ຄວາມເອກອ້າງທະນົງໃຈຕໍ່ເຂດທະເລໝູ່ເກາະຂອງປະເທດຫວຽດນາມ

ຄວາມເອກອ້າງທະນົງໃຈຕໍ່ເຂດທະເລໝູ່ເກາະຂອງປະເທດຫວຽດນາມ - ảnh 1
ຊາວໜຸ່ມ, ນັກສຶກສາຫວຽດນາມຕັດສິນໃຈປົກປັກຮັກສາ ອະທິປະໄຕເຂດທະເລໝູ່ເກາະຂອງປະເທດຊາດ

   ໃນກາງເດືອນ 5 ທີ່ຜ່ານມາ, ນັກສຶກສາ 900 ຄົນທີ່ມາຈາກບັນດາມະຫາ ວິທະຍາໄລໃນທົ່ວປະເທດ ໄດ້ພ້ອມກັນເຂົ້າຮ່ວມບັນດາເຫດການທີ່ດຳເນີນຢູ່ເກາະຟູ້ກວ໋ກ ແລະ ເກາະ ໂຖຈູ ຊຶ່ງຂຶ້ນກັບ ແຂວງກຽນຢາງ ໃນຂອບເຂດ ລາຍການ “ ນັກ​ສຶກສາ​ກັບ​ເຂດ​ທະ​ເລ​ໝູ່​ເກາະ​ຂອງ​ປະ​ເທດ​ຊາດ​ຫວຽດນາມ​ປີ 2014”. ການ​ເຂົ້າ​ຮ່ວມ​ພິທີ​ເລີ່​ມລົງມື​ກໍ່ສ້າງ​ເສົາ​ທຸງຊາດຢູ່​ ເກາະ ໂຖຈູ, ​ໄປ​ທັດສະນະ​ສຶກສາ​ຢູ່​ບັນດາ​ສະຖານ​ທີ່​ປະຫວັດສາດ, ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ອາສາ​ສະໝັກ​ເພື່ອ​ວົງ​ຄະນະ​ຍາດ...​ໄດ້​ກາຍ​ເປັນ​ບັນດາ​ອະນຸສອນ​ອັນ​ດີງາມ​ສຳລັບ​ແຕ່ລະຄົນ. ບໍ່​ພຽງ​ແຕ່​ເຊັ່ນ​ນັ້ນ, ນ້ຳ​ໃຈ​ຮັກ​ຊາດ, ຮັກ​ໝູ່​ເກາະ​ທະ​ເລ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ນັກ​ສຶກສາ​ແຕ່ລະຄົນ​ໄດ້​ຮັບ​ການ​ປຸກລຸກ, ຈາກ​ນັ້ນ​ແຕ່ລະຄົນ​ຍິ່ງ​ເພີ່ມ​ສະຕິ​ຄວາມ​ຮັບ​ຮູ້​ໃນ​ການ​ປົກປັກ​ຮັກສາ​ອະທິປະ​ໄຕ ເຂດ​ທະ​ເລ​ໝູ່​ເກາະ​ຂອງ​ປະ​ເທດ​ຊາດ .

    ກຳ​ປັ່ນ​ຄວາມ​ໄວ​ສູງ Supperdong ​ໄດ້​ເລີ່​ມ​ເດີນ​ທະ​ເລ​ຈາກ​ທ່າ​ກຳ​ປັ່ນ ​ແຣກຢ້າ ບັນທຸກ​ນັກ​ສຶກສາ 900 ຄົນ​ໄປ​ຍັງ​ເກາະຟູ້ກວ໋ກ, ຊຶ່ງ​ແມ່ນ​ແຫ່ງ​ດຳ​ເນີນ​ລາຍການ “ນັກ​ສຶກສາ​ກັບ​ເຂດ​ທະ​ເລ​ໝູ່​ເກາະ​ຂອງ​ປະ​ເທດ​ຊາດ​ຫວຽດນາມ​ປີ 2014”. ​ແຕ່ລະຄົນ​ຕ່າງ​ກໍ​ມີ​ຄວາມ​ນຶກ​ຄິດ​ຕ່າງຫາກ, ​ແຕ່​ລ້ວນ​ແຕ່​ມີ​ຄວາມ​ຕື້ນ​ຕັນ​ໃຈ​ເຊັ່ນ​ກັນ. ນັກ​ສຶກສາ ຫງວຽນ​ຫວຽດຈາງ ສັງກັດ​ມະຫາວິທະຍາ​ໄລ​ຄົມມະນາຄົມ​ຂົນ​ສົ່ງ​ຮ່າ​ໂນ້ຍ​ເປີດ​ເຜີຍ​ວ່າ : 

   “ ນ້ອງ​ຮູ້ສຶກ​ມ່ວນ​ຫຼາຍ, ນີ້​ແມ່ນ​ກາລະ​ໂອກາດ​ເພື່ອ​ໃຫ້​ພວກ​ນ້ອງ​ໄດ້​ພົບ​ປະ​ໂດຍ​ກົງ, ປະກອບ​ເຫື​ອ່​ແຮງ​ຂອງ​ຕົນ​ບໍ່​ຫຼາຍ​ກໍ​ໜ້ອຍ​ເພື່ອ​ກໍ່ສ້າງເຂດ​ທະ​ເລ​ໝູ່​ເກາະ​ຂອງ​ປະ​ເທດ​ຊາດ​ໃຫ້​ນັບ​ມື້​ນັບ​ໝັ້ນຄົງ​ເຂັ້ມ​ແຂງ”

    ລາຍການ“ ນັກ​ສຶກສາ​ກັບ​ເຂດ​ທະ​ເລ​ໝູ່​ເກາະ​ຂອງ​ປະ​ເທດ​ຊາດ​ຫວຽດນາມ​ປີ 2014” ດ້ວຍ​ຫົວ​ເລື່ອງ “ ຄວາມ​ເອກອ້າງ​ທະ​ນົງ​ໃຈ​ເຂດ​ທະ​ເລ​ໝູ່​ເກາະ​ຂອງ​ປະ​ເທດ​ຊາດ” ​ໂດຍ​ສູນ​ໜູນ​ຊ່ວຍ ​ແລະ ພັດທະນາ​​ນັກ​ສຶກສາ​ຫວຽດນາມ​ເປັນ​ຜູ້​ປຸກລະດົມ. ຜ່ານ​ການຈັດ​ຕັ້ງ​ຫຼາຍ​ຄັ້ງ, ບັນດາ​ເພື່ອນ​ໜຸ່ມ​ທີ່​ເຂົ້າ​ຮ່ວມ​ລາຍການ​ໄດ້​ສ້າງ​ຫຼາຍ​ກິດຈະການ​ເຄື່ອນ​ໄຫວ​ຊາວ​ໜຸ່​ມທີ່​ມີ​ຄວາມ​ໝາຍ​ເພື່ອ​ມຸ່ງ​ໄປ​ສູ່ເຂດ​ທະ​ເລ​ໝູ່​ເກາະ​ພ້ອມ​ທັງ​ຢັ້ງຢືນ​ອະທິປະ​ໄຕເຂດ​ທະ​ເລ​ໝູ່​ເກາະ​ຂອງ​ປະ​ເທດ​ຊາດ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ທ່ານ ຫງວຽນ​ມິນ​ຈຽດ ຜູ້ອຳນວຍການ ສູນ​ໜູນ​ຊ່ວຍ ​ແລະ ພັດທະນາ​​ນັກ​ສຶກສາ​ຫວຽດນາມ​ ​ໃຫ້​ຮູ້​ວ່າ : 

   “ ​ແຕ່ລະ​ແຫ່ງ​ທີ່​ນັກ​ສຶກສາ​ຫວຽດນາມ​ມາ​ເຄື່ອນ​ໄຫວ ກໍ​ລ້ວນ​ແຕ່​ມີ​ຈຸດ​ພິ​ເສດສະ​ເພາະ. ​ເນື້ອ​ໃນ​ຂອງ​ລາຍການ ​ແມ່ນມຸ່ງ​ໄປ​ສູ່ເຂດ​ທະ​ເລ​ໝູ່​ເກາະ ​ແລະ ດ້ວຍ​ການ​ກຳນົດ​ທິດ​ນັກ​ສຶກສາ​ຫວຽດນາມ​ອອກ​ສູ່​ເຂດ​ທະ​ເລ​ໝູ່​ເກາະ​ນັ້ນ, ກໍ​ລ້ວນ​ແຕ່​ມີ​ຜະລິດ​ຕະພັນ​ເພື່ອ​ຢັ້ງຢືນ​ອະທິປະ​ໄຕ​ຢູ່​ທີ່​ນັ້ນ.”

   ​  ໃນ​ຊຸມ​ມື້​ດຳ​ເນີນ​ງານ​ຕັ້ງ​ຄ້າຍ​ນັກ​ສຶກສາ​ຢູ່ເກາະຟູ້ກວ໋ກ, ພວກ​ເພື່ອ​ນນັກ​ສຶກສາ​ໄດ້​ພົບ​ປະ​ແລກປ່ຽນ​ກັບ​ບັນດາ​ອະດີດ​ນັກ​​ໂທດເກາະຟູ້ກວ໋ກ, ​ໄດ້​ຮັບ​ຟັງ​ເລື່ອ​ງລາວ​ປະຫວັດສາດ, ​ເຂົ້າຮ່ວມການ​ເຄື່ອນ​ໄຫວ​ຕ່າງໆ...ນັກ​ສຶກສາ ກີ​ງຖິວ​ຈາງ ສັງກັດ​ມະຫາວິທະຍາ​ໄລ​ກົດໝາຍ​ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ : 

   “ ນ້ອງ​ເອງ​ແມ່ນ​ນັກ​ສຶກສາ, ນ້ອງ​ຄິດ​ວ່າ​ນັກ​ສຶກສາ​ຄວນ​ມີໜ້າທີ່ຮັບຜິດຊອບ​ສ້າງສາ​ປະ​ເທດ​ຊາດ​ດ້ວຍ​ວິທີ​ສູ້​ຊົນ​ຮ່ຳຮຽນ, ​ເຂົ້າ​ຮ່ວມ​ບັນດາ​ໂຄງການ, ​ແຜນ​ງານ​ເພື່ອ​ພັດທະນາເຂດ​ທະ​ເລ​ໝູ່​ເກາະ​ ”

   ສ່ວນ​ນັກ​ສຶກສາ ​ເລ​ອານ​ຮິ້ວ ສັງກັດ​ມະຫາວິທະຍາ​ໄລ​ເສດຖະກິດ​ນະຄອນ​ໂຮ່ຈິ​ມິນ​ໃຫ້​ຮູ້​ວ່າ : 

   “ ​ເມື່ອ​ມາ​ຮອດເກາະຟູ້ກວ໋ກ, ນ້ອງ​ເຫັນ​ວ່າ ເຂດ​ທະ​ເລ​ໝູ່​ເກາະ​ຂອງ​ປະ​ເທດ​ຫວຽດນາມ​ແມ່ນ​ສວຍ​ສົດ​ງົດ​ງາມທີ່​ສຸດ. ມາເກາະຟູ້ກວ໋ກຄັ້ງ​ນີ້, ກອງ​ນັກ​ສຶກສາ​ນະຄອນ​ໂຮ​ຈິ​ມິນ ​ໄດ້​ນຳ​ມາ​ຍັງ​ເກາະ ​ບັນດາ​ຮູບ​ແບບ, ບັນດາ​ວິທີ​ການ​ແກ້​ໄຂ​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ​ໃນ​ການ​ພັດທະນາເຂດ​ທະ​ເລ​ໝູ່​ເກາະ; ພ້ອມ​ກັນ​ນັ້ນ ກໍ​ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ຮັກ​ຊາດ, ຮັກຫອມ​ສັນຕິພາບ ​ແລະ ນ້ຳ​ໃຈ​ເດັດ​ດຽວ​ປົກ​ປັກ​ຮັກສາອະທິປະ​ໄຕ​ຜືນ​ແຜ່ນດິນອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ” .
ຂ່າວ/ບົດ​ອື່ນ