ຄວາມເປັນເອກະລັກສະເພາະກ່ຽວກັບຕຸ້ມຫູຂອງຊາວເຜົ່າມົ້ງຢູ່ແຂວງເຊີນລາ



ເຂ​ດ​ດິນ​ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ​ຫວຽດ​ນາມ ບໍ່​ພຽງ​ແຕ່​ມີ​ຄວາມ​ງາມ​ແບບ​ທຳ​ມະ​ຊາດ​ທີ່​ໃຫຍ່​ໂຕ​ມະ​ໂຫ​ຖານ​ເທົ່າ​ນັ້ນ, ຢູ່​ດິນ​ແດນແຫ່ງນີ້ ຍັງ​ເຮັດ​ໃຫ້ຫຼາຍ​ຄົນ​ຕົກ​ສະ​ເງີ້​ຍ້ອນ​ຄວາມ​ງາມ​ຈາກ​ຊຸດ​ອາ​ພອນ​ປະ​ຈຳ​ເຜົ່າ, ເຮືອນ​ຢູ່ ຕະຫຼອດ​ຮອດ​ເຄື່ອງ​ເອ້​ຢ້ອງ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ອີກ​ດ້ວຍ.

    

ຄວາມເປັນເອກະລັກສະເພາະກ່ຽວກັບຕຸ້ມຫູຂອງຊາວເຜົ່າມົ້ງຢູ່ແຂວງເຊີນລາ  - ảnh 1
ແມ່​ຍິ່ງເຜົ່າ​ມົ້ງ​​ຜູ້​ໃສ່ຕຸ້ມ​ຫູ​ໃຫຍ່ ເຄີຍ​ໄດ້​ຮັບ​ຖື​ວ່າ ແມ່ນ​ມີ​ສຸ​ຂະ​ພາບແຂງ​ແຮງ

     ໃນ​ຮີດ​ຄອງ​ປະ​ເພ​ນີ​ຂອງຊາວ​ເຜົ່າ​ມົ້ງ, ພິ​ເສດ​ສຳ​ລັບ​ແມ່​ຍິງ, ຕຸ້ມ​ຫູບໍ່​ພຽງ​ແຕ່​ເຄື່ອງ​ເອ້​ຢ້ອງ​ເພື່ອ​ສ້າງ​ຄວາມ​ງາມ​ເທົ່າ​ນັ້ນ, ຫາກ​ຍັງ​ຊ້ອນ​ແຝງ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ ທີ່​ສະ​ແດງ​ໃຫ້​ເຫັນ ຮີດ​ຄອງ​ປະ​ເພ​ນີ ແລະ ສີ​ສັນອັນເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ເຜົ່າ​ຕົນ. ຕຸ້ມ​ຫູຂອງ​ແມ່​ຍິງຊາວ​ເຜົ່າ​ມົ້ງເຄີຍ​ຖືກ​ຜະ​ລິດ​ດ້ວຍ​ເງິນ, ສ່ວນຫຼາຍ, ຕຸ້ມ​ຫູຂອງ​ແມ່​ຍິງຊາວ​ເຜົ່າ​ມົ້ງມີ​ຮູບ​ວົງ​ມົນ, ໃນ​ນັ້ນ, ມີ​ສັນ​ຍາ​ລັກ​ຂອງດວງ​ເດືອນ, ດວງ​ຕາ​ເວັນ ຊຶ່ງ​ແມ່ນ​ສິ່ງ​ທີ່​ສັດ​ສິດ​ຂອງຊາວ​ເຜົ່າ​ມົ້ງ. ປ້າ ມົ່ວ​ທິ​ມິ ຢູ່​ຕາ​ແສງ ຊິມ​ວ່າງ ເມືອງ ບັກ​ອຽນ ແຂວງ ເຊີນ​ລາ ໃຫ້​ຮູ້​ວ່າ : 

    “ ນັບ​ແຕ່​ຄາວ​ຍັງ​ນ້ອຍ, ຂ້າ​ພະ​ເຈົ້າ​ໄດ້​ໃສ່ຕຸ້ມ​ຫູ​ແລ້ວ. ມັນ​ທັງ​ສ້າງ​ຄວາມ​ງາມ, ທັງ​ແມ່ນຮີດ​ຄອງ​ປະ​ເພ​ນີ​ຂອງ​ປູ​ຍ່າ​ຕາ​ຍາຍປະ​ໄວ້​ໃຫ້. ພິ​ເສດ ໃນ​ໂອ​ກາດ​ໄປຫຼິ້​ນ, ພວກ​ຂ້າ​ພະ​ເຈົ້າ​ມັກ​ເລືອກເອົາຕຸ້ມ​ຫູງາມ​ໃຫ້​ແກ່​ຕົນ ”

     ຕຸ້ມ​ຫູກໍ​ມີຫຼາຍ​ຊະ​ນິດ​ແຕກ​ຕ່າງ​ກັນ, ອີງຕາມຄະ​ຕິ​ປະ​ຈຳ​ໃຈ​ຂອງ​ແມ່​ຍິງຊາວ​ເຜົ່າ​ມົ້ງແຕ່​ລະ​ຄົນ. ບັນ​ດາ​ລວດ​ລາຍ​ທີ​່​ປະ​ດັບປະ​ດາ​ຢ່າງ​ເປັນ​ເອ​ກະ​ລັກ​ສະ​ເພາະ​ໃນຕຸ້ມ​ຫູ ກໍ​ສະ​ແດງ​ໃຫ້​ເຫັນ​ຄວາມ​ໃນ​ໃຈ, ຄວາມ​ຫວັງ​ຂອງ​ແມ່​ຍິງ​ທີ່​ມີ​ຊີ​ວິດ​ຜູກ​ພັນ​ກັບ​ເຂດ​ພູ​ຜາ​ປ່າ​ໄມ້​ທຳ​ມະ​ຊາດຂອງເຂ​ດ​ດິນ​ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ​.

   ນາງ​ມົ່ວ​ທິ​ກົງ ຢູ່​ຕາ​ແສງຊິມ​ວ່າງ,ເມືອງບັກ​ອຽນ, ແຂວງເຊີນ​ລາໃຫ້​ຮູ້​ວ່າ:

  “ແມ່​ຍິງຊາວ​ເຜົ່າ​ມົ້ງພວກ​ຂ້າ​ພະ​ເຈົ້າ, ນ​ັບ​ແຕ່​ຄາວ​ຍັງ​ນ້ອຍ​ແຕ່ 4-5ປີ, ພໍ່​ແມ່​ໄດ້​ໃຫ້​ໃສ່ຕຸ້ມ​ຫູແລ້ວ. ການ​ໃສ່ຕຸ້ມ​ຫູແມ່ນ​ຕ​ິດ​ພັນ​ກັບ​ຊີ​ວິດ​ປະ​ຈຳ​ວັນ. ພວກ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ກ່ຽວ​ກັບ​ຄູ່ຕຸ້ມ​ຫູຂອງ​ເຜົ່າຕົນ, ເພາະ​ເມື່ອ​ໃສ່​ແລ້ວ, ເບິ່ງ​ກໍ​ຮູ້​ໂລດ​ວ່າ ນັ້ນ​ແມ່ນຊາວ​ເຜົ່າ​ມົ້ງແທ້ ”

    ນອກ​ຈາກ​ການ​ສ້າງ​ຄວາມ​ງາມ​ເພື່ອ​ແຕ່ງ​ກາຍນັ້ນ, ຕຸ້ມ​ຫູຂອງ​ແມ່​ຍິງຊາວ​ເຜົ່າ​ມົ້ງ ຍັງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັ່ງ​ມີ​ຂອງ​ຜູ້​ໃສ່ຕຸ້ມ​ຫູ. ແມ່​ຍິ່ງ​ບັນ​ດາ​ຜູ້​ໃສ່ຕຸ້ມ​ຫູ​ໃຫຍ່ ເຄີຍ​ໄດ້​ຮັບ​ຖື​ວ່າ ແມ່ນ​ມີ​ສຸ​ຂະ​ພາບແຂງ​ແຮງ, ດຸ​ໝັ້ນ​ຂະ​ຫຍັນ​ພຽນ ທຳ​ມາ​ຫາ​ກິນ, ຄອບ​ຄົວ​ມີ​ສ່ວນ​ແຮ່​ໄວ່. ນອກ​ຈາກນັ້ນ, ຊາວ​ເຜົ່າ​ມົ້ງຍັງ​ຖືຕຸ້ມ​ຫູແມ່ນ​ຂອງ​ປ້ອງ​ກັນ​ຕົວ, ສາ​ມາດ​ຂັບ​ໄລ່​ຜີ​ສາງ​ນາງ​ໄມ້… ປ້າ ຫ້າງ​ທິ​ຢອງ ຢູ່​ບ້ານ​ກົວ​ມາງ, ​ຕາ​ແສງ ຊິມ​ວ່າງ ເມືອງ ບັກ​ອຽນ ແຂວງ ເຊີນ​ລາ ໃຫ້​ຮູ້​ວ່າ :

     “ພວກ​ຂ້າ​ພະ​ເຈົ້າໃສ່ຕຸ້ມ​ຫູ​ນັບ​ທັງ​ໃນ​ເວ​ລາ​ໄປ​ເຮັດ​ໄຮ່ຫຼື​ນັ່ງ​ຕ່ຳ​ຫູກ​ທໍ​ໃໝ, ເຂົ້າໄປປ່າ​ເອົາ​ຟືນ​ເອົາ​ໄຟ. ຊາວ​ເຜົ່າ​ມົ້ງພວກ​ຂ້າ​ພະ​ເຈົ້າ ເຊື່ອ​ໝັ້ນ​ວ່າ ຕຸ້ມ​ຫູຈະ​ນຳມາເຊິ່ງ​ຄວາມ​ໂຊກ​ດີ​ ແລະ ສາ​ມາດ​ຂັບ​ໄລ່​ຜີ​ສາງ​ນາງ​ໄມ້ໄດ້  ”.

ຕອບກັບ

ຂ່າວ/ບົດ​ອື່ນ