ຄວາມເປັນເອກະລັກສະເພາະໃນຕະຫຼາດຂາຍປະຕິທິນລະດູບານໃໝ່ປີ 2019 ຢູ່ນະຄອນໂຮ່ຈີມິນ

(VOVWORLD) - ໂດຍໄດ້ສ້າງຄວາມປະທັບໃຈພິເສດໃນຕະຫຼາດຂາຍປະຕິທິນທີ່ມີສີສັນຫຼາກຫຼາຍປີນີ້ແມ່ນຊຸດປະຕິທິນ ດ້ວຍຫົວຂໍ້ວ່າ “ເຈື່ອງຊາ ໃນຫົວໃຈຂອງຂ້ອຍ”, ໂດຍສຳນັກພິມ ຕົ໋ງເຮີບ ນະຄອນໂຮ່ຈີມິນ ສົມທົບກັບບໍລິສັດຜະລິດປະຕິທິນ ເຟືອງນາມ ປະຕິບັດ....
ຄວາມເປັນເອກະລັກສະເພາະໃນຕະຫຼາດຂາຍປະຕິທິນລະດູບານໃໝ່ປີ 2019 ຢູ່ນະຄອນໂຮ່ຈີມິນ  - ảnh 1ພາບປະກອບ

ຕະຫຼາດຂາຍປະຕິທິນລະດູບານໃໝ່ 2019 ຢູ່ນະຄອນໂຮ່ຈີມິນ ມີສິ່ງພິມຕ່າງໆທີ່ເປັນເອກະລັກສະເພາະ ເຮັດໃຫ້ຜູ້ຊົມໃຊ້ມີຄວາມປະຫຼາດໃຈ. ປະຕິທິນມີຮູບພາບກ່ຽວກັບເຈື່ອງຊາ, ລຸກເວີນຕຽນ ຫຼື ກ່ຽວກັບສຸຂະພາບ, ສົ່ງສານທີ່ດີເຖິງຜູ້ຊົມໃຊ້… ແມ່ນບັນດາຈຸດເດັ່ນທີ່ດຶງດູດຄວາມສົນໃຈຂອງ ຜູ້ຊົມໃຊ້. ບັນດາຈຸດທີ່ເປັນເອກະລັກສະເພາະນີ້ຈະໄດ້ແນະນຳຜ່ານບົດຂຽນດັ່ງຕໍ່ໄປນີ້ຂອງ ໝີ້ຢູງ, ນັກຂ່າວ VOV ປະຈຳນະຄອນໂຮ່ຈີມິນ.       ໂດຍໄດ້ສ້າງຄວາມປະທັບໃຈພິເສດໃນຕະຫຼາດຂາຍປະຕິທິນທີ່ມີສີສັນຫຼາກຫຼາຍປີນີ້ແມ່ນຊຸດປະຕິທິນ ດ້ວຍຫົວຂໍ້ວ່າ “ເຈື່ອງຊາ ໃນຫົວໃຈຂອງຂ້ອຍ”, ໂດຍສຳນັກພິມ ຕົ໋ງເຮີບ ນະຄອນໂຮ່ຈີມິນ ສົມທົບກັບບໍລິສັດຜະລິດປະຕິທິນ ເຟືອງນາມ ປະຕິບັດ. ນີ້ແມ່ນປະຕິທິນຊຸດທຳອິດທີ່ໄດ້ແນະນຳຄວາມງາມ ແລະ ຂໍ້ມູນຂ່າວສານກ່ຽວກັບເກາະ 21 ແຫ່ງໃນໝູ່ເກາະ ເຈື່ອງຊາ, ຊ່ວຍໃຫ້ຜູ້ຊົມມີຂໍ້ສັງເກດທີ່ຮອບດ້ານ ກ່ຽວກັບເຂດນ້ຳແດນດິນແຫ່ງບ້ານເກີດເມືອງນອນ. ຮູບພາບເກາະແຫ່ງຕ່າງໆ, ບັນດາເຮືອນຮ້ານ, ແຫຼ່ງຂ່າວກ່ຽວກັບຊີວິດການເປັນຢູ່ໃນເກາະ ເຈື່ອງຊາ ໄດ້ຮັບການສະແດງຢ່າງມີຊີວິດຊີວາ, ເຕັມໄປດ້ວຍລັກສະນະສິລະປະ. ຮູບພາບ 53 ແຜ່ນໃນຊຸດປະຕິທິນນີ້ແມ່ນໄດ້ຮັບການຄັດເລືອກຈາກຮູບຖ່າຍ 1.000 ແຜ່ນຂອງບັນດາມືກ້ອງ, ນັກຖ່າຍຮູບ, ນາຍທະຫານເຮືອ ແລະ ບັນດາຜູ້ມີຄວາມຮັກຕໍ່ເຈື່ອງຊາ. ທ່ານ ເຈິ່ນຈ່ຽວ, ຜູ້ອຳນວຍການດ້ານສື່ສານ ບໍລິສັດຜະລິດປະຕິທິນ ເຟືອງນາມ, ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າຮູ້ວ່າ ນີ້ແມ່ນຫົວເລື່ອງທີ່ປະຕິບັດຍາກ ແຕ່ໂຊກດີຫຼາຍຍ້ອນພວກຂ້າພະເຈົ້າມີການສົມທົບກັບສຳນັກພິມ ຕົ໋ງເຮີບ ນະຄອນໂຮ່ຈີມິນ. ໂດຍອີງໃສ່ຄວາມຮູ້ດ້ານການເມືອງຂອງຕົນ, ສຳນັກພິມ ຕົ໋ງເຮີບ ໄດ້ສົມທົບກັບພວກຂ້າພະເຈົ້າໃນຂັ້ນຕອນກະກຽມເນື້ອໃນ ແລະ ບັນນາທິການເປັນຢ່າງດີທີ່ສຸດ ເພື່ອໃຫ້ບັນດາຂໍ້ມູນຂ່າວສານດັ່ງກ່າວທີ່ໄດ້ພິມໃນປະຕິທິນລ້ວນແຕ່ຖືກຕ້ອງ. ໄປຄຽງຄູ່ກັນນັ້ນ, ເກືອບຄືວ່າ ພວກຂ້າພະເຈົ້າໄດ້ຄັດເລືອກເອົາບັນດາຮູບຖ່າຍດີເດັ່ນທີ່ສຸດກ່ຽວກັບເຈື່ອງຊາ ເພື່ອລົງພິມໃນປະຕິທິນ.”

        ພາຍຫຼັງຜົນສຳເລັດຂອງຊຸດປະຕິທິນກ່ຽວກັບເລື່ອງ ກຽວ ໃນປີ 2018, ປີນີ້, ບໍລິສັດ ອານຫ໋າວ ຈຳກັດ ສືບຕໍ່ສ້າງຄວາມປະທັບໃຈໃຫ້ຜູ້ຊົມໃຊ້ເມື່ອໄດ້ຈຳໜ່າຍຊຸດປະຕິທິນດ້ວຍຫົວຂໍ້ “ລຸກເວີນຕຽນ”. ຕາມທ່ານ ປອ ແກ໊ວງທູງວຽດ, ນັກຊ່ຽວຊານເຂົ້າຮ່ວມການໃຫ້ຄຳປຶກສາດ້ານເນື້ອໃນ ແລະ ຈັດຕັ້ງການພິມຊຸດປະຕິທິນ ລຸກເວີນຕຽນ ແລ້ວ, ບັນຫາຍາກທີ່ສຸດແມ່ນເຮັດແນວໃດທີ່ສົ່ງສານກ່ຽວກັບເນື້ອໃນຂອງເລື່ອງກະວີ ໂນມທີ່ລືຊື່ດັງນີ້ໃຫ້ເຂົ້າໃຈງ່າຍ ແລະ ມີລັກສະນະມະນຸດ:

        “ພວກຂ້າພະເຈົ້າໄດ້ອີງໃສ່ເລື່ອງ ລຸກເວີນຕຽນ ຂອງນັກກະວີ ຫວູດິ່ງລຽນ ແລະ ຫງວຽນສີເລີມ ໂດຍສຳນັກພິມວັດທະນະທຳ ພິມຈຳໜ່າຍເມື່ອປີ 1959 ແລະ ໄລຍະຕໍ່ມາສຳນັກພິມວັດທະນະທຳ ໄດ້ພິມຈຳໜ່າຍຄືນໃໝ່ເມື່ອປີ 1997. ດ້ວຍຈຳນວນຄຳກາບກອນ 2.080 ຄຳຕ້ອງເຮັດແນວໃດເພື່ອລົງພິມໃນປະຕິທິນ 365 ວັນ.”

ຄວາມເປັນເອກະລັກສະເພາະໃນຕະຫຼາດຂາຍປະຕິທິນລະດູບານໃໝ່ປີ 2019 ຢູ່ນະຄອນໂຮ່ຈີມິນ  - ảnh 2ປະຕິທິນກ່ຽວກັບໝູ່ເກາະເຈື່ອງຊາ

        ປີນີ້, ບໍລິສັດຫຸ້ນສ່ວນ ວັດທະນະທຳ ວັນລາງ ໄດ້ແນະນຳໃຫ້ຕະຫຼາດຫຼາຍສິ່ງພິມດ້ວຍຫົວຂໍ້ທີ່ໃໝ່ອ່ຽມ ແຕ່ມີຄວາມໃກ້ຊິດສະໜິດສະໜົມຕໍ່ຊີວິດປະຈຳວັນຢູ່ໃນປະເພດປະຕິທິນຄື: ປະຕິທິນມີຫຼາຍໃບ, ປະຕິທິນໂຊໃນຝາເຮືອນ ແລະ ປະຕິທິນຕັ້ງໂຕະ. ຮອດຈຸດເວລານີ້, ມີປະຕິທິນຫຼາຍປະເພດຂອງບໍລິສັດນີ້ໄດ້ຂາຍໝົດແລ້ວ, ພວມລໍຖ້າການພິມຈຳໜ່າຍໃໝ່ ເຖິງວ່າໃນປີນີ້ໄດ້ເພີ່ມຂຶ້ນປະມານ 20%. ພົ້ນເດັ່ນທີ່ສຸດແມ່ນຊຸດປະຕິທິນ 365 ວັນແຫ່ງວິທີກິນດື່ມແບບມີວິທະຍາສາດ ແລະ ອາຫານເສີມເພື່ອປິ່ນປົວພະຍາດ” ດ້ວຍເນື້ອໃນທີ່ມີປະໂຫຍດກ່ຽວກັບວິທີການປຸງແຕ່ງເຍື່ອງອາຫານທີ່ແຊບນົວ, ມີຜົນປະໂຫຍດຕໍ່ສຸຂະພາບ, ຊຸດປະຕິທິນດັ່ງກ່າວໄດ້ສົ່ງສານຕັ້ງໜ້າຕໍ່ຊີວິດການເປັນຢູ່ຂອງປະຊາຊົນ. ທ່ານນາງ ກ່ຽວມິງຝູ້ງ, ຮອງຜູ້ອຳນວຍການບໍລິສັດຫຸ້ນສ່ວນວັດທະນະທຳ ວັນລາງ, ໃຫ້ຮູ້ວ່າ: ຄວາມປະທັບໃຈທີ່ສຸດໃນທຸກໆສິ່ງພິມປີນີ້ແມ່ນປະຕິທິນຫຼາຍໃບດ້ວຍຫົວຂໍ້ ດອກບົວ ຫວຽດນາມ:

        “ຂ້າພະເຈົ້າຄິດວ່າ, ນີ້ແມ່ນຮູບພາບທີ່ນຳມາເຊິ່ງຄວາມໃກ້ຊິດສະໜິດສະໜົມໃຫ້ແກ່ທຸກໆຄົນ ແລະ ດອກບົວຍັງເປັນດອກໄມ້ປະຈຳຊາດຂອງ ຫວຽດນາມ. ເມື່ອຊົມເບິ່ງຮູບຈຶ່ງເຫັນດອກບົວ, ໃບດອກບົວ ຊຶ່ງຈະນຳມາໃຫ້ພວກເຮົາຄວາມອົບອຸ່ນ, ໃກ້ຊິດສະໜິດສະໜົມ ແລະ ຄວາມສະຫວາດສະເຫວີຍໃຫ້ແກ່ທຸກຄົນ.”

        ຄວາມເປັນຫຼາຍຮູບຫຼາຍແບບກ່ຽວກັບປະເພດ, ກ່ຽວກັບຫົວຂໍ້, ປະດິດຄິດສ້າງໃນການພິມ, ການອອກແບບກ່ຽວກັບຮູບພາບ, ມີຄວາມໃກ້ຊິດສະໜິດສະໜົມກັບຄວາມນິຍົມຂອງຜູ້ຊົມໃຊ້ ແມ່ນຈຸດລວມຂອງຕະຫຼາດປະຕິທິນລະດູບານໃໝ່ພວມຟົດຟື້ນຢູ່ນະຄອນ ໂຮ່ຈີມິນ. ແຕ່ລະວິສາຫະກິດ ກໍ່ມີວິທີສະເພາະຂອງຕົນ, ແຕ່ລ້ວນແຕ່ມີຄວາມຫວັງວ່າ ປະຕິທິນແຕ່ລະຊຸດນັ້ນນັບມື້ນັບມີຄວາມປະໂຫຍດຫຼາຍຢ່າງ ແລະ ສົ່ງສານທີ່ໃໝ່ອ່ຽມ, ດຶງດູດໃຈ ຜູ້ຊົມໃຊ້ຫຼາຍຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ