະ​ລຳ​ເລື່ອງ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ພາກ​ໃຕ້.

ຂັບລຳເລື່ອງພາກເໜືອໃນດິນແດນພາກໃຕ້ - ảnh 1

        ​ໃນ​ງານ​ປະ​ກວດ​ລະຄອນ​ລຳ​ເລື່ອງ​ອາຊີບ​ທົ່ວ​ປະ​ເທດ​ປີ 2015 ຄັ້ງ​ນີ້, ສິ່ງ​ທີ່​ພາ​ໃຫ້​ຜູ້​ຊົມ​ບາກ​ລຽວ ລໍຖ້າ ​ແລະ ສົນ​ໃຈ​ທີ່​ສຸດ ນັ້ນ​ແມ່ນ​ບັນດາ​ລະຄອນ​ໂດຍ​ຄະນະ​ລຳ​ເລື່ອງ​ທີ່​ມາ​ຈາກ​ພາກ​ເໜືອ​ສະ​ແດງ. ​ເຂົາ​ເຈົ້າ​ຢາກ​ຮູ້​ກ່ຽວ​ກັບ​ສີສັນ​ສະ​ເພາະ​ຂອງ​ວັດທະນະທຳ​ພາກ​ເໜືອ​ຜ່ານ​ຮູບ​ການສະ​ແດງ​ລຳ​ເລື່ອງ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ພາກ​ໃຕ້. ອ້າຍ​ ວື​ວລອງ​ວີ້, ຜູ້ອຳນວຍການ​ສູນ​ກາງ​ວັດທະນະທຳ ບາກ​ລຽວ, ​ແບ່ງປັນ​ວ່າ, ນີ້​​ແມ່ນ​ເທື່ອ​ທຳ​ອິດ​ທີ່​ອ້າຍ​ມີ​ໂອກາດ​ໄດ້​ຮັບ​ຊົມ​ລາຍການ​ສະ​ແດງ​ລຳ​ເລື່ອງ​ຂອງ​ພາກ​ເໜືອ​. ​ເມື່ອ​ຊົມ​ບົດ​ລະຄອນ​ເຫຼົ່າ​ນັ້ນ, ອ້າຍ​ຮູ້ສຶກ​ສະ​ເທືອ​ນ​ໃຈ ​ແລະ ​ແປກ​ປະຫຼາດ​ທີ່​ສຸດຕໍ່​ລັກສະນະໃໝ່​ອ່ຽມ, ລະອຽດ​ລະ​ອໍ​ໃນ​ການ​ສະ​ແດງ​ຂອງ​ບັນດາ​ນັກ​ສິລິ​ປິນພາກ​ເໜືອ.

        “ບັນດາ​ຄະນະ​ລຳ​ເລື່ອງ​ພາກ​ເໜືອ​ທີ່​ເຂົ້າ​ຮ່ວມ​ງານ​ປະ​ກວດ​ຄັ້ງ​ນີ້ ລ້ວນ​ແຕ່​ມີ​ການ​ກະກຽມ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ. ​ໃນ​ເບື້ອງ​ຕົ້ນ, ຜູ້​ຊົມ​ແຂວງ​ບາກ​ລຽວມັກ​ສົງ​ໃສ​ບໍ່​ຮູ້​ວ່າ​ບັນດາ​ບົດ​ລະຄອນ​ລຳ​ເລື່ອງ​ຂອງ​ພາກ​ເໜືອ​ຈະ​ສ້າງ​ຄວາມ​ດູດ​ດື່ມ​ໄດ້​ຫຼື​ບໍ. ​​ແຕ່​ພາຍຫຼັງ​ຮັບ​ຊົມ​ແລ້ວ​ກໍ່​ເຫັນ​ວ່າລະຄອນ​ລຳ​ເລື່ອງ​ຂອງ​ພາກ​ເໜືອ​​ໄດ້ສ້າງ​ຄວາມ​ດູດ​ດື່ມ​ທີ່​ສຸດ​ໃຫ້​ແກ່​ຜູ້​ຊົມ“.

ຂັບລຳເລື່ອງພາກເໜືອໃນດິນແດນພາກໃຕ້ - ảnh 2

        ​ໃນ​ຈຳນວນ​ບົດລະຄອນທີ່​ເຂົ້າ​ຮ່ວມ​ງານ​ປະ​ກວດ​ຂອງ​ບັນດາ​ຄະນະ​ລຳ​ເລື່ອງພາກ​ເໜືອ, ຕ້ອງ​ເວົ້າ​ເຖິງ​ລະຄອນ “ມາຍ​ຮັກ​ແດ໋“ ຂອງ​ໂຮງ​ລະຄອນ​ລຳ​ເລື່ອງ​ຫວຽດນາມ. ນີ້​ແມ່ນ​ລະຄອນ​ທີ່​ໄດ້​ຮັບ​ການ​ຕີ​ລາຄາ​ຈາກ​ຜູ້​ຊົມ​ວ່າ​ມີ​ການ​ລົງທຶນ​ຢ່າງ​ຫຼວງ​ຫຼາຍ, ພິ​ເສດ​ແມ່ນ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​​ໃຫ້​ຜູ້​ຊົມ​ທີ່​ສຸດ ເມື່ອ​ນຳ​ໃຊ້​ເຕັກນິກ​ທີ່​ທັນ​ສະ​ໄໝ, ​ເຮັດ​ໃຫ້​ເວທີ​ສະ​ແດງ​ສວຍ​ງາມ, ມີ​ຊີວິດ​ຊີວາກວ່າ ​ແລະ ສ້າງ​ພະລັງ​ຊີວິດ​ໃໝ່​ໃຫ້​​ແກ່​ສິລະ​ປະ​ລຳ​ເລື່ອງ​ພື້ນ​ເມືອງ.

        ບົດລະຄອນວາດພາບຮູບພາບຕົວລະຄອນປະຫວັດສາດ ມາຍທຸກລວານ ຜ່ານການສະແດງຂອງ​ບັນດານັກ​ສິລະ​ປິນລຳ​ເລື່ອງ​ພາກ​ເໜືອ, ເຮັດໃຫ້ບຸກຄະ​ລິກພາບ​ຂອງ​ວິລະ​ຊົນ​ຜູ້​ໜຶ່ງ​ໃນ​ສະ​ໄໝ​ຕໍ່ສູ້​ຕ້ານສັດຕູ​ຕ່າງ​ດ້າວ​​​ເມື່ອ​ກ່ອນ​ນີ້ພົ້ນ​ເດັ່ນ​ຂຶ້ນ. ທ່ານ ຈ້ຽວຈູງ​ກຽນ, ຮອງ​ຜູ້ອຳນວຍການ​ໂຮງ​ລະຄອນ​ລຳ​ເລື່ອງ​ຫວຽດນາມ, ​ໃຫ້​ຮູ້​ວ່າ:

        “ອາດ​ເວົ້າ​ໄດ້​ວ່າ, ນີ້​ແມ່ນ​ລະຄອນ​ທີ່​ໄດ້​ຮັບ​ການ​ລົງທຶນ​ຢ່າງ​ລອບ​ຄອບ​ທີ່​ສຸດ​ນັບ​ແຕ່​ກ່ອນ​ມາ​ນີ້​ຂອງ​ໂຮງ​ລະຄອນ​ລຳ​ເລື່ອງ​ຫວຽດນາມ ດ້ວຍ​ຈີນ​ຕະນາ​ການ​ພະຍາຍາມ​ເຮັດ​ໃຫ້​ບົດ​ລະຄອນ​ປະຫວັດສາດມີ​ພະລັງ​ຊີວິດ​ໃໝ່ຂອງ​ຍຸກ​ປະຈຸ​ບັນ, ຜ່ານ​ນັ້ນ​ຮຽກຮ້ອງ​ໃຫ້​ມີ​ຄວາມ​ມະຫາ​ສາມັກຄີ​ທົ່ວປວງ​ຊົນ​ທັງ​ຊາດ, ​ເພື່ອປົກ​ປັກຮັກສາ​ອະທິປະ​ໄຕ​ຂອງ​ຊາດ​ໄວ້​ຢ່າງ​ໝັ້ນຄົງ. ບົດ​ລະຄອນ​ນນຳ​ໃຊ້​ບັນດາ​ອຸປະກອນ​ທີ່​ທັນ​ສະ​ໄໝ, ​ສ້າງ​ຄວາມ​ດຶງ​ດູດ​​ໃຫ້​ແກ່ຜູ້​ຊົມ“.

ຂັບລຳເລື່ອງພາກເໜືອໃນດິນແດນພາກໃຕ້ - ảnh 3

        ຕາມ​ບັນດາ​ນັກ​ສິລະ​ປິນລຳ​ເລື່ອງ​ພາກ​ໃຕ້​ແລ້ວ, ບັນດາ​ຄະນະ​ລຳ​ເລື່ອງ​ມາ​ຈາກ​ພາກ​ເໜືອ ມີ​ວິທີ​ສະ​ແດງ​ແຕກ​ຕ່າງ​ກັບ​ພາກ​ໃຕ້, ມີ​ລະຄອນດີ​ເດັ່ນຫຼາຍ​ເລື່ອງ, ​ໃກ້ຊິດຕິດ​ແທດ​ກັບ​ຊີວິດ​ປະຈຳ​ວັນ​ເຊັ່ນ​ບົດ​ລະຄອນ​ “ບັນດາ​ຜູ້​ເປັນ​ລູກ​ແທກ​ແທ່ງ​ໃນ​ເມື່ອ​ກ່ອນ“, ຂອງ​ຄະນະ​ລຳ​ເລື່ອງ​ແຂວງ​ແທງ​ຮ໋ວາ, ລະຄອນ “ທາງ​ແຂ່ງຂັນ​ໃນ​ເງົາ​ມືດ“​ ຂອງ​ຄະນະ​ລຳ​ເລື່ອງ​ແຂວງ ທ໋າຍບິ່ງ, ລະຄອນ “ຮັກ​ແມ່ນ​ພົ້ນ​ອອກຈາກ​ໂທດ“​ ຂອງ​​ໂຮງ​ລະຄອນລຳ​ເລື່ອງ ຮ່າ​ໂນ້ຍ.

        ຈຸດ​ທີ່​ພົ້ນ​ເດັ່ນ​ຂອງ​ງານ​ປະ​ກວດ​ລະຄອນ​ລຳ​ເລື່ອງ​ອາຊີບ​ທົ່ວ​ປະ​ເທດ​ຄັ້ງ​ນີ້​ແມ່ນ​ເລື່ອງ​ຄະນະ​ຈັດ​ຕັ້ງ​ໄດ້​ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາຄະນະ​ລຳ​ເລື່ອງ​ພາກ​ເໜືອ​ໄປສະ​ແດງ​ຮັບ​ໃຊ້​ພໍ່​ແມ່​ປະຊາຊົນ​ຢູ່ 5 ​ເມືອງ​ຂອງ ບາກ​ລຽວ. ການສະ​ແດງ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ອັນ​ດີງາມ​ໃຫ້​ປະຊາຊົນ ​ແລະ ບັນດາ​ນັກ​ສິລະ​ປິນທີ່​ມາ​ຈາກ​ພາກ​ເໜືອ. ນັກ​ສິລະ​ປິນດີ​ເດັ່ນ ຫງວຽນ​ດັງ​ຕ່ວານ, ຫົວໜ້າ​ຄະນະ​ລຳ​ເລື່ອງ​ຫາຍ​ຝ່ອງ, ​ແບ່ງປັນ​ວ່າ:

        “​ຜູ້​ຊົມ ບາກ​ລຽວ ​ໄດ້ຕ້ອນຮັບບັນດາຄະນະ​ລຳ​ເລື່ອງ​ພາກ​ເໜືອຢ່າງ​ສຸດ​ຈິດ​ສຸດ​ໃຈ ​ແລະ ອົບ​ອຸ່ນ, ສ້າງ​ຄວາມ​ປະ​ທັບ​ໃຈ​ອັນ​ດີງາມ​ທີ່​ສຸດ​ໃຫ້​ແກ່​ນັກ​ສິລະ​ປິນພວກ​ຂ້າພະ​ເຈົ້າ. ມີ​ບາງ​ຄົນບໍ່​​ໄດ້​ຊົມ​ລຳ​ເລື່ອງ​ພາກ​ເໜືອ​ຈັກ​ເທື່ອ, ​ເຂົາ​ເຈົ້າ​ສົນ​ໃຈ​ບໍ່​ຮູ້​ວ່າລຳ​ເລື່ອງພາກ​ເຫນືອ​ແມ່ນ​ຄື​ແນວ​ໃດ, ​ແຕ່​ສຸດ​ທ້າຍ​ຜູ້​ຊົມ​ໄດ້​ຕົມ​ມື​ຍ້ອງຍໍຊົມ​ເຊີຍພວກ​ຂ້າພະ​ເຈົ້າຢ່າງ​ຫຼວງຫຼາຍ“

        ດ້ວຍ​ຄວາມ​ເມົາ​ມົວ​ທີ່​ສະ​ຫງວນ​ໃຫ້​ສິລະ​ປະ​ລຳ​ເລື່ອງ, ບັນດາ​ນັກ​ສິລະ​ປິນທີ່​ມາ​ຈາກ​ພາກ​ເໜືອ​ໄດ້​ອຸທິດ​ບັນດາ​ລະຄອນ​ທີ່​ມີ​ຄຸນ​ນະພາ​ບ, ​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ລັກສະນະສິລະ​ປະ ​ແລະ ຄວາມ​ສະ​ເທືອ​ນ​ໃຈ​ໃຫ້​ແກ່​ຜູ້​ຊົມ​ບາກ​ລຽວ. ບັນດາ​ລະຄອນ​ຂອງ​ຄະນະລຳ​ເລື່ອງພາກ​ເໜືອ​ເວົ້າ​ສະ​ເພາະ ​ແລະ ບັນດາ​ຄະນະ​ສິລະ​ປະ​ທີ່​ເຂົ້າ​ຮ່ວມ​ງານ​ປະ​ກວດ​ເວົ້າ​ລວມ ​ໄດ້​ສ້າງ​ພະລັງ​ຊີວິດ​ໃໝ່​ໃຫ້​ແກ່​ລຳ​ເລື່ອງ​ພື້ນ​ເມືອງ, ​ເຮັດ​ໃຫ້ສິລະ​ປະ​ປະ​ເພດ​ນີ້​ໃກ້ຊິດ​ກັບ​ຜູ້​ຊົມ​ຢູ່​ທຸກ​ເຂດ​ພາກໃນ​ຍຸກ​ປະຈຸ​ບັນກວ່າ.


ຕອບກັບ

ຂ່າວ/ບົດ​ອື່ນ