ຄວາມເສົ້າໝອງໃນສົງຄາມ - ລະດັບສູງຂອງວັນນະຄະດີສົງຄາມ ຝ່າຍຕາເວັນອອກ

(VOVWORLD) - “ຄວາມເສົ້າໝອງໃນສົງຄາມ” ແມ່ນເລື່ອງນະວະນີຍາຍຂອງນັກປະພັນ ບ໊າວນິງ, ພິມຈຳໜ່າຍແຕ່ປີ 1987 ແລະ ໄດ້ສ້າງຄວາມປະທັບໃຈຢ່າງແຮງຈາກຫລາຍແງ່ມູນໃນເວທີວັນນະຄະດີ ຫວຽດນາມ ໃນທັນທີ. ບົດປະພັນດັ່ງກ່າວ ເຄີຍໄດ້ຮັບໃບຍ້ອງຍໍ, ລາງວັນຕ່າງໆ ແລະ ມີຄວາມເປັນກຽດອັນໃຫຍ່ຫລວງ. 

ນັກປະພັນ ບ໊າວນິງ ກໍ່ໄດ້ຮັບການເຊີດຊູແມ່ນນັກປະພັນ “ເລື່ອງນະວະະນີຍາຍທີ່ມີຄວາມຕື້ນຕັນໃຈທີ່ສຸດກ່ຽວກັບສົງຄາມ ຫວຽດນາມ” ຈາກບັນດານັກວິຈານວັນນະຄະດີທັງຢູ່ພາຍໃນ ແລະ ຕ່າງປະເທດ. ໃນລາຍການສາລະຄະດີພາກນີ້ ຂໍເຊີນທ່ານຜູ້ຟັງ ຮັບຟັງບົດ “ຄວາມເສົ້າໝອງໃນສົງຄາມ - ລະດັບສູງຂອງວັນນະຄະດີສົງຄາມຝ່າຍຕາເວັນອອກ” ຂອງນັກຂ່າວ VOV, ເຊີນທ່ານຕິດຕາມຮັບຟັງ.

ຄວາມເສົ້າໝອງໃນສົງຄາມ - ລະດັບສູງຂອງວັນນະຄະດີສົງຄາມ ຝ່າຍຕາເວັນອອກ - ảnh 1 ປື້ມເລື່ອງ “ຄວາມເສົ້າໝອງໃນສົງຄາມ”

ບົດປະພັນຄວາມເສົ້າໝອງໃນສົງຄາມແມ່ນຄວາມຊົງຈຳກ່ຽວກັບສົງຄາມຂອງພົນທະຫານທ່ານໜຶ່ງທີ່ມີຊື່ວ່າ ກຽນ ແລະ ໃນຊ່ວງເວລາທີ່ເປັນໄວໜຸ່ມ ເຊິ່ງໄດ້ເຂົ້າຮ່ວມການຜ່ານຜ່າຫ່າລະເບີດ, ລູກປືນ. ນັ້ນແມ່ນຄວາມເສຍດາຍອາໄລອາວອນຢ່າງສຸດຊຶ້ງຕໍ່ບັນດາໝູ່ເພື່ອນລຸ້ນດຽວກັນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ແມ່ນການຫຼອກຫຼອນທາງດ້ານແນວຄິດຂອງມະນຸດໃນສະໄໝເສິກເສືອຄົງຄາມ.

ປື້ມເລື່ອງ “ຄວາມເສົ້າໝອງໃນສົງຄາມ” ແລະ ນັກປະພັນ ບ໊າວນິງ ເຄີຍໄດ້ຮັບລາງວັນຈາກສະມາຄົມນັກປະພັນວັນນະຄະດີ ຫວຽດນາມ, ລາງວັນວັນນະຄະດີຂອງ ອັງກິດ, ແດນມາກ, ລາງວັນ Nikkei ອາຊີ ແລະ Sim Hun, ສ.ເກົາຫຼີ. ມາຮອດປັດຈຸບັນ, ປື້ມເລື່ອງດັ່ງກ່າວ ໄດ້ແປເປັນພາສາຕ່າງປະເທດປະມານ 20 ພາສາ, ຈັດພິມຈຳໜ່າຍຢູ່ 20 ກ່ວາປະເທດໃນໂລກ. ຫວ່າງມໍ່ໆມານີ້, ປື້ມເລື່ອງ “ຄວາມເສົ້າໝອງໃນສົງຄາມ” ທີ່ແປເປັນພາສາ ຈີນ ໂດຍນາຍແປພາສາ ຮອງສາດສະດາຈານ ແຊລູ ໄດ້ນຳປື້ມຫົວນີ້ຍັບເຂົ້າໃກ້ກັບມະຫາຊົນ ຈີນ ກ່ວາ. ນັກປະພັນ ບ໊າວນິງ ໃຫ້ຮູ້ວ່າ:

ເມື່ອໄດ້ຮູ້ວ່າ ນາຍແປພາສາ ແຊລູ ຈະແປປື້ມເລື່ອງ “ຄວາມເສົ້າໝອງໃນສົງຄາມ” ເປັນພາສາ ຈີນ ແລະ ຈະພິມຈຳໜ່າຍ, ຂ້າພະເຈົ້າມີຄວາມພາກພູມໃຈທີ່ສຸດ. ປື້ມຫົວນີ້ໄດ້ແປເປັນພາສາ ອັງກິດ ແລະ ຫລາຍພາສາອື່ນແລ້ວ, ແຕ່ແປເປັນພາສາຂອງປະເທດທີ່ມີພື້ນຖານວັດທະນະທຳໃຫຍ່ ແລະ ຢູ່ໃກ້ກັບ ຫວຽດນາມ ຄື ຈີນ ແມ່ນຍັງບໍ່ທັນມີເທື່ອ. ເມື່ອທຽບໃສ່ກັບພາສາອື່ນ, ການແປເປັນພາສາ ຈີນ ໄດ້ສະແດງໃຫ້ເຫັນຄວາມແຕກຕ່າງກັນກ່ຽວກັບດ້ານຄຸນນະທາດ, ດັ່ງນັ້ນ ຂ້າພະເຈົ້າຈຶ່ງມີຄວາມພາກພູມໃຈ, ຍິ່ງໄປກ່ວານັ້ນແມ່ນຄວາມເອກອ້າງທະນົງໃຈ. ພາຍຫລັງຖືກຢຸດສະງັກມາເປັນເວລາຫລາຍປີຍ້ອນເຫດຜົນຕ່າງໆ, ປັດຈຸບັນ ບົດປະພັນວັນນະຄະດີ ຫວຽດນາມ ຫົວນີ້ໄດ້ນຳໄປເຜີຍແຜ່ຢູ່ ຈີນ ແລ້ວ.

ກ່ອນທີ່ຈະແປເປັນພາສາ ຈີນ ແລະ ພິມຈຳໜ່າຍຢ່າງເປັນທາງການນັ້ນ, ບົດປະພັນດັ່ງກ່າວ ໄດ້ຄັດສະເໜີລົງໃນປື້ມວາລະສານຂອງ ຈີນ ຈຳນວນໜຶ່ງແລ້ວ ແລະ ໄດ້ຮັບຄຳຊົມເຊີຍ, ຍົກຍ້ອງຈາກບັນດານັກກະວີ, ນັກປະພັນ ຈີນ. ແຢນແລ໊ນເຄືອ ແມ່ນໜຶ່ງໃນບັນດານັກປະພັນທີ່ມີຊື່ສຽງຂອງວັນນະຄະດີຍຸກປັດຈຸບັນຂອງ ຈີນ, ໄດ້ຍົກຍ້ອງບົດປະພັນວັນນະຄະດີເລື່ອງ “ຄວາມເສົ້າໝອງໃນສົງຄາມ” ແມ່ນ “ລະດັບສູງຂອງວັນນະຄະດີສົງຄາມຝ່າຍຕາເວັນອອກ”. ນີ້ກໍ່ແມ່ນການຕີລາຄາຂອງທ່ານ ກ໊ວາງແຢ໊ວນເຈື໊ອ, ຜູ້ຕາງໜ້າຂອງບໍລິສັດ CS-Booky, ຫົວໜ່ວຍຈຳໜ່າຍປື້ມເລື່ອງ “ຄວາມເສົ້າໝອງໃນສົງຄາມ”.

ບົດປະພັນນີ້ສຳຄັນທີ່ສຸດສຳລັບຂ້າພະເຈົ້າເອງ, ມັນໄດ້ເຮັດໃຫ້ຄວາມຊົງຈຳກັບມາຢ່າງຕໍ່ເນື່ອງ ແລະ ມັນໄດ້ກະຕຸກຊຸກຍູ້ໃຫ້ຂ້າພະເຈົ້າຢາກອ່ານຕໍ່, ມີຫລາຍຕອນໄດ້ເຮັດໃຫ້ຂ້າພະເຈົ້າຕື້ນຕັນໃຈ. ສຳລັບຂ້າພະເຈົ້າແລ້ວ, ບົດປະພັນວັນນະຄະດີຂອງນັກປະພັນ ບ໊າວນິງ ເຖິງວ່າຂ້າພະເຈົ້າບໍ່ກ້າເວົ້າວ່າ ມັນມ່ວນທີ່ສຸດໃນພື້ນຖານວັນນະຄະດີໂລກກໍ່ຕາມ ແຕ່ກໍ່ແມ່ນໜຶ່ງໃນບັນດາບົດປະພັນວັນນະຄະດີສົງຄາມແຖວໜ້າ.

ຄວາມເສົ້າໝອງໃນສົງຄາມ - ລະດັບສູງຂອງວັນນະຄະດີສົງຄາມ ຝ່າຍຕາເວັນອອກ - ảnh 2 ນາຍແປພາສາ ແຊລູ

ສ່ວນນາຍແປພາສາ ແຊລູ ແບ່ງປັນວ່າ ເມື່ອອ່ານປື້ມເລື່ອງ “ຄວາມເສົ້າໝອງໃນສົງຄາມ” ເທື່ອໃດ ລາວກໍ່ຮ້ອງໄຫ້ເທື່ອນັ້ນ ແລະ ປື້ມເລື່ອງນີ້ກໍ່ເຮັດໃຫ້ລາວມີຄວາມຕົກສະເງີ້ ເມື່ອອ່ານນັບແຕ່ໜ້າທຳອິດ. ດ້ວຍປະສົບການສິດສອນ ແລະ ຄົ້ນຄວ້າວັນນະຄະດີ ຫວຽດນາມ ຢູ່ຂະແໜງອາຊີຕາເວັນອອກສ່ຽງໃຕ້ ຂຶ້ນກັບມະຫາວິທະຍາໄລ ປັກກິ່ງ ມາເປັນເວລາກ່ວາ 20 ປີ, ນາຍແປພາສາ ແຊລູ ຕີລາຄາປື້ມເລື່ອງດັ່ງກ່າວວ່າ ໄດ້ຜ່ານບັນດາມາດຕະຖານພື້ນເມືອງໃນຂະແໜງສິລະປະ ນະວະນີຍາຍ ຫວຽດນາມ, ມີຄຸນຄ່າຢ່າງໃຫຍ່ຫລວງທາງດ້ານແນວຄິດ, ສິລະປະ. ນາຍແປພາສາ ແຊລູ ແບ່ງປັນວ່າ:

ພາສາ ຫວຽດ ແລະ ວັນນະຄະດີ ຫວຽດນາມ ໄດ້ເປີດປະຕູພິເສດໃຫ້ຂ້າພະເຈົ້າ ອອກສູ່ໂລກ, ຜ່ານປະຕູນັ້ນ, ຂ້າພະເຈົ້າໄດ້ເຂົ້າໃຈ ຫວຽດນາມ, ພ້ອມກັນນັ້ນ ກໍ່ເຂົ້າໃຈກ່ຽວກັບພາສາ ແລະ ວັນນະຄະດີ ຈີນ ກ່ວາ, ເຂົ້າໃຈການພົວພັນລະຫວ່າງ ຈີນ - ຫວຽດນາມ ແລະ ການພົວພັນລະຫວ່າງ ຈີນ ກັບໂລກຫລາຍກ່ວາ. ຂ້າພະເຈົ້າເຄີຍເວົ້າກັບເພື່ອນຂອງຕົນວ່າ ຂ້າພະເຈົ້າຂອບໃຈ ຫວຽດນາມ, ຂອບໃຈພາສາ ຫວຽດ ແລະ ວັນນະຄະດີ ຫວຽດນາມ, ເຖິງວ່າໄປຮອດບໍ່ວ່າບ່ອນໃດໃນໂລກກໍ່ຕາມ, ແຕ່ຂ້າພະເຈົ້າກໍ່ຍັງຈະເອົາໃຈໃສ່ເຖິງວັນນະຄະດີ ຫວຽດນາມ ຢ່າງບໍ່ຢຸດຢັ້ງ.

ທ່ານ ແຢນແລ໊ນເຄືອ, ນັກແຕ່ງຍຸກປັດຈຸບັນແຖວໜ້າຂອງ ຈີນ ໄດ້ຕີລາຄາບົດປະພັນເລື່ອງ “ຄວາມເສົ້າໝອງໃນສົງຄາມ” ຂອງນັກປະພັນ ບ໊າວນິງ ວ່າໄດ້ສະແດງໃຫ້ເຫັນ “ລະດັບສູງຂອງວັນນະຄະດີສົງຄາມຝ່າຍຕາເວັນອອກ” ແລະ ແມ່ນບົດປະພັນບັນລຸລະດັບສາກົນ. ທ່ານຢືນຢັນວ່າ: ບົດປະພັນ “ຄວາມເສົ້າໝອງໃນສົງຄາມ” ແມ່ນ ບົດທີ່ຫາຍາກທີ່ສຸດຂອງນັກແຕ່ງອາຊີຝ່າຍຕາເວັນອອກ, ຫາຍາກທີ່ຈະມີການພັນລະນາ, ຄວາມຮັບຮູ້, ການວິຈານຢ່າງປານີດສຳລັບສົງຄາມ, ຫາຍາກທີ່ຈະມີການອະທິບາຍ ແລະ ຄວາມຮັກຕໍ່ມະນຸດ, ບັນດາຄວາມນຶກຄິດກ່ຽວກັບລັກສະນະຂອງມະນຸດ, ຍາກທີ່ຈະມີທັງໃນການສະແດງສິລະປະ - ແມ່ນການສະແດງໃຫ້ເຫັນບຸກຄະລິກະພາບ, ມີຄວາມສຳຄັນທີ່ສຸດສຳລັບນັກຂ່າວ./.

ຕອບກັບ

ຂ່າວ/ບົດ​ອື່ນ