ຄວາມມານະພະຍາຍາມຂອງແມ່ຍິງ ຫວຽດນາມ ຢູ່ ສ. ເຊັກໂກ

(VOVWORLD) - ແມ່ຍິງກວມອັດຕາສ່ວນຫຼາຍໃນປະຊາຄົມຊາວ ຫວຽດນາມ ຢູ່ສາທາລະນະລັດເຊັກໂກ.

 ເຖິງວ່າອາໄສຢູ່ຫ່າງໄກຈາກບ້ານເກີດເມືອງນອນ, ໄປທຳມາຫາກິນຢູ່ແດນໄກກໍ່ຕາມ, ແຕ່ເຂົາເຈົ້າກໍ່ຍັງຄົງຮັກສາບັນດາຄຸນທາດ, ຄຸນສົມບັດອັນດີງາມຂອງແມ່ຍິງ ຫວຽດນາມ, ດຸໝັ່ນຂະຫຍັນພຽນ, ເຮັດຫຼ້ອນໜ້າທີ່ວຽກບ້ານການເຮືອນ, ບໍ່ຫວາດຫວັ່ນຕໍ່ບັນດາຄວາມຫຍຸ້ງຍາກ ເພື່ອສ້າງຊີວິດຢູ່ຕ່າງປະເທດ.

ຄວາມມານະພະຍາຍາມຂອງແມ່ຍິງ ຫວຽດນາມ ຢູ່ ສ. ເຊັກໂກ - ảnh 1 ປ້າ ຟ້າມທິວີງ ຢູ່ຮ້າຍຂາຍເຄື່ອງນຸ່ງຂອງຕົນ

        ຊາວ ຫວຽດນາມ ຢູ່ ສ. ເຊັກໂກ ແມ່ນວົງຄະນະຍາດຊົນເຜົ່າສ່ວນໜ້ອຍຢູ່ປະເທດນີ້. ຊາວ ຫວຽດນາມ ຢູ່ ເຊັກໂກ ໄດ້ເຮັດວຽກງານທຸກຢ່າງເພື່ອຫາລ້ຽງຊີບ ແລະ ມີຫຼາຍຄົນປະສົບຜົນສຳເລັດ.

        ຜົວເສຍຊີວິດແຕ່ດົນ, ປ້າ ຟ້າມທິວີງ, ບ້ານເກີດຢູ່ນາມດິ້ງ ໄດ້ໄປດຳລົງຊີວິດຢູ່ ສ.ເຊັກໂກ ເປັນເວລາເກືອບ 20 ປີແລ້ວ, ປ້າໃຫ້ຮູ້ວ່າ: ກ່ອນທີ່ອອກຈາກບ້ານເກີດເມືອງນອນ, ປ້າວາດພາບຄວາມຫຍຸ້ງຍາກໃນການດຳລົງຊີວິດຢູ່ ເຊັກໂກ ໄດ້ບໍ່ໝົດ.  ການດຳລົງຊີວິດຕົວຈິງມີຄວາມຫຍຸ້ງຍາກຫຼາຍຢ່າງ ໄດ້ເຮັດໃຫ້ 2 ແມ່ລູກປ້າຕົກເຂົ້າສູ່ວົງລໍ້ການຫາມືກິນມື້ຢ່າງບໍ່ມີວັນສິ້ນສຸດ. ວຽກງານຄ້າຂາຍເຄື່ອງນຸ່ງຫຍຸ້ງຍາກລຳບາກພໍສົມຄວນ, ຕ້ອງນອນເດິກ, ຕື່ນເຊົ້າ, ໄປຊື້ເຄື່ອງຂອງຢູ່ໄກ, ແຕ່ປ້າ ກັບລູກຂອງຕົນກໍ່ໄດ້ພະຍາຍາມເຮັດຫຼ້ອນວຽກງານທຸກຢ່າງ. ປະຈຸບັນ, ເຖິງວ່າອາຍຸຮອດ 65 ປີແລ້ວກໍ່ຕາມ, ແຕ່ແມ່ຍິງຄົນນີ້ດ້ວຍຮູບຮ່າງຄີງບາງຮ່າງນ້ອຍ, ຄ່ອງແຄ້ວວ່ອງໄວເຄີຍຜ່ານຮ້ອນຜ່ານໜາວ, ມື້ໃດກໍ່ຍັງຄົງນອນເດິກຕື່ນເຊົົ້າເພື່ອໄປເປີດຮ້ານຂາຍເຄື່ອງ ແລະ ຢືນຂາຍເຄື່ອງຈົນຮອດເດິກ. ປ້າ ຟ້າມທິວີງ ເລົ່າສູ່ຟັງວ່າ:

        “ເຂົ້ານ້ຳຊ້ຳປາ, ເຄື່ອງນຸ່ງຂອງຖື, ເງິນທອງຂອງໃຊ້ ທຸກສິ່ງທຸກຢ່າງເຮົາກໍ່ຕ້ອງຮັບຜິດຊອບໝົດ, ໄດ້ໄປຕະຫຼາດເປີດຮ້າຍແຕ່ເຊົ້າໆ ຈົນຮອດຄ່ຳແລ້ວຈຶ່ງໄດ້ກັບ. ປະຈຸບັນ,  ໃນຕອນເຊົ້າ, ຂ້າພະເຈົ້າ ຕ້ອງໄດ້ແຕ່ງກິນ ປັ້ນເຂົ້າເຊົ້າ, ສົ່ງຫຼານໄປໂຮງຮຽນ, ຕອນຄ່ຳຈຶ່ງຍາດເວລາໄປຮັບຫຼານ, ໄປຕະຫຼາດຊື້ເຄື່ອງຂອງມາແຕ່ງຢູ່ຄົວກິນໄວ້ຕອນຄ່ຳ, ມ້ຽນມັດຈັດແຈງເຮືອນຊານ… ເວົ້າລວມແລ້ວແມ່ນຫຍຸ້ງຍາກ, ອັນໃດກໍ່ແມ່ນເຮົາເຮັດເອງ. ຊ້ຳບໍ່ໜຳ, ບາງຄັ້ງຄາວຢາກໄປຮ່ວມງານນຳສະມາຄົມ ຫຼື ໄປທາງໃດກໍ່ຕ້ອງໄດ້ຍາດເວລາ.”

ຄວາມມານະພະຍາຍາມຂອງແມ່ຍິງ ຫວຽດນາມ ຢູ່ ສ. ເຊັກໂກ - ảnh 2 ເອື້ອຍ ຫງວຽນທິນາມ ພວມແປງໂສ້ງເສື້ອໃຫ້ລູກຄ້າ

        ໂດຍມີຄວາມແຕກຕ່າງກັນກັບປ້າ ວີງ, ເອື້ອຍ ຫງວຽນທິນາມ, ບ້ານເກີດຢູ່ແຂວງ ຝູເທາະ, ໄປດຳລົງຊີວິດເຊັກໂກ ກ່ອນນີ້ 10 ປີດ້ວຍຈຸດປະສົງຊອກຫາວຽກເຮັດງານທຳເພື່ອຫາລາຍໄດ້ສົ່ງເມືອປະເທດຊ່ວຍເຫຼືອຄອບຄົວຢູ່ທາງບ້ານ. ດ້ວຍຄວາມມານະພະຍາຍາມຂອງຕົນເອງ ແລະ ການຊ່ວຍເຫຼືອຂອງເພື່ອນມິດ, ເອື້ອຍໄດ້ເຊົ່າຮ້ານແປງໂສ້ງເສື້ອໃນສູນການຄ້າ ຊາປາ ແລະ ຊີວິດຂອງເອື້ອຍກໍ່ຄ່ອຍໆເປັນປົກກະຕິ. ນັບແຕ່ເມື່ອເປີດຮ້ານ, ເອື້ອຍມີເພື່ອນໃໝ່, ລູກຄ້າຄົນໃໝ່ຫຼາຍຄົນ, ຊ່ວຍໃຫ້ເອື້ອຍມີຄວາມເບີກບານມ່ວນຊື່ນໃນວຽກງານ. ເອື້ອຍ ຫງວຽນທິນາມ ແບ່ງປັນຄຳໃນໃຈສູ່ຟັງວ່າ:

        “ວຽກງານຂອງຂ້າພະເຈົ້າຕ້ອງໄດ້ຕື່ນເຊົ້ານອນເດິກ, ບາງເທື່ອມີແຂກຫຼາຍຕ້ອງເຮັດວຽກຮອດ 1 ໂມງເຊົ້າ. ລຳບາກໄປກ່ວານັ້ນ, ເຮົາມານີ້ພຽງຄົນດຽວ, ບໍ່ມີຄອບຄົວຢູ່ນຳ ສະນັ້ນ, ຈຶ່ງມີຄວາມຫຍຸ້ງຍາກ, ນັບທັງພາຫະນະໄປມາ ແລະ ວຽກງານຕ່າງໆ. ຄອບຄົວໃຫ້ກຳລັງໃຈ ກໍ່ພະຍາຍາມແຕ່ບໍ່ຮູ້ວ່າຊິເຮັດແນວໃດ, ເພາະວ່າໄປທຳມາຫາກິນຢູ່ແດນໄກແມ່ນຕ້ອງຍອມຮັບເທົ່ານັ້ນ, ລູກ ແລະ ຜົວຢູ່ທາງບ້ານ, ສະນັ້ນທຸກວຽກງານຕ້ອງພະຍາຍາມໃຊ້ຈ່າຍຢ່າງປະຢັດທີ່ສຸດເພື່ອທ້າຍປີໄດ້ກັບເມືອຢາມຄອບຄົວ.”

ຄວາມມານະພະຍາຍາມຂອງແມ່ຍິງ ຫວຽດນາມ ຢູ່ ສ. ເຊັກໂກ - ảnh 3 ເອື້ອຍ ເຈິ່ນມາຍເຮືອງ ຂາຍດອກໄມ້ສົດຢູ່ສູນການຄ້າ ຊາປາ

        ຈຸດພິເສດລວມສຳລັບເອື້ອຍນ້ອງແມ່ຍິງ ຫວຽດນາມ ທີ່ໄປດຳລົງຊີວິດຢູ່ ເອີລົບ ແມ່ນສະແດງອອກໃຫ້ເຫັນໄດ້ງ່າຍ, ໃນນັ້ນມີ ສ.ເຊັກໂກ ເພື່ອດຳລົງຊີວິດເຂົາເຈົ້າລ້ວນແຕ່ເຂົ້າຮ່ວມການທຳມາຫາກິນ, ສ້າງເສດຖະກິດ, ຊ້ຳບໍ່ໜຳ ເຂົາເຈົ້າຕ້ອງເຮັດວຽກໜັກເກືອບຕະຫຼອດປີ. ເອື້ອຍ ເຈິ່ນມາຍເຮືອງ, ເຮັດອາຊີບຂາຍດອກໄມ້ສົດຢູ່ສູນການຄ້າ ຊາປາ, ເຊິ່ງເປັນໜຶ່ງໃນຈຳນວນເອື້ອຍນ້ອງແມ່ຍິງດັ່ງກ່າວ. ອາຊີບຂາຍດອກໄມ້ສົດຢູ່ທີ່ນີ້ກໍ່ຫຍຸ້ງຍາກລຳບາກຄືບັນດາຂະແໜງອາຊີບອື່ນ, ຮຽກຮ້ອງໃຫ້ຜູ້ຂາຍຕ້ອງຕື່ນແຕ່ເຊົ້າເປັນປະຈຳເພື່ອໄປຮັບເອົາດອກໄມ້ທີ່ນຳເຂົ້າຈາກ ໂຮນລັງ, ແລ້ວຕ້ອງເອົາມາຕັດ, ສອຍ, ຊ້ອມແຕ່ງເປັນຮູບແລ້ວຈຶ່ງເອົາໄປຂາຍ. ນັ້ນຍັງບໍ່ທັນເວົ້າເຖິງມື້ອາກາດບໍ່ດີ, ດອກໄມ້ບານໄວ, ບໍ່ທັນເອົາໄປຂາຍ ຫຼື ດອກໄມ້ຫ່ຽວ ຕ້ອງເອົາໄປຖິ້ມ. ເອື້ອຍ ເຈິ່ນມາຍເຮືອງ, ໃຫ້ຮູ້ວ່າ:

        “ຄວາມດຸ່ນດ່ຽງໃນການດຳລົງຊີວິດນັ້ນຕ້ອງມີການບັງຄັບ, ທັງຕ້ອງເປັນຫ່ວງນຳການຮ່ຳຮຽນຂອງລູກເຕົ້າ, ທັງຕ້ອງຮັບຜິດຊອບວຽກບ້ານການເຮືອນ. ຢູ່ ເຊັກໂກ, ໃຜກໍ່ຄືແນວນັ້ນ, ມີພຽງແຕ່ຄາບເຂົ້າຕອນຄ່ຳເຮັດແນວໃດເພື່ອໃຫ້ຕົນເອງເຕົ້າໂຮມຄອບຄົວພ້ອມໜ້າຕາກັນຮັບປະທານບັນດາເຍື່ອງອາຫານຂອງ ຫວຽດນາມ ດ້ວຍຄວາມເບີກບານມ່ວນຊື່ນ. ເຖິງວ່າຢູ່ເອີລົບກໍ່ຕາມ, ແຕ່ພວກຂ້າພະເຈົ້າຍັງມີຈິດວິນຍານຂອງຊາວ ຫວຽດນາມ ຢູ່ ແລະ ຍັງຖືຄອບຄົວແມ່ນສິ່ງສຳຄັນທີ່ສຸດ.”

        ເຖິງວ່າ, ແມ່ຍິງ 3 ຄົນນີ້ມີສະພາບແວດລ້ອມແຫ່ງການດຳລົງຊີວິດທີ່ແຕກຕ່າງກັນກໍ່ຕາມ, ແຕ່ເຂົາເຈົ້າລ້ວນແຕ່ແມ່ນຜູ້ທີ່ມີຄວາມອົດທົນດຸໝັ່ນຂະຫຍັນພຽນ, ມີມານະຈິດ, ຮູ້ຈັກຍາດແຍ່ງກາລະໂອກາດເພື່ອສ້າງຊີວິດເປັນປົກກະຕິຢູ່ເຂດແດນໄກ. ນັ້ນແມ່ນຄຸນນະທຳອັນລ້ຳຄ່າຂອງແມ່ຍິງ ຫວຽດນາມ, ສ້າງຊີວິດມີຄວາມຜາສຸກໃຫ້ແກ່ຕົນ, ປະກອບສ່ວນໃຫ້ສັງຄົມປະເທດປະຈຳຖິ່ນ ແລະ ສ້າງພາບພົດຂອງປະຊາຄົມຊາວ ຫວຽດນາມ ໃຫ້ໝັ້ນຄົງເຂັ້ມແຂງຢູ່ ສ. ເຊັກໂກ.

ຕອບກັບ

ຂ່າວ/ບົດ​ອື່ນ